ຫວຽດນາມ ແລະນິວຊີແລນ ສືບຕໍ່ຮັກສາສາຍພົວພັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະພັດທະນາ, ດ້ວຍຄວາມເຄົາລົບນັບຖືເຊິ່ງກັນ ແລະກັນ ແລະຄໍາໝັ້ນສັນຍາລວມເພື່ອສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນ. ເຖິງວ່າຍັງມີສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ສອງປະເທດຍັງຕັ້ງໜ້າຮ່ວມມືເພື່ອເພີ່ມທະວີການພົວພັນໃນຫຼາຍຂົງເຂດ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ Suzannah Jessep ຜູ້ອໍານວຍການຝ່າຍບໍລິຫານຂອງກອງທຶນອາຊີ-ນິວຊີແລນ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ທະວີບ ໂອເຊອານີ ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ແລະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ດ້ວຍຫົວຂໍ້ “ສ້າງອາຊຽນ ສາມັກຄີ, ກວມລວມ ແລະເຂັ້ມແຂງດ້ວຍຕົນເອງໃນໂລກທີ່ພວມຜັນແປ”.

leftcenterrightdel
ທ່ານນາງ Suzannah Jessep ຜູ້ອໍານວຍການຝ່າຍບໍລິຫານຂອງກອງທຶນ ອາຊີ-ນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບການປີ 2025 ຫວຽດນາມ ແລະນິວຊີແລນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທ່ານນາງ Suzannah Jessep ໃຫ້ຂໍ້ສັງເກດວ່າ ສອງປະເທດໄດ້ພັດທະນາສາຍພົວພັນຢ່າງແໜ້ນແຟ້ນ, ມີຄວາມຫຼາກຫຼາຍ, ຈຸດພົ້ນເດັ່ນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການສ້າງຕັ້ງໃນປີ 2020. ສາຍພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະນິວຊີແລນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ລວມມີ ການຄ້າ, ການສຶກສາ, ການປ້ອງກັນຊາດ ແລະພັດທະນາແບບຍືນຍົງ.

ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 14 ຂອງ ນິວຊີແລນ. ການຄ້າສອງສົ້ນໄດ້ຮັບການເຕີບໂຕພໍສົມຄວນ, ດ້ວຍວົງເງິນການຄ້າສອງສົ້ນບັນລຸປະມານ 1,3 ຕື້ໂດລາສະຫະລັດໃນປີ 2024. ທັງສອງປະເທດລ້ວນແຕ່ວາງເປົ້າໝາຍສູ້ຊົນເພີ່ມຕົວເລກນີ້ຂຶ້ນເປັນ 3 ຕື້ໂດລາສະຫະລັດ ໃນປີ 2026.

ທ່ານນາງ Suzannah Jessep ຖືວ່າ ສາຍພົວພັນນີ້ໄດ້ຮັບການປັບປຸງຜ່ານການຢ້ຽມຢາມ ແລະເຈລະຈາຂັ້ນສູງສອງຝ່າຍໃນໄລຍະມໍ່ໆມານີ້. ເດືອນມີນາ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມນິວຊີແລນ. ໃນຂະນະນັ້ນ, ທ່ານ Winston Peters ລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ ໄດ້ມາຢ້ຽມຢາມຫວຽດນາມ ໃນເດືອນມິຖຸນາ 2024, ວາງເປົ້າໝາຍສຸມໃສ່ເຮັດໃຫ້ສາຍພົວພັນຮ່ວມມືທີ່ມີຢູ່ແລ້ວເລິກເຊິ່ງກວ່າ ແລະຂຸດຄົ້ນກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ. ຕາມຂໍ້ສັງເກດຂອງທ່ານນາງ Suzannah Jessep ແລ້ວ, ແງ່ຫວັງຫວຽດນາມ ແລະນິວຊີແລນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນຄວາມມຸ່ງມາດປາດຖະໜາລວມຂອງສອງລັດຖະບານ ແລະກໍ່ແມ່ນເປົ້າໝາຍຄວນໄດ້ຮັບການປະຕິບັດຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງແລ້ວ, ສອງປະເທດຄວນຮ່ວມມືຢ່າງເລິກເຊິ່ງກວ່າອີກໃນບາງຂົງເຂດ.

ວິຈານຕໍ່ສາຍພົວພັນ ນິວຊີແລນ-ອາຊຽນ, ທ່ານນາງ Suzannah Jessep ຖືວ່າ ນິວຊີແລນ ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ມີສາຍພົວພັນອັນແໜ້ນແຟ້ນ ແລະຍາວນານ, ໃນນັ້ນ ຕ້ອງເວົ້າເຖິງສາຍພົວພັນດ້ານເສດຖະກິດ, ການພົວພັນຄູ່ຮ່ວມມືຍຸດທະສາດ ແລະການພົວພັນພົບປະແລກປ່ຽນປະຊາຊົນ.

ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງນິວຊີແລນ, ຖັດຈາກ ຈີນ ແລະອົດສະຕາລີ. ປີ 2023, ການສົ່ງອອກຂອງ ນິວຊີແລນ ເຂົ້າອາຊຽນ ບັນລຸ 5,25 ຕື້ໂດລາສະຫະລັດ, ກວມເກືອບ 10% ຍອດວົງເງິນສົ່ງອອກຂອງປະເທດທະວີບ ໂອເຊອານີ ນີ້.

ທ່ານນາງ Suzannah Jessep ໃຫ້ຂໍ້ສັງເກດວ່າ ສາຍພົວພັນລະຫວ່າງ ນິວຊີແລນ ແລະອາຊຽນ ໄດ້ຮັບການປັບປຸງຍ້ອນສາຍພົວພັນຄູ່ຮ່ວມມືຍຸດທະສາດ, ດ້ວຍການເຈລະຈາ ແລະຄຳໝັ້ນສັນຍາຂັ້ນສູງພວມດໍາເນີນ. ພິເສດ, ໃນເດືອນເມສາ 2024, ທ່ານ Christopher Luxon ນາຍົກລັດຖະມົນຕີ ໄດ້ມີການພົບປະກັບການນຳອາຊຽນ ທີ່ນະຄອນ Melbourne (ອົດສະຕາລີ). ການປະກົດຕົວຂອງທ່ານ Christopher Luxon ນາຍົກລັດຖະມົນຕີ ທີ່ເວທີປາໄສອະນາຄົດອາຊຽນຄັ້ງນີ້ ແມ່ນເຫດການຫຼ້າສຸດໃນການເຄື່ອນໄຫວຮ່ວມມືຂັ້ນສູງຂອງລັດຖະບານນິວຊີແລນ ກັບອາຊຽນ ແນໃສ່ເນັ້ນໜັກຄໍາໝັ້ນສັນຍາຂອງນິວຊີແລນ ໃນການເພີ່ມທະວີການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕາມການຕີລາຄາຂອງທ່ານນາງ Suzannah Jessep ແລ້ວ, ບັນດາປະເທດອາຊຽນ ສືບຕໍ່ແມ່ນແຫຼ່ງສະໜອງນັກສຶກສາ, ແຂກທ່ອງທ່ຽວ ແລະຜູ້ອົບພະຍົບ ມານິວຊີແລນ ຕົ້ນຕໍ. ການຄົ້ນຄວ້າຂອງກອງທຶນອາຊີ-ນິວຊີແລນ ສະແດງໃຫ້ເຫັນວ່າ ປະຊາຄົມອາຊີຕາເວັນອອກສ່ຽງໃຕ້ນັບມື້ນັບປະກອບສ່ວນເຂົ້ານັບມື້ນັບຫຼາຍເຂົ້າວັດທະນະທໍາຫຼາຍຮູບຫຼາຍແບບ ແລະຜົນສໍາເລັດທາງດ້ານເສດຖະກິດຂອງນິວຊີແລນ ດ້ວຍຫຼາຍຮູບການ.

ທ່ານນາງ Suzannah Jessep ຖືວ່າ ສາຍພົວພັນ ນິວຊີແລນ-ອາຊຽນ ຍັງຄົງແມ່ນສາຍພົວພັນເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ການຮ່ວມມືຍຸດທະສາດ ແລະແລກປ່ຽນວັດທະນະທຳທີ່ອຸດົມສົມບູນ. ທັງສອງຝ່າຍຄວນສືບຕໍ່ມານະພະຍາຍາມເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະເພີ່ມທະວີການພົວພັນຄູ່ຮ່ວມມື ແລະສິ່ງດັ່ງກ່າວຈະນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ