ບັນຫາປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດໄດ້ເຕື້ອງເຖິງໃນບັນດາມະຕິຂອງກອງປະຊຸມໃຫຍ່ພັກໃນຫຼາຍອາຍຸການມໍ່ໆມານີ້ ແລະຄະນະບໍລິຫານງານສູນກາງພັກ ແຕ່ສະໄໝທີ 7 ເຖິງປະຈຸບັນໄດ້ອອກມະຕິຫຼາຍສະບັບກ່ຽວກັບການປ່ຽນແປງໃໝ່, ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ.
ເຖິງຢ່າງໃດກໍ່ຕາມ, ນອກຈາກໄດ້ຮັບໝາກຜົນທີ່ຕັ້ງໜ້າແລ້ວ, ການປະຕິບັດແຜນນະໂຍບາຍປັບປຸງກົງຈັກການຈັດຕັ້ງລະບົບການເມືອງໃຫ້ກະທັດຮັດຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ ເຊິ່ງຕ້ອງໄດ້ຮັບການແກ້ໄຂຢ່າງໄວ. ມາຮອດປະຈຸບັນ, ກົງຈັກການຈັດຕັ້ງລະບົບການເມືອງຍັງມີຄວາມຫຍຸ້ງຍາກ, ມີຫຼາຍຂັ້ນ, ຫຼາຍຫົວເງື່ອນ; ປະສິດທິພາບ ແລະປະສິດທິຜົນຂອງການເຄື່ອນໄຫວແມ່ນບໍ່ທັນສູງ. ກົງຈັກການຈັດຕັ້ງບໍ່ຮັດກຸ່ມໄດ້ກໍ່ຄວາມຟຸມເຟືອຍ ແລະກົດໜ່ວງຖ່ວງດຶງການພັດທະນາ, ແມ່ນໜຶ່ງໃນບັນດາສາເຫດທີ່ເຮັດໃຫ້ຫຼາຍແຜນນະໂຍບາຍ, ນະໂຍບາຍຂອງພັກກ້າວເຂົ້າສູ່ພຶດຕິກຳຕົວຈິງຢ່າງຊ້າໆ, ບາງແຜນນະໂຍບາຍໄດ້ຮັບການຜັນຂະຫຍາຍແບບຮູບການ, ປະສິດທິຜົນບໍ່ສູງ. ໃນວາລະປະຊຸມຄັ້ງທຳອິດຂອງຄະນະຊີ້ນຳຂັ້ນສູນກາງກ່ຽວກັບການສະຫຼຸບການປະຕິບັດມະຕິເລກທີ 18-NQ/TW, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຊີ້ແຈ້ງວ່າ: “ຖ້າບໍ່ມີການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແມ່ນຈະບໍ່ສາມາດພັດທະນາໄດ້.”
ສະນັ້ນ, ການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ພວມໄດ້ຮັບຄວາມຫວັງວ່າ ແມ່ນກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດໃນໄລຍະຈະມາເຖິງ. ກໍາລັງໜູນພັດທະນາຈາກການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດຈະແຜ່ຂະຫຍາຍ ແລະຊຶມເລິກເຖິງທຸກເປົ້າໝາຍເມື່ອຖືຜົນປະໂຫຍດສ່ວນລວມໄປກ່ອນ. ແຕ່ລະຕໍາແໜ່ງວຽກງານໃນລະບົບການເມືອງ, ລະບົບການບໍລິຫານລ້ວນແຕ່ໄດ້ຮັບການຄັດເລືອກຢ່າງຊັດເຈນ. ການແຕ່ງຕັ້ງ, ຜັດປ່ຽນ, ຍົກຍ້າຍ, ຕີລາຄາພະນັກງານຕາມທິດແທດຈິງ, ຍ້ອນວຽກຊອກຫາຄົນ. ດ້ວຍຄວາມຮຽກຮ້ອງຂອງການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ດ້ວຍຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງແຕ່ລະຕໍາແໜ່ງວຽກງານນັບມື້ນັບສູງ, ຫົວໜ້າອົງການ, ກົມກອງຈະຕ້ອງຖືເປັນສໍາຄັນການນຳໃຊ້ບຸກຄະລາກອນທີ່ມີຄວາມສາມາດພົ້ນເດັ່ນ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບສູງ. ຄຽງຄູ່ກັບນັ້ນແມ່ນການຄັດອອກຜູ້ທີ່ບໍ່ມີຄຸນທາດ, ຄວາມສາມາດ ແລະອິດທິພົນຊື່ສຽງຢ່າງພຽງພໍ.
ກົນໄກ ແລະນະໂຍບາຍແມ່ນກຳລັງໜູນ, ແຫຼ່ງກໍາລັງໃຫ້ແກ່ການພັດທະນາ, ດັ່ງນັ້ນຕ້ອງປ່ຽນແປງຈິນຕະນາການສ້າງກົດໝາຍ ແລະຍົກສູງຄຸນນະພາບຂອງເອກະສານກົດໝາຍ. ໃນຂະນະນັ້ນ, ບັນດາກົນໄກ, ນະໂຍບາຍໂດຍຄົນເຮົາສ້າງເອງ. ເມື່ອມີກົງຈັກການຈັດຕັ້ງກະທັດຮັດ, ການເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນຈະເປັນພື້ນຖານໃຫ້ແກ່ການສ້າງບັນດາກົນໄກ, ນະໂຍບາຍທີ່ດີ. ບັນດາກະຊວງ, ຂະແໜງການ ແລະອໍານາດການປົກຄອງທ້ອງຖິ່ນຕ້ອງຊາບຊຶມຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ໃນການສ້າງ ແລະປະກາດໃຊ້ບັນດາເອກະສານນິຕິກຳ; ຮັດແໜ້ນລະບຽບວິໄນ, ຄວາມເປັນລະບຽບຮຽບຮ້ອຍ, ຄວບຄຸມສິດອຳນາດໃນການສ້າງກົດໝາຍ; ສືບຕໍ່ສະຫຼຸບພຶດຕິກຳຕົວຈິງເພື່ອຕີລາຄານະໂຍບາຍ, ສືບຕໍ່ປັບປຸງ, ຍົກສູງຄຸນນະພາບລະບົບກົດໝາຍ ແລະຮ່າງກົດໝາຍ... ເພື່ອປະກອບສ່ວນແກ້ໄຂແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ.
“ຄັນທຸງ” ສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງຫວຽດນາມ - ໄດ້ສ້າງຄວາມຟົດຟື້ນໃໝ່, ບັນຍາກາດໃໝ່, ຄວາມເຊື່ອໝັ້ນ ແລະຄວາມຫວັງໃໝ່ໃຫ້ທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ ແລະທົ່ວປວງຊົນທັງຊາດ. ໃນນັ້ນ, ການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ທັງແມ່ນເປົ້າໝາຍ, ໜ້າທີ່, ທັງແມ່ນມາດຕະການທີ່ສ້າງກໍາລັງໜູນລະບອບລະບຽບການໃໝ່ສໍາຄັນ, ຕັດສິນຜົນສຳເລັດຂອງພາລະກິດປະຕິວັດໃນໄລຍະຈະມາເຖິງ. ສະນັ້ນ, ບັນຫານີ້ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຖິງຖອງ ເພື່ອນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ຕອບສະໜອງຄວາມຄອຍຖ້າຂອງປະຊາຊົນ.
ໂດຍ: ຈາງຫງວຽນ