ວັນທີ 4 ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຮ່ວມປົກປ້ອງຕົ້ນຕໍຂອງມະຕິ ແລະສະໜັບສະໜູນບັນດາເນື້ອໃນຕົ້ນຕໍຂອງມະຕິຢ່າງແຮງ.
ນອກຈາກການສະເຫຼີມສະຫຼອງຂີດໝາຍສິ້ນສຸດສົງຄາມໂລກທີ່ເຄີຍກໍ່ຄວາມເຈັບປວດ, ເສຍຫາຍໃຫ້ແກ່ມວນມະນຸດ, ມະຕິໄດ້ເນັ້ນໜັກເຖິງເຫດການປະຫວັດສາດນີ້ໄດ້ສ້າງປະຖົມປັດໃຈເພື່ອສ້າງຕັ້ງສະຫະປະຊາຊາດ ດ້ວຍຈຸດປະສົງສະກັດກັ້ນໄພພິບັດສົງຄາມໃຫ້ແກ່ລຸ້ນອະນາຄົດ ແລະສ້າງຕັ້ງບັນດາຫຼັກການປັບປຸງທີ່ສຳຄັນລະຫວ່າງບັນດາປະເທດ, ຊຸກຍູ້ວິວັດການລົບລ້າງລະບອບລ່າເມືອງຂຶ້ນ. ມະຕິກໍ່ຮຽກຮ້ອງບັນດາປະເທດມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ, ແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີສອດຄ່ອງກັບກົດບັດສະຫະປະຊາຊາດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image