ສິນຄ້າຫວຽດນາມ ພິຊິດສູນທຸລະກຳການຄ້າເອເລັກໂຕນິກຂ້າມຊາຍແດນ
ກປ.ອອນໄລ - ໃນສູນທຸລະກຳການຄ້າເອເລັກໂຕນິກ Alibaba, ວິສາຫະກິດຫວຽດນາມ ມີ 590 ບັນຊີລາຍຊື່ສິນຄ້າດ້ວຍວິສາຫະກິດນັບພັນແຫ່ງ.
ສິນຄ້າຫວຽດນາມ ພວມສະແດງທ່າໄດ້ປຽບໃນສູນທຸລະກຳການຄ້າເອເລກໂຕນິກສາກົນ, ໂດຍສະເພາະແມ່ນ Alibaba.com. ຍ້ອນວັດຖຸທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ ແລະສັນຍາການຄ້າເສລີ, ຜະລິດຕະພັນຫຼາຍປະເພດຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກາເຟ, ຢາງພາລາ... ໄດ້ດຶງດູດລູກຄ້າເປັນຈຳນວນຫຼວງຫຼາຍ.
ນັ້ນແມ່ນການແບ່ງປັນຂອງບັນດາວິສາຫະກິດທີ່ກອງປະຊຸມສົ່ງອອກສະເພາະຂະແໜງ “ເປີດກະແຈຄວາມສາມາດບົ່ມຊ້ອນດ້ານການສົ່ງອອກ: ມາດຕະການແກ້ໄຂການໜູນຊ່ວຍວິສາຫະກິດຈາກ Alibaba.com ໃນປີ 2025” ໂດຍສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ ຈັດຕັ້ງໃນວັນທີ 28 ກຸມພານີ້ ຢູ່ນະຄອນໂຮ່ຈີມິນ.
ຕາມທ່ານນາງ ຫງວຽນທິເຟືອງອວຽນ, ຜູ້ອຳນວຍການດ້ານການຕະຫຼາດຂອງ Alibaba.com ຫວຽດນາມ ແລ້ວ, ປະຈຸບັນ, ສິນຄ້າຂອງວິສາຫະກິດມີທ່າໄດ້ປຽບ ແລະມີລູກຄ້າຈຳນວນຫຼວງຫຼາຍຊອກຫາໃນສູນທຸລະກຳການຄ້າເອເລັກໂຕນິກນີ້: “ທີໜຶ່ງແມ່ນໄດ້ປຽບດ້ານລາຄາ, ບໍ່ແມ່ນວ່າລາຄາຖືກ, ບໍ່ແມ່ນວ່າຄ່າແຮງງານຖືກ, ຫາກແມ່ນໄດ້ຮັບອັດຕາພາສີພິເສດຈາກສັນຍາການຄ້າເສລີ (FTA). ພວກເຮົາຍັງມີທ່າໄດ້ປຽບກ່ຽວກັບຕົ້ນກຳເນີດຂອງສິນຄ້າ”.
    |
 |
ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ (ITPC). ພາບ: vov.vn |
ໃນສູນທຸລະກຳການຄ້າເອເລັກໂຕນິກ Alibaba, ບັນດາວິສາຫະກິດຫວຽດນາມ ມີ 590 ບັນຊີລາຍຊື່ສິນຄ້າດ້ວຍວິສາຫະກິດນັບພັນແຫ່ງ. ເພື່ອໜູນຊ່ວຍບັນດາວິສາຫະກິດສົ່ງເສີມການສົ່ງອອກຜ່ານສູນທຸລະກຳການຄ້າເອເລັກໂຕນິກ, ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: “ພວກເຮົາຈະເຊື່ອມຕໍ່ກັບບັນດາສູນທຸລະກຳການຄ້າເອເລັກໂຕນິກທີ່ມີຊື່ສຽງໃນໂລກ ເພື່ອໜູນຊ່ວຍບໍາລຸງສ້າງໃຫ້ວິສາຫະກິດ. ພວກເຮົາເຊີນຜູ້ຊ່ຽວຊານມາຝຶກອົບຮົມຕາມແຕ່ລະຫົວຂໍ້, ຊ່ວຍໃຫ້ວິສາຫະກິດກໍາແໜ້ນກາລະໂອກາດດໍານເນີນທຸລະກິດ ແລະເຊື່ອມຕໍ່ກັບສູນທຸລະກຳຕ່າງໆເພື່ອໄດ້ຮັບການບໍາລຸງສ້າງ, ໜູນຊ່ວຍລົງເລິກ".
ສ່ວນຝ່າຍ Alibaba, ທ່ານ Young Liu, ຜູ້ອຳນວຍການແຫ່ງຊາດ Alibaba.com ຫວຽດນາມ ໃຫ້ຮູ້ວ່າ: ສູນການຄ້າເອເລັກໂຕນິກຂ້າມຊາຍແດນນີ້ມີຫຼາຍນະໂຍບາຍໜູນຊ່ວຍຜູ້ຂາຍສິນຄ້າຫວຽດນາມ. ໃນປີນີ້, Alibaba ສຸມໃສ່ຍົກລະດັບລະບົບຕ່ອງໂສ້ການສະໜອງ ແລະມາດຕະການ logistics ສະເພາະໃຫ້ແກ່ຕະຫຼາດຫວຽດນາມ; ພ້ອມທັງ, ຜັນຂະຫຍາຍບັນດາມາດຕະການພາຍໃນ ແລະໜູນຊ່ວຍວິສາຫະກິດ.
ໂດຍ: ໄຊນີດາ