ນັກຂ່າວ: ສະຫາຍ ສາມາດໃຫ້ຮູ້ຄວາມໝາຍຂອງເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4?

ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ກອງປະຊຸມສຸດຍອດ P4G ດ້ວຍຫົວຂໍ້ “ການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 14-17 ເມສາ. ນີ້ແມ່ນກອງປະຊຸມຂັ້ນສູງຫຼາຍຝ່າຍຄັ້ງທຳອິດໃນຂົງເຂດການເຕີບໂຕສີຂຽວ, ຫັນເປັນສີຂຽວ ແລະພັດທະນາແບບຍືນຍົງ ເຊິ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ໃນສະພາບການພັດທະນາແບບຍືນຍົງ ແລະການຫັນເປັນສີຂຽວ ແມ່ນທ່າອ່ຽງທີ່ບໍ່ອາດຫຼີກລ້ຽງ ແລະແມ່ນການຄັດເລືອກຍຸດທະສາດຂອງບັນດາປະເທດ. ກອງປະຊຸມສຸດຍອດ P4G ຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ຫວຽດນາມ ຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ກໍ່ຄືຄວາມຕັດສິນໃຈພ້ອມກັບປະຊາຄົມສາກົນຊຸກຍູ້ຍຸດທະສາດຫັນເປັນສີຂຽວ ແລະຍືນຍົງລະດັບຊາດ, ພາກພື້ນ ແລະທົ່ວໂລກ. ການຈັດຕັ້ງກອງປະຊຸມກໍ່ເພື່ອແນໃສ່ຫັນແຜນນະໂຍບາຍ, ທັດສະນະຂອງພັກ, ລັດຫວຽດນາມ ກ່ຽວກັບການພົວພັນຕ່າງປະເທດໃຫ້ປະກົດຜົນເປັນຈິງ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ຢູ່ກົນໄກຫຼາຍຝ່າຍ, ຜ່ານນັ້ນຍາດແຍ່ງເອົາແຫຼ່ງກຳລັງສາກົນມາໃຫ້ແກ່ການພັດທະນາ, ພິເສດແມ່ນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn

ໃນສະພາບທີ່ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພວກເຮົາ ຢືນຢັນແນວທາງທີ່ຖືກຕ້ອງຂອງພັກ, ລັດຫວຽດນາມ ໃນການພັດທະນາແບບຍືນຍົງ, “ບໍ່ເສຍສະຫຼະຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ ແລະສິ່ງແວດລ້ອມເພື່ອແລ່ນຕາມການເຕີບໂຕເສດຖະກິດແຕ່ຢ່າງດຽວ”; ການເຕີບໂຕສີຂຽວຕ້ອງປະກອບສ່ວນຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕແນໃສ່ບັນລຸໄດ້ຄວາມວັດທະນາຖາວອນດ້ານເສດຖະກິດ, ຄວາມຍືນຍົງກ່ຽວກັບສິ່ງແວດລ້ອມ ແລະຄວາມຍຸຕິທຳໃນສັງຄົມ.

ຜ່ານການຈັດຕັ້ງກອງປະຊຸມຄັ້ງນີ້, ພວກເຮົາ ປາດຖະໜາຢາກສົ່ງສານໃຫ້ປະຊາຄົມສາກົນກ່ຽວກັບເລື່ອງຫວຽດນາມ ພວມຕັດສິນໃຈ, ມານະພະຍາຍາມຫັນປ່ຽນຮູບແບບການເຕີບໂຕ, ຊຸກຍູ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ບັນດາຜົນງານ, ຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຢ່າງແຂງແຂງ ກໍ່ຄືຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ, ຈິດໃຈຮັກແພງແຂກຄົນ, ເປັນມິດ ແລະຄຸນທາດອັນໝັ້ນຄົງຂອງຊາວຫວຽດນາມ.

ນັກຂ່າວ: ຂໍຮຽນສະຫາຍ, ຫວຽດນາມ ໄດ້ກະກຽມຄືແນວໃດໃຫ້ແກ່ການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4?

ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: ດ້ວຍຂະໜາດ ແລະຄວາມໝາຍຂອງກອງປະຊຸມ, ວຽກງານກະກຽມການຈັດຕັ້ງໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະຜັນຂະຫຍາຍໂດຍໄວ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ແລະນະຄອນຮ່າໂນ້ຍ ແນໃສ່ເພື່ອຮັບປະກັນໃຫ້ກອງປະຊຸມໄດ້ຈັດຕັ້ງປະສົບຜົນສໍາເລັດໃນທຸກດ້ານ, ຜ່ານນັ້ນທັງດຶງດູດຄວາມສົນໃຈເຂົ້າຮ່ວມຂອງສາກົນ, ທັງສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຮັກແພງແຂກຄົນ, ສັນຍາລັກຂອງຫວຽດນາມ.

ມາຮອດປະຈຸບັນ, ຄາດວ່າຈະມີຜູ້ແທນສາກົນປະມານ 600 ຄົນທີ່ມາຈາກ 40 ກວ່າປະເທດແລະອົງການຈັດຕັ້ງສາກົນ ລວມທັງປະເທດສະມາຊິກ P4G ແລະຄູ່ຮ່ວມມື, ແຂກຮັບເຊີນ, ກອງທຶນການລົງທຶນ, ສະຖາບັນຄົ້ນຄວ້າ, ນັກຮຽນຮູ້, ວິສາຫະກິດ, ຄະນະທູຕານຸທູດທີ່ໄດ້ລົງທະບຽນເຂົ້າຮ່ວມດ້ວຍຮູບການໂດຍກົງ ແລະທາງອອນລາຍ. ຕົວເລກນີ້ປະຈຸບັນກໍາລັງສືບຕໍ່ໄດ້ຮັບການອັບເດດ. ຄາດວ່າ ພວກເຮົາຈະໄດ້ຕ້ອນຮັບການນຳຂັ້ນສູງບັນດາປະເທດ ແລະຄູ່ຮ່ວມມື, ໃນນັ້ນມີທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ນາຍົກລັດຖະມົນຕີ 3 ທ່ານ, ຮອງນາຍົກລັດຖະມົນຕີຫຼາຍທ່ານ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມໂດຍກົງ.

ກ່ຽວກັບວາລະກອງປະຊຸມ, ຫວຽດນາມ ໄດ້, ພວມ ແລະສືບຕໍ່ຕັ້ງໜ້າແລກປ່ຽນ, ປຶກສາຫາລືກັບບັນດາປະເທດສະມາຊິກ P4G ແລະບັນດາປະເທດຄູ່ຮ່ວມມືແນໃສ່ກຳນົດຫົວຂໍ້ຂອງກອງປະຊຸມແມ່ນ “ການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”, ໃນນັ້ນໄດ້ສຸມໃສ່ປຶກສາຫາລື, ແບ່ງປັນບົດຮຽນກ່ຽວກັບນະໂຍບາຍຊຸກຍູ້ການພົວພັນຄູ່ຮ່ວມມືພາກລັດ-ເອກະຊົນ, ດຶງດູດການລົງທຶນ, ຊຸກຍູ້ການນຳໃຊ້ເຕັກໂນໂລຢີ ແລະນະວັດຕະກຳ ແນໃສ່ເພີ່ມທະວີການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ຫຼຸດຜ່ອນການປ່ອຍອາຍພິດ, ຫັນປ່ຽນພະລັງງານຕາມທິດຍືນຍົງ, ກະກຽມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພື້ນຖານເສດຖະກິດສີຂຽວ. ຄາດວ່າກອງປະຊຸມຈະຮັບຮອງເອົາຖະແຫຼງການຮ່າໂນ້ຍ, ຢືນຢັນຢ່າງແຂງແຮງຄໍາໝັ້ນສັນຍາກ່ຽວກັບການເຕີບໂຕສີຂຽວ, ຍືນຍົງ, ຖືມະນຸດເປັນໃຈກາງ, ຕັດສິນໃຈພ້ອມສົມທົບການກະທໍາຢ່າງມີຄວາມຮັບຜິດຊອບແນໃສ່ເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກໃນປະຈຸບັນ.

ວຽກງານທີ່ກ່ຽວຂ້ອງເຖິງພິທີການຕ້ອນຮັບ, ໂຄສະນາ, ວັດທະນະທຳ, ປ້ອງກັນຄວາມສະຫງົບກໍ່ໄດ້ເອົາໃຈໃສ່ກະກຽມເປັນພິເສດ, ຮອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພ, ປະຢັດ ແລະມີປະສິດທິຜົນ,  ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ໃນການຈັດຕັ້ງບັນດາເຫດການການພົວພັນຕ່າງປະເທດໃຫຍ່, ສໍາຄັນຂອງປະເທດບົນພື້ນຖານການປະຕິບັດບັນດາລະບຽບຫຼັກການ, ທຳນຽມ ແລະຄວາມຮຽກຮ້ອງສາກົນ, ອີກດ້ານໜຶ່ງແມ່ນສົ່ງເຖິງປະຊາຄົມ ແລະເພື່ອນມິດສາກົນກ່ຽວກັບພາບພົດຂອງປະເທດ, ວັດທະນະທຳ ແລະຊາວຫວຽດນາມ ຢ່າງຄົບຖ້ວນ ແລະຈະແຈ້ງທີ່ສຸດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ຈະນຳເອົາຄຸນຄ່າມາໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ, ຊ່ວຍໃຫ້ປະຊາຄົມສາກົນຊອກຫາມາດຕະການແກ້ໄຂສິ່ງທ້າທາຍທົ່ວໂລກຢ່າງມີປະສິດທິຜົນກວ່າ ແລະບັນລຸໄດ້ໝາກຜົນທີ່ແທດຈິງໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ເຈິ່ນຮວ່ຽນ