ການເຂົ້າຮ່ວມ AIPA-45 ຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນເພື່ອແນໃສ່ຢັ້ງຢືນບົດບາດ, ທີ່ຕັ້ງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ໃນບັນດາກົນໄກຮ່ວມມືລັດຖະສະພາພາກພື້ນ ແລະໂລກ, ຜ່ານນັ້ນປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດລວມຂອງພັກ ແລະລັດ ເພື່ອຜົນປະໂຫຍດຂອງປະເທດ, ຊົນຊາດ; ພ້ອມທັງ, ຢືນຢັນບົດບາດຂອງສະພາແຫ່ງຊາດຫວຽດນາມ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເນື້ອໃນຂອງ AIPA.

ການຮ່ວມມືລັດຖະສະພາລະຫວ່າງຊາດເພື່ອຜົນປະໂຫຍດຂອງປະຊາຊົນອາຊຽນ

ວັນທີ 2 ກັນຍາປີ 1977 (10 ປີພາຍຫຼັງທີ່ອາຊຽນ ໄດ້ຮັບການສ້າງຕັ້ງ), ອົງການລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສຽງໃຕ້ (AIPO) ໄດ້ກຳເນີດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາລັດຖະສະພາສະມາຊິກ ເພື່ອແນໃສ່ບັນລຸເປົ້າໝາຍຂອງອາຊຽນ ແມ່ນສ້າງອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນພາກພື້ນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສາມາດເຂົ້າເປັນສະມາຊິກ AIPO ໃນຖານະສະມາຊິກ ຫຼື ນັກສັງເກດການພິເສດເມື່ອເຂົ້າເປັນສະມາຊິກຂອງອາຊຽນ.

ສະມັດຊາໃຫຍ່ AIPO ຄັ້ງທີ 27 ໄດ້ຈັດຂຶ້ນຢູ່ນະຄອນ Cebu, ປະເທດ ຟີລິບປິນ ໃນປີ 2006, ອົງການລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສຽງໃຕ້ (AIPO) ໄດ້ຕົກລົງປ່ຽນຊື່ເປັນສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA).

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເມື່ອຍັງດຳລົງຕຳແໜ່ງເປັນຮອງປະທານຜູ້ປະຈໍາການສະພາແຫ່ງຊາດ, ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກຸ່ມທີ່ປຶກສາ AIPA ຄັ້ງທີ 14 (AIPA Caucus 14), ທີ່ດຳເນີນຢູ່ ຝູ໋ກວກ ໃນລະຫວ່າງວັນທີ 10-11 ກໍລະກົດ ປີ 2023. ພາບ: ສໍານັກຂ່າວສານຫວຽດນາມ.

ເປົ້າໝາຍ, ຈຸດປະສົງຕົ້ນຕໍຂອງ AIPA ແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເຂົ້າໃຈ, ການຮ່ວມມື ແລະການພົວພັນໃກ້ຊິດສະໜິດສະໜົມລະຫວ່າງລັດຖະສະພາຂອງບັນດາປະເທດສະມາຊິກອາຊຽນ ກັບບັນດາລັດຖະສະພາ, ອົງການລັດຖະສະພາອື່ນຢູ່ໃນໂລກ; ຄົ້ນຄວ້າ, ປຶກສາຫາລື ແລະເຈາະຈີ້ມບັນດາບັນຫາທີ່ມີຜົນປະໂຫຍດລວມກໍ່ຄືສະແດງຄວາມຄິດເຫັນກ່ຽວກັບບັນຫາເຫຼົ່ານັ້ນ ເພື່ອແນໃສ່ຊ່ວຍໃຫ້ບັນດາສະມາຊິກ AIPA ມີການກະທໍາ ແລະການກະທົບຕອບຢ່າງທັນການ; ເສີມຂະຫຍາຍບັນດາຫຼັກການກ່ຽວກັບປະຊາທິປະໄຕ, ສັນຕິພາບ, ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງຢູ່ອາຊຽນ.

ພາຍຫຼັງ 47 ປີ, AIPA ໄດ້ມີບາດກ້າວບຸກທະລຸຢ່າງໃຫຍ່ຫຼວງໃນຫຼາຍດ້ານ, ກາຍເປັນອົງການຈັດຕັ້ງທີ່ມີບົດບາດສຳຄັນໃນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ, ມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງສູງ, ເປັນປະຊາຄົມກວມລວມ, ມຸ່ງໄປເຖິງປະຊາຊົນ ແລະຖືປະຊາຊົນເປັນໃຈກາງ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສໍາລັບບັນດາປະເທດ, ອົງການຈັດຕັ້ງໃນພາກພື້ນ ແລະໃນທົ່ວໂລກ.

ໃນວິວັດການພັດທະນານັ້ນ, ບັນດາສະພາແຫ່ງຊາດ/ລັດຖະສະພາສະມາຊິກ AIPA, ດ້ວຍບົດບາດເປັນອົງການນິຕິບັນຍັດ, ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາປະເທດອາຊຽນ, ໄດ້ ແລະພວມປະກອບສ່ວນສ້າງພື້ນຖານນິຕິກຳລວມໃຫ້ແກ່ອາຊຽນ, ນໍາ AIPA ກາຍເປັນແບບຢ່າງທີ່ພົ້ນເດັ່ນໃຫ້ການຮ່ວມມືລັດຖະສະພາໃນພາກພື້ນ, ປະກອບສ່ວນຊຸກຍູ້ການຮ່ວມມືພາຍໃນອາຊຽນ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນ AIPA

ນັບແຕ່ເຂົ້າເປັນສະມາຊິກ AIPA ຢ່າງເປັນທາງການ, ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກປັບປຸງບົດບາດໃຈກາງ, ຄວາມສາມັກຄີ, ເປັນເອກະພາບຢູ່ AIPA,  ຍູ້ແຮງການຮ່ວມມືພາຍໃນອາຊຽນ, ເປີດກວ້າງການພົວພັນຫຼາຍດ້ານກັບລັດຖະສະພາຂອງບັນດາປະເທດພາຍໃນ ແລະນອກພາກພື້ນ.

ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ AIPA, ຫວຽດນາມ ຍັງໄດ້ຮັບບັນດາບົດຮຽນທີ່ມີປະໂຫຍດ ແລະມີຜົນປະໂຫຍດແທດຈິງ, ປະກອບສ່ວນປະຕິບັດນະໂຍບາຍການຕ່າງປະເທດເປີດກວ້າງຂອງປະເທດໃນໄລຍະເຊື່ອມໂຍງປະສົບຜົນສໍາເລັດ, ສ້າງສະພາບແວດລ້ອມດ້ານການເມືອງທີ່ສະດວກໃຫ້ແກ່ການຜັນຂະຫຍາຍປະຕິບັດການປ່ຽນແປງໃໝ່ຂອງປະເທດຢ່າງມີໄຊ.

ກົນໄກຮ່ວມມືລະຫວ່າງລັດຖະສະພາຂອງ AIPA ກໍ່ປະກອບສ່ວນເພີ່ມທະວີມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ແລະບັນດາສະມາຊິກລັດຖະສະພາປະເທດຕ່າງໆ, ກໍ່ຄືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນເວົ້າລວມ.

leftcenterrightdel
ພິທີເປີດສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA-43) ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ ໃນວັນທີ 21 ພະຈິກ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັບການເຂົ້າຮ່ວມໂດຍກົງໃນບັນດາການເຄື່ອນໄຫວ AIPA, ບັນດາຜູ້ແທນສະພາແຫ່ງຊາດຫວຽດນາມ ກໍ່ມີໂອກາດແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການສ້າງກົດໝາຍ, ວຽກງານຕິດຕາມກວດກາ ແລະການເຄື່ອນໄຫວລັດຖະສະພາ, ຍົກສູງຄວາມຮູ້, ທັກສະຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືສາກົນເພື່ອໜູນຊ່ວຍໃຫ້ການປະຕິບັດໜ້າທີ່ເປັນສະມາຊິກສະພາແຫ່ງຊາດຂອງຕົນ.

ຜ່ານບັນດາການເຄື່ອນໄຫວຂອງ AIPA, ຫວຽດນາມ ຍັງມີເງື່ອນໄຂປະກອບສ່ວນໂຄສະນາພາບພົດຂອງຕົນ, ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ ເຖິງບັນດາປະເທດໃນພາກພື້ນ ແລະໃນໂລກ.

ໃນບົດບາດເປັນປະທານອາຊຽນ 2024, ດ້ວຍຫົວຂໍ້ຂອງປີແມ່ນ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ປະເທດເຈົ້າພາບລາວ ໄດ້ເສີມຂະຫຍາຍບົດບາດນຳພາ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມື 3 ເສົາຄ້ຳດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ AIPA-45 ແມ່ນມີຄວາມໝາຍສຳຄັນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ຍົກລະດັບການພົວພັນຕ່າງປະເທດເປັນຫຼາຍຝ່າຍ; ຊຸກຍູ້ບັນດາບຸລິມະສິດ, ຍົກສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາໃນພາກພື້ນ ແລະໃນໂລກ, ຜ່ານນັ້ນປະກອບສ່ວນຊຸກຍູ້ຄວາມມານະພະຍາຍາມທາງການທູດລວມຂອງພັກ ແລະລັດເພື່ອຜົນປະໂຫຍດຂອງປະເທດ, ຊົນຊາດ.

ພ້ອມທັງ, ຢືນຢັນບົດບາດຂອງສະພາແຫ່ງຊາດຫວຽດນາມ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າບັນດາເນື້ອໃນຂອງ AIPA; ສະໜັບສະໜູນ ສປປ ລາວ ເປັນປະທານ AIPA; ສົມທົບກັບບັນດາລັດຖະສະພາສະມາຊິກ AIPA ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ, ຍູ້ແຮງການພົວພັນລະຫວ່າງ AIPA ກັບບັນດາຄູ່ຮ່ວມມື, ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ; ເສີມຂະຫຍາຍຄວາມຮັບຜິດຊອບ ແລະທັດສະນະຂອງ AIPA ສໍາລັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາ.

ໂດຍ: ຈາງຫງວຽນ