ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍ, ຈຸດປະສົງຂອງການຢ້ຽມຢາມຂອງເລຂາທິການໃຫຍ່?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍໄດ້ຮັບຄຳເຊີນຂອງທ່ານ Alexander Stubb ປະທານາທິບໍດີແຟງລັງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມແຟງລັງ ຢ່າງເປັນທາງການ ໃນລະຫວ່າງວັນທີ 20-22 ຕຸລາ. ນີ້ແມ່ນການຢ້ຽມຢາມແຟງລັງ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1973.
ໂດຍສືບຕໍ່ການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງທີ່ມີຊີວິດຊີວາມາແຕ່ຕົ້ນປີ, ການຢ້ຽມຢາມແຟງລັງ ຂອງທ່ານ ໂຕເລິມ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະກໍ່ເປັນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນເພື່ອແນໃສ່ຍູ້ແຮງການປະຕິບັດມະຕິເລກທີ 59-NQ/TW ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່. ການຢ້ຽມຢາມໄດ້ສະແດງອອກໃຫ້ເຫັນສານກ່ຽວກັບນ້ຳໃຈຄວາມຮັກແພງອັນຈິງໃຈ, ການຖືເປັນສໍາຄັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ ແຟງລັງ, ເປັນປະເທດທີ່ໄດ້ຕັ້ງໜ້າຊ່ວຍເຫຼືອຫວຽດນາມ ໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດ ໃນເມື່ອກ່ອນ ແລະໃນພາລະກິດສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ເມື່ອຫວນຄືນປະຫວັດສາດ, ແຟງລັງ ແມ່ນໜຶ່ງໃນບັນດາປະເທດ ເອີລົບເໜືອ ທຳອິດທີ່ໄດ້ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ໃນຫຼາຍທົດສະວັດຜ່ານມາ, ແຟງລັງ ແມ່ນຄູ່ຮ່ວມມືທີ່ໃຫ້ການຊ່ວຍເຫຼືອພັດທະນາທີ່ສຳຄັນຂອງຫວຽດນາມ, ໂດຍສຸມໃສ່ຂົງເຂດ ຄື: ການສະໜອງນ້ຳ ແລະການລະບາຍນ້ຳ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ການປ່າໄມ້... ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ. ມາຮອດປະຈຸບັນ, ປະຊາຊົນຫວຽດນາມ ຍັງໄດ້ເວົ້າເຖິງ “ນ້ຳສະອາດຂອງແຟງລັງ” ວ່າ ແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບ ແລະການຊ່ວຍເຫຼືອທີ່ມີປະສິດທິຜົນ ແລະໝັ້ນຄົງຂອງເພື່ອນມິດແຟງລັງ. ຫຼາຍໂຄງການຢູ່ເຂດຫ່າງໄກສອກຫຼີກໄດ້ປະກອບສ່ວນປັບປຸງ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໃຫ້ດີຂຶ້ນ.
ການຢ້ຽມຢາມກໍ່ແມ່ນກາລະໂອກາດສຳຄັນເພື່ອໃຫ້ສອງປະເທດທົບທວນຄືນບັນດາຜົນງານອັນດີງາມຂອງການຮ່ວມມືໃນໄລຍະຜ່ານມາ ພ້ອມທັງວາງອອກທິດທາງໃໝ່, ເຮັດໃໝ່ການພົວພັນ, ສ້າງກຳລັງໜູນ, ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານຂຶ້ນສູ່ລະດັບສູງໃໝ່. ພ້ອມກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງ ຫວຽດນາມ ແລະ ແຟງລັງ, ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ຈະສ້າງກາລະໂອກາດຮ່ວມມືຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຊີ, ການເດີນທະເລ, ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ… ນີ້ແມ່ນບັນດາຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດ, ສ່ວນ ແຟງລັງ ມີທ່າແຮງ ແລະປະສົບການ.
ຄຽງຂ້າງນັ້ນ, ການຢ້ຽມຢາມກໍ່ແມ່ນກາລະໂອກາດທີ່ສຳຄັນເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືກັບພາກພື້ນ ເອີລົບເໜືອ, ພ້ອມທັງຜັນຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງຫວຽດນາມ ໃນການເຊື່ອມຕໍ່ ແຟງລັງ ກັບອາຊຽນ, ອີຢູ ກັບອາຊຽນ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ພາກພື້ນໃນສະພາບການໂລກທີ່ມີການປ່ຽນແປງຢ່າງວ່ອງໄວ ເຕັມໄປດ້ວຍສິ່ງທ້າທາຍຄືໃນປະຈຸບັນ, ຄວນຮ່ວມແຮງຮ່ວມໃຈກັນແກ້ໄຂ ແລະຮັບມື.
ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ຕີລາຄາການພົວພັນ ຫວຽດນາມ - ແຟງລັງ ໃນໄລຍະຜ່ານມາ ແລະຄວາມຄາດຫວັງຂອງທ່ານນາງ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໃນຄັ້ງນີ້?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ເຄີຍເປັນໜຶ່ງໃນບັນດາປະເທດເພື່ອນມິດທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະທີ່ຫຍຸ້ງຍາກ, ປະຈຸບັນ, ແຟງລັງ ສືບຕໍ່ແມ່ນຄູ່ຮ່ວມມືທີ່ສຳຄັນຂອງຫວຽດນາມ ຢູ່ພາກພື້ນເອີລົບເໜືອ. ໃນໄລຍະຜ່ານມາ, ການພົວພັນຫວຽດນາມ - ແຟງລັງ ໄດ້ຫັນຈາກການຮ່ວມມືພັດທະນາສູ່ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ແຟງລັງ ໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງໃນຊຸມປີມໍ່ໆມານີ້, ບັນລຸ 422,5 ລ້ານໂດລາສະຫະລັດ ໃນປີ 2024 ແລະບັນລຸກວ່າ 279 ລ້ານໂດລາສະຫະລັດ ໃນ 9 ເດືອນຕົ້ນປີ 2025. ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງໄດ້ຮັບການເປີດກວ້າງ, ປະຈຸບັນມີເກືອບ 20 ຮາກຖານການສຶກສາຂັ້ນມະຫາວິທະຍາໄລຂອງຫວຽດນາມ ພວມຮ່ວມມືຢ່າງມີປະສິດທິຜົນກັບບັນດາຄູ່ຮ່ວມມືແຟງລັງ ແລະມີນັກສຶກສາຫວຽດນາມ ກວ່າ 2.500 ຄົນທີ່ພວມຮໍ່າຮຽນຢູ່ແຟງລັງ ໃນຂະແໜງເສດຖະກິດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ...
ການຮ່ວມມືໃນຂົງເຂດຕ່າງໆຄື: ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ-ການທ່ອງທ່ຽວ, ແຮງງານ... ພັດທະນາຢ່າງຕັ້ງໜ້າ. ການຮ່ວມມືໃນຂົງເຂດໃໝ່ຄື ເສດຖະກິດໝູນວຽນ, ກະສິກໍາເຕັກໂນໂລຢີສູງ, ການຫັນເປັນສີຂຽວ, ພະລັງງານທົດແທນ... ຫວັງວ່າຈະນຳເອົາຂອບເຂດການຮ່ວມມືໃໝ່ທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການມາໃຫ້ແຕ່ລະຝ່າຍ.
ບົນເນື້ອໃນຈິດໃຈນັ້ນ, ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ແຟງລັງ, ຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ກຳນົດທິດກົນໄກຮ່ວມມືໃໝ່, ເຮັດໃຫ້ການຮ່ວມມືດ້ານວິຊາສະເພາະເລິກເຊິ່ງກວ່າ, ເປັນຕົ້ນແມ່ນໃນຂົງເຂດຍຸດທະສາດ.
ດ້ວຍພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມ ພ້ອມກັບຄວາມສາມາດບົ່ມຊ້ອນ ແລະການຮ່ວມມືທີ່ເປີດກວ້າງ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມແຟງລັງ ຂອງທ່ານ ໂຕເລິມ ຈະເປີດໄລຍະໃໝ່, ສ້າງການປ່ຽນແປງຢ່າງແຂງແຮງ, ບຸກທະລຸໃນການຮ່ວມມືກັບແຟງລັງ; ນໍາເອົາໝາກຜົນອັນຕັ້ງໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ