ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມວົງແຄບລັດຖະມົນຕີ ເສດຖະກິດອາຊຽນ
ກປ.ອອນໄລ - ວັນທີ 28 ກຸມພາ, ກອງປະຊຸມລັດຖະມົນຕີວົງແຄບລັດຖະມົນຕີເສດຖະກິດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (AEMR-31) ໄດ້ດຳເນີນຢູ່ລັດ Johor ຂອງມາເລເຊຍ.
ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະຕີມໍເລສເຕ, ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຫວຽດນາມ, ລວມມີບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະການຄ້າ ແລະກະຊວງການຕ່າງປະເທດ ນໍາໂດຍທ່ານ ຫງວຽນຊິງເຍີດເຕີນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເຂົ້າຮ່ວມກອງປະຊຸມ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 31 (AEMR-31) ຖ່າຍຮູບທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະສັນຮັບຮອງເອົາ 18 ຂໍ້ລິເລີ່ມ ແລະບຸລິມະສິດໃນການຮ່ວມມືດ້ານເສດຖະກິດໃນປີປະທານອາຊຽນ 2025 ທີ່ມາເລເຊຍ ສະເໜີ, ສຸມໃສ່ເຂົ້າໃນການຊຸກຍູ້ການຄ້າ ແລະການລົງທຶນ; ສ້າງຂັ້ນຕອນພັດທະນາແບບກວມລວມ ແລະຍືນຍົງ; ເພີ່ມທະວີການເຊື່ອມໂຍງ ແລະເຊື່ອມຈອດເສດຖະກິດ; ກໍ່ສ້າງພື້ນຖານເສດຖະກິດດີຈີຕອນຂອງອາຊຽນ ໃຫ້ເຂັ້ມແຂງດ້ວຍຕົນເອງ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານກ່ຽວກັບຫຼັກການ ເຈລະຈາຍົກລະດັບຂອບສັນຍາອາຊຽນກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາ, ພ້ອມທັງຮັບຮູ້ຂໍ້ລິເລີ່ມ, ຂໍ້ສະເໜີ, ວິທີແກ້ໄຂ, ກໍ່ຄືຍົກອອກທິດທາງລະອຽດ ເພື່ອຮັບປະກັນບັນລຸໄດ້ບັນດາເປົ້າໝາຍ,ແຜ່ນການທີ່ວາງໃນປີ 2025 - ປີບານທັບສິ້ນສຸດການປະຕິບັດແຜນການສັງລວມປະຊາຄົມເສດຖະກິດ 2025.
ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ຄະນະຫວຽດນາມ ໄດ້ປຶກສາຫາລືຢ່າງຕັ້ງໜ້າກ່ຽວກັບບັນດາເນື້ອໃນໃນໂຄງການດໍາເນີນງານ, ສະແດງຄວາມສະໜັບສະໜູນຂໍ້ລິເລີ່ມ ແລະບຸລິມະສິດໃນປີເປັນປະທານອາຊຽນ ປີ 2025 ຂອງມາເລເຊຍ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍບັນດາຄວາມມານະພະຍາຍາມຂອງມາເລເຊຍ, ອາຊຽນ ຈະບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫຼວງ, ມຸ່ງໄປເຖິງອາຊຽນ “ກວມລວມ ແລະຍືນຍົງ”.
ໂດຍ: ໄຊນີດາ