ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານໃຫ້ຮູ້ກ່ຽວກັບໝາກຜົນພົ້ນເດັ່ນໃນການຮ່ວມມືລະຫວ່າງອິນໂດເນເຊຍ ແລະສິງກະໂປ ກັບຫວຽດນາມ ໃນໄລຍະຜ່ານມາ?
ທ່ານຮອງລັດຖະມົນຕີ ຫງວຽນແມັ້ງເກື່ອງ: ອິນໂດເນເຊຍ ແລະສິງກະໂປ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນພາກພື້ນ. ໃນຊຸມປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ການຮ່ວມມືໃນທຸກຂົງເຂດ, ຜ່ານຊ່ອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ແລະບັນລຸໄດ້ຫຼາຍຜົນງານສຳຄັນ.
ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ. ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນທົບ 4 ເທົ່າໃນທົດສະວັດຜ່ານມາ; ບັນລຸ 16,7 ຕື້ໂດລາສະຫະລັດ ປີ 2024.
    |
 |
ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ ແລະອິນໂດເນເຊຍ ໄດ້ຮັບການຍູ້ແຮງໂດຍຜ່ານກົນໄກເຈລະຈາ, ການແລກປ່ຽນ ແລະຝຶກແອບລວມ; ການລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ຄື: ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຕ້ານກໍ່ການຮ້າຍ ແລະການຮ່ວມມືທາງທະເລ. ບັນດາຂົງເຂດສຳຄັນອື່ນໆ, ຄື: ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ສືບຕໍ່ໄດ້ຮັບການຖືເປັນສໍາຄັນ.
ກ່ຽວກັບການພົວພັນ ຫວຽດນາມ-ສິງກະໂປ, ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຮງທັງກວ້າງຂວາງ, ເລິກເຊິ່ງ, ຮອບດ້ານໃນຊ່ອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ; ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ...
ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງປະເທດໄດ້ລົງນາມໃນສັນຍາຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດຄວາມໝັ້ນຄົງໃໝ່, ຄື: ການປ້ອງກັນ, ຕ້ານຄວາມປອດໄພດ້ານໄຊເບີ, ອາດຊະຍາກຳຂ້າມຊາຍແດນ.
ນີ້ແມ່ນບັນດາຜົນງານທີ່ສຳຄັນປະກອບສ່ວນເຂົ້າໃນຜົນງານພັດທະນາຂອງແຕ່ລະປະເທດ ແລະນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ກັບສອງປະເທດພັດທະນານັບມື້ນັບມີປະສິດທິຜົນ ແລະແທດຈິງ.
ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ທ່ານຈົ່ງໃຫ້ຮູ້ກ່ຽວກັບຈຸດພົ້ນເດັ່ນກ່ຽວກັບການເຂົ້າຮ່ວມອາຊຽນຂອງຫວຽດນາມ ໃນໄລຍະ 30 ປີຜ່ານມາ?
ທ່ານຮອງລັດຖະມົນຕີ ຫງວຽນແມັ້ງເກື່ອງ: ອາດເວົ້າໄດ້ວ່າ 3 ທົດສະວັດນັບແຕ່ພວກເຮົາເຂົ້າຮ່ວມອາຊຽນ ເມື່ອປີ 1995 ມາຮອດປະຈຸບັນແມ່ນໄລຍະທາງທີ່ມີຫຼາຍຂີດໝາຍເປັນໜ້າຈົດຈຳຂອງທັງຫວຽດນາມ ແລະອາຊຽນ. 30 ປີຜ່ານມາຫວຽດນາມ ໄດ້ເຕີບໃຫຍ່, ພັດທະນາເທື່ອລະກ້າວ, ເປັນເຈົ້າການ ແລະພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມ. ເອກອ້າງທະນົງໃຈວ່າ, ການປະກອບສ່ວນຂອງພວກເຮົາຕິດພັນກັບບາດກ້າວພັດທະນາເຕັມໄປດ້ວຍຄວາມໝາຍຂອງອາຊຽນ, ປະກອບສ່ວນປັບປຸງປະຊາຄົມອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະເປີດກວ້າງ.
    |
 |
ບັນດາຜູ້ແທນເຂົ້າຮ່ວມວາລະໄຂເວທີປາໄສອະນາຄົດອາຊຽນ 2025. ພາບ: ຫວ໊ຽດຈູງ |
ການປະກອບສ່ວນຂອງພວກເຮົາ ຍັງສະແດງໃຫ້ເຫັນຜ່ານການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບ ແລະເປັນເຈົ້າການໃນການກຳນົດນະໂຍບາຍຍຸດທະສາດຂອງອາຊຽນ, ຈາກການຊຸກຍູ້ການສ້າງອາຊຽນ-10 ເຖິງບັນດາເອກະສານສຳຄັນຂອງຫວຽດນາມ, ຄື: ຖະແຫຼງການຮ່າໂນ້ຍປີ 2001 ວ່າດ້ວຍການຮັດແຄບຊ່ອງຫວ່າງການພັດທະນາ, ໂຄງການດຳເນີນງານຮ່າໂນ້ຍ 1999-2004, ຖະແຫຼງການຮ່າໂນ້ຍວ່າດ້ວຍການກໍ່ສ້າງວິໄສທັດປະຊາຄົມອາຊຽນ ພາຍຫຼັງ 2025. ພິເສດແມ່ນເວທີປາໄສອະນາຄົດອາຊຽນ 2025 ຫາກໍ່ຈັດຕັ້້ງສໍາເລັດຜົນຢູ່ຮ່າໂນ້ຍ.
ພ້ອມກັບຄວາມມານະພະຍາຍາມຊຸກຍູ້ການເຊື່ອມຕໍ່ພາກພື້ນ, ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວຕໍ່ເປີດກວ້າງການພົວພັນຕ່າງປະເທດຂອງອາຊຽນ ແລະນຳອາຊຽນ ເຂົ້າຮ່ວມນັບມື້ນັບເລິກເຊິ່ງກວ້າງຂວາງໃນວິວັດທະນາການທົ່ວໂລກ. ໃນບົດບາດເປັນຜູ້ປະສານງານການພົວພັນລະຫວ່າງອາຊຽນ ກັບຫຼາຍຄູ່ຮ່ວມມື, ຄື: ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະປະຈຸບັນແມ່ນ ອັງກິດ ແລະນິວຊີແລນ, ພວກເຮົາ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຄວາມຈິງໃຈ ແລະຄວາມໄວ້ເນື້ອເຊື່ອໃຈ, ຍາມໃດກໍ່ຊອກຫາກາລະໂອກາດໃໝ່ເພື່ອເພີ່ມຄວາມສາມາດບົ່ມຊ້ອນຮ່ວມມື, ນໍາການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.
ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ທ່ານຈົ່ງໃຫ້ຮູ້ຈຸດປະສົງ, ຄວາມໝາຍ ແລະຄວາມຄາດຫວັງຕໍ່ການຢ້ຽມຢາມທາງລັດຖະກິດເຖິງ ສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຄະນະເລຂາອາຊຽນ ແລະການຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ?
ທ່ານຮອງລັດຖະມົນຕີ ຫງວຽນແມັ້ງເກື່ອງ: ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫຼັງເກືອບ 8 ປີ (ນັບແຕ່ເດືອນ ສິງຫາ 2017), ເຖິງ ສິງກະໂປ ພາຍຫຼັງເກືອບ 13 ປີ (ນັບແຕ່ເດືອນ ກັນຍາ 2012) ແລະແມ່ນການຢ້ຽມຢາມຄັ້ງປະຫວັດສາດ, ທັງແມ່ນຄັ້ງທໍາອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມຄະນະເລຂາອາຊຽນ.
ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໄດ້ສະແດງໃຫ້ເຫັນການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ການຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຖືເປັນສຳຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນຂອງພັກ ແລະລັດເຮົາ, ໃນນັ້ນມີສອງຄູ່ຮ່ວມມືສຳຄັນ, ຄື: ອິນໂດເນເຊຍ ແລະສິງກະໂປ. ການຢ້ຽມຢາມຍັງຢືນຢັນຢ່າງຈະແຈ້ງເຖິງຄວາມສຳຄັນຍຸດທະສາດຂອງອາຊຽນ ໃນນະໂຍບາຍການພົວພັນຕ່າງປະເທດຂອງເຮົາ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະປະດິດສ້າງຂອງຫວຽດນາມ, ດ້ວຍການປະກອບສ່ວນຢ່າງແທດຈິງ, ຮ່ວມແຮງຮ່ວມໃຈຫັນຄວາມມຸ່ງມາດປາດຖະໜາອະນາຄົດຂອງອາຊຽນ ໃຫ້ປະກົດຜົນເປັນຈິງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຈະມາເຖິງຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະສ້າງພື້ນຖານ, ເປີດຊ່ອງທາງຮ່ວມມືໃໝ່ໃຫ້ແກ່ການພົວພັນຫວຽດນາມ ກັບອິນໂດເນເຊຍ, ສິງກະໂປ ແລະອາຊຽນ. ບົນພື້ນຖານນັ້ນ, ການຢ້ຽມຢາມບໍ່ພຽງແຕ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເຮັດໃຫ້ຂົງເຂດຮ່ວມມືທີ່ມີຢູ່ແລ້ວລະຫວ່າງຫວຽດນາມ ກັບສອງປະເທດ, ລະຫວ່າງພັກເຮົາ ກັບພັກການເມືອງຢູ່ສອງປະເທດເລິກເຊິ່ງເທົ່ານັ້ນ, ຫາກຍັງສ້າງກຳລັງໜູນແນໃສ່ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່, ແງ່ຫວັງ, ເປັນຕົ້ນແມ່ນກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ປ່ຽນແປງໃໝ່ປະດິດສ້າງ, ມຸ່ງໄປເຖິງເປົ້າໝາຍກາຍເປັນແບບຢ່າງໃນການພົວພັນສາກົນ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ລະບອບລະບຽບການເມືອງຂອງແຕ່ລະປະເທດ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນວິວັດການພັດທະນາຂອງແຕ່ລະປະເທດ, ວິວັດການພັດທະນາຂອງຫວຽດນາມ ໃນສັງກາດບືນຕົວຂຶ້ນຂອງຊາດ. ໂດຍແມ່ນບັນດາສະມາຊິກໃນຄອບຄົວອາຊຽນ, ການປັບປຸງຮັດແໜ້ນການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະອິນໂດເນເຊຍ, ສິງກະໂປ, ການແບ່ງປັນທັດສະນະລວມກ່ຽວກັບບັນຫາພາກພື້ນ ແລະສາກົນ, ກໍ່ຈະປະກອບສ່ວນເຂົ້າໃນການພັດທະນາລວມຂອງອາຊຽນ, ເພື່ອອາຊຽນ ສາມັກຄີ, ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະພັດທະນາ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!
ໂດຍ: ເຈິ່ນຮວ່ຽນ