ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ວັນທີ 12 ມີນາ ເປັນຂີດໝາຍສຳຄັນໃນການພົວພັນ ຫວຽດນາມ-ສິງກະໂປ, ນັ້ນແມ່ນເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມສິງກະໂປຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ. ທ່ານສາມາດທົບທວນຄືນວິວັດການພັດທະນາສາຍພົວພັນລະຫວ່າງສອງປະເທດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ກ່ອນນີ້ 50 ກວ່າປີ?
ທ່ານ ເຈິ່ນຫາຍເຫົ້າ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 1 ສິງຫາ ປີ 1973. ກວ່າ 5 ທົດສະວັດຜ່ານມາ, ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາກະໂດດຂັ້ນ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ພິເສດ, ໃນເດືອນກັນຍາ ປີ 2013, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ຂອບເຂດການຮ່ວມມືໃໝ່ນີ້ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ການພົວພັນມິດຕະພາບທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນໃນຫຼາຍຂົງເຂດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ, ເລຂາທິການໃຫຍ່ພັກກະທໍາປະຊາຊົນ ປະກາດຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນວັນທີ 12 ມີນາ. ພາບ: baoquocte.vn |
ຫວ່າງມໍ່ໆນີ້, ໃນຂອບເຂດການຢ້ຽມຢາມສິງກະໂປ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເມື່ອເດືອນກຸມພາ ປີ 2023, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ-ເສດຖະກິດສີຂຽວ. ນີ້ແມ່ນຂົງເຂດຮ່ວມມືໃໝ່ທີ່ຕອບສະໜອງຄວາມເອົາໃຈໃສ່ ແລະຜົນປະໂຫຍດຂອງສອງຝ່າຍ.
ບັນດາຂົງເຂດຮ່ວມມື, ຄື: ການສຶກສາ ແລະບຳລຸງກໍ່ສ້າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືລະຫວ່າງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ອັນໃດແມ່ນປັດໄຈສຳຄັນທີ່ຊ່ວຍໃຫ້ການພົວພັນຫວຽດນາມ-ສິງກະໂປ ພັດທະນາຢ່າງໝັ້ນຄົງ, ອັນໃດສ້າງຄວາມດຶງດູດພາໃຫ້ສິງກະໂປ ໄວ້ເນື້ອເຊື່ອໃຈ ແລະລົງທຶນເຂົ້າຫວຽດນາມ ໃນໄລຍະຜ່ານມາ?
ທ່ານ ເຈິ່ນຫາຍເຫົ້າ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ຕາມຂ້າພະເຈົ້າແລ້ວ, ທີໜຶ່ງ, ສອງປະເທດລ້ວນແຕ່ມີຄວາມມຸ່ງມາດປາດຖະໜາຢາກພັດທະນາຢ່າງເຂັ້ມແຂງແຮງກ້າ. ການພົວພັນທາງດ້ານການເມືອງທີ່ໃກ້ຊິດ ແລະໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ. ການນຳສອງປະເທດມີຄວາມຕັັດສິນໃຈດ້ານການເມືອງສູງແມ່ນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍຮັກສາການພົບປະແລກປ່ຽນ, ການຢ້ຽມຢາມຂັ້ນສູງຢ່າງເປັນປະຈຳ, ສ້າງກຳລັງໜູນໃຫ້ການຮ່ວມມືລະອຽດລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ.
ທີສອງ, ພື້ນຖານເສດຖະກິດຫວຽດນາມ ແລະສິງກະໂປ ມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນ. ໃນຊຸມປີຕົ້ນແຫ່ງການເປີດປະຕູ ແລະເຊື່ອມໂຍງ, ສິງກະໂປ ແມ່ນໜຶ່ງໃນບັນດາຂົວຕໍ່ໃຫ້ສິນຄ້າຫວຽດນາມ ສົ່ງອອກທົ່ວໂລກ. ຫວຽດນາມ ມີນະໂຍບາຍດຶງດູດທຶນ FDI, ມີທີ່ດິນ ແລະກຳລັງແຮງງານຫຼາຍທີ່ມີຄວາມດຸໝັ່ນຂະຫຍັນພຽນ; ສິງກະໂປ ມີປະສົບການຫຼາຍຢ່າງໃນການພັດທະນາ ແລະຄຸ້ມຄອງເຂດອຸດສາຫະກຳ, ມີຄູ່ຮ່ວມມື ແລະຄູ່ຄ້າຫຼາຍ. ທັງສອງພື້ນເສດຖະກິດລ້ວນແຕ່ມີນະໂຍບາຍເປີດ, ມຸ່ງໄປເຖິງການສົ່ງອອກ. ນັ້ນແມ່ນປັດໄຈສຳຄັນຊຸກຍູ້ການຮ່ວມມືດ້ານການລົງທຶນລະຫວ່າງສອງປະເທດ. ນອກຈາກນັ້ນ, ມີຫຼາຍບໍລິສັດຕ່າງປະເທດຢູ່ສິງກະໂປ ໄດ້ເພີ່ມທະວີການລົງທຶນເຂົ້າຫວຽດນາມ.
    |
 |
ທ່ານ ເຈິ່ນຫາຍເຫົ້າ (ເບື້ອງຊ້າຍ) ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສິງກະໂປ ເຂົ້າຢ້ຽມອໍາລາທ່ານ Tony Tan Keng Yam ປະທານາທິບໍດີສິງກະໂປ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ ຢູ່ ສິງກະໂປ ໃນເດືອນພະຈິກ ປີ 2014. ພາບ: baoquocte.vn |
ທີສາມ, ປະຊາຊົນສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນດ້ານວັດທະນະທຳ; ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ. ການຮ່ວມມືບໍາລຸງກໍ່ສ້າງໃນຂົງເຂດຕ່າງໆ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່. ຫວຽດນາມ ແລະສິງກະໂປ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງບັນດາກົນໄກຮ່ວມມືດ້ານເສດຖະກິດຫຼາຍຝ່າຍ, ຊຸກຍູ້ການປະຕິບັດບັນດາສັນຍາການຄ້າທີ່ສອງຝ່າຍເຂົ້າຮ່ວມເພື່ອແນໃສ່ເພີ່ມທະວີ ແລະເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການບໍລິການ. ໂດຍແມ່ນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ຫວຽດນາມ ແລະສິງກະໂປ ໄດ້ຂຸດຄົ້ນຜົນປະໂຫຍດໂດຍສັນຍາການຄ້າເສລີລຸ້ນໃໝ່ນຳມາໃຫ້ຢ່າງມີປະສິດທິຜົນ.
ພ້ອມກັນນັ້ນ, ໂດຍແມ່ນສະມາຊິກອາຊຽນ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນຢູ່ໃນອາຊຽນ ເພື່ອຍົກສູງບົດບາດ ແລະທີ່ຕັ້ງຂອງອາຊຽນ ຢູ່ພາກພື້ນ ແລະໃນໂລກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັກສາບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ວັນທີ 12 ມີນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ, ເລຂາທິການໃຫຍ່ພັກກະທໍາປະຊາຊົນ ໄດ້ປະກາດຍົກລະດັບການພົວພັນ ຫວຽດນາມ-ສິງກະໂປ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານສາມາດແບ່ງປັນຄວາມໝາຍຂອງຂີດໝາຍສໍາຄັນນີ້ ໃນການພົວພັນສອງປະເທດໄດ້ບໍ?
ທ່ານ ເຈິ່ນຫາຍເຫົ້າ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ເລື່ອງຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ເປັນຂີດໝາຍໄລຍະກວ່າເຄິ່ງສະຕະວັດແຫ່ງການຮ່ວມມືມິດຕະພາບລະຫວ່າງສອງປະເທດ, ເປີດໜ້າປະຫວັດສາດໃໝ່ທີ່ໝັ້ນໝາຍຫຼາຍແງ່ຫວັງໃຫ້ການຮ່ວມມືຮອບດ້ານ, ເລິກເຊິ່ງໃນຫຼາຍຂົງເຂດໃນທົດສະວັດຕໍ່ໄປ.
ຫວນຄືນປະຫວັດສາດການພົວພັນສອງປະເທດ ອາດເຫັນໄດ້ວ່າໃນປີ 1993, ເປັນຄັ້ງທຳອິດ ທ່ານ ໂດ໊ເມື່ອຍ ເລຂາທິການໃຫຍ່ ມາຢ້ຽມຢາມສິງກະໂປ ເປີດໄລຍະຮ່ວມມືໃໝ່ລະຫວ່າງສອງປະເທດໃນສະພາບທີ່ຫວຽດນາມ ຍູ້ແຮງການເປີດປະຕູ, ເຊື່ອມໂຍງ ແລະຫຼັງຈາກນັ້ນ 2 ປີ ຫວຽດນາມ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1995. ປີ 2004, ໃນໂອກາດການຢ້ຽມຢາມສິງກະໂປ ຂອງທ່ານ ຟານວັນຂາຍ ນາຍົກລັດຖະມົນຕີຫວຽດນາມ, ສອງຝ່າຍປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານກົງກັບໂອກາດທີ່ຫວຽດນາມ ພວມເຈລະຈາສອງຝ່່າຍ ແລະຫຼາຍຝ່າຍກັບຄູ່ຮ່ວມມືຕ່າງໆເພື່ອກະກຽມເຂົ້າເປັນສະມາຊິກ WTO. ໃນປີ 2012, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ໄປຢ້ຽມຢາມສິງກະໂປ ຢ່າງເປັນທາງການ ແລະເຫັນດີເປັນເອກະພາບນຳກັນວ່າ ສອງປະເທດຈະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ກົງກັບໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແມ່ນກຳລັງໜູນອັນໃຫຍ່ຫຼວງເພື່ອນຳການພົວພັນມິດຕະພາບລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ໃນນັ້ນການພົວພັນຮ່ວມມືດ້ານເສດຖະກິດໄດ້ມີບາດກ້າວພັດທະນາກະໂດດຂັ້ນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ເລື່ອງສອງປະເທດ ສ້າງຕັ້ງພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈະແມ່ນພະລັງແຮງໃໝ່ເພື່ອນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ການຮ່ວມມືນັບມື້ນັບເລິກເຊິ່ງ ແລະແທດຈິງກວ່າ, ມີປະສິດທິຜົນກວ່າໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ດ້ວຍເຫດການດັ່ງກ່າວ, ສິງກະໂປ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ 12 ຂອງຫວຽດນາມ ແລະອີກຄັ້ງໜຶ່ງຢັ້ງຢືນວ່າ ສິງກະໂປ ຍາມໃດກໍເປັນຄູ່ຮ່ວມມືນໍາໜ້າໃນອາຊຽນໃນການພົວພັນກັບຫວຽດນາມ. ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທໍາອິດຂອງສິງກະໂປ ໃນອາຊຽນ.
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສອງປະເທດຄວນເຮັດໃດແດ່ເພື່ອຍາດແຍ່ງກາລະໂອກາດຈາກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ?
ທ່ານ ເຈິ່ນຫາຍເຫົ້າ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ຂ້າພະເຈົ້າຄິດວ່າ, ເພື່ອຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະວິສາຫະກິດສອງຝ່າຍ ຄວນແລກປ່ຽນໂດຍໄວເພື່ອບັນລຸບັນດາໂຄງການດໍາເນີນງານ ແລະໂຄງການຮ່ວມມືລະອຽດທັງໃນໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ.
ຂ້າພະເຈົ້າຖືວ່າ ສອງຝ່າຍສາມາດເປີດກວ້າງໄປສູ່ຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເຕັກໂນໂລຢີ AI, ພະລັງງານສະອາດ, ພະລັງງານທົດແທນ, ປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຢແພດສາດຊີວະສາດ...
ດ້ວຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດຈະຂະຫຍາຍຕົວ, ຮັບຜົນດີເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານທູດ!
ໂດຍ: ທູຈາງ