ໃນບົດຂຽນທີ່ລົງພິມໃນວັນທີ 14 ເມສາ, ສໍານັກຂ່າວສານ Sputnik ໄດ້ຢັ້ງຢືນວ່າ ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດຈີນ, ພ້ອມທັງແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານ ສີຈິ້ນຜິງ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ. ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປຍັງບໍ່ທັນຮອດໜຶ່ງປີຫຼັງຈາກການຢ້ຽມຢາມຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ (ຄາວນັ້ນແມ່ນເລຂາທິການໃຫຍ່, ປະທານປະເທດ). ສໍານັກຂ່າວສານ Sputnik  ໄດ້ເນັ້ນໜັກວ່າ: "ການຢ້ຽມຢາມສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະການພົບປະແລກປ່ຽນຂັ້ນສູງລະຫວ່າງສອງປະເທດພວມມີຊີວິດຊີວາ ແລະດີງາມທີ່ສຸດ".

leftcenterrightdel
ຜູ້ຕາງໜ້າປະຊາຊົນທຸກຊັ້ນຄົນໃນນະຄອນຫຼວງຮ່າໂນ້ຍ ຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢູ່ສະໜາມບິນສາກົນໂນ້ຍບ່າຍ, ວັນທີ 14 ເມສາ. ພາບ: ຫວຽດຈູງ

ຕາມສໍານັກຂ່າວສານ Sputnik  ແລ້ວ, ໃນບົດຂຽນທີ່ລົງພິມໃນໜັງສືພິມປະຊາຊົນ ໃນວັນທີ 14 ເມສາ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ນີ້ແມ່ນຄັ້ງທີ 4 ທີ່ທ່ານ “ໄດ້ເດີນທາງໄປສູ່ປະເທດສວຍງາມແຫ່ງນີ້” ນັບແຕ່ເມ່ື່ອກາຍເປັນຜູ້ນຳສູງສຸດຂອງຈີນ. ທ່ານ ສີຈິ້ນຜິງ ໄດ້ຊີ້ແຈ້ງວ່າ ປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດແມ່ນສືບທອດມາຈາກ "ແຫຼ່ງກຳເນີດ gene ສີແດງ". ບັນພະບູລຸດປະຕິວັດລຸ້ນຕ່າງໆຂອງສອງປະເທດໄດ້ຮ່ວມແຮງຮ່ວມໃຈກັນຊອກຫາເສັ້ນທາງກູ້ຊາດ ແລະພັດທະນາ, ປະກອບສ່ວນສຳຄັນຍາດໄດ້ໄຊຊະນະໃນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະລັດທິຈັກກະພັດຂອງໂລກ. “ສາຍໃຈ ຫວຽດນາມ-ຈີນ ທີ່ສະໜິດສະໜົມ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ໄດ້ກາຍເປັນຄວາມຊົງຈຳສີແດງທີ່ບໍ່ມີວັນຈະສູນຫາຍ. ປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ມີຈຸດເລີ່ມຕົ້ນມາຈາກຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ມີຮາກຖານມາຈາກດິນແດນອັນອຸດົມສົມບູນຂອງການຮ່ວມມື. ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ "ຈີນ ຍາມໃດກໍ່ຖືຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ. ພວກເຮົາຈະເຮັດໃຫ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດເລິກເຊິ່ງ ແລະຮອບດ້ານກວ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຄວາມຈະເລີນຮຸ່ງເຮືອງຂອງອາຊີ ແລະໂລກ".

ໃນວັນດຽວກັນ, ສໍານັກຂ່າວສານ Reuters ໄດ້ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານ ສີຈິ້ນຜິງ ທີ່ຍັງບໍ່ທັນຮອດ 18 ເດືອນນັ້ນແມ່ນແນໃສ່ປັບປຸງສາຍພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຈີນ ໄດ້ກຳນົດວ່າແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ.

ວັນທີ 14 ເມສາ, ສຳນັກຂ່າວສານຊິນຮວາ ໃຫ້ຂ່າວວ່າ ການຢ້ຽມຢາມຫວຽດນາມ, ມາເລເຊຍ ແລະກໍາປູເຈຍ ຂອງທ່ານ ສີຈິ້ນຜິງ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຈີນ ຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງອາຊີຕາເວັນອອກສ່ຽງໃຕ້ - ເປັນຄູ່ຮ່ວມມືທີ່ມີຄວາມສະໜິດຕິດພັນບໍ່ພຽງແຕ່ມີຄວາມໃກ້ຊິດທາງດ້ານພູມສາດເທົ່ານັ້ນ  ແຕ່ຍັງມີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນມາຫຼາຍທົດສະວັດອີກດ້ວຍ. ນັບແຕ່ໄລຍະແຫ່ງການຕໍ່ສູ້ປະຕິວັດໃນເມື່ອກ່ອນຈົນເຖິງກິດຈະການຫັນເປັນປະເທດທັນສະໄໝໃນປະຈຸບັນ, ຈີນ ແລະຫວຽດນາມ ໄດ້ສ້າງການພົວພັນທີ່ສະໜິດແໜ້ນ "ທັງເປັນສະຫາຍ, ທັງເປັນອ້າຍນ້ອງ". ຕາມທ່ານນາງ ຫງວຽນທິເຟືອງຮວາ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າຈີນ ຂຶ້ນກັບສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ແລ້ວ, ການພົວພັນ ຫວຽດນາມ-ຈີນ ໄດ້ພັດທະນາຢ່າງວ່ອງໄວໃນຊຸມປີມໍ່ໆມານີ້. ທ່ານນາງ ຫງວຽນທິເຟືອງຮວາ ສະແດງຄວາມເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດຈະໄດ້ຮັບການສືບທອດຈາກຮຸ່ນນີ້ມາຮຸ່ນອື່ນ.

ໃນວັນດຽວກັນ, ໜັງສືພິມລາຍວັນ China Daily ຄັດສະເໜີຄຳເວົ້າຂອງທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ໂດຍເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ສ້າງພື້ນຖານອັນໜັກແໜ້ນສຳລັບຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະປົດປ່ອຍຊາດຂອງສອງປະເທດ, ພ້ອມທັງສ້າງກຳລັງໜູນໃນການປັບປຸງຢ່າງແຂງແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າ, ຮັບປະກັນສະຖຽນລະພາບໃຫ້ຫວຽດນາມ ແລະຈີນ ໃນສະພາບການທີ່ສາກົນມີຄວາມສັບສົນ ແລະຜັນແປ. ຮັກສາການພົບປະລະຫວ່າງການນໍາຂັ້ນສູງສອງປະເທດເປັນປະຈຳ, ຜ່ານນັ້ນກໍານົດທິດໃຫ້ແກ່ການພົວພັນສອງຝ່າຍ, ສວມບົດບາດຍຸດທະສາດໃນການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ.

ຕາມໜັງສືພິມ Global Times ແລ້ວ, ຖະໜົນຫົນທາງຢູ່ນະຄອນຫຼວງຮ່າໂນ້ຍ ໃນຊຸມມື້ຜ່ານມາໄດ້ປະດັບປະດາດ້ວຍທຸງຊາດຈີນ ແລະຫວຽດນາມ ເພື່ອຕ້ອນຮັບການຢ້ຽມຢາມຂອງທ່ານ ສີຈິ້ນຜິງ. ທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຊີ້ແຈ້ງວ່າ ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດຕໍ່ການພົວພັນລະຫວ່າງ ຫວຽດນາມ-ຈີນ ເນື່ອງຈາກວ່າ ປີນີ້ແມ່ນຄົບຮອບ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະແມ່ນປີພົບປະແລກປ່ຽນມະນຸດສະທຳ. ທ່ານ He Wei ຖືວ່າ ໃນສະພາບການສາກົນທີ່ມີຄວາມສັບສົນ ແລະຜັນແປ, ອະນາຄົດຂອງຈີນ ແລະຫວຽດນາມ - ສອງປະເທດສັງຄົມນິຍົມ, ເປັນສະຫາຍ ແລະເປັນຄູ່ຮ່ວມມືທີ່ດີ - ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ. ທ່ານ Gu Xiaosong ນັກຊ່ຽວຊານ ສັງກັດມະຫາວິທະຍາໄລມະຫາສະໝຸດເຂດຮ້ອນ Hainan (ຈີນ) ໃຫ້ຂໍ້ສັງເກດວ່າ: “ເລື່ອງຫວຽດນາມ ແມ່ນປະເທດທຳອິດໃນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໃນປີນີ້, ທ່ານ ສີຈິ້ນຜິງ ໄດ້ສະແດງໃຫ້ເຫັນວ່າ ຈີນ ຖືເປັນສຳຄັນຕໍ່ການພົວພັນກັບຫວຽດນາມ ຫຼາຍທີ່ສຸດ".

ໂດຍ: ເຈິ່ນຮວ່ຽນ