ສະໂລວາເກຍ ຖືຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າໃນອາຊີ - ປາຊີຟິກ
ກປ.ອອນໄລ - ສະໂລວາເກຍ ຫວັງວ່າ ການພົວພັນ 2 ຝ່າຍກັບຫວຽດນາມ ຈະກາຍເປັນຄູ່ຮ່ວມມືຍຸດທະສາດ.
ຫວ່າງມໍ່ໆນີ້, ຢູ່ສຳນັກງານກະຊວງການຕ່າງປະເທດສະໂລວາເກຍ, ທ່ານ ຟ້າມເຈືອງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະໂລວາເກຍ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ Marek Estok ຮອງລັດຖະມົນຕີຜູ້ໜຶ່ງຮັບຜິດຊອບການເມືອງກະຊວງການຕ່າງປະເທດ ແລະບັນດາບັນຫາເອີລົບ.
    |
 |
ທ່ານ ຟ້າມເຈືອງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະໂລວາເກຍ ແລະທ່ານ Marek Estok ຮອງລັດຖະມົນຕີຜູ້ໜຶ່ງຮັບຜິດຊອບການເມືອງກະຊວງການຕ່າງປະເທດ ແລະບັນດາ ບັນຫາເອີລົບຂອງສະໂລວາເກຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຟ້າມເຈືອງຢາງ, ທ່ານຮອງລັດຖະມົນຕີ Marek Estok ຢືນຢັນຄວາມເຄົາລົບນັບຖືຕໍ່ຖານະບົດບາດສາກົນຂອງຫວຽດນາມ; ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງສະໂລວາເກຍ ຢູ່ອາຊີ - ປາຊີຟິກ. ໃນໄລຍະຈະມາເຖິງ, ສະໂລວາເກຍ ປາດຖະໜາຢາກຂຸດຄົ້ນ, ຊຸກຍູ້ການພົວພັນດ້ານເສດຖະກິດສາກົນ, ຕາມນັ້ນຈະເພີ່ມພະນັກງານທີ່ປຶກສາດ້ານເສດຖະກິດຢູ່ສະຖານທູດສະໂລວາເກຍ ປະຈຳ ຫວຽດນາມ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ: ອຳນາດການປົກຄອງ ແລະປະຊາຊົນ ປະເທດປະຈໍາຖິ່ນ ຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ ສະໂລວາເກຍ - ປະຊາຄົມທີ່ຂະຫຍັນຂັນເຄື່ອນ, ເປັນມິດໄດ້ຮອງຮັບແມ່ນປະຊາຄົມຊົນເຜົ່າສ່ວນນ້ອຍຂອງສະໂລວາເກຍ. ສະໂລວາເກຍ ປາດຖະໜາວ່າການພົວພັນສອງຝ່າຍກັບຫວຽດນາມ ຈະກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດ.
ສ່ວນທ່ານ ເອກອັກຄະລັດຖະທູດ ຟ້າມເຈືອງຢາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບບັນດາປະເທດເອີລົບຕາເວັນອອກກາງ, ໃນນັ້ນມີ ສະໂລວາເກຍ. ທ່ານເອກອັກຄະລັດຖະທູດຕີລາຄາສູງອຳນາດການປົກຄອງປະເທດປະຈໍາຖິ່ນໄດ້ຮັບຮອງປະຊາຄົມຊາວຫວຽດນາມ ຢູ່ ສະໂລວາເກຍ ເປັນປະຊາຄົມຊາວເຜົ່າທີ 14 ຢ່າງເປັນທາງການ; ຫວັງວ່າໃນໄລຍະຈະມາເຖິງ, ອໍານາດການປົກຄອງສະໂລວາເກຍ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ປະສົບຜົນສຳເລັດ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ສັງຄົມປະເທດປະຈໍໍາຖິ່ນ ແລະການພົວພັນລະຫວ່າງ 2 ປະເທດ.
ໂດຍ: ໄຊນີດາ