“ໃນປີກາຍນີ້, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 11 ຂອງສິງກະໂປ, ຮອດເດືອນມັງກອນ ປີ 2025, ຫວຽດນາມ ຈະກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 9, ໄດ້ສະແດງໃຫ້ເຫັນກຳລັງໜູນໃນການພັດທະນາຢ່າງແຂງແຮງທີ່ສຸດໃນການພົວພັນສອງຝ່າຍ”. ນີ້ແມ່ນການຢືນຢັນຂອງທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ ກ່າວຕໍ່ນັກຂ່າວໃນການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
ທ່ານ Jaya Ratnam ກໍ່ເນັ້ນໜັກວ່າ “ດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຫວຽດນາມ - ສິງກະໂປ ຈະເປັນການພົວພັນທີ່ມີປະສິດທິຜົນຢ່າງແທດຈິງ ເມື່ອ ຫວຽດນາມ ກ້າວໄປສູ່ສັງກາດໃໝ່.”
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄວາມໝາຍ ແລະຈຸດປະສົງຂອງການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄືແນວໃດ?
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳຫວຽດນາມ: ສິງກະໂປ ແລະ ຫວຽດນາມ ມີການພົວພັນອັນແໜ້ນແຟ້ນ, ເປັນການພົວພັນອັນດີງາມທີ່ສຸດ. ປີ 2023, ສອງປະເທດໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ສະນັ້ນ, ພວກຂ້າພະເຈົ້າ ລໍຄອຍ ແລະຕັ້ງຄວາມຫວັງຕໍ່ການຢ້ຽມຢາມສິງກະໂປ ຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
    |
 |
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ. ພາບ: vov.vn |
ນີ້ແມ່ນເຫດການປະຫວັດສາດສຳລັບພວກຂ້າພະເຈົ້າ, ການຢ້ຽມຢາມສິງກະໂປ ໃນໄລຍະມໍ່ໆມານີ້ຂອງທ່ານເລຂາທິການໃຫຍ່ ແມ່ນປີ 2012. ສະນັ້ນ, ນີ້ແມ່ນໄລຍະທີ່ສຳຄັນຂອງການພົວພັນສອງຝ່າຍ, ທັງແມ່ນຈຸດເວລາເພື່ອໃຫ້ພວກເຮົາມຸ່ງໄປເຖິງລະດັບສູງໃໝ່.
ທ່ານ ໂຕເລິມ ເລຂາທິການໃຫຍ່ ກໍ່ໄດ້ໄປຢ້ຽມຢາມສິງກະໂປ ໃນຈຸດເວລາປະຫວັດສາດຂອງທັງສອງປະເທດ, ຍ້ອນວ່າປີນີ້, ຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ແລະສິງກະໂປ ສະເຫຼີມສະຫຼອງ 60 ປີແຫ່ງວັນສະຖາປະນາປະເທດ. ໃນຂະນະນັ້ນ, ໃນສະພາບການພາກພື້ນ ແລະທົ່ວໂລກ, ດັ່ງທີ່ພວກເຮົາລ້ວນແຕ່ໄດ້ເຫັນວ່າ, ໂລກພວມຜ່ານຜ່າໄລຍະຫຍຸ້ງຍາກ, ພິເສດແມ່ນລະບົບຫຼາຍຝ່າຍພວມໄດ້ຮັບຄວາມກົດດັນຫຼາຍຢ່າງ.
ໃນສະພາບການດັ່ງກ່າວ, ພວກຂ້າພະເຈົ້າ ຫວັງວ່າ ຈະໄດ້ຕ້ອນຮັບທ່ານ ໂຕເລິມ ມາຢ້ຽມຢາມສິງກະໂປ ເພື່ອປຶກສາຫາລືກ່ຽວກັບວິທີທີ່ ສິງກະໂປ ແລະຫວຽດນາມ ສາມາດຮ່ວມມືເຊິ່ງກັນ ແລະກັນ, ພິເສດແມ່ນໃນບັນດາຂົງເຂດໃໝ່, ເພື່ອພ້ອມກັນບືນຕົວຂຶ້ນຢ່າງແຂງແຮງ, ຮັບມືກັບບັນດາສິ່ງທ້າທາຍໃຫຍ່ໃນປະຈຸບັນຢ່າງມີປະສິດທິຜົນ.
ນັກຂ່າວ: ເມື່ອຫວນຄືນບັນດາຜົນງານທີ່ສອງປະເທດ ບັນລຸໄດ້ໃນ 50 ກວ່າປີຜ່ານມາ, ຕາມຄວາມເຫັນຂອງທ່ານເອກອັກຄະລັດຖະທູດແລ້ວ, ສອງຝ່າຍສາມາດສຸມໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂົງເຂດໃດແດ່?
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ: ຄວາມຕ້ອງການຮ່ວມມື, ການໜູນຊ່ວຍ ແລະການຮ່ວມເດີນທາງນຳກັນ ຍັງບໍ່ທັນມີເວລາໃດທີ່ເຂັ້ມແຂງ ແລະຮີບດ່ວນຄືໃນປະຈຸບັນນີ້. ການພົວພັນລະຫວ່າງສອງປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍ, ຄື: ການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ ແລະມັນດີຫຼາຍທີ່ພວກເຮົາມີພື້ນຖານອັນໜັກແໜ້ນເພື່ອເສີມຂະຫຍາຍກວ່າອີກ. ໃນປີ 2023, ສອງຝ່າຍໄດ້ເລີ່ມດຳເນີນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ແລະມາໃນປະຈຸບັນ, ພວກຂ້າພະເຈົ້າ ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າ ແລະມຸ່ງໄປສູ່ສັງກາດໃໝ່ - ສັງກາດຂອງການເຕີບໂຕເສດຖະກິດສູງ.
ສິງກະໂປ ແມ່ນຄູ່ຮ່ວມມືແຕ່ດົນນານມາແລ້ວຂອງຫວຽດນາມ. ສອງຝ່າຍມີການພົວພັນດ້ານການຄ້າທີ່ດີເລີດ, ມີການຂະຫຍາຍຕົວຢ່າງແຂງແຮງ. ໃນ 3 ປີຜ່ານມາ, ສິງກະໂປ ແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ. ປີ 2024, ຍອດຈຳນວນເງິນລົງທຶນສະສົມຂອງສິງກະໂປ ເຂົ້າຫວຽດນາມ ບັນລຸປະມານ 80 ຕື້ໂດລາສະຫະລັດ ດ້ວຍເກືອບ 4.000 ໂຄງການ.
ປີກາຍນີ້, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 11 ຂອງສິງກະໂປ, ຮອດເດືອນມັງກອນປີນີ້, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 9, ໄດ້ສະແດງໃຫ້ເຫັນກໍາລັງໜູນພັດທະນາຢ່າງແຂງແຮງໃນການພົວພັນສອງຝ່າຍ. ດັ່ງນັ້ນ, ເມື່ອມຸ່ງໄປເຖິງອະນາຄົດ, ດ້ວຍສັນຍາລັກ ແລະເປົ້າໝາຍລວມພ້ອມກັບປະຫວັດສາດຂອງການພົວພັນອັນຍາວນານ, ພວກເຮົາ ຈະກາຍເປັນຄູ່ຮ່ວມມືທີ່ມີປະສິດທິຜົນຢ່າງແທ້ຈິງໃນສັງກາດໃໝ່.
ນັກຂ່າວ: ຈຸດພົ້ນເດັ່ນໃນການພົວພັນສອງຝ່າຍແມ່ນການພົວພັນການຄ້າສິງກະໂປ - ຫວຽດນາມ ເຕີບໂຕຢ່າງວ່ອງໄວ ໃນຊຸມປີມໍ່ໆມານີ້. ດັ່ງທີ່ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ເດືອນມັງກອນ ຜ່ານມາ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 9 ຂອງສິງກະໂປ. ສະນັ້ນມີປັດໄຈໃດແດ່ທີ່ຈະຊ່ວຍໃຫ້ການພົວພັນການຄ້າສອງຝ່າຍນັບມື້ນັບພັດທະນາ, ຂໍຮຽນທ່ານເອກອັກຄະລັດຖະທູດ?
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ: ເມື່ອເບິ່ງສັນຍາລັກແຫ່ງການພົວພັນສອງຝ່າຍ, ນັ້ນແມ່ນເຂດອຸດສາຫະກຳຫວຽດນາມ - ສິງກະໂປ. ປະຈຸບັນ, ຢູ່ຫວຽດນາມ ມີ 18 ເຂດອຸດສາຫະກຳດັ່ງກ່າວໄດ້ແຜ່ຂະຫຍາຍໄປທົ່ວ 13 ແຂວງ, ນະຄອນ. ລວມແລ້ວ, ບັນດາໂຄງການນີ້ມີມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ປະມານ 22 ຕື້ ໂດລາສະຫະລັດ ແລະສ້າງວຽກເຮັດງານທຳໃຫ້ປະຊາຊົນຊາວຜູ້ອອກແຮງງານໄດ້ປະມານ 300.000 ຄົນ.
ໃນນັ້ນ, 10 ເຂດໄດ້ເລີ່ມດຳເນີນການກໍ່ສ້າງ, ໃນນັ້ນ 8 ເຂດກຳລັງຢູ່ໃນໄລຍະກໍ່ສ້າງ. ສະນັ້ນ ໃນຊຸມປີຕໍ່ໜ້າ, ພວກເຮົາຈະເຫັນວ່າການລົງທຶນຈະ “ຫຼັ່ງໄຫຼ” ເຂົ້າຫວຽດນາມ ຜ່ານບັນດາໂຄງການດັ່ງກ່າວ, ພ້ອມກັບວຽກເຮັດງານທຳເພີ່ມຂຶ້ນ.
ຍິ່ງໄປກວ່ານັ້ນ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ພວກຂ້າພະເຈົ້າ ກໍ່ປາດຖະໜາຢາກໃຫ້ບັນດາໂຄງການອຸດສາຫະກຳຫັນປ່ຽນ, ໄດ້ຮັບການຍົກລະດັບທັງຄວາມຍືນຍົງ ແລະການປ່ຽນແປງໃໝ່. ບໍ່ພຽງແຕ່ເທົ່ານັ້ນ, ສອງຝ່າຍຍັງຄົ້ນຄວ້າຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດໃໝ່, ຄື: ອາຫານ, ນະວັດຕະກໍາ, ພະລັງງານ...
ນັກຂ່າວ: ດ້ວຍບັນດາພື້ນຖານທີ່ມີຢູ່ແລ້ວ, ທ່ານເອກອັກຄະລັດຖະທູດ ຕັ້ງຄວາມຫວັງຫຍັງແດ່ຕໍ່ການຢ້ຽມຢາມຄັ້ງນີ້ໃນການຮັດແໜ້ນສາຍພົວພັນຫວຽດນາມ - ສິງກະໂປ?
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ: ດັ່ງທີ່ພວກສະຫາຍໄດ້ເຫັນ ສິງກະໂປ ແລະ ຫວຽດນາມ ມີການພົວພັນອັນດີງາມທີ່ສຸດ ແລະຈະສືບຕໍ່ພັດທະນາກວ່າອີກ. ທັງໝົດແມ່ນອີງໃສ່ພື້ນຖານອັນແຂງແຮງທີ່ສອງຝ່າຍໄດ້ສ້າງຂຶ້ນໃນໄລຍະການເດີນທາງທີ່ຜ່ານມາ. ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດແມ່ນດີເລີດ.
ພວກຂ້າພະເຈົ້າ ໄດ້ຕ້ອນຮັບຊາວຫວຽດນາມ 20.000 ກວ່າຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ສິງກະໂປ. ກົງກັນຂ້າມ, ຍັງມີຊາວສິງກະໂປ ຫຼາຍໆຄົນໄປເຮັດວຽກ ຫຼື ໄປທ່ຽວຫວຽດນາມ. ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດນັດພົບທີ່ຊາວສິງກະໂປ ມັກໄປທ່ຽວ ແລະມັກກິນອາຫານຫວຽດນາມ ກໍ່ເປັນທີ່ນິຍົມຂອງພວກຂ້າພະເຈົ້າ. ເມື່ອມາຮອດສິງກະໂປ, ເຈົ້າ ຈະເຫັນຮ້ານອາຫານ ແລະຮ້ານຄ້າຫວຽດນາມ ຢູ່ທົ່ວທຸກແຫ່ງ.
ສິ່ງທີ່ສຳຄັນອີກຢ່າງໜຶ່ງແມ່ນການພົວພັນ, ການຮ່ວມມືດ້ານການເມືອງ ຢ່າງແໜ້ນແຟ້ນລະຫວ່າງສອງປະເທດ. ການຢ້ຽມຢາມສິງກະໂປ ຄັ້ງນີ້ຂອງທ່ານ ໂຕເລິມ ຈະປັບປຸງ ແລະເພີ່ມທະວີສາຍພົວພັນ. ເມື່ອເບິ່ງຄືນແລ້ວ, ການພົວພັນດ້ານການເມືອງທີ່ມີມາແຕ່ດົນນານລະຫວ່າງ ຫວຽດນາມ ແລະ ສິງກະໂປ ໄດ້ຮັບການກໍ່ສ້າງບົນພື້ນຖານການພົວພັນລະຫວ່າງສອງອະດີດນາຍົກລັດຖະມົນຕີ Lee Kuan Yew ແລະ ຫວໍວັນກຽດ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນຊຸມປີ 1990.
ນັບແຕ່ເວລານັ້ນ, ບັນດາການນຳໄດ້ສ້າງຕັ້ງຫຼັກການຂອງການພົວພັນລະຫວ່າງສອງຝ່າຍຂຶ້ນ, ໃນນັ້ນຫຼັກການອັນດັບໜຶ່ງແມ່ນການສະໜັບສະໜູນ, ຄວາມເຄົາລົບ ແລະສຳຄັນທີ່ສຸດແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ພື້ນຖານດັ່ງກ່າວໄດ້ສ້າງເງື່ອນໄຂ ແລະທ່າກ້າວເດີນທີ່ເຂັ້ມແຂງເພື່ອໃຫ້ສອງປະເທດພ້ອມກັນກ້າວໄປຂ້າງໜ້າໃນສັງກາດໃໝ່.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ຈາງຫງວຽນ