ຕາມທ່ານ Shi Zhong Jun ແລ້ວ, ຈີນ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ; ມີທີ່ຕັ້ງພູມສາດພູຜາປ່າໄມ້, ແມ່ນ້ໍາລໍາເຊຕິດຈອດກັນ.

ການຢ້ຽມຢາມທາງລັດຖະກິດຄັ້ງນີ້ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແມ່ນການຢ້ຽມຢາມສຳຄັນນັບຕັ້ງແຕ່ການຢ້ຽມຢາມຫວຽດນາມ ຄັ້ງປະຫວັດສາດຂອງທ່ານ ສີຈິ້ນຜິງ  ໃນເດືອນທັນວາ ປີ 2023. ນີ້ກໍແມ່ນການຢ້ຽມຢາມຄັ້ງທຳອິດຂອງຜູ້ນຳຂັ້ນສູງຂອງຈີນ ພາຍຫຼັງກອງປະຊຸມຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບວຽກງານທີ່ກ່ຽວຂ້ອງເຖິງບັນດາປະເທດບ້ານໃກ້ເຮືອນຄຽງທີ່ຫາກໍ່ສິ້ນສຸດລົງໃນອາທິດກ່ອນນີ້.

ປີນີ້ເປັນຂີດໝາຍ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຈີນ-ຫວຽດນາມ ແລະເປັນປີພົບປະແລກປ່ຽນມະນຸດສະທຳ ຈີນ-ຫວຽດນາມ, ກໍຄືສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະປີສຸດທ້າຍຂອງແຜນການ 5 ປີ ຄັ້ງທີ 14 ຂອງຈີນ.

ປັດຈຸບັນ, ຈີນ ພວມຊຸກຍູ້ກິດຈະການຟື້ນຟູປະເທດຊາດອັນຍິ່ງໃຫຍ່ຢ່າງຮອບດ້ານດ້ວຍວິທີການຫັນເປັນທັນສະໄໝຕາມແບບຂອງຈີນ; ຫວຽດນາມ ກໍ່ພວມຍູ້ໄວວິວັດການຫັນເປັນອຸດສາຫະກຳ ແລະທັນສະໄໝ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ວິວັດການກໍ່ສ້າງສັງຄົມນິຍົມທັງຢູ່ຈີນ ແລະຫວຽດນາມ ພວມຢູ່ໃນໄລຍະສຳຄັນ. ພາຍໃຕ້ການວາງແຜນກຳນົດຍຸດທະສາດ ແລະການຊຸກຍູ້ໂດຍກົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດ, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ-ຫວຽດນາມ ບັນລຸໄດ້ໝາກຜົນທີ່ໃຫຍ່ຫຼວງ; ມີຫຼາຍຈຸດພົ້ນເດັ່ນ, ການສົມທົບກັນ, ການຮ່ວມມືຫຼາຍຝ່າຍຢ່າງແໜ້ນແຟ້ນບໍ່ພຽງແຕ່ນໍາເອົາຜົນປະໂຫຍດມາໃຫ້ສອງພັກ, ສອງລັດ ແລະປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງນຳເອົາຄວາມໝັ້ນຄົງ ແລະຄວາມແນ່ນອນມາໃຫ້ແກ່ໂລກທີ່ພວມມີການຜັນແປ ແລະຂາດສະຖຽນລະພາບ.

ທ່ານ Shi Zhong Jun ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຄັ້ງນີ້, ການນຳຂັ້ນສູງຂອງສອງປະເທດໂດຍເລີ່ມຈາກວິໄສທັດຍຸດທະສາດລະດັບສູງ ແລະຍາວນານຈະວາງອອກການກໍານົດທິດທາງໃໝ່ໃຫ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃນໄລຍະຕໍ່ໄປ; ປັບປຸງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ ກັບຫວຽດນາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດເຊິ່ງກັນ ແລະກັນ,  ສຸມໃສ່ບັນດາຂົງເຂດ ແລະທິດທາງສຳຄັນເພື່ອກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ; ຊຸກຍູ້ການພົວພັນລະຫວ່າງສອງພັກ ແລະສອງລັດໃຫ້ຂຶ້ນສູ່ລະດັບສູງໃໝ່, ພ້ອມກັນຊຸກຍູ້ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນ ກໍຄືການພັດທະນາສັນຕິພາບ ແລະຄວາມກ້າວໜ້າຂອງມວນມະນຸດ.

ກ່ຽວກັບແງ່ຫວັງການຮ່ວມມືໃນໄລຍະຈະມາເຖິງ, ທ່ານ Shi Zhong Jun ຖືວ່າ ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຈີນ-ຫວຽດນາມ ສືບຕໍ່ບັນລຸລະດັບສູງໃໝ່. ທ່ານ Shi Zhong Jun ຢືນຢັນວ່າ ຈີນ ແລະຫວຽດນາມ ມີທ່າແຮງສະເພາະໃນການພັດທະນາເສດຖະກິດ, ສອງຝ່າຍເພີ່ມເຕີມໃຫ້ກັນ ແລະກັນຢ່າງແຂງແຮງ ແລະມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າອັນໃຫຍ່ຫຼວງ.

ດ້ວຍການກໍ່ສ້າງເຂດການຄ້າເສລີ ຈີນ-ອາຊຽນ 3.0 ແລະຍົກລະດັບຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ ຈະມີໂອກາດພັດທະນາຫຼາຍກວ່າເກົ່າ.

leftcenterrightdel
ທ່ານ Shi Zhong Jun ເລຂາທິການສູນ ຈີນ-ອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Shi Zhong Jun ໃຫ້ຂໍ້ສັງເກດວ່າ, ໃນອະນາຄົດ, ສອງປະເທດຄວນເພີ່ມທະວີການເຊື່ອມຕໍ່ການພັດທະນາຍຸດທະສາດກວ່າອີກ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ເປີດກວ້າງການຄ້າ ແລະການລົງທຶນສອງສົ້ນ, ຕັ້ງໜ້າກໍ່ສ້າງການທົດລອງເຂດຮ່ວມມືເສດຖະກິດຂ້າມຊາຍແດນຕ່າງໆ, ພ້ອມກັນສ້າງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງທີ່ປອດໄພ ແລະເປັນປົກກະຕິ.

ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍການສືບທອດຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະຂອບ “ສອງແລວທາງ ໜຶ່ງເສັ້ນທາງ” ຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບກັນດ້ານນະໂຍບາຍ, ປ່ຽນແປງໃໝ່ຮູບແບບການຮ່ວມມື.

ຄຽງຄູ່ກັບການຍູ້ໄວການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງທາງລົດໄຟ, ທາງດ່ວນ ແລະພື້ນຖານໂຄງລ່າງດ່ານຊາຍແດນ, ສອງຝ່າຍຄວນເພີ່ມທະວີການເຊື່ອມຕໍ່ ຄື: ພາສີອັດສະລິຍະ; ຊຸກຍູ້ການພັດທະນາແບບລວບລວມການຄ້າເອເລັກໂຕນິກຂ້າມຊາຍແດນກັບຂະແໜງອຸດສາຫະກໍາທີ່ເປັນມູນເຊື້ອຢູ່ພາຍໃນປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດຫັນເປັນດີຈິີຕອນ, ການທ່ອງທ່ຽວອອນລາຍ, ນະຄອນອັດສະລິຍະ ແລະປັນຍາປະດິດ (AI); ພ້ອມທັງຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນໃຫ້ຫຼາຍກວ່າອີກ.

ນອກຈາກນັ້ນ, ຫວຽດນາມ ໄດ້ສ້າງຍຸດທະສາດເຕີບໂຕສີຂຽວແຫ່ງຊາດ. ດ້ວຍການເພີ່ມເຕີມບັນດາຂໍ້ກໍານົດ ແລະເນື້ອໃນການຮ່ວມມືທີ່ກ່ຽວຂ້ອງເຖິງຂົງເຂດເສດຖະກິດສີຂຽວໃນເຂດການຄ້າເສລີ ຈີນ-ອາຊຽນ 3.0, ຂົງເຂດ ແລະແງ່ຫວັງການຮ່ວມມືລະຫວ່າງຈີນ ກັບຫວຽດນາມໃນຂົງເຂດໄຟຟ້າສະອາດ, ລົດໂອໂຕພະລັງງານໃໝ່, ການຄຸ້ມຄອງສິ່ງແວດລ້ອມ, ການຫັນເປັນສີຂຽວ, ການເງິນສີຂຽວ ແລະອື່ນໆ ກໍ່ໄດ້ເປີດກວ້າງຫຼາຍ.

ກ່ຽວກັບການພົບປະແລກປ່ຽນມະນຸດສະທໍາ, ຕາມທ່ານ Shi Zhong Jun ແລ້ວ, ສອງຝ່າຍຄວນຍາດແຍ່ງກາລະໂອກາດຂອງປີພົບປະແລກປ່ຽນມະນຸດສະທຳ ຈີນ-ຫວຽດນາມ ແລະປີພົບປະແລກປ່ຽນວັດທະນະທຳ ຈີນ-ອາຊຽນ ໃນປີນີ້ເພື່ອປັບປຸງນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.

ຕັ້ງໜ້າຄົ້ນຄວ້າກ່ຽວກັບການຮ່ວມມືດ້ານການສຶກສາ, ເປີດກວ້າງການພົບປະແລກປ່ຽນນັກສຶກສາສາກົນ; ຊຸກຍູ້ການຮ່ວມມືໃນຂົງເຂດສຶກສາອາຊີບ, ການເຊື່ອມໂຍງດ້ານການສຶກສາ-ອຸດສາຫະກຳ, ການກໍ່ສ້າງ ແລະບຳລຸງສ້າງຄູອາຈານ, ການສຶກສາດີຈີຕອນ...

ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ ແລະການທ່ອງທ່ຽວ; ການພົບປະແລກປ່ຽນຊາວໜຸ່ມ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງລຸ້ນໜຸ່ມ ຜ່ານການເຄື່ອນໄຫວພົບປະແລກປ່ຽນ ແລະໂອ້ລົມສົນທະນາລະຫວ່າງຊາວໜຸ່ມ, ພ້ອມທັງຊຸກຍູ້ການສືບທອດນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ-ຫວຽດນາມ.

ໂດຍ: ທູຈາງ