1. ໃນທຸກໄລຍະແຫ່ງການປະຕິວັດ, ພັກ, ລັດເຮົາ ຍາມໃດກໍ່ຖືເປັນສໍາຄັນພິເສດໃນການຍົກສູງກຳລັງຄວາມສາມາດນຳພາ, ຄວາມສາມາດໃນການກຳອຳນາດ ແລະກຳລັງແຮງສູ້ຮົບຂອງພັກ, ເພີ່ມທະວີປະສິດທິພາບ, ຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຂອງລະບົບການເມືອງ. ນີ້ແມ່ນໜຶ່ງໃນບັນດາປັດໄຈຫຼັກແຫຼ່ງ ເພື່ອນຳພັກກອມມູນິດຫວຽດນາມກາຍເປັນຜູ້ນຳທີ່ຍິ່ງໃຫຍ່, ຜູ້ນຳສະຫຼາດສະຫຼຽວນຳການປະຕິວັດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ຍາດເອົາໄຊຊະນະຢ່າງຕໍ່ເນື່ອງ. ເຕົ້າໂຮມຍຸດທະສາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດພວມນຳມາເຊິ່ງກາລະໂອກາດປະຫວັດສາດນຳປະເທດກ້າວເຂົ້າສັງກາດພັດທະນາ, ສັງກາດບືນຕົວຂຶ້ນຂອງຊາດ; ແຕ່ກໍ່ວາງອອກຄວາມຮຽກຮ້ອງອັນຮີບດ່ວນໃນການປະຕິບັດການປະຕິວັດຢ່າງຂ້ຽວຂາດ ເພື່ອແນໃສ່ສ້າງລະບົບການເມືອງໃຫ້ກະທັດຮັດ, ເບົາບາງ, ເຄື່ອນໄຫວຢ່າງມີຜົນສັກສິດ, ມີປະສິດທິຜົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນໄລຍະການປະຕິວັດໃໝ່ຢ່າງແທ້ຈິງ.
ຮູບແບບກົງຈັກການຈັດຕັ້ງລະບົບການເມືອງຂອງປະເທດຫວຽດນາມ ແຕ່ປີ 1945 ຈົນຮອດປະຈຸບັນຍັງເປັນປົກກະຕິໂດຍພື້ນຖານລວມມີ 3 ກຸ່ມ (ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ) ຫວຽດນາມ ແລະອົງການຈັດຕັ້ງການເມືອງ-ສັງຄົມ). ດ້ວຍກົນໄກເຄື່ອນໄຫວພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ, ກົງຈັກການຈັດຕັ້ງຂອງແຕ່ລະກຸ່ມໄດ້ຮັບການປັບປຸງເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງການປະຕິວັດໃນແຕ່ລະໄລຍະປະຫວັດສາດ. ນັບແຕ່ກອງປະຊຸມສູນກາງພັກ ຄັ້ງທີ 6 ຊຸດທີ VI ຈົດຮອດປະຈຸບັນ, ຄຳນິຍາມ “ລະບົບການເມືອງ” ໄດ້ນຳໃຊ້ຢ່າງເປັນທາງການສ້າງຂີດໝາຍໃນ ການພັດທະນາຈິນຕະນາການ, ຄວາມຮັບຮູ້ຂອງພັກກ່ຽວກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຕໍ່ກັບລະບົບການເມືອງໃນໄລຍະປ່ຽນແປງໃໝ່.
|
|
ສະຫາຍ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. |
ກ້າວເຂົ້າໄລຍະຍູ້ແຮງກິດຈະການປ່ຽນແປງໃໝ່, ຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ໂດຍເລີ່ມມາຈາກຄວາມສຳຄັນພິເສດ ແລະຄວາມຮຽກຮ້ອງອັນຮີບດ່ວນຈາກພຶດຕິກຳຕົວຈິງແກ່ການພັດທະນາຂອງປະເທດ, ຜ່ານກອງປະຊຸມໃຫຍ່ຫຼາຍຄັ້ງ, ໂດຍສະເພາະແມ່ນໃນກອງປະຊຸມໃຫຍ່ຄັ້ງມໍ່ໆມານີ້, ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ IX, XII, XIII ຂອງພັກ ລ້ວນແຕ່ເນັ້ນໜັກບັນດາໜ້າທີ່ລະອຽດກ່ຽວກັບກົງຈັກການຈັດຕັ້ງກະທັດຮັດ ຫຼື ຄົ້ນຄວ້າສ້າງຮູບແບບສັງລວມກົງຈັກການຈັດຕັ້ງລະບົບການເມືອງໃນໄລຍະໃໝ່.
ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ VII ຈົນຮອດປະຈຸບັນ, ພັກເຮົາປະກາດໃຊ້ຫຼາຍມະຕິ, ຂໍ້ສະຫຼຸບເພື່ອນຳພາການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດເບົາບາງ, ຈັດຕັ້ງການເຄື່ອນໄຫວຢ່າງມີຜົນສັກສິດ, ມີປະສິດທິຜົນ, ຄື: ມະຕິກອງປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ VII ວ່າດ້ວຍການສືບຕໍ່ກໍ່ສ້າງ ແລະປັບປຸງລັດ ສາທາລະນະລັດສັງຄົມນິຍົມຫວຽດນາມ; ມະຕິສະບັບເລກທີ 10-NQ/TW ລົງວັນທີ 9 ກຸມພາ 2007 ຄະນະບໍລິຫານງານສູນກາງພັກ ຊຸດທີ X ວ່າດ້ວຍການປ່ຽນແປງໃໝ່, ປັບປຸງກົງຈັກບັນດາອົງການຈັດຕັ້ງພັກໃຫ້ສົມບູນແບບ, ກຳນົດທິດທາງປ່ຽນແປງໃໝ່ກົງຈັກການຈັດຕັ້ງລັດ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ; ມະຕິສະບັບເລກທີ 17-NQ/TW ລົງວັນທີ 1 ສິງຫາ 2007 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X ວ່າດ້ວຍການຍູ້ແຮງການປະຕິຮູບດ້ານການບໍລິຫານ, ຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງຂອງກົງຈັກລັດ; ມະຕິສະບັບເລກທີ 22-NQ/TW ລົງວັນທີ 2 ກຸມພາ 2008 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X ວ່າດ້ວຍການຍົກສູງຄວາມສາມາດນໍາພາ, ກໍາລັງແຮງສູ້ຮົບຂອງອົງການຈັດຕັ້ງພັກຮາກຖານ ແລະຄຸນນະພາບຂອງຖັນແຖວພະນັກງານ, ສະມາຊິກພັກ; ມະຕິສະບັບເລກທີ 12-NQ/TW ລົງວັນທີ 16 ມັງກອນ 2012 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI ກ່ຽວກັບບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກ; ມະຕິສະບັບເລກທີ 11-NQ/TW ລົງວັນທີ 3 ມີຖຸນາ 2017 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ວ່າດ້ວຍການປັບປຸງລະບອບລະບຽບການເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ; ມະຕິສະບັບເລກທີ 18-NQ/TW, ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ວ່າດ້ວຍການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ; ຂໍ້ສະຫຼຸບສະບັບເລກທີ 50-KL/TW, ລົງວັນທີ 28 ກຸມພາ 2023 ຂອງກົມການເມືອງວ່າດ້ວຍການສືບຕໍ່ປະຕິບັດມະຕິສະບັບເລກທີ 18; ຂໍ້ສະຫຼຸບສະບັບເລກທີ 37-KL/TW ລົງວັນທີ 2 ກຸມພາ 2009 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍູ້ແຮງການປະຕິບັດຍຸດທະສາດພະນັກງານຮອດປີ 2020; ຂໍ້ສະຫຼຸບສະບັບເລກທີ 63-KL/TW ລົງວັນທີ 27 ພຶດສະພາ 2013 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI ວ່າດ້ວຍບາງບັນຫາກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ, ປະກັນໄພສັງຄົມ, ເງິນອຸດໜູນພິເສດໃຫ້ຜູ້ທີ່ມີຄຸນງາມຄວາມດີ ແລະການກຳນົດທິດປະຕິຮູບຮອດປີ 2020; ຂໍ້ສະຫຼຸບສະບັບເລກທີ 64-KL/TW ລົງວັນທີ 28 ພຶດສະພາ 2013 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI ວ່າດ້ວຍບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ປັບປຸງລະບົບການເມືອງນັບແຕ່ຂັ້ນສູນກາງ; ຂໍ້ສະຫຼຸບສະບັບເລກທີ 62-KL/TW ລົງວັນທີ 8 ທັນວາ 2009 ຂອງ ກົມການເມືອງວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງມະຫາຊົນທາງການເມືອງ-ສັງຄົມ; ມະຕິສະບັບເລກທີ 39-NQ/TW ລົງວັນທີ 17 ເມສາ 2015 ຂອງກົມການເມືອງວ່າດ້ວຍການສັບຊ້ອນພະນັກງານໃຫ້ກະທັດລັດ ແລະສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນ, ພາລະກອນຄືນໃໝ່.
ປະຕິບັດບັນດາມະຕິ, ຂໍ້ສະຫຼຸບຂອງພັກ, ລະບົບອົງການຈັດຕັ້ງພັກທຸກຂັ້ນ, ກົງຈັກລັດນັບແຕ່ຂັ້ນສູນກາງລົງຂັ້ນຮາກຖານ, ກົງຈັກການຈັດຕັ້ງອົງການແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງມະຫາຊົນທາງການເມືອງ-ສັງຄົມ ປ່ຽນແປງໃໝ່ ເທື່ອລະກ້າວ, ເສີມຂະຫຍາຍຜົນສັກສິດ, ປະສິດທິຜົນ, ພາລະບົດບາດ, ໜ້າທີ່, ການພົວພັນໃນການປະຕິບັດງານຂອງແຕ່ລະອົງການຈັດຕັ້ງໃນລະບົບການເມືອງໄດ້ກຳນົດ ແລະປັບປຸງຢ່າງເໝາະສົມກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະພັດທະນາເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ. ລະບົບການເມືອງມີຄວາມໝັ້ນຄົງໂດຍພື້ນຖານ, ສອດຄ່ອງກັບໂຄງການການເມືອງ ແລະລັດຖະທຳມະນູນ; ຮັບປະກັນບົດບາດນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ. ຜ່ານບົດບາດ, ກຳລັງແຮງຂອງລະບົບການເມືອງພາຍໃຕ້ການນຳພາຂອງພັກ, ພວກເຮົາປົກປ້ອງໄດ້ຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ປົກປ້ອງພັກ, ປົກປ້ອງອຳນາດການປົກຄອງ; ເສດຖະກິດ-ສັງຄົມພັດທະນາ, ຊີວິດການເປັນຢູ່ດ້ານວັດຖຸ, ວັດທະນະທຳ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ບັນດາການປ່ຽນແປງໃໝ່ກ່ຽວກັບລະບອບ, ລະບຽບການ, ຈຸດສຸມແມ່ນການປ່ຽນແປງໃໝ່ວຽກງານກົງຈັກການຈັດຕັ້ງລະບົບການເມືອງແມ່ນໜຶ່ງໃນບັນດາເງື່ອນໄຂພື້ນຖານ, ຕັດສິນ ບັນດາຜົງານອັນຍິ່ງໃຫຍ່ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ.
ຜ່ານ 7 ປີແຫ່ງການຈັດຕັ້ງປະຕິບັດມະຕິສະບັບເລກທີ 18 ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ວ່າດ້ວຍການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງລະບົບການເມືອງ, ພວກເຮົາບັນລຸໄດ້ບາງໝາກຜົນສຳຄັນ, ໃນເບື້ອງຕົ້ນສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການ, ກົມກອງ, ອົງການຈັດຕັ້ງໃນລະບົບການເມືອງ. ເຖິງຢ່າງໃດກໍ່ຕາມ, ການຮັບຮູ້ ແລະການກະທຳຂອງບາງຄະນະພັກ, ອົງການຈັດຕັ້ງພັກ, ຄະນະນຳ, ຜູ້ນຳຢູ່ບາງອົງການ, ອົງການຈັດຕັ້ງ, ຫົວໜ່ວຍ, ທ້ອງຖິ່ນຍັງບໍ່ທັນຄົບຖ້ວນ, ບໍ່ທັນເລິກເຊິ່ງ, ຄວາມຕັດສິນໃຈຍັງບໍ່ທັນສູງ, ການກະທຳຍັງບໍ່ທັນຂ້ຽວຂາດ, ການສັບຊ້ອນກົງຈັກການຈັດຕັ້ງຍັງບໍ່ທັນຄົບຊຸດ, ສັງລວມ, ການສັບຊ້ອນພະນັກງານຍັງບໍ່ທັນຕິດພັນກັບການສ້າງໂຄງປະກອບຄືນໃໝ່... ບາງກະຊວງ, ຂະແໜງການຍັງຮັບຜິດຊອບຫຼາຍໜ້າທີ່ຂອງທ້ອງຖິ່ນ, ພາໃຫ້ເກີດກົນໄກຂໍ-ໃຫ້, ເກີດການສໍ້ຫຼາດບັງຫຼວງ, ຟຸມເຟື່ອຍ, ປະກົດການຫຍໍ້ທໍ້ໄດ້ງ່າຍ... ເພາະສະນັ້ນ, ປະຈຸບັນກົງຈັກການຈັດຕັ້ງຂອງລະບົບການເມືອງຍັງສັບສົນ, ຫຼາຍຂັ້ນ, ຫຼາຍຫົວເງື່ອນຜົນສັກສິດ; ປະສິດທິຜົນການເຄື່ອນໄຫວຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່; ພາລະບົດບາດ, ໜ້າທີ່ສິດອຳນາດ, ກົງຈັກການຈັດຕັ້ງ, ການພົວພັນວຽກງານລະຫວ່າງຫຼາຍອົງການ, ພາກສ່ວນຍັງບໍ່ທັນຈະແຈ້ງ, ຍັງທັບຊ້ອນກັນ; ກຳນົດຄວາມຮັບຜິດຊອບ, ແບ່ງຂັ້ນ, ແບ່ງສິດອຳນາດຍັງບໍ່ທັນຄົບຊຸດ, ເໝາະສົມ... ຄຸນນະພາບການເສນາທິການ, ຂໍ້ສະເໜີຂອງບາງອົງການ, ອົງການຈັດຕັ້ງພັກ ກັບສູນກາງ, ກົມການເມືອງ, ຄະນະເລຂາທິການ ຕໍ່ກັບບາງຂົງເຂດຍັງຈຳກັດຢູ່; ຄວາມສາມາດປະສານງານ, ແນະນຳ, ຈັດຕັ້ງປະຕິບັດໃນທົ່ວພັກ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງທີ່ໄດ້ວາງອອກ; ກຳນົດຂອບເຂດຄຸ້ມຄອງຫຼາຍຂະແໜງ, ຫຼາຍຂົງເຂດຂອງບັນດາກະຊວງຍັງບໍ່ທັນເຖິງຖອງ; ບາງໜ້າທີ່ເຊື່ອມຕໍ່, ສະໜິດຕິດພັນກັນ ຫຼື ຂົງເຂດໜຶ່ງແຕ່ມອບໃຫ້ຫຼາຍກະຊວງຄຸ້ມຄອງ, ກົງຈັກການຈັດຕັ້ງຂອງບາງຂັ້ນ, ຂະແໜງການມາຮອດປະຈຸບັນຍັງຮັກສາດ້ານຈຳນວນໂດຍພື້ນຖານ, ການສັບຊ້ອນຍັງບໍ່ທັນຕິດພັນກັບການຍົກສູງຜົນສັກສິດ, ປະສິດທິຜົນ, ກຳນົດຕຳແໜ່ງວຽກງານ, ສ້າງໂຄງປະກອບຖັນແຖວພະນັກງານຄືນໃໝ່. ກົງຈັກການຈັດຕັ້ງໃນກະຊວງ, ອົງການທຽບເທົ່າກະຊວງຍັງມີຫຼາຍຂັ້ນ. ການສັບຊ້ອນພະນັກງານພຽງແຕ່ສຸມໃສ່ຫຼຸດຜ່ອນຈຳນວນ, ຍັງບໍ່ທັນຕິດພັນກັບການຍົກສູງຄຸນນະພາບ ແລະສ້າງໂຄງປະກອບຖັນແຖວພະນັກງານຄືນໃໝ່.
ບັນດາສິ່ງທີ່ຍັງຄົງຂ້າງ, ຂໍ້ຈຳກັດ, ຄວາມຊັກຊ້າ, ຂາດຄວາມຂ້ຽວຂາດໃນການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງອັນໄດ້ກໍ່ຜົນສະທ້ອນຢ່າງຮ້າຍແຮງ. ກົງຈັກການຈັດຕັ້ງຫຼາຍຂັ້ນກໍ່ຄວາມຟຸມເຟື່ອຍ ແລະກົດໜ່ວງການພັດທະນາແມ່ນໜຶ່ງໃນບັນດາສາຍເຫດພາໃຫ້ຫຼາຍແຜນນະໂຍບາຍ, ນະໂຍບາຍຂອງພັກ ໄປເຂົ້າສູ່ຊີວິດການເປັນຢູ່ຢ່າງຊັກຊ້າ ຫຼືບາງແຜນນະໂຍບາຍບໍ່ໄດ້ຜັນຂະຫຍາຍ ຫຼື ຜັນຂະຫຍາຍແບບລ້າໆເທົ່ານັ້ນ. ການທັບຊ້ອນ, ກຳນົດພາລະບົດບາດ, ໜ້າທີ່ບໍ່ຈະແຈ້ງພາໃຫ້ຄວາມຮັບຜິດຊອບບໍ່ຈະແຈ້ງ, ກີດຂວາງ, ເຮັດໃຫ້ຄວາມເປັນເຈົ້າການ, ປະດິດສ້າງຫຼຸດລົງ, ພາໃຫ້ສະມັດຕະພາບການອອກແຮງງານ, ປະສິດທິພາບຂອງວຽກງານຕ່ຳ, ຖິ້ມຄວາມຮັບຜິດຊອບ, ເກີດປະກົດການຫຍໍ້ທໍ້, ກີດຂວາງການພັດທະນາ, ກໍ່ຄວາມລຳຄານໃຈ, ຫຼຸດຜົນສັກສິດ, ປະສິດທິຜົນການເຄື່ອນໄຫວ. ຂັ້ນເປັນກາງພາໃຫ້ເສຍເວລາຜ່ານ “ຫຼາຍປະຕູ” ລະບຽບການບໍລິຫານ, ກໍ່ຄວາມກີດຂວາງ.
ລາຍຈ່າຍເພື່ອໃຫ້ລະບົບກົງຈັກການຈັດຕັ້ງເຄື່ອນໄຫວຫຼາຍ, ເຮັດໃຫ້ຊັບພະຍາກອນໃຫ້ແກ່ການລົງທຶນພັດທະນາ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນຫຼຸດລົງ. ເມື່ອທຽບກັບການປ່ຽນແປງອັນໃຫຍ່ຫຼວງຂອງປະເທດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ການພັດທະນາຂອງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ ແລະບັນດາຜົນງານດ້ານວິທະຍາສາດ-ເຕັກໂນໂລຢີ; ກົງຈັກການຈັດຕັ້ງຂອງລະບົບການເມືອງປະເທດຫວຽດນາມ ເຖິງວ່າໄດ້ມີການປ່ຽນແປງໃໝ່ຢູ່ບາງພາກສ່ວນແລ້ວກໍ່ຕາມ, ແຕ່ວ່າຍັງປະຕິບັດຕາມຮູບແບບທີ່ໄດ້ອອກແບບກ່ອນນີ້ນັບສິບປີ, ຫຼາຍບັນຫາບໍ່ສອດຄ່ອງກັບເງື່ອນໄຂໃໝ່ແມ່ນຝືນກັບກົດເກນຂອງການພັດທະນາ; ເກີດຈິດຕະສາດ “ເວົ້າບໍ່ໄປຄຽງຄູ່ກັບການກະທຳ”.
2. ການສະເຫຼີມສະຫຼອງ 100 ປີທີ່ປະເທດຫວຽດນາມ ພາຍໃຕ້ການນໍາພາຂອງພັກ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດຍັງບໍ່ດົນອີກ, ເພື່ອບັນລຸໄດ້ບັນດາເປົ້າໝາຍຍຸດທະສາດ, ບໍ່ພຽງແຕ່ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມພິເສດ, ຄວາມພະຍາຍາມບຸກທະລຸເທົານັ້ນຫາກຍັງບໍ່ອະນຸຍາດໃຫ້ພວກເຮົາຊັກຊ້າ, ລະເຫຼີງ, ຂາດຄວາມຊັດເຈນ, ຂາດຄວາມຄົບຊຸດອີກ, ຢາກເຮັດໄດ້ສິ່ງດັ່ງກ່າວຕ້ອງປະຕິບັດການປະຕິວັດກ່ຽວກັບການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ເບົາບາງ, ດ້ວຍບາງວຽກງານຈຸດສຸມດັ່ງລຸ່ມນີ້:
ທີໜຶ່ງ, ສ້າງ ແລະຈັດຕັ້ງການປະຕິບັດໃນທົ່ວລະບົບການເມືອງຕາມຮູບແບບກົງຈັກການຈັດຕັ້ງລະບົບການເມືອງຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນໄລຍະປະຕິວັດໃໝ່. ສຸມໃສ່ສະຫຼຸບ 7 ປີແຫ່ງການປະຕິບັດມະຕິສະບັບເລກທີ 18 ກອງປະຊຸມ ຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ຊຸດທີ XII “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ເບົາບາງ, ເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ”, ຕີລາຄາ ສະພາບການ ແລະໝາກຜົນທີ່ບັນລຸໄດ້, ບັນດາຈຸດດີ, ຈຸດອ່ອນ, ຂໍ້ຈຳກັດ, ຂໍ້ຄົງຂ້າງ, ສາຍເຫດ ແລະບົດຮຽນປະສົບການໃນວິວັດທະນາການປະຕິບັດມະຕິຢ່າງເຂັ້ມງວດ, ຮອບດ້ານ; ສະເໜີກັບກົມການເມືອງ, ຄະນະບໍລິຫານງານສູນກາງ ກ່ຽວກັບການ ປ່ຽນແປງໃໝ່, ການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ. ການສະຫຼຸບຕ້ອງດຳເນີນຢ່າງພາວະວິໄສ, ປະຊາທິປະໄຕ, ວິທະຍາສາດ, ລະອຽດ, ເລິກເຊິ່ງ, ໃກ້ຊິດຕິດແທດກັັບສະພາບຕົວຈິງຈາກນັ້ນສະເໜີຮູບແບບກົງຈັກການຈັດຕັ້ງໃໝ່, ຕີລາຄາຈຸດດີ, ແລະຜົນກະທົບເມື່ອປະຕິບັດຮູບແບບໃໝ່, ຕ້ອງຕິດແທດກັບລັດຖະທຳມະນູນ, ໂຄງການການເມືອງ, ກົດລະບຽບພັກ, ບັນດາຫຼັກການຂອງພັກ, ບັນດາມະຕິຂອງສູນກາງ... ຮັບປະກັນລັກສະນະສັງລວມ, ຄົບຊຸດ, ເຊື່ອມຕໍ່, ບາງອົງການປະຕິບັດຫຼາຍວຽກ, ວຽກໜຶ່ງມອບໃຫ້ອົງການໜຶ່ງຮັບຜິດຊອບ; ແກ້ໄຂສະພາບທັບຊ້ອນດ້ານພາລະບົດບາດ, ໜ້າທີ່, ຕັດແບ່ງບໍລິເວນ, ຂົງເຂດຢ່າງເຖິງຖອງ; ຈຳກັດອົງການເປັນກາງ; ກຳນົດພາລະບົດບາດ, ໜ້າທີ່ , ຄວາມຮັບຜິດຊອບລະອຽດຢ່າງຈະແຈ້ງບົນພືຶ້ນຖານລັກສະນະພັກ, ລັກສະນະເໝາະສົມ, ລັກສະນະຖືກຕ້ອງຕາມກົດໝາຍ.
ທີສອງ, ສຸມໃສ່ປັບປຸງລະບອບລະບຽບການຕາມຈິດໃຈ “ທັງແລ່ນທັງລຽນແຖວ” ເພື່ອນຳແຜນນະໂຍບາຍຂອງພັກເຂົ້າສູ່ຊີວິດການເປັນຢູ່ໂດຍໄວ. ກວດກາຄືນຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນເຈົ້າການໃນການກະກຽມປັບປຸງ, ເພີ່ມເຕີມ ຫຼືປະກາດໃຊ້ໃໝ່ຖືກຕາມຂໍ້ກຳນົດ, ຮັບປະກັນໃຫ້ແຜນນະໂຍບາຍຂອງພັກ ໄດ້ຮັບການຜັນຂະຫຍາຍໄວທີ່ສຸດພາຍຫຼັງທີ່ສູນກາງພັກຮັບຮອງເອົາ. ສຸມໃສ່ປັບປຸງກົດໝາຍກ່ຽວກັບກົງຈັດການຈັດຕັ້ງ, ການເຄື່ອນໄຫວຂອງບັນດາອົງການໃນລະບົບການເມືອງ, ຕິດພັນກັບຈິດໃຈຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດດ້ວຍທິດນຳ “ທ້ອງຖິ່ນຕັດສິນ, ທ້ອງຖິ່ນປະຕິບັດ, ທ້ອງຖິ່ນຮັບຜິດ ຊອບ”, ສູນກາງ, ລັດຖະບານ, ສະພາແຫ່ງຊາດ ເພີ່ມທະວີການປັບປຸງລະບອບລະບຽບການ, ຮັກສາບົດບາດສ້າງສັນ ແລະເພີ່ມທະວີການກວດກາ, ຕິດຕາມກວດກາ ແລະການປະຕິຮູບລະບຽບການບໍລິຫານ, ຫຼຸດຄ່າໃຊ້ຈ່າຍ, ອຳນວຍຄວາມສະດວກສູງສຸດໃຫ້ປະຊາຊົນ ແລະວິສາຫະກິດ. ກຳນົດໜ້າທີ່, ສິດອຳນາດຂອງບັນດາອົງການ, ອົງການຈັດຕັ້ງ, ບຸກຄົນໃນກົງຈັກລັດຢ່າງຈະແຈ້ງ, ຮັບປະກັນຈຳແນກຂັ້ນປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍກັບຂັ້ນຈັດຕັ້ງປະຕິບັດ.
ທີສາມ, ການຈັດຕັ້ງກົງຈັກໃຫ້ກະທັດຮັດຕິດພັນກັບການສ້າງໂຄງປະກອບຖັນແຖວພະນັກງານທີ່ມີຄຸນທາດ, ຄວາມສາມາດທຽບເທົ່າກັບໜ້າທີ່, ມີການສັບຊ້ອນຢ່າງເໝາະສົມ, ປະກາດໃຊ້ຂໍ້ກຳນົດກ່ຽວກັບຂອບມາດຕະຖານການສັບຊ້ອນພະນັກງານແຕ່ລະຂັ້ນຈາກຂັ້ນສູນກາງລົງຂັ້ນຮາກຖານ, ແຕ່ລະຮູບການເພື່ອເປັນເຈົ້າການກວດກາ, ກຳນົດເພື່ອສັບຊ້ອນຢ່າງໄວ. ປ່ຽນແປງໃໝ່ວຽກງານຮັບສະໝັກພະນັກງານ, ບຳລຸງສ້າງ, ເລືອກຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ຜັດປ່ຽນ, ຕີລາຄາພະນັກງານຕາມທິດແທດຈິງ, ເພາະການຊອກຫາຄົນ, ບົນພື້ນຖານຜະລິດຕະພັນວັດແທກ, ນັບໄດ້, ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດໃນການຕີລາຄາພະນັກງານ. ມີກົນໄກຄັດເລືອກ, ປົດຕຳແໜ່ງຜູ້ບໍ່ມີຄຸນທາດ, ຄວາມສາມາດ, ອິດທິພົນຊື່ສຽງ ແລະນຳໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດໂດດເດັ່ນ.
ເລນິນ ເມື່ອເວົ້າເຖິງການປັບປຸງກົງຈັກການຈັດຕັ້ງລັດ ໄດ້ເນັ້ນໜັກວ່າ: “ຕ້ອງປະຕິບັດຕາມຫຼັກເກນນີ້: ເຖິງວ່ານ້ອຍຈະດີກວ່າ... ຂ້າພະເຈົ້າຮູ້ວ່າ ການຮັກສາຫຼັກເກນນີ້ ແລະໝູນໃຊ້ເຂົ້າໃນສະພາບຕົວຈິງຂອງພວກເຮົາແມ່ນຍາກ... ແຕ່ຂ້າພະເຈົ້າ ເຊື່ອໝັ້ນຢ່າງແນວແນ່ວ່າ ພຽງແຕ່ດຳເນີນວຽກງານນັ້ນ, ພວກເຮົາຈຶ່ງສາມາດສ້າງປະເທດ ສາທາລະນະລັດ ສົມກັບປະເທດສາທາລະນະລັດສັງຄົມນິຍົມ ໂຊວຽດ ຢ່າງແທ້ຈິງ; ສ້າງກົງຈັກການຈັດຕັ້ງມີຜົນສັກສິດ, ມີປະສິດທິຜົນແມ່ນວຽກງານຫຍຸ້ງຍາກ, ສັບສົນ, ຮຽກຮ້ອງຕ້ອງມີຄວາມສາມັກຄີ, ເປັນເອກະພາບ, ກ້າຫານ, ຄວາມເສຍສະຫຼະຂອງພະນັກງານ, ສະມາຊິກພັກແຕ່ລະຄົນພ້ອມດ້ວຍຄວາມຕັດສິນໃຈສູງຂອງທົ່ວພັກ, ທົ່ວລະບົບການເມືອງ, ກ່ອນອື່ນໝົດແມ່ນຜູ້ນຳຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະອົງການຈັດຕັ້ງມະຫາຊົນທຸກຂັ້ນ, ທຸກສິ່ງທຸກຢ່າງເພື່ອປະເທດຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ, ສິວິໄລ, ທຽບເທົ່າກັບບັນດາປະເທດມະຫາອໍານາດຢູ່ຫ້າທະວີບໂດຍໄວ.
ໂດຍ: ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.