ບັນດາຜົນງານບັນລຸໄດ້ໃນຂົງເຂດການທູດເສດຖະກິດ ແມ່ນຄໍາຕອບໂຕ້ຢ່າງແຮງຕໍ່ຖ້ອຍທຳນອງຂອງບາງພາກສ່ວນຄັດຄ້ານ ແລະເປັນປໍລະປັກທີ່ຖືວ່າການນໍາຫຼັກແຫຼ່ງຂອງຫວຽດນາມ “ໄປຫຼາຍບ່ອນ ແລະຕ້ອນຮັບຫຼາຍຄົນ’’ ແຕ່ບໍ່ນຳມາເຊິ່ງຜົນປະໂຫຍດໃດ, ເພື່ອເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະລັດເຮົາ ຖືກຫຼຸດລົງ.

ປີເຕີບໂຕຂອງການທູດເສດຖະກິດ

ສາມາດຢືນຢັນໄດ້ວ່າ ປີ 2024 ແມ່ນປີເຕີບໂຕຂອງການທູດຫວຽດນາມ.

ຕາມຕົວເລກສັງລວມຂອງກະຊວງການຕ່າງປະເທດແລ້ວ, ປີຜ່ານມາໄດ້ມີເກືອບ 60 ການເຄື່ອນໄຫວພົວພັນຕ່າງປະເທດຂອງການນຳຫຼັກແຫຼ່ງຂອງພັກ ແລະລັດ ຫວຽດນາມ, ໃນນັ້ນມີ 21 ການຢ້ຽມຢາມ ເຖິງບັນດາປະເທດ ແລະເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ໄດ້ຕ້ອນຮັບ 25 ຄະນະຜູ້ແທນການນໍາປະເທດຕ່າງໆ ມາຢ້ຽມຢາມຫວຽດນາມ; ພ້ອມກັນນັ້ນແມ່ນບັນດາການສົນທະນາທາງໂທລະສັບ, ການໂອ້ລົມສົນທະນາທາງອອນໄລ, ກອງປະຊຸມຫຼາຍຝ່າຍທາງອອນໄລ ຫຼື ດຳເນີນຢູ່ຮ່າໂນ້ຍ.

ຜ່ານບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ, ມີກ່ວາ 170 ສັນຍາຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືໄດ້ຮັບການລົງນາມ.

leftcenterrightdel
ພາບປະກອບ: baonghean.vn

ເນື້ອໃນການຮ່ວມມືດ້ານເສດຖະກິດແມ່ນຈຸດສຸມຂອງການພົວພັນຕ່າງປະເທດຂັ້ນສູງຫວຽດນາມ ໃນຊຸມປີມໍ່ໆມານີ້, ລະອຽດແມ່ນຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແຮງງານກັບບັນດາຕະຫຼາດໃຫຍ່, ບັນດາຄູ່ຮ່ວມມືລົງທຶນຫຼັກແຫຼ່ງ, ສໍາຄັນ, ພິເສດແມ່ນຢູ່ເຂດອາຊີຕາເວັນອອກສ່ຽງເໜືອ, ອາເມລິກາ, ອິນເດຍ, ຕາເວັນອອກກາງ...; ຍູ້ແຮງການຮ່ວມມືສາກົນດ້ານວິທະຍາສາດ - ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດຄິດສ້າງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການທູດເຕັກໂນໂລຢີ, ການທູດເຄິ່ງຊັກນຳໄຟຟ້າ... ກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ ແລະບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໃນໂລກ; ຍູ້ແຮງການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ສ້າງບາດກ້າວບຸກທະລຸຢູ່ບັນດາຕະຫຼາດໃໝ່ ແລະມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ອາເມລິກາລາຕິນ, ຕາເວັນອອກກາງ - ອາຟຣິກາ, ເອີຣົບກາງ-ເອີຣົບຕາເວັນອອກ.

ປີ 2024, ຫວຽດນາມ ກໍ່ຕັ້ງໜ້າຊຸກຍູ້ການລົງນາມໃນສັນຍາການຄ້າເສລີ (FTA) ສະບັບໃໝ່, ຍົກຈຳນວນສັນຍາການຄ້າເສລີທີ່ໄດ້ລົງນາມ ແລະເຂົ້າຮ່ວມ FTA ຂຶ້ນເປັນ 17 ສະບັບ.

ບັນດາການເຄື່ອນໄຫວການທູດເສດຖະກິດ ກໍ່ໄດ້ສະແດງໃຫ້ເຫັນວ່າ, ໃນໄລຍະ 1 ປີຜ່ານມາ, ບັນດາອົງການຕາງໜ້າການທູດຂອງຫວຽດນາມ ຢູ່ຕ່າງປະເທດໄດ້ຜັນຂະຫຍາຍກວ່າ 700 ກິດຈະກຳການທູດເສດຖະກິດ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ; ໜູນຊ່ວຍບັນດາທ້ອງຖິ່ນໃນການໂຄສະນາ, ແນະນຳ, ເຊື່ອມຕໍ່ ແລະສ້າງຕັ້ງການພົວພັນກັບຄູ່ຮ່ວມມືຕ່າງປະເທດ, ດ້ວຍ 400 ກວ່າການເຄື່ອນໄຫວສົ່ງເສີມການຄ້າ ແລະການລົງທຶນຂອງບັນດາທ້ອງຖິ່ນພາຍໃນ ແລະຕ່າງປະເທດ, ໃນນັ້ນໜູນຊ່ວຍບັນດາແຂວງ, ນະຄອນ ລົງນາມໃນຂໍ້ຕົກລົງກັບຄູ່ຮ່ວມມືສາກົນ  130 ສະບັບ.

ບັນດາການເຄື່ອນໄຫວການທູດເສດຖະກິດ ຜ່ານການພົວພັນຕ່າງປະເທດຂັ້ນສູງຂອງຫວຽດນາມ ໃນຊຸມປີທີ່ຜ່ານມາ, ສາມາດເຫັນໄດ້ວ່າ, ການທູດເສດຖະກິດນັບມື້ນັບໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ ແລະມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ.

ກາລະໂອກາດເພື່ອໃຫ້ປະເທດພັດທະນາບຸກທະລຸ

ຜົນງານດ້ານການທູດເສດຖະກິດ ໄດ້ສະແດງອອກໃນການຕີລາຄາ ເຊິ່ງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ໄດ້ຍົກອອກມາທີ່ກອງປະຊຸມຈັດຂຶ້ນຢູ່ຮ່າໂນ້ຍ ໃນເດືອນທັນວາ 2024: ການທູດເສດຖະກິດນັບມື້ນັບແທດຈິງ ແລະມີແບບມີແຜນກວ່າ, ດ້ວຍ “3 ຈະແຈ້ງ”:  ໝາດຜົນຈະແຈ້ງ, ຜະລິດຕະພັນຈະແຈ້ງ, ການປະກອບສ່ວນຢ່າງຈະແຈ້ງໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ປະສິດທິຜົນຂອງການທູດເສດຖະກິດປີ 2024 ກ່ອນອື່ນໝົດໄດ້ສະແດງໃຫ້ເຫັນຜ່ານບັນດາໝາກຜົນທີ່ຫວຽດນາມ ບັນລຸໄດ້ໃນການຊຸກຍູ້ການຮ່ວມມືສາກົນໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.

ພົ້ນເດັ່ນແມ່ນຜ່ານການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ, ຫວຽດນາມ ແລະ ສ.ເກົາຫຼີ ໄດ້ລົງນາມໃນເອກະສານລະດັບລັດຖະບານ 9 ສະບັບ ກ່ຽວກັບພະລັງງານທົດແທນ, ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກເຕັກໂນໂລຊີສູງ; ຫວຽດນາມ ແລະອິນເດຍ ໄດ້ເຫັນດີເປັນເອກະສັນວາງອອກທິດທາງການຮ່ວມມື “5 ກວ່າ”, ໃນນັ້ນ ເນັ້ນໜັກເຖິງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ ແລະປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນເປີດກວ້າງກວ່າ, ທ່ານນາຍົກລັດຖະມົນຕີອິນເດຍ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການລົງທຶນ ຢູ່ພາກໃຕ້ດ້ວຍຍອດຈຳນວນທຶນ 10 ຕື້ໂດລາສະຫະລັດ.

ຄຽງຂ້າງນັ້ນ, ຫວຽດນາມ ແລະຫຼາຍປະເທດໃນພາກພື້ນຕາເວັນອອກກາງ ກໍ່ເຫັນດີເປັນເອກະພາບ ຖືການປ່ຽນແປງໃໝ່, ປະສິດສ້າງ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ເປັນຈຸດສຸມຂອງການຮ່ວມມືສອງຝ່າຍ ໃນໄລຍະຈະມາເຖິງ, ໃນນັ້ນ UAE ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ກໍ່ສ້າງສູນຂໍ້ມູນ.

ວົງການລົງທຶນພາຍໃນ, ພາກພື້ນ ແລະສາກົນ ຍັງຈື່ຈຳຮູບພາບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານ Jensen Huang, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິສັດ NVIDIA - ກຸ່ມບໍລິສັດຜະລິດຊິບທີ່ມີຄ່າທີ່ສຸດໃນໂລກ ດ້ວຍມູນຄ່າຕະຫຼາດເກືອບ 1.200 ຕື້ໂດລາສະຫະລັດ- ຍ່າງເລາະອ້ອມຖະໜົນເກົ່າ, ພົບປະກັບປະຊາຊົນ ແລະຮັບປະທານບັນດາເຍື່ອງອາຫານ ຕາມທ້ອງຖະໜົນຮ່າໂນ້ຍ ໃນຕົ້ນເດືອນທັນວາ 2024.

ແຕ່ສິ່ງທີ່ພາໃຫ້ຜູ້ຄົນທັງຫຼາຍສົນໃຈທີ່ສຸດນັ້ນແມ່ນໃນການຢ້ຽມຢາມ ແລະເຮັດວຽກຂອງທ່ານ Jensen Huang, ລັດຖະບານຫວຽດນາມ ແລະກຸ່ມບໍລິສັດ NVIDIA ໄດ້ລົງນາມໃນສັນຍາຮ່ວມມືສ້າງຕັ້ງສູນຄົ້ນຄວ້າ ແລະພັດທະນາປັນຍາປະດິດ (AI) ຂອງ NVIDIA ແລະສູນຂໍ້ມູນ AI ຢູ່ ຫວຽດນາມ.

ນອກຈາກນັ້ນ, ກຸ່ມບໍລິສັດ NVIDIA ໄດ້ລົງນາມໃນຂໍ້ຕົກລົງ ທີ່ມີມູນຄ່າ 4-4,5 ຕື້ໂດລາສະຫະລັດ ກັບບາງຄູ່ຮ່ວມມືກ່ຽວກັບການຍ້າຍລະບົບຕ່ອງໂສ້ ການຜະລິດຈາກປະເທດອື່ນ ມາຍັງຫວຽດນາມ ໃນໄລຍະ 4 ປີຕໍ່ໜ້າ. ຄວນຈື່ໄດ້ວ່າ, ໝາກຜົນນີ້ບັນລຸໄດ້ພາຍຫຼັງ 1 ປີ ນັບແຕ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄປຢ້ຽມຢາມສໍານັກງານໃຫຍ່ຂອງກຸ່ມບໍລິວັດ NVIDIA ເນື່ອງໃນໂອກາດໄປປະຕິບັດງານ ຢູ່ອາເມລິກາ ແລະສະເໜີ NVIDIA ຮ່ວມມືກັບຫວຽດນາມ ໃນການພັດທະນາ ເຕັກໂນໂລຢີ.

ໝາກຜົນດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ຍັງຄົງແມ່ນປະເທດທີ່ປອດໄພ, ດຶງດູດການລົງທຶນ ແລະດຳເນີນທຸລະກິດສາກົນ ແລະກົງກັນຂ້າມກັບຖ້ອຍທໍານອງທີ່ຖືວ່າ, ໃນຂະນະທີ່ບາງປະເທດລົງນາມໃນບັນດາສັນຍາທີ່ມີມູນຄ່າຢ່າງຕໍ່ເນື່ອງນັ້ນ, ການນໍາຂັ້ນສູງຂອງຫວຽດນາມ ພຽງແຕ່ໄປທ່ຽວ ແລະ “ຈັບມືກັນ” ຢູ່ທຸກແຫ່ງ ເພື່ອບັນດາເປົ້າໝາຍ ແລະຜົນປະໂຫຍດຂາດຄວາມຈິງ.

ແນ່ນອນ, ບັນດາເອກະສານ ແລະສັນຍາຮ່ວມມື "ນັບຕື້ໂດລາ" ນັ້ນບໍ່ສາມາດສ້າງການປ່ຽນແປງ "ຟັງກັບຫູດູກັບຕາ" ພາຍໃນເວລາພຽງໜຶ່ງຄືນໄດ້. ສະນັ້ນຍັງຕ້ອງການເວລາ ແລະຄວາມພະຍາຍາມ ເພື່ອຫັນເປັນລະອຽດ, ຂຸດຄົ້ນບັນດາຂໍ້ຕົກລົງ ແລະຂອບການຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ, ຈາກນັ້ນຮັບໃຊ້ໃຫ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ໃຫ່ແກ່ປະຊາຊົນແຕ່ລະຄົນ.

ບັນດາຜົນງານທີ່ບັນລຸໄດ້ຜ່ານການທູດເສດຖະກິດ ພວມເປີດໂອກາດບຸກທະລຸໃຫ້ຫວຽດນາມ, ພິເສດແມ່ນໃນຂົງເຂດວິທະຍາສາດ ແລະເຕັກໂນໂລຢີ. ນັ້ນກໍ່ແມ່ນສິ່ງ ເຊິ່ງບັນດາເປົ້າໝາຍເຄີຍຕ້ານທຳລາຍ, ເສກສັນປັ້ນແຕ່ງແນວທາງການພົວພັນຕ່າງປະເທດຂອງຫວຽດນາມ ເປັນປະຈຳ ກໍ່ຕ້ອງຍອມຮັບ.

ໂດຍ: ທະນາພອນ