ຕາມໜັງສຶພິມປະຊາຊົນ, ສຽງຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແມ່ນນອນໃນຂອບເຂດການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ນອກຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ກໍ່ຈະໄປຢ້ຽມຢາມມາເລເຊຍ ແລະກໍາປູເຈຍ. ກ່ຽວກັບການພົວພັນລະຫວ່າງ ຈີນ ແລະຫວຽດນາມ, ໜັງສຶພິມປະຊາຊົນຂອງ ຈີນ ໄດ້ເນັ້ນໜັກວ່າ ສອງຝ່າຍພວມຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ. ໜັງສຶພິມປະຊາຊົນ ກໍ່ຄັດສະເໜີຄໍາເວົ້າຂອງທ່ານ Lin jian ໂຄສົກກະຊວງການຕ່າງປະເທດຈີນ  ໃນການປະຊຸມຂ່າວປະຈໍາເດືອນຫວ່າງມໍ່ໆມານີ້ໃຫ້ຮູ້ວ່າ ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບ, ຈີນ ແລະຫວຽດນາມ ລ້ວນແຕ່ຊຸກຍູ້ການປະຕິຮູບ ແລະປ່ຽນແປງໃໝ່ໃຫ້ສອດຄ່ອງກັບເງື່ອນໄຂປະເທດຂອງຕົນ. ຕາມທ່ານ Lin jian ແລ້ວ, ເລື່ອງເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືແມ່ນຮັບໃຊ້ຜົນປະໂຫຍດລວມຂອງທັງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ວາລະກອງປະຊຸມຄັ້ງທີ 16 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຈີນ-ຫວຽດນາມ ຢູ່ທີ່ປັກກິ່ງ, ຈີນ, ວັນທີ 10 ທັນວາ 2024. ພາບ: ສຳ​ນັກ​ຂ່າວ​ສານຊິນຮວາ.

ຕາມສຳ​ນັກ​ຂ່າວ​ສານຊິນຮວາ ແລ້ວ, ການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແຕ່ວັນທີ 14 ຫາວັນທີ 15 ເມສາແມ່ນການຢ້ຽມຢາມທາງລັດຖະກິດ ຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ໃນຖານະຕໍາແໜ່ງເລຂາທິການໃຫຍ່, ປະທານປະເທດຈີນ. ການຢ້ຽມຢາມໄດ້ດໍາເນີນໄປກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຈີນ ແລະຫວຽດນາມ (1950-2025). ສຳ​ນັກ​ຂ່າວ​ສານຊິນຮວາ ຢັ້ງຢືນວ່າ ສອງປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມໄດ້ສ້າງຕັ້ງການພົວພັນທີ່ໝັ້ນແກ່ນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”. ທ່ານ ສີຈິ້ນຜິງ ຖືນໍ້າໃຈມິດຕະພາບແບບຍືນຍົງລະຫວ່າງຈີນ ແລະຫວຽດນາມ ແມ່ນພາລະກິດທີ່ມີຊີວິດຊີວາຕ້ອງໄດ້ເສີມຂະຫຍາຍ. ສຳ​ນັກ​ຂ່າວ​ສານຊິນຮວາ ຖືວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງການນໍາ ຈີນ ແມ່ນໂອກາດເພື່ອໃຫ້ສອງຝ່າຍສ້າງຂັ້ນຕອນອະນາຄົດໃຫ້ແກ່ການພົວພັນສອງຝ່າຍ.

ສື່ມວນຊົນຈີນ ກໍ່ເຕື້ອງເຖິງການພົວພັນຮ່ວມມືເສດຖະກິດ-ສັງຄົມລະຫວ່າງຈີນ ແລະຫວຽດນາມ. ນີ້ແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຈີນ ແລະຫວຽດນາມ ໄດ້ພັດທະນາຢ່າງໝັ້້ນຄົງໃນຊຸມປີມໍ່ໆມານີ້. ຊ່ອງໂທລະພາບ CGTN ຂອງຈີນ ໄດ້ຄັດສະເໜີຂໍ້ມູນຂອງກະຊວງການຄ້າຈີນ ໂດຍໃຫ້ຮູ້ວ່າ ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ  ນັບແຕ່ປີ 2004 ເປັນຕົ້ນມາ, ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງຈີນໃນ ອາຊຽນ ນັບແຕ່ປີ 2016. ຕາມກະຊວງການຄ້າຈີນ ແລ້ວ, ປະເທດນີ້ກຽມພ້ອມຮ່ວມມືກັບຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ເພື່ອແນໃສ່ນຳເອົາຜົນປະໂຫຍດທີ່ດີກວ່າມາໃຫ້ປະຊາຊົນທັງສອງປະເທດ.

ບັນດາສໍານັກຂ່າວສານຕ່າງໆໃນໂລກຄື Prensa Latina (ກູບາ), Khmer Times (ກໍາປູເຈຍ), Tehran Times (ອີຣານ), TASS ແລະ RIA Novosti (ລັດເຊຍ)... ກໍ່ລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ຕາມໜັງສຶພິມ Channel News Asia ຂອງສິງກະໂປ, ບັນດານັກວິເຄາະໄດ້ໃຫ້ຂໍ້ສັງເກດວ່າ, ການໄປຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ ຂອງການນໍາຈີນ ແມ່ນເພື່ອຈຸດປະສົ່ງເພີ່ມທະວີການພົວພັນກັບພາກພື້ນ ແລະປັບປຸງຊື່ສຽງຂອງປັກກິ່ງ ໃຫ້ເປັນຄູ່ຮ່ວມມືເສດຖະກິດທີ່ເປັນໜ້າໄວ້ເນື້ອເຊື່ອໃຈ.

China Daily ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນຕໍ່ກັບການພົວພັນລະຫວ່າງຈີນ ແລະຫວຽດນາມ ເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. China Daily ຖືວ່າ ຈີນ ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະເຮັດໃຫ້ການຮ່ວມມືທີ່ແທດຈິງລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າອີກ.

ໂດຍ: ໄຊນີດາ