ຢັ້ງຢືນບົດບາດຂອງສະພາແຫ່ງຊາດຫວຽດນາມ ຢູ່ APF ແລະບັນດາເວທີປາໄສລັດຖະສະພາ
ກປ.ອອນໄລ - ຕອນບ່າຍວັນທີ 15 ເມສາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝີນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຈັດຕັ້ງກອງປະຊຸມຄະນະບໍລິຫານງານສະຫະພັນລັດຖະສະພາ ຝລັ່ງໂກໂຟນີ (APF) ແລະເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກໍາແບບຍືນຍົງ, ຄວາມໝັ້ນຄົງດ້ານສະບຽບອາຫານ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທີ່ກອງປະຊຸມ, ທ່ານ ເຈິ່ນແທງເໝີນ ແລະທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ມອບໃບຍ້ອງຍໍຂອງຄະນະປະຈໍາການສະພາແຫ່ງຊາດ ໃຫ້ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເລີດໃນວຽກງານເສນາທິການຈັດຕ້ັງກອງປະຊຸມ. ທ່ານ ເລກວາງຕຸ່ງ ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະທ່ານ ຫວູມິງຕ໊ວນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມອບໃບຍ້ອງຍໍຂອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ມອບໃຫ້ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເລີດໃນວຽກງານເສນາທິການ, ຮັບໃຊ້ຈັດຕັ້ງກອງປະຊຸມ. ໜັງສຶພິມກອງທັບປະຊາຊົນໄດ້ຮັບໃບຍ້ອງຍໍຂອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ.
    |
 |
ໜັງສຶພິມກອງທັບປະຊາຊົນ ເປັນກຽດໄດ້ຮັບໃບຍ້ອງຍໍຂອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຍ້ອນມີຜົນງານດີເລີດໃນວຽກງານເປັນເສນາທິການຈັດຕັ້ງກອງປະຊຸມ. ພາບ: qdnd.vn |
ແຕ່ວັນທີ 21 ຫາວັນທີ 24 ມັງກອນ, ກອງປະຊຸມຄະນະບໍລິຫານງານ APF ແລະເວທີປາໄສລັດຖະສະພາການຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກໍາແບບຍືນຍົງ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະຮັບມື້ກັບການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຕັ້ງຢູ່ນະຄອນເກີນເທີ ສໍາເລັດຜົນຢ່າງຈົບງາມ.
ສໍາເລັດຜົນຂອງກອງປະຊຸມໄດ້ຢັ້ງຢືນບົດບາດ ແລະການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະເປັນເຈົ້າການຂອງສະພາແຫ່ງຊາດຫວຽດນາມ ເວົ້າສະເພາະ APF ແລະບັນດາເວທີປາໄສລັດຖະສະພາເວົ້າລວມ. ນີ້ກໍ່ແມ່ນເຫດການພົວພັນຕ່າງປະເທດທີ່ມີຄວາມສໍາຄັນ ແລະຄວາມໝາຍໃຫຍ່ຫຼວງ, ແມ່ນກິດຈະກຳຈັດຕັ້ງປະຕິບັດຕາມຄໍາສັ່ງສະບັບເລກທີ 25-CT/TW ຂອງຄະນະເລຂາສູນກາງພັກ ສະໄໝທີ XII ກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030; ປະຕິບັດການກໍານົດທິດການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດສະໄໝທີ XV ແລະມາຮອດປີ 2030.
ໂດຍ: ໄຊນີດາ