ສານສຳຄັນເຊິ່ງນາຍົກລັດຖະມົນຕີຫວຽດນາມ ຢາກຝາກເຖິງວິສາຫະກິດນັ້ນແມ່ນຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ບັນດານັກລົງທຶນມີຄວາມອຸ່ນອ່ຽນໃຈລົງທຶນຍາວນານຢູ່ຫວຽດນາມ, ບົນເນື້ອໃນຈິດໃຈ ພ້ອມກັນຊະນະ.

ໃນລະຫວ່າງວັນທີ 28 ກຸມພາ ຫາວັນທີ 1-2 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ  ໄດ້ມີການໂອ້ລົມສົນທະນາກັບບັນດານັກລົງທຶນ ມາຈາກຈີນ, ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ…. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບຟັງຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີແນະຂອງບັນດານັກລົງທຶນ, ພ້ອມດຽວກັນນັ້ນກໍ່ຢັ້ງຢືນຄຳໝັ້ນສັນຍາຢາກໃຫ້ບັນດານັກລົງທຶນຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະເຕີບໂຕໃໝ່.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມ ຈະແມ່ນສະຖານທີ່ລົງທຶນທີ່ປອດໄພ, ສະດວກ ແລະໃຫ້ຮູ້ວ່າ ຫວຽດນາມ ຈະກໍ່ສ້າງ ແລະພັດທະນາໃຫ້ກາຍເປັນສູນເສດຖະກິດ, ການຄ້າ ແລະການລົງທຶນຂະໜາດໃຫຍ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ນີ້ຮອດປີ 2030. ພາບ: ເຍິດບັກ

ຄຳໝັ້ນສັນຍາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ມີສະຖຽນລະພາບ

ໃນການໂອ້ລົມສົນທະນາກັບວິສາຫະກິດ, ນັກລົງທຶນຂອງບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໜັກເຖິງປັດໄຈສະຖຽນລະພາບທາງການເມືອງຂອງຫວຽດນາມ, ທ່າໄດ້ປຽບກ່ຽວກັບພູມສາດການເມືອງຂອງຫວຽດນາມ ໃນສະພາບການປັດຈຸບັນ.

ໄປຄຽງຄູ່ກັບບັນດາບາດກ້າວບຸກທະລຸຍຸດທະສາດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຫຼຸດຜ່ອນລະບອບລະບຽບການບໍລິຫານ, ດຳເນີນການປະຕິວັດກ່ຽວກັບການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະສິດທິພາບ, ປະສິດທິຜົນຂອງກົງຈັກລັດ; ເພີ່ມທະວີການໝູນໃຊ້ການຫັນເປັນດີຈີຕອນ.. ຢ່າງຂ້ຽວຂາດ. ຜ່ານນັ້ນຫຼຸດຜ່ອນ​ຄ່າໃຊ້ຈ່າຍ​ການ​ດຳ​ເນີນ​ທຸລະ​ກິດ, ຫຼຸດຜ່ອນຄ່າສົ້ນ​ເຂົ້າຂອງຜະລິດ​ຕະພັນ, ຫຼຸດຜ່ອນ​ຄ່າ  logistics, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ, ​ເພີ່ມ​ທະວີ​ການແກ່ງແຍ້ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່​ວິ​ສາ​ຫະກິດ: “ພວກຂ້າພະເຈົ້າກຽມພ້ອມສ້າງກາລະໂອກາດ, ສ້າງຄວາມໄວ້ເນື່ອເຊື່ອໃຈ, ສ້າງເງື່ອນໄຂ, ພື້ນຖານໂຄງລ່າງທີ່ຈຳເປັນ, ນັບທັງດ້ານນິຕິກຳ, ແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ພວກເພື່ອນມີຄວາມອຸ່ນອ່ຽນໃຈຢັ້ງຢືນວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ປອດໄພ ແລະ ມີປະໂຫຍດ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດ ກໍ່ຄືການພັດທະນາຂອງວິສາຫະກິດ, ພ້ອມທັງມີການຜູກພັນຢ່າງສະໜິດແໜ້ນກັບ ຫວຽດນາມ”.

ໂດຍຖືວ່າ ໂລກໃນປັດຈຸບັນມີການປ່ຽນແປງຢ່າງວ່ອງໄວ, ເຂັ້ມແຂງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໄປຄຽງຄູ່ກັບການເປີດກາລະໂອກາດໃໝ່ນັ້ນກໍ່ມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງມີຄວາມຮັບຮູ້, ວິທີສຳຜັດທີ່ມີໄຫວພິບ. ບົນພື້ນຖານການພົວພັນດ້ານການເມືອງອັນດີງາມລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມື, ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວ, ບັນດາວິສາຫະກິດ, ກຸ່ມບໍລິສັດ, ບັນດານັກລົງທຶນ ພ້ອມກັນແບ່ງປັນວິໄສທັດ, ຄວາມຮັບຮູ້ ແລະ ການກະທຳ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນຊະນະ ແລະພັດທະນາ, ສະໜັບສະໜູນ, ມີຄວາມເຊື່ອໝັ້ນຕໍ່ ຫວຽດນາມ. ເມື່ອຢັ້ງຢືນຢູ່ຕໍ່ໜ້າກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ຈີນ ປະມານ 25 ແຫ່ງ ໃນວັນທີ 28 ກຸມພາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຖືວ່າ:  “ການພົວພັນຂອງສອງປະເທດພວມຢູ່ໃນໄລຍະດີງາມທີ່ສຸດ. ພວກເຮົາ ມີຄວາມເຂົ້າໃຈກັນ, ພວກເຮົາມີຄວາມໄວ້ເນື້ອເຊື່ອໃຈກັນ, ພວກເຮົາມີຄວາມຈິງໃຈຕໍ່ກັນ… ບັນຫາຢູ່ທີ່ນີ້ແມ່ນບັນດາສິ່ງທີ່ດີງາມນີ້ຕ້ອງກາຍເປັນບັນດາລາຍການ, ໂຄງການ, ແຜນການເຮັດວຽກ. ຈາກສິ່ງທີ່ດີງາມນີ້, ໄດ້ຫັນເປັນພື້ນຖານດ້ານວັດຖຸ, ສາມາດວັດແທກ, ກວດນັບໄດ້, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ”.

ປາດຖະໜາຢາກຮ່ວມເດີນທາງ ເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍການເຕີບໂຕ

ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕຢ່າງໜ້ອຍສຸດ 8% ໃນປີ 2025 ແລະການເຕີບໂຕ 2 ຕົວເລກໃນປີ 2026, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກລົງທຶນຈະເສີມຂະຫຍາຍຄວາມເປັນເຈົ້າການ, ຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍນີ້. ສຳລັບ EU, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດເອົາໃຈໃສ່ເປັນພິເສດໃນການເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າໃຫ້ແກ່ຫວຽດນາມ ໃນຂົງເຂດເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນຫຼາຍກວ່າອີກ… ພັດທະນາສູນການເງິນ, ສາທາລະນະສຸກ… ສຳລັບ ຍີ່ປຸ່ນ, ຫວຽດນາມ ປາດຖະໜາວ່າ ບັນດາວິສາຫະກິດຍີ່ປຸ່ນ ດ້ວຍປະສົບການ, ດ້ວຍຊື່ສຽງຂອງຕົນຈະໜູນຊ່ວຍ ຫວຽດນາມ ເຂົ້າເຖິງການຫັນປ່ຽນເຕັກໂນໂລຢີສີຂຽວ, ການເງິນສີຂຽວ, ການພັດທະນາສີຂຽວ, ການຫັນເປັນດີຈີຕອນ… ບົນນ້ຳໃຈເຕີບໂຕສູງ ແຕ່ໝັ້ນຄົງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ເຍິດບັກ

ສຳລັບວິສາຫະກິດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ: “ ຫວຽດນາມ ປາດຖະໜາວ່າ ວິສາຫະກິດ ອາເມລິກາ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕຂອງຫວຽດນາມ ໃນປີ 2025 ແລະຊຸມປີຈະມາເຖິງ. ກ່ຽວກັບການເຕີບໂຕ 2 ຕົວເລກ, ໄປຄຽງຄູ່ກັບການເຕີບໂຕຕ້ອງຮັບປະກັນຄວາມໝັ້ນຄົງ, ປະກອບສ່ວນພ້ອມກັບຫວຽດນາມ ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງ ແວດລ້ອມໃຫ້ປອດໃສ, ສີຂຽວ, ສະອາດ, ງາມຕາ. ທີສອງແມ່ນ ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງກວ່າອີກ, ພິເສດແມ່ນຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບວິທະຍາສາດນະວັດຕະກຳໃນບັນດາຂະແໜງທີ່ຫາກໍ່ພົ້ນເດັ່ນ. ທີສາມແມ່ນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດສອງປະເທດສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະພິເສດແມ່ນເຂົ້າຮ່ວມລະບົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ອາເມລິກາ”.

ດ້ວຍທັດສະນະຂົງເຂດເສດຖະກິດມີເງິນລົງທຶນຕ່າງປະເທດແມ່ນສ່ວນໜຶ່ງທີ່ສຳຄັນ ຂອງພື້ນຖານເສດຖະກິດຫວຽດນາມ, ຫວຽດນາມ ຈະຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນໃຫ້ຖືກຕ້ອງຕາມກົດໝາຍ. ສານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໃນການພົບປະ, ໂອ້ລົມສົນທະນາກັບວິສາຫະກິດ, ນັກລົງທຶນ ຕ່າງປະເທດ, ພ້ອມກັບບັນດາຄຳຊີ້ນຳລະອຽດ, ຂ້ຽວຂາດ, ແນ່ນອນວ່າ ຈະນຳມາເຊິ່ງແຫຼ່ງກຳລັງໜູນໃໝ່ໃນຂັ້ນຕອນການຜັນຂະຫຍາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງບັນດາກຸ່ມບໍລິສັດ, ວິສາຫະກິດ, ຄູ່ຮ່ວມມືໃຫຍ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ