ປ່ຽນແປງໃໝ່ປະດິດສ້າງສີຂຽວໝາຍຄວາມວ່າທຸກການເຄື່ອນໄຫວຂອງວິສາຫະກິດແມ່ນມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນຜົນກະທົບຢ່າງຫຍໍ້ທໍ້ເຖິງສິ່ງແວດລ້ອມ. ປ່ຽນແປງໃໝ່ປະດິດສ້າງສີຂຽວບໍ່ພຽງແຕ່ຈຳກັດຢູ່ທີ່ການຫັນຂັ້ນຕອນການຜະລິດໃຫ້ດີທີ່ສຸດເທົ່ານັ້ນ ຫາກຍັງລວມທັງການປະດິດສ້າງໃນຜະລິດຕະພັນ ແລະການບໍລິການອີກດ້ວຍ ເພື່ອສ້າງມູນຄ່າເສດຖະກິດ, ພ້ອມທັງປົກປັກຮັກສາສິ່ງແວດລ້ອມ. ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດສ້າງສີຂຽວສາມາດແບ່ງເປັນ: ປະດິດສ້າງໃນຂັ້ນຕອນການຜະລິດ (ຫັນຂັ້ນຕອນການນຳໃຊ້ຊັບພະຍາກອນໃຫ້ດີທີ່ສຸດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ສິ່ງເສດເຫຼືອ ແລະມົນລະພິດ); ປະດິດສ້າງໃນຜະລິດຕະພັນ (ພັດທະນາບັນດາຜະລິດຕະພັນໃຫ້ເປັນມິດກັບສິ່ງແວດລ້ອມ); ຮູບແບບດຳເນີນທຸລະກິດແບບຍືນຍົງ (ສ້າງຮູບແບບດຳເນີນທຸລະກິດຮັບໃຊ້ສັງຄົມ ແລະສິ່ງແວດລ້ອມ). ບັນດາປັດໄຈພື້ນຖານທີ່ສົ່ງຜົນສະທ້ອນເຖິງການປ່ຽນແປງໃໝ່ປະດິດສ້າງສີຂຽວລວມມີ:

ທີ່ໜຶ່ງ, ປັດໄຈນະໂຍບາຍ ແລະກົດໝາຍ. ນີ້ແມ່ນປັດໄຈສຳຄັນເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ ແລະຕອບສະໜອງບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ. ໃນນັ້ນ, ນະໂຍບາຍສົ່ງເສີມການລົງທຶນ ແລະພັດທະນາເຕັກໂນໂລຢີສີຂຽວສະໜອງບັນດາບຸລິມະສິດດ້ານພາສີອາກອນ, ໜູນຊ່ວຍດ້ານການເງິນ ຫຼືບັນດາກອງທຶນລົງທຶນ ເພື່ອສົ່ງເສີມວິສາຫະກິດຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີສະອາດ, ພະລັງງານທົດແທນ ແລະຜະລິດຕະພັນເປັນມິດກັບສິ່ງແວດລ້ອມ. ນະໂຍບາຍໜູນຊ່ວຍການບຳລຸງສ້າງ ແລະຍົກສູງກຳລັງຄວາມສາມາດໃນການປ່ຽນແປງໃໝ່ປະດິດສ້າງສີຂຽວຊ່ວຍວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະກາງ, ຍົກສູງທັກສະ ແລະຄວາມສາມາດໝູນໃຊ້ເຕັກໂນໂລຢີໃໝ່, ເພື່ອຈາກນັ້ນຊຸກຍູ້ການຖ່າຍຖອດເຕັກໂນໂລຢີ ແລະດັດປັບຂັ້ນຕອນການຜະລິດ. ນະໂຍບາຍສົ່ງເສີມຊຸກຍູ້ການເພີ່ມທະວີການຮ່ວມມືພາກລັດ ແລະພາກເອກະຊົນ ຈະສ້າງເງື່ອນໄຂສະດວກໃຫ້ການຮ່ວມມືລະຫວ່າງລັດ, ວິສາຫະກິດ ແລະບັນດາອົງການຈັດຕັ້ງຄົ້ນຄວ້າເພື່ອພັດທະນາບັນດາໂຄງການປ່ຽນແປງໃໝ່ປະດິດສ້າງສີຂຽວ. ສິ່ງນີ້ຊ່ວຍໃຫ້ວິສາຫະກິດຮັບຮູ້ໄດ້ຄວາມຮັບຜິດຊອບຂອງຕົນຕໍ່ກັບສິ່ງແວດລ້ອມ ແລະທ່າອ່ຽງທີ່ເກີດຂຶ້ນຢ່າງພາວະວິໄສ. ຈາກນັ້ນສ້າງທ່າແຮງແກ່ງແຍ້ງ ແລະເປີດກວ້າງຕະຫຼາດ, ປະກອບສ່ວນບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ ກໍ່ຄືເປົ້າໝາຍຫຼຸດຜ່ອນການປ່ອຍອາຍ carbon, ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະສ້າງສັງຄົມໃຫ້ມີຄວາມປອດໄພກວ່າ.

leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ

ທີສອງ, ຄວາມຮັບຮູ້ ແລະທ່າທີຂອງການນຳວິສາຫະກິດ. ສຳລັບບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະກາງ, ບົດບາດຄວາມຮັບຮູ້ ແລະທ່າທີຂອງການນຳວິສາຫະກິດຕໍ່ກັບການປ່ຽນແປງໃໝ່ປະດິດສ້າງສີຂຽວບໍ່ພຽງແຕ່ແມ່ນຜູ້ກຳນົດທິດເທົ່ານັ້ນ ຫາກຍັງແມ່ນຜູ້ປະຕິບັດ ແລະສ້າງກຳລັງໜູນໃຫ້ວິສາຫະກິດທັງໝົດອີກດ້ວຍ, ມີຄວາມໝາຍຕັດສິນຜົນສຳເລັດຂອງຍຸດທະສາດນີ້.

ທີສາມ, ປັດໄຈຊັບພະຍາກອນມະນຸດ ແລະທັກສະ. ຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ ແລະທັກສະການອອກແຮງງານມີບົດບາດສຳຄັນ, ແມ່ນປັດໄຈຈຳເປັນຕໍ່ກັບຜົນສຳເລັດຂອງບັນດາວິສາຫະກິດ, ພິເສດແມ່ນໃນສະພາບການປ່ຽນແປງໃໝ່ປະດິດສ້າງສີຂຽວພວມກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງວິສາຫະກິດຂະໜາດນ້ອຍ ແລະກາງ. ໃນຫຼາຍການຄົ້ນຄວ້າຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະກາງ ຫວຽດນາມ (VINASME), ການກະທົບ, ຄວາມໝາຍ ແລະບົດບາດຂອງຄຸນນະພາບແຫຼ່ງຊັບພະຍາກອນມະນຸດພ້ອມກັບທັກສະການອອກແຮງງານໄດ້ສະແດງໃຫ້ເຫັນຢູ່ບາງລັກສະນະພື້ນຖານດັ່ງນີ້: ຄຸນນະພາບແຫຼ່ງຊັບພະຍາກອນມະນຸດສູງຊ່ວຍໃຫ້ວິສາຫະກິດປະຕິບັດບັນດາຂັ້ນຕອນການເຮັດວຽກຢ່າງມີປະສິດທິຜົນກວ່າ. ຜູ້ອອກແຮງງານມີຄວາມຮູ້ດ້ານວິຊາການດີຈະມີຄວາມສາມາດຊອກຫາບັນດາມາດຕະການປະດິດສ້າງເພື່ອໝູນໃຊ້ບັນດາເຕັກໂນໂລຢີກ້າວໜ້າ ແລະເປັນມິດກັບສິ່ງແວດລ້ອມ. ການປ່ຽນແປງໃໝ່ປະດິດສ້າງສີຂຽວຮຽກຮ້ອງມາຍັງວິສາຫະກິດຕ້ອງຊອກຫາ ແລະພັດທະນາບັນດາວິທີການຜະລິດ, ດຳເນີນທຸລະກິດແບບຍືນຍົງກວ່າ. ຜູ້ອອກແຮງງານມີທັກສະຈະນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ຜັນຂະຫຍາຍບັນດາເຕັກໂນໂລຢີໃໝ່ຢ່າງງ່າຍດາຍກວ່າ, ຊ່ວຍໃຫ້ວິສາຫະກິດຂຸດຄົ້ນບັນດາມາດຕະການປ່ຽນແປງໃໝ່ປະດິດສ້າງສີຂຽວ, ປະຢັດຊັບພະຍາກອນ ແລະພະລັງງານ. ອີກດ້ານໜຶ່ງ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດຊ່ວຍຍົກສູງຄວາມສາມາດແກ່ງແຍ້ງ ແລະພັດທະນາແບບຍືນຍົງຂອງວິສາຫະກິດ. ເມື່ອຖັນແຖວພະລາກອນມີຄວາມສາມາດປັບຕົວໃຫ້ເໝາະແທດກັບການດັດປັບ, ວິສາຫະກິດສາມາດຄົງຕົວ ແລະພັດທະນາໃນສະພາບແວດລ້ອມດຳເນີນທຸລະກິດທີ່ມີການຜັນແປຫຼາຍຢ່າງ...

ຈາກການຂາດແຫຼ່ງກຳລັງດ້ານການເງິນ, ການເຂົ້າເຖິງຕະຫຼາດ, ຄວາມຫຍຸ້ງຍາກໃນການດຶງດູດແຫຼ່ງຊັບພະຍາກອນມະນຸດສູງຈົນຮອດບັນດາຂໍ້ກຳນົດຂອງກົດໝາຍທີ່ຍັງບໍ່ທັນໄດ້ປັບປຸງໃຫ້ສົມບູນແບບເທື່ອນັ້ນພວກເຮົາຕ້ອງໝູນໃຊ້ນະໂຍບາຍການເງິນຕາມທິດ: ສ້າງກອງທຶນລົງທຶນສີຂຽວເພື່ອໜູນຊ່ວຍການເງິນສຳລັບບັນດາໂຄງການປ່ຽນແປງໃໝ່ປະດິດສ້າງສີຂຽວໃນຂົງເຂດພະລັງງານທົດແທນ, ຄຸ້ມຄອງສິ່ງເສດເຫຼືອ, ເຕັກໂນໂລຢີສະອາດ. ຜັນຂະຫຍາຍບັນດາບ້ວງເງິນກູ້ຢືມບຸລິມະສິດ, ຕາມນັ້ນ ບັນດາອົງການຈັດຕັ້ງສິນເຊື່ອສະໜອງບັນດາບ້ວງເງິນກູ້ຢືມດ້ວຍດອກເບ້ຍຕ່ຳໃຫ້ວິສາຫະກິດລົງທຶນເຂົ້າເຕັກໂນໂລຢີສີຂຽວ ຫຼືປັບປຸງຂັ້ນຕອນການຜະລິດຕາມທິດຍືນຍົງ. ບັນດາໂຄງການໜູນຊ່ວຍການເງິນໃຫ້ການຄົ້ນຄວ້າ ແລະພັດທະນາບັນດາເຕັກໂນໂລຢີສີຂຽວ, ຊ່ວຍສ້າງບັນດາຜະລິດຕະພັນ ແລະຂັ້ນຕອນການຜະລິດໃໝ່, ປະກອບສ່ວນຫຼຸດຜ່ອນຜົນກະທົບເຖິງສິ່ງແວດລ້ອມ.

ຜັນຂະຫຍາຍບັນດານະໂຍບາຍດຶງດູດການລົງທຶນຕ່າງປະເທດເຂົ້າຂົງເຂດເຕັກໂນໂລຢີສະອາດ, ພະລັງງານທົດແທນຜ່ານບັນດາບຸລິມະສິດ ແລະໜູນຊ່ວຍວິສາຫະກິດໃນການເຂົ້າເຖິງຕະຫຼາດ. ລົງທຶນໃສ່ພື້ນຖານໂຄງລ່າງຄົມມະນາຄົມສາທາລະນະສີຂຽວ, ສວນສາທາລະນະ, ເຂດອະນຸລັກຮັກສາເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ ແລະສ້າງກາລະໂອກາດວຽກເຮັດງານທຳໃນຂະແໜງເຕັກໂນໂລຢີສີຂຽວ...

ເຖິງວ່າຍັງມີຫຼາຍສິ່ງຕ້ອງເຮັດເພື່ອໃຫ້ບັນດາວິສາຫະກິດປ່ຽນແປງໃໝ່ປະດິດສ້າງສີຂຽວມີຄວາມບຸກທະລຸຢ່າງແທ້ຈິງກໍ່ຕາມ, ແຕ່ວ່າແຕ່ລະບາດກ້າວເດີນຂອງວິສາຫະກິດໃນການປ່ຽນແປງໃໝ່ປະດິດສ້າງພວມຄ່ອຍໆຢັ້ງຢືນຖານະບົດບາດຂອງຕົນໃນແຜນທີ່ລິເລີ່ມທຸລະກິດແຫ່ງຊາດ. ວິສາຫະກິດເວົ້າລວມ ແລະພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະກາງ ເຂົ້າຮ່ວມການປ່ຽນແປງໃໝ່ປະດິດສ້າງສີຂຽວບໍ່ພຽງແຕ່ສວມບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ຕ້ອງມີການໜູນຊ່ວຍຢ່າງແຂງແຮງຈາກອຳນາດການປົກຄອງ, ການເຂົ້າຮ່ວມຂອງວົງຄະນາຍາດ ແລະຄວາມຮັບຜິດຊອບຂອງບັນດາວິສາຫະກິດໃນຕະຫຼອດວິວັດທະນາການນີ້. ເພື່ອໃຫ້ ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດຂອງບັນດາມໍລະດົກວັດທະນະທຳເທົ່ານັ້ນ ຫາກຍັງແມ່ນປະເທດຂອງບັນດາແນວຄວາມຄິດປ່ຽນແປງໃໝ່ປະດິດສ້າງ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະຍາວນານອີກດ້ວຍ.

ໂດຍ: ແສງເດືອນ