ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ Laszlo Kövér ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານລັດຖະສະພາລະຫວ່າງ 2 ປະເທດ, ພິເສດແມ່ນໃນການແບ່ງປັນບົດຮຽນດ້ານນິຕິບັນຍັດ. ທ່ານ Laszlo Kövér ສະເໜີບາງມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນ ມີການຊຸກຍູ້ການຄ້າ, ການລົງທຶນ, ການຮ່ວມມືດ້ານການສຶກສາ, ການຮ່ວມມືລະຫວ່າງທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ ບຸ່ຍເລທ໊າຍ ຢືນຢັນວ່າ ການພົວພັນລະຫວ່າງ 2 ປະເທດມີບາດກ້າວພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ. ທ່ານເອກອັກຄະລັດຖະທູດສະເໜີໃຫ້ສະພາແຫ່ງຊາດຮຸງກາຣີ ເພີ່ມທະວີການຕິດຕາມກວດກາ ແລະຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ລັດຖະບານ 2 ປະເທດລົງນາມ; ຫວັງວ່າສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາອົງການວິຊາການ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດ; ແບ່ງປັນປະສົບການກັບສະພາແຫ່ງຊາດຫວຽດນາມ ໃນການກໍ່ສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ.
ໂດຍ: ໄຊນີດາ
Type the code from the image