ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ຕີລາຄາໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ?
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມແມ່ນເຫດການການເມືອງ-ການທູດທີ່ສຳຄັນທີ່ສຸດຂອງການພົວພັນສອງຝ່າຍ ຫວຽດນາມ - ຈີນ ໃນປີນີ້ ແລະມີຄວາມໝາຍພິເສດກ່ວາອີກໃນປີພົບປະແລກປ່ຽນມະນຸດສະທຳ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950-2025). ໃນມື້ທຳອິດຂອງການຢ້ຽມຢາມ, ເປັນຄັ້ງທຳອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ມີບົດຂຽນທີ່ລົງພິມໃນໜັງສືພິມປະຊາຊົນ - ອົງການກະບອກສຽງຂອງສູນກາງພັກກອມມູນິດຈີນ; ພ້ອມດຽວກັນນັ້ນທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ກໍ່ໄດ້ມີບົດຂຽນທີ່ລົງພິມໃນໜັງສືພິມປະຊາຊົນຂອງຫວຽດນາມ.
ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ຈີນ ດ້ວຍຄວາມອົບອຸ່ນ, ລອບຄອບຖີ່ຖ້ວນ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ຄວາມຈິງໃຈ, ຄວາມເຄົາລົບນັບຖືອັນສູງສົ່ງຕໍ່ການພົວພັນສອງຝ່າຍ ແລະສ່ວນຕົວຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ລ້ວນແຕ່ໄດ້ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢ່າງມີປະສິດທິຜົນ ເຊິ່ງໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ເລືອງເກື່ອງ ປະທານປະເທດ ພ້ອມກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ເຂົ້າຮ່ວມການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ ແລະພິທີເລີ່ມດຳເນີນລາຍການ “ການເດີນທາງສີແດງເພື່ອຄົ້ນຄ້ວາ, ຮໍ່າຮຽນຂອງຊາວໜຸ່ມ”; ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີເປີດກົນໄກຮ່ວມມືທາງລົດໄຟ ຫວຽດນາມ - ຈີນ.
    |
 |
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ເຈິ່ນດວ່ານ |
ສາມາດເວົ້າໄດ້ວ່າ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງລາຍການຢ້ຽມຢາມທີ່ອຸດົມສົມບູນ, ມີປະສິດທິຜົນ ແລະເລິກເຊິ່ງ, ໃນນັ້ນມີການພົບປະຂັ້ນສູງ, ການແລກປ່ຽນຢູ່ລະດັບຍຸດທະສາດ ແລະການພົວພັນ, ການໂອ້ລົມຢ່າງອົບອຸ່ນລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນຳຫຼັກແຫຼ່ງຂອງຫວຽດນາມ ກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຈີນ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ; ການນຳຂອງສອງປະເທດລ້ວນແຕ່ຢືນຢັນວ່າ ການຢ້ຽມຢາມໄດ້ກາຍເປັນຂີດໝາຍໃໝ່ໃນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ. ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບາງແງ່ມູມດັ່ງນີ້:
ທີໜຶ່ງ, ຮັກສາການແລກປ່ຽນຍຸດທະສາດຂັ້ນສູງສຸດລະຫວ່າງສອງຝ່າຍພາຍຫຼັງ ຫວຽດນາມ ໄດ້ເລືອກຕັ້ງການນຳຂັ້ນສູງຂອງອົງການພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ; ປັບປຸງ ແລະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໜັກແໜ້ນຂຶ້ນຕື່ມ, ກໍານົດທິດການພັດທະນາຢ່າງໝັ້ນຄົງ, ປອດໃສຂອງການພົວພັນສອງຝ່າຍໃນສະພາບການສາກົນ ແລະພາກພື້ນສືບຕໍ່ຜັນແປຢ່າງສັບສົນ.
ສອງຝ່າຍໄດ້ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດການທູດຂອງພັກ, ການທູດຂອງລັດ, ໃນນັ້ນມີການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງສອງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຂອງສອງປະເທດຫວຽດນາມ ແລະຈີນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນ, ຍຸດທະສາດ, ຄື: ການທູດ, ການປ້ອງກັນຊາດ, ຕໍາຫຼວດ; ຍົກລະດັບກົນໄກການເຈລະຈາຍຸດທະສາດ 3+3 ລະຫວ່າງກະຊວງການຕ່າງປະເທດ-ກະຊວງປ້ອງກັນປະເທດ-ກະຊວງຕໍາຫຼວດ ຂຶ້ນສູ່ລະດັບລັດຖະມົນຕີ.
ທີສອງ, ເຫັນດີເປັນເອກະພາບກ່ຽວກັບທິດທາງ, ມາດຕະການ, ເນື້ອໃນສຳຄັນເພື່ອຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ແທດຈິງໃນໄລຍະຈະມາເຖິງ.
ພິເສດ, ສອງຝ່າຍລ້ວນແຕ່ຢືນຢັນຄວາມສຳຄັນ ແລະປາດຖະໜາຢາກຍົກສູງການຮ່ວມມືຢ່າງແທດຈິງ ຕາມທິດຍົກສູງຄຸນນະພາບກວ່າ, ມີປະສິດທິຜົນກວ່າ, ແທດຈິງກວ່າ; ຊຸກຍູ້ການສ້າງ “ຈຸດພົ້ນເດັ່ນ” ໃໝ່ຂອງການຮ່ວມມືໃນບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ, ຈີນ ມີທ່າແຮງ, ຄື: ເສັ້ນທາງລົດໄຟທີ່ໄດ້ມາດຕະຖານ, ການຄ້າຜະລິດຕະພັນກະເສດ, ວິທະຍາສາດ-ເຕັກໂນໂລຢີ, ປັນຍາປະດິດ (AI), ການສຶກສາ-ບຳລຸງສ້າງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ...
ທີສາມ, ການຢ້ຽມຢາມບັນລຸໄດ້ໝາກຜົນດ້ານເອກະສານຫຼາຍທີ່ສຸດ, ຂົງເຂດອຸດົມສົມບູນນັບແຕ່ກ່ອນມາຮອດປັດຈຸບັນລວມມີຖະແຫຼງການຮ່ວມ ແລະເອກະສານຮ່ວມມື 45 ສະບັບ ລະຫວ່າງກະຊວງ, ຂະແໜງການ, ອົງການ ແລະທ້ອງຖິ່ນຂອງສອງຝ່າຍ. ເອກະສານຮ່ວມມື 45 ສະບັບແມ່ນຕົວເລກ, ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ການຮ່ວມມືມີຊີວິດຊີວາ, ແທດຈິງ, ຫຼາກຫຼາຍຮູບແບບ, ສະຫຼັບຜົນປະໂຫຍດ ທີ່ນັບມື້ນັບແໜ້ນແຟ້ນລະຫວ່າງສອງປະເທດ.
ນັກຂ່າວ: ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ບັນດາທິດທາງໃນການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງການຢ້ຽມຢາມ, ເພື່ອເຮັດໃຫ້ການພົວພັນຫວຽດນາມ - ຈີນ ນັບມື້ນັບພັດທະນາຕື່ມອີກຕາມທິດ “6 ກວ່າ” ຄືການນໍາຂັ້ນສູງຂອງສອງປະເທດໄດ້ວາງອອກ?
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມແມ່ນມີຄວາມອຸດົມສົມບູນ ແລະພົ້ນເດັ່ນ, ມີຄວາມໝາຍອັນດີງາມ, ຍາວນານໃຫ້ແກ່ການພົວພັນສອງຝ່າຍ ແລະການພັດທະນາຂອງແຕ່ລະປະເທດ, ໃນສະພາບການທີ່ສອງປະເທດພວມກ້າວເຂົ້າສູ່ສັງກາດໃໝ່, ຍຸກໃໝ່.
ເພື່ອຜັນຂະຫຍາຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມ, ຂ້າພະເຈົ້າຖືວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງປະຕິບັດຢ່າງໃກ້ຊິດຕິດແທດກັບເນື້ອໃນຈິດໃຈຂອງຖະແຫຼງການຮ່ວມ ແລະຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຖືເອົາປີພົບປະແລກປ່ຽນມະນຸດສະທຳ, ການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ເປັນກາລະໂອກາດ, ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍຄຸນນະພາບທີ່ສູງກວ່າ, ສົມທົບຍຸດທະສາດລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງກວ່າ, ນຳເອົາຜົນປະໂຫຍດທີ່ແທດຈິງກວ່າມາໃຫ້ປະຊາຊົນສອງປະເທດ, ສຸມໃສ່ຊຸກຍູ້ການຮ່ວມມືໃນບາງດ້ານຕົ້ນຕໍໍດັ່ງນີ້:
ທີໜຶ່ງ, ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນເປັນປະຈຳ ເພື່ອສືບຕໍ່ປັບປຸງ ແລະພ້ອມກັນຍົກສູງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຂຶ້ນສູ່ລະດັບສູງກວ່າ.
ທີສອງ, ຍົກລະດັບການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດຈຸດສຸມ, ເພື່ອແນໃສ່ຫັນຖະແຫຼງການຮ່ວມ ແລະບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມເປັນລະອຽດ.
ທີສາມ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານສັງຄົມອັນໜັກແໜ້ນເພື່ອກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ.
ທີສີ່, ຮັກສາການສົມທົບ, ການຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາກົນໄກ, ເວທີປາໄສຫຼາຍຝ່າຍ ເຊິ່ງສອງປະເທດພ້ອມກັນເປັນສະມາຊິກ.
ທີຫ້າ, ສົມທົບກັນຄຸ້ມຄອງຊາຍແດນທາງບົກໃຫ້ເປັນຢ່າງດີ; ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ພ້ອມກັນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລ.
ການນຳສອງປະເທດໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນສະພາບການທີ່ສອງປະເທດພວມຢູ່ໃນໄລຍະເວລາສຳຄັນຂອງການພັດທະນາ, ມຸ່ງໄປເຖິງການຫັນວິໄສທັດ, ຄວາມຄາດຫວັງພັດທະນາຂອງແຕ່ລະປະເທດຮອດກາງສະຕະວັດນີ້ ໃຫ້ປະກົດຜົນເປັນຈິງ, ການສືບທອດພື້ນຖານການພົວພັນ 75 ປີແຫ່ງວັນສ້າງຕັ້ງ, ຜັນຂະຫຍາຍຄວາມຮັບຮູ້ລວມ ແລະໝາກຜົນຂອງການຢ້ຽມຢາມຈະປະກອບສ່ວນສຳຄັນນໍາການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ແໜ້ນແຟ້ນ ແລະເລິກເຊິ່ງ, ນໍາການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່; ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ