ນັກຂ່າວ: ທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນຄວາມໝາຍ ແລະເນື້ອໃນຕົ້ນຕໍຂອງການຢ້ຽມຢາມຂອງທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ (WGS) 2025 ແລະດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ UAE?

ທ່ານ ຫງວຽນແທງຢຽບ ເອກອັກຄະລັດຖະທູດ: ການຢ້ຽມຢາມ UAE ຂອງທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແມ່ນມີຄວາມໝາຍສຳຄັນ, ໃນສະພາບການທີ່ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ແລະລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຫວຽດນາມ - UAE (CEPA) ໃນຂອບເຂດການຢ້ຽມຢາມ UAE ທີ່ປະສົບຜົນສໍາເລັດຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໃນເດືອນຕຸລາ ປີ 2024.

leftcenterrightdel
ເຈົ້າໜ້າທີ່ທັງສອງຝ່າຍຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ Sheikh Mansour Bin Zayed Al Nahyan ຮອງປະທານາທິບໍດີ UAE ໃນການຢ້ຽມຢາມ UAE ໃນເດືອນຕຸລາ 2024. ພາບ: ເຍິດບັກ

ສະນັ້ນ, ການຢ້ຽມຢາມໄດ້ຢືນຢັນຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການເພີ່ມທະວີການພົວພັນກັບ UAE ແລະພາກພື້ນຕາເວັນອອກກາງ. ຄາດຄະເນວ່າ ທ່ານ ບຸ່ຍແທງເຊີນ  ຈະມີການພົບປະກັບບັນດາການນຳຂັ້ນສູງຂອງ UAE, ກອງທຶນລົງທຶນ, ບັນດາກຸ່ມວິສາຫະກິດໃຫຍ່ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ຍາດແຍ່ງບັນດາກາລະໂອກາດຈາກການຮ່ວມມືສອງຝ່າຍເພື່ອປະກອບສ່ວນຍູ້ໄວການສ້າງສາ ແລະພັດທະນາປະເທດຊາດ.

ນອກຈາກນັ້ນ, ໃນຂອບເຂດການຢ້ຽມຢາມ, ທ່ານ ບຸ່ນແທງເຊີນ ຍັງຈະເຂົ້າຮ່ວມ ແລະພ້ອມກັບການນຳກະຊວງວັດທະນະທຳ UAE ຕັດແຖບຜ້າເປີດງານວາງສະແດງຮູບແຕ້ມ ແລະຊຸດເສື້ອຍາວຫວຽດນາມ ດ້ວຍຫົວຂໍ້ວ່າ “ຈິດວິນຍານຫວຽດນາມ”, ເຊິ່ງແມ່ນເຫດການວັດທະນະທຳທີ່ສໍາຄັນເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທຳ, ສິລະປະທີ່ເປັນເອກະລັກຂອງຫວຽດນາມ ໂດຍສະຖານທູດຫວຽດນາມ ປະຈໍາ UAE ຈັດຕັ້ງ, ປະກອບສ່ວນຊຸກຍູ້ການໂຄສະນາ, ເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວຫວຽດນາມ, ເພີ່ມທະວີການພົວພັນຕ່າງປະເທດປະຊາຊົນສອງປະເທດ.

ນັກຂ່າວ: ຄູ່ຮ່ວມມືຮອບດ້ານຫວຽດນາມ - UAE ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຫວຽດນາມ - UAE (CEPA) ຍັງ “ສົດໆຮ້ອນໆ”, ໃນການຢ້ຽມຢາມ UAE ໃນເດືອນ ຕຸລາ 2024 ທ່ານ ຟ້າມມິງຈິ໊ງ ກໍ່ໄດ້ເນັ້ນໜັກວ່າ ສອງປະເທດຄວນໝູນໃຊ້ “ເວລາ ແລະສະຕິປັນຍາ” ໃຫ້ໄດ້ຫຼາຍທີ່ສຸດເພື່ອຜັນຂະຫຍາຍວຽກງານລະອຽດໂດຍທັນທີ. ຂະບວນການນີ້ໄດ້ລິເລີ່ມຄືແນວໃດ ດ້ວຍວິໄສທັດ ແລະແງ່ຫວັງເປັນແນວໃດ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນແທງຢຽບ ເອກອັກຄະລັດຖະທູດ: ສາມາດເວົ້າໄດ້ວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ທ່ານນາຍົກລັດຖະມົນຕີ  ຢ້ຽມຢາມ UAE ຢ່າງເປັນທາງການໃນເດືອນ ຕຸລາ 2024 ນັ້ນ ມີລັກສະນະປະຫວັດສາດ, ສ້າງພື້ນຖານທີ່ສຳຄັນເປັນພິເສດເພື່ອນຳການພົວພັນຫວຽດນາມ - UAE ໃຫ້ເຂົ້າສູ່ໄລຍະພັດທະນາໃໝ່. ພາຍຫຼັງການຢ້ຽມຢາມສິ້ນສຸດລົງ, ທັງສອງຝ່າຍໄດ້ມີບາດກ້າວເດີນທີ່ລະອຽດ,  ສະແດງໃຫ້ເຫັນຄວາມຕັດສິນໃຈຫັນຄຳໝັ້ນສັນຍາໃນການຢ້ຽມຢາມເປັນລະອຽດຖືກຕາມເນື້ອໃນຈິດໃຈ “ໄດ້ເວົ້າເຮັດ, ໄດ້ໃຫ້ຄໍາໝັ້ນສັນຍາລະປະຕິບັດ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ Sheikh Mohammed bin Rashid Al Maktoum ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE ເປັນສັກຂີພິຍານການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງຫວຽດນາມ ແລະ UAE. ພາບ: ຫງວຽນຮົ່ງ

ຝ່າຍຫວຽດນາມ, ມີທ່ານ ຟ້າມມິງຈິ໊ງ; ທ່ານ ບຸ່ຍແທງເຊີນ ໄດ້ຍົກອອກຄຳຊີ້ນຳຢ່າງໃກ້ຊິດຕິດແທດ, ລະອຽດກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຖານທູດຫວຽດນາມ ປະຈຳ UAE ແລະບັນດາອົງການ, ກົມກອງຈັດຕັ້ງທີ່ກ່ຽວຂ້ອງ ເພື່ອແນໃສ່ຫັນເນື້ອໃນຂອງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - UAE ໃຫ້ປະກົດຜັນເປັນຈິງ.

ພິເສດ, ການຢ້ຽມຢາມ UAE ຂອງທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນຄັ້ງນີ້ ດ້ວຍລາຍການດໍາເນີນງານທີ່ອຸດົມສົມບູນ, ແໜ້ນແຟ້ນ (ການພົບປະກັບການນຳຂັ້ນສູງຂອງ UAE, ກອງທຶນລົງທຶນ, ບັນດາກຸ່ມບໍລິສັດໃຫຍ່, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຕ່າງໆ...) ໄດ້ສະແດງໃຫ້ເຫັນວ່າ ພວກຂ້າພະເຈົ້າມີຄວາມຕັດສິນໃຈສູງທີ່ຈະໃຊ້ “ເວລາ ແລະສະຕິປັນຍາ” ເພື່ອຜັນຂະຫຍາຍວຽກງານລະອຽດ, ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ແລະບັນດາບາດກ້າວທີ່ລະອຽດໄດ້ຮັບການຜັນຂະຫຍາຍ, ອະນາຄົດ ແລະແງ່ຫວັງຂອງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - UAE ຈະນັບມື້ນັບສົດໃສ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, UAE ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານອັນດັບໜຶ່ງຂອງຫວຽດນາມ ຢູ່ຕາເວັນອອກກາງ, ສິ່ງນີ້ມີຄວາມໝາຍຄືແນວໃດສໍາລັບຄວາມມານະພະຍາຍາມຊຸກຍູ້ການພົວພັນຂອງຫວຽດນາມ  ກັບພາກພື້ນ, ເຊິ່ງທ່ານນາຍົກລັດຖະມົນຕີ  ໄດ້ເນັ້ນໜັກເປັນຫຼາຍຄັ້ງວ່າ “ມີທີ່ຕັ້ງສຳຄັນທີ່ສຸດກັບຫວຽດນາມ”?

ທ່ານ ຫງວຽນແທງຢຽບ ເອກອັກຄະລັດຖະທູດ: ດ້ວຍທ່າໄດ້ປຽບຫຼາຍຢ່າງຄື: ທີ່ຕັ້ງພູມສາດຍຸດທະສາດທີ່ສຳຄັນ, ຊັບພະຍາກອນທຳມະຊາດອຸດົມສົມບູນ, ແຫຼ່ງການເງິນທີ່ເຂັ້ມແຂງ, ໃນໄລຍະຜ່ານມາ, ຕາເວັນອອກກາງໄດ້ກາຍເປັນໜຶ່ງໃນບັນດາພາກພື້ນທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຈາກບັນດາປະເທດ.

ບົນພື້ນຖານບັນດາແຜນນະໂຍບາຍ, ການກໍານົດທິດຂອງພັກ, ລັດກ່ຽວກັບວຽກງານການພົວພັນຕ່າງປະເທດ, ການທູດເສດຖະກິດ, ເປັນຕົ້ນແມ່ນຜ່ານແຜນຮ່າງ “ພັດທະນາການພົວພັນລະຫວ່າງຫວຽດນາມ ແລະຕາເວັນອອກກາງ - ອາຟຼິກາ ໄລຍະ 2016-2025”, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອເຊື່ອມໂຍງ ແລະເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືພາກພື້ນຕາເວັນອອກກາງ.

ສິ່ງທີ່ເປັນໜ້າສົນໃຈ, ຄືດັ່ງທີ່ໄດ້ແລກປ່ຽນມາຂ້າງເທິງນັ້ນ ການຢ້ຽມຢາມ UAE, ກາຕາ ແລະ Saudi Arabia ຂອງທ່ານນາຍົກລັດຖະມົນຕີ  ແຕ່ວັນທີ 27 ຕຸລາ - ວັນທີ 1 ພະຈິກ 2024 ແມ່ນມີຄວາມໝາຍປະຫວັດສາດ, ເປີດໜ້າໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ 3 ປະເທດເຂດອ່າວເວົ້າສະເພາະ ແລະກັບພາກພື້ນຕາເວັນອອກກາງເວົ້າລວມ.

ໃນຂອບເຂດການຢ້ຽມຢາມ, ຫວຽດນາມ ແລະ UAE ໄດ້ປະກາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຮັດໃຫ້ UAE ກາຍເປັນປະເທດທຳອິດຢູ່ພາກພື້ນຕາເວັນອອກກາງ - ອາຟຼິກາ ມີຂອບເຂດການຮ່ວມມືນີ້ກັບຫວຽດນາມ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມືຮອບດ້ານຫວຽດນາມ ເຖິງ 14 ປະເທດ.

ນັກຂ່າວ: ຕໍ່ໜ້າບັນດາຂີດໝາຍໃໝ່ໃນການພົວພັນສອງຝ່າຍ, ສະຖານທູດຫວຽດນາມ ປະຈຳ UAE ມີແຜນການຈຸດສຸມໃດແດ່, ເປັນຕົ້ນແມ່ນໃນແງ່ມູມການທູດເສດຖະກິດເພື່ອຮັບໃຊ້ການພັດທະນາ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນແທງຢຽບ ເອກອັກຄະລັດຖະທູດ: ເພື່ອສືບຕໍ່ຮັກສາ ແລະຊຸກຍູ້ທ່າພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ ແລະ UAE, ສະຖານທູດຫວຽດນາມ ປະຈຳ UAE ຍາມໃດກໍ່ຮັບຮູ້ເຖິງຄວາມຮັບຜິດຊອບຂອງຕົນ, ມານະພະຍາຍາມປະຕິບັດສຳເລັດບັນດາໜ້າທີ່ທີ່ພັກ ແລະລັດມອບໝາຍໃຫ້.

leftcenterrightdel
ທ່ານ ຫງວຽນແທງຢຽບ ເອກອັກຄະລັດຖະທູດຫວຽດນາມ ປະຈຳ UAE ພົບປະກັບທ່ານ Sheikh Mansour bin Zayed Al Nahyan ຮອງປະທານາທິບໍດີ UAE. ພາບ: baoquocte.vn

ໃນໄລຍະຈະມາເຖິງ, ສະຖານທູດ ຈະສຸມໃສ່ຜັນຂະຫຍາຍໜ້າທີ່ຕາມ 3 ທິດທາງ ດັ່ງນີ້:

ທີໜຶ່ງ, ສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະລະຫວ່າງສອງຝ່າຍ, ພິເສດແມ່ນບັນດາການເຄື່ອນໄຫວຂອງການນຳຂັ້ນສູງ, ປັບປຸງພື້ນຖານການເມືອງອັນໜັກແໜ້ນໃຫ້ແກ່ການພົວພັນສອງປະເທດ. ຄຽງຂ້າງນັ້ນ, ສະຖານທູດ ຍັງຈະເພີ່ມທະວີການແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງ UAE, ຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງ UAE; ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ສິລະປະ, ທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນໃນໄລຍະຈະມາເຖິງ.

ທີສອງ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະຄວາມຮຽກຮ້ອງຕ້ອງການຂອງແຕ່ລະຝ່າຍ, ຕັ້ງໜ້າໜູນຊ່ວຍບັນດາອົງການ, ວິສາຫະກິດຂອງສອງປະເທດເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ພະລັງງານ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ. ເພີ່ມທະວີຂໍ້ມູນຂ່າວສານກ່ຽວກັບບັນດາເຫດການສາກົນທີ່ຈັດຂຶ້ນຢູ່ UAE ໃຫ້ແກ່ບັນດາວິສາຫະກິດ, ອົງການຈັດຕັ້ງຂອງຫວຽດນາມ ເຂົ້າຮ່ວມ, ໂຄສະນາເຜີຍແຜ່ບັນດາຜະລິດຕະພັນ, ຍົກສູງກາລະໂອກາດແຊກຊຶມເຂົ້າຕະຫຼາດມາດຕະຖານສູງຂອງ UAE, ມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຫວຽດນາມ - UAE ໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ.

ທີສາມ, ຍູ້ແຮງການພົວພັນ, ແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງ UAE, ສູ້ຊົນນຳ CEPA ໃຫ້ປະກົດຜົນເປັນຈິງ, ສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ ໄດ້ເຂົ້າສູ່ຕະຫຼາດຕາເວັນອອກກາງຢ່າງເລິກເຊິ່ງ; ເພີ່ມທະວີການຮຽກຮ້ອງກອງທຶນລົງທຶນ, ແຫຼ່ງການເງິນຂອງ UAE ມາລົງທຶນຢູ່ ຫວຽດນາມ.

ນັກຂ່າວ: ຂອບໃຈທ່ານເອກອັກຄະລັດຖະທູດ.

ໂດຍ: ຈາງຫງວຽນ