ມາເລເຊຍ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ
ທ່ານ ເລືອງເກື່ອງ ຊົມເຊີຍທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ທີ່ໄດ້ມາຢ້ຽມຢາມຫວຽດນາມ ຄືນໃໝ່; ຊົມເຊີຍ ມາເລເຊຍ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໂດຍສະເພາະແມ່ນເສດຖະກິດ, ບົດບາດ ແລະຖານະທີ່ຕັ້ງສາກົນນັບມື້ນັບສູງ; ເຊື່ອໝັ້ນວ່າ ມາເລເຊຍ ຈະດຳລົງຕຳແໜ່ງປະທານອາຊຽນ 2025 ປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ Anwar Ibrahim ຢັ້ງຢືນວ່າ ມາເລເຊຍ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງ, ຮອບດ້ານ, ສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຮັບການສ້າງຕັ້ງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ. ພາບ: ສຳນັກຂ່າວສານຫວຽດນາມ |
ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຕັ້ງໜ້າ ແລະແທດຈິງໃນການພົວພັນສອງປະເທດ, ໃນນັ້ນມີການຢ້ຽມຢາມ ມາເລເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ໃນເດືອນ ພະຈິກ 2024. ສອງຝ່າຍເຫັນດີເປັນເອກະພາບຖືວ່າ ຄວາມຕ້ອງການ ແລະຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພັດທະນາສີຂຽວ, ການຫັນປ່ຽນດີຈີຕອນ, ນ້ຳມັນອາຍແກັສ, ການປະມົງ, ອາຫານ Halal ແລະການທ່ອງທ່ຽວ. ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ການນຳສອງທ່ານຕີລາຄາສູງເລື່ອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ຄື: ອາຊຽນ, ສະຫະປະຊາຊາດ, ອາເປັກ... ທ່ານ ເລືອງເກື່ອງ ຕີລາຄາສູງວິໄສທັດ ແລະບັນດາຄຳເຫັນສຳຄັນຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ທີ່ເວທີປາໄສອະນາຄົດອາຊຽນ 2025; ຢັ້ງຢືນວ່າ ຫວຽດນາມ ຈະປະສານສົມທົບກັນຢ່າງແໜ້ນແຟ້ນກັບ ມາເລເຊຍ-ປະທານອາຊຽນ 2025 ຜັນຂະຫຍາຍບັນດາບຸລິມະສິດທີ່ໄດ້ວາງອອກ, ມຸ່ງໄປເຖິງປະຊາຄົມອາຊຽນ ຍືນຍົງ ແລະກວມລວມຖືກຕາມຫົວຂໍ້ຂອງອາຊຽນ ປີນີ້, ຊ່ວຍເພີ່່ມທະວີຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: ສຳນັກຂ່າວສານຫວຽດນາມ |
ການນຳສອງທ່ານເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນ ແລະພ້ອມກັບບັນດາປະເທດຮັກສາທັດສະນະລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະເຂັ້ມງວດ, ຊຸກຍູ້ການເຈລະຈາ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.
* ວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບປະທານອາຫານເຊົ້າ, ເຮັດວຽກກັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ.
ທ່ານ ຟ້າມມິງຈິ໊ງ ຊົມເຊີຍ ມາເລເຊຍ ບັນລຸໄດ້ຫຼາຍຜົນງານພົ້ນເດັ່ນ, ກາຍເປັນໜຶ່ງໃນຈຳນວນ 27 ພື້ນຖານເສດຖະກິດທີ່ມີຄວາມແກ່ງແຍ້ງແຖວໜ້າໃນໂລກ; ສະແດງຄວາມເຊື່ອໝັ້ນວ່າ ມາເລເຊຍ ຈະບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດຮອບດ້ານຕາມນະໂຍບາຍເສດຖະກິດ MADANI ໂດຍທ່ານນາຍົກລັດຖະມົນຕີ Anwar Ibrahim ລິເລີ່ມ. ທ່ານນາຍົກລັດຖະມົນຕີ Anwar Ibrahim ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ມາເລເຊຍ ໃນພາກພື້ນ ແລະໃຫ້ຄຳໝັ້ນສັນຍາຕັດສິນໃຈຍູ້ແຮງການປະຕິບັດການຮ່ວມມືແທດຈິງລະຫວ່າງສອງປະເທດສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫາກໍ່ໄດ້ຮັບການສ້າງຕັ້ງ.
    |
 |
ທ່ານ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ. ພາບ: ຫວຽດຈູງ |
ສອງຝ່າຍຕີລາຄາສູງເລື່ອງສອງປະເທດໄດ້ປະສານສົມທົບກັນ ແລະສະໜັບສະໜູນກັນ ສະໝັກເລືອກຕັ້ງເຂົ້າບັນດາອົງຈັດຕັ້ງສາກົນ; ເຫັນດີເປັນເອກະພາບປະສານສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ອື່ນໆ, ສ້າງອາຊຽນ ສາມັກຄີ, ເອກະພາບ, ເພີ່ມທະວີການຮ່ວມມືໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງໃນການແກ້ໄຂບັນຫາຍຸດທະສາດຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນຈະສະໜັບສະໜູນ ມາເລເຊຍ ດຳລົງຕຳແໜ່ງປະທານອາຊຽນ 2025 ປະສົບຜົນສຳເລັດ, ມຸ່ງໄປເຖິງ ອາຊຽນ ຍືນຍົງ ແລະກວມລວມໃຫ້ຖືກຕາມຫົວຂໍ້ຂອງອາຊຽນ ປີນີ້; ເຊື່ອໝັ້ນວ່າ ມາເລເຊຍ ຈະນຳພາ ອາຊຽນ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ນັບມື້ນັບສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບປະສານສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການປະຕິບັດ DOC ຢ່າງເຂັ້ມງວດ ແລະດໍາເນີນການເຈລະຈາ COC ໃຫ້ມີເນື້ອແທ້, ມີປະສິດທິຜົນບົນພື້ນຖານສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982, ປະກອບສ່ວນສ້າງທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.
ຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດບ້ານໃກ້ເຮືອນຄຽງຂອງ ຈີນ
* ວັນທີ 26 ກຸມພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sun Weidong ຮອງລັດຖະມົນຕີການຕ່າງປະເທດຈີນ ທີ່ພວມຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ 2025.
ບົນພື້ນຖານຄວາມຄືບໜ້າທີ່ຕັ້ງໜ້າໃນທ່າອ່ຽງພັດທະນາຂອງການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ສອງກະຊວງການຕ່າງປະເທດ ເສີມຂະຫຍາຍບົດບາດແມ່ນ ອົງການປະຈຳການຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ, ຊຸກຍູ້ການເຄືອນໄຫວພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນລະຫວ່າງສອງພັກ, ສອງລັດ. ພ້ອມທັງປະສານງານການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນການຜັນຂະຫຍາຍໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຍູ້ໄວການແລກປ່ຽນ ເພື່ອລົງນາມອະນຸສັນຍາກ່ຽວກັບການສົ່ງອອກຜະລິດຕະພັນກະເສດຫວຽດນາມ ໄປຍັງ ຈີນ; ຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ປາດຖະໜາວ່າ ສອງຝ່າຍຈະປະຕິບັດຄຳຮັບຮູ້ລວມຂັ້ນສູງ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sun Weidong ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານ Sun Weidong ສະແດງຄວາມເຫັນດີຕໍ່ກັບຄໍາເຫັນຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການຊຸກຍູ້ການພົວພັນສອງພັກ, ສອງລັດ; ຢັ້ງຢືນວ່າ ພັກ, ລັດຖະບານ ຈີນ ຍາມໃດກໍ່ຖືການພົວພັນກັບຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດບ້ານໃກ້ເຮືອນຄຽງຂອງ ຈີນ. ກະຊວງການຕ່າງປະເທດ ຈີນ ພ້ອມແລ້ວທີ່ຈະປະສານສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ຊຸກຍູ້ການເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ, ປະກອບສ່ວນນຳການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ໃຫ້ມີຄວາມໝາຍຍຸດທະສາດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສອງປະເທດ ແລະປະຊາຊົນສອງປະເທດ.
ອາຊຽນ ຕ້ອງສ່ອງແສງສະຫວ່າງຄື “ປະພາຄານແຫ່ງຄວາມຫວັງ”
ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂັ້ນສູງເວທີປາໄສອະນາຄົດ ອາຊຽນ 2025. ເຂົ້າຮ່ວມວາລະຄົບຄະນະຂັ້ນສູງມີທ່ານ José Ramos-Horta ປະທານາທິບໍດີ Timor-Leste José, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມວາລະຄົບຄະນະຂັ້ນສູງເວທີປາໄສອະນາຄົດອາຊຽນ 2025. ພາບ: ຫວຽດຈູງ |
ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ມີຂໍ້ລິເລີ່ມຈັດຕັ້ງເວທີປາໄສອະນາຄົດອາຊຽນ. ທ່ານນາຍົກລັດຖະມົນຕີ Anwar Ibrahim ສະແດງຄວາມປິຕິຊົມຊື່ນເມື່ອຢ້ຽມຢາມຫວຽດນາມ ຄືນໃໝ່; ສະແດງຄວາມເຄົາລົບນັບຖືປະທານ ໂຮ່ຈີມິນ, ກໍ່ຄືນິຍົມນັບຖືກິດຈະການຕໍ່ສູ້, ຍາດເອົາເອກະລາດ, ປົດປ່ອຍປະເທດຂອງຫວຽດນາມ ກ່ອນໜ້ານີ້, ໃນນັ້ນເຊີດຊູຂອບຂະໜາດ, ຄວາມໝາຍປະຫວັດສາດຂອງໄຊຊະນະດ້ຽນບຽນຝູ. ທ່ານນາຍົກລັດຖະມົນຕີ Anwar Ibrahim ຕີລາຄາສູງຜົນງານແຫ່ງການກໍ່ສ້າງ ແລະພັດທະນາປະເທດຂອງຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ແມ່ນເລື່ອງລາວປະສົບຜົນສຳເລັດທີ່ໜ້າ ນິຍົມນັບຖື. ທ່ານນາຍົກລັດຖະມົນຕີ Anwar Ibrahim ເນັ້ນໜັກວ່າ ອາຊຽນ ແມ່ນ ອົງການຈັດຕັ້ງທີ່ໂດດເດັ່ນ, ມີພະລັງຊີວິດເໜືອປົກກະຕິ. ອາຊຽນ ບໍ່ຢືນຢູ່ນອກຫາກແມ່ນກຳລັງຂະຫຍັນຂັນເຄືອນໃນວິວັດທະນາການທົ່ວໂລກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ José Ramos-Horta ປະທານາທິບໍດີ ຕິມໍ ແລັດສະເຕ, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ເຂົ້າຮ່ວມ ວາລະຄົບຄະນະຂັ້ນສູງເວທີປາໄສອະນາຄົດ ອາຊຽນ 2025. ພາບ: ຫວຽດຈູງ |
ຕາມທ່ານນາຍົກລັດຖະມົນຕີ Anwar Ibrahim, ສະຖານະການໂລກ ແລະພາກພື້ນພວມປະເຊີນໜ້າກັບການຜັນແປຢ່າງເລິກເຊິ່ງ. ໃນສະພາບການດັ່ງກ່າວ, ອາຊຽນ ຕ້ອງສ່ອງແສງສະຫວ່າງ, ຄື: “ປະພາຄານແຫ່ງຄວາມຫວັງ”, ຕ້ອງສາມັກຄີ, ເສີມຂະຫຍາຍບົດບາດໃຈກາງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນ. ພາບ: ຫວຽດຈູງ |
ໃນຂະນະນັ້ນ, ທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຂອງຫວຽດນາມ ໃນບົດບາດປະສານງານການພົວພັນອາຊຽນ-ນິວຊີແລນ. ທ່ານນາຍົກລັດຖະມົນຕີ Christopher Luxon ຕີລາຄາສູງບັນດາຜົນງານ ເຊິ່ງອາຊຽນ ບັນລຸໄດ້; ເນັ້ນໜັກວ່າ ນິວຊີແລນ ຖືເປັນສຳຄັນການພົວພັນກັບ ອາຊຽນ, ຕີລາຄາສູງບົດບາດໃຈກາງຂອງອາຊຽນ, ສະໜັບສະໜູນທັດສະນະຂອງອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ-ປາຊີຟິກ (AOIP). ທ່ານນາຍົກລັດຖະມົນຕີ Christopher Luxon ຢັ້ງຢືນວ່າ ນິວຊີແລນ ໃຫ້ຄໍາໝັ້ນສັນຍາເປີດກວ້າງ ແລະເພີ່ມທະວີການພົວພັນກັບ ອາຊຽນ ເວົ້າລວມ, ບັນດາປະເທດສະມາຊິກ ອາຊຽນ ເວົ້າສະເພາະ.
    |
 |
ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ຢັ້ງຢືນວ່າ ຫວຽດນາມ ແມ່ນເລື່ອງລາວປະສົບຜົນສຳເລັດໜ້ານິຍົມນັບຖື. ພາບ: ຫວຽດຈູງ |
ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກເຖິງຄວາມສຳຄັນຂອງບັນຫາກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຂອງຍຸດທະສາດຂອງທຸກປະເທດ, ທຸກອົງການຈັດຕັ້ງໃນໂລກ, ໃນນັ້ນມີຫວຽດນາມ ແລະອາຊຽນ. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ບັນຫານີ້ສະແດງໃຫ້ເຫັນຜ່ານຄວາມດຸນດ່ຽງໃນການພົວພັນຕ່າງປະເທດບົນພື້ນຖານກົດໝາຍ ເພື່ອແນໃສ່ສ້າງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາ; ການພັດທະນາດ້ານເສດຖະກິດເພື່ອບໍ່ຖືກຕົກຢູ່ເບື້ອງຫຼັງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງຢ່າງສອດຄ່ອງກັບສະພາບຕົວຈິງ; ຮັກສາ, ເສີມຂະຫຍາຍວັດທະນະທຳ, ສີສັນ.
ໂດຍ: ແສງເດືອນ