ຕອນເຊົ້າວັນທີ 12 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2024-2025 ຂອງສະຖາປັນກະສິກຳຫວຽດນາມ ແລະ ພິທີເປີດນຳໃຊ້ໂຄງການເພີ່ມທະວີກຳລັງຄວາມສາມາດບຳລຸງສ້າງວິທະຍາສາດເຕັກໂນໂລຊີ ຈາກແຫຼ່ງທຶນໜູນຊ່ວຍການພັດທະນາທາງການ ( ODA) ຂອງທະນາຄານໂລກ (WB).

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ  ຢ້ຽມຊົມເຂດວາງສະແດງຜະລິດຕະພັນການຄົ້ນຄວ້າວິທະຍາສາດຂອງສະຖາປັນກະສິກຳຫວຽດນາມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ  ເນັ້ນໜັກວ່າ, ຫວຽດນາມ ພວມກ້າວເຂົ້າສູ່ສັງກະລາດໃໝ່ ດ້ວຍຄວາມຫວັງບືນຕົວຂຶ້ນຂອງຊາດ, ສະເໜີໃຫ້ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ຕ້ອງສູ້ຊົນເພື່ອບໍ່ພຽງແຕ່ແມ່ນສູນບຳລຸງສ້າງ, ຄົ້ນຄວ້າແຖວໜ້າ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລ ທີ່ມີອິດທິພົນຊື່ສຽງສູງຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ, ແມ່ນສູນນະວັດຕະກຳ, ສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ startup ລະດັບຊາດ.

ແຫຼ່ງຄັດຈາກ: vovworld.vn