ຊຸກຍູ້ຄວາມສະໜິດຕິດພັນ ແລະການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງອາຊຽນ - ຈີນ

ທີ່ກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 27, ການນໍາບັນດາປະເທດຕີລາຄາສູງຄວາມຄືບໜ້າຢ່າງຕັ້ງໜ້າ ແລະຕໍ່ເນື່ອງໃນການພົວພັນອາຊຽນ-ຈີນ, ພິເສດນັບແຕ່ເມື່ອສອງຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2021. ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນ ໃນເວລາ 15 ປີຜ່ານມາ.

ບັນດາການນຳເນັ້ນໜັກວ່າ ຄວນເພີ່ມທະວີການເປີດກວ້າງການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ, ກະສິກຳອັດສະລິຍະ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງໄພທຳມະຊາດ.... ກ່ຽວກັບທະເລຕາເວັນອອກ, ບັນດາການນຳອາຊຽນ ແລະ ຈີນ ລ້ວນແຕ່ຢັ້ງຢືນຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ຮຽກຮ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະຍູ້ແຮງຄວາມມານະພະຍາຍາມບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 27. ພາບ: ເຍີດບັ໊ກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍການພົວພັນອາຊຽນ-ຈີນ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງ, ພ້ອມທັງເນັ້ນໜັກວ່າ ອາຊຽນ ແລະ ຈີນ ນັບມື້ນັບຢັ້ງຢືນບົດບາດແມ່ນກຳລັງໜູນສຳຄັນ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຊັກນຳການເຕີບໂຕ, ພັດທະນາຂອງພາກພື້ນ ແລະ ໂລກ.

ກຳນົດທິດອະນາຄົດແຫ່ງການພົວພັນ, ທ່ານນາຍົກລັດຖະມົນຕີ ສະເໜີ ອາຊຽນ ແລະ ຈີນ ຍິ່ງກວ່າເວລາໃດໝົດຕ້ອງຍົກສູງຄວາມກຸ້ມຕົນເອງ, ເພິ່ງຕົນເອງ, ຊຸກຍູ້ຄວາມສະໜິດຕິດພັນ ແລະເຊື່ອມຕໍ່ຢ່າງແໜ້ນແຟ້ນ, ຮອບດ້ານ, ກວມລວມ. ຕາມນັ້ນ, ຕ້ອງຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານໂຄງລ່າງຄົມມະນາຄົມ, ຊຸກຍູ້ກຳລັງໜູນການເຕີບໂຕໃໝ່. ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງສືບຕໍ່ຊຸກຍູ້ການເຄື່ອນໄຫວເຊື່ອມຕໍ່, ພົບປະແລກປ່ຽນປະຊາຊົນ, ປະກອບສ່ວນປັບປຸງພື້ນຖານສັງຄົມຢ່າງໝັ້ນແກ່ນ, ເພີ່ມພູນຄູນສ້າງນ້ຳໃຈຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມື ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຈີນ.

leftcenterrightdel
ການນຳບັນດາປະເທດອາຊຽນ ແລະຈີນ ທີ່ກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 27. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາຢາກ ອາຊຽນ ແລະ ຈີນ ຈະເຊື່ອມຕໍ່ຫຼັກໝັ້ນ, ທັດສະນະ, ປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກ, ປະສານສົມທົບຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ, ເພີ່ມທະວີການເຈລະຈາ, ແກ້ໄຂຂໍ້ຂັດແຍ່ງຢູ່ພາກພື້ນໂດຍສັນຕິວິທີ, ໃນນັ້ນມີທະເລຕາເວັນອອກ, ນຳທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ຍາວນານ, ດຳເນີນການເຈລະຈາ COC ສິ້ນສຸດໂດຍໄວ ແລະມີຄວາມແທດຈິງ, ປະສິດທິ ຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ອາຊຽນ ແລະສ. ເກົາຫຼີ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ກອງປະຊຸມສຸດຍອດອາຊຽນ - ສ. ເກົາຫຼີ ຄັ້ງທີ 25 ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ - ສ. ເກົາຫຼີ, ເປັນຂີດໝາຍພັດທະນາໃໝ່ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1989-2024). ບັນດາການນຳອາຊຽນ ແລະ ສ. ເກົາຫຼີ ຢັ້ງຢືນວ່າ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ລິເລີ່ມສາມັກຄີອາຊຽນ - ສ. ເກົາຫຼີ  (KASI) ໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍໃຫ້ເລິກເຊິ່ງກວ່າອີກ.

ນອກຈາກການຮ່ວມມືຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ຍູ້ແຮງການແລກປ່ຽນດ້ານການຄ້າ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ... ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມພາກພູມໃຈຕໍ່ກັບເລື່ອງ ອາຊຽນ ແລະສ. ເກົາຫຼີ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ແລະໃນຂະນະຫວຽດນາມ ເປັນຜູ້ປະສານງານການພົວພັນ ອາຊຽນ-ສ. ເກົາຫຼີ (2021-2024).

leftcenterrightdel
ການນຳບັນດາປະເທດອາຊຽນ ແລະການນຳ ສ. ເກົາຫຼີ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສ. ເກົາຫຼີ ຄັ້ງທີ 25. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະເໜີ 3 ກຳນົດທິດຜັນຂະຫຍາຍການພົວພັນອາຊຽນ-ສ. ເກົາຫຼີ ສົມກັບລະດັບໃໝ່. ກ່ອນອື່ນໝົດແມ່ນການປະກອບສ່ວນທີ່ມີຄວາມຮັບຜິດຊອບໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ ຊົມເຊີຍເລື່ອງ ສ. ເກົາຫຼີ ສືບຕໍ່ຕັ້ງໜ້າສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ກໍ່ຄືຄວາມມານະພະຍາຍາມສ້າງທະເລຕາເວັນອອກ ເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ. ອາຊຽນ ພ້ອມແລ້ວປະສານສົມທົບ, ຊຸກຍູ້ບັນດາຝ່າຍກ່ຽວຂ້ອງເພີ່ມທະວີການເຈລະຈາ, ມຸ່ງໄປເຖິງສັນຕິພາບ, ຄວາມໝັ້ນຄົງຍາວນານຢູ່ແຫຼມ ເກົາຫຼີ. ທີສອງແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດກວ່າອີກ, ຈຸດສຸມແມ່ນການເຊື່ອມຕໍ່ພື້ນຖານເສດຖະກິດ, ການຮ່ວມມືວັດທະນະທຳ, ການທ່ອງທ່ຽວ ແລະການສຶກສາ, ກໍ່ສ້າງ. ທີສາມແມ່ນການກະທຳຢ່າງຂ້ຽວຂາດກວ່າ ເພື່ອຊຸກຍູ້ການເຕີບໂຕກວມລວມ, ຮອບດ້ານ ແລະພັດທະນາແບບຍືນຍົງ, ໂດຍ ສະເພາະແມ່ນກັບບັນດາກຳລັງໜູນເຕີບໂຕໃໝ່.

ອາຊຽນ ແລະຍີ່ປຸ່ນ ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ທີ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 27, ການນໍາບັນດາປະເທດຊົມເຊີຍຄວາມຄືບໜ້າຢ່າງຕັ້ງໜ້າໃນການພົວພັນໃນໄລຍະຜ່ານມາ. ອາຊຽນ ແລະ ຍີ່ປຸ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທະເລ, ຕ້ານອາດຊະຍາກຳຂ້າມຊາດ, ເພີ່ມທະວີຄວາມປອດໄພດ້ານໄຊເບີ, ຄຸ້ມຄອງ ແລະຮັບມືກັບໄພທຳມະຊາດ...

leftcenterrightdel
ການນຳບັນດາປະເທດອາຊຽນ ແລະການນຳ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 27. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ ຕ້ອງສືບຕໍ່ແມ່ນກຳລັງໜູນຫຼັກ, ພ້ອມທັງຍູ້ແຮງການເຊື່ອມຕໍ່ບັນດາພື້ນຖານເສດຖະກິດຂອງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສົ່ງເສີມບັນດາວິສາຫະກິດຂອງ ຍີ່ປຸ່ນ ເພີ່ມທະວີການໜູນຊ່ວຍວິສາຫະກິດ ອາຊຽນ ເຂົ້າຮ່ວມເຂົ້າຕ່ອງໂສ້ການສະໜອງຂອງວິສາຫະກິດ ຍີ່ປຸ່ນ, ພັດທະນາຂະແໜງອຸດສາຫະກຳສຳຮອງ, ສ້າງກຳລັງຜູ້ອອກແຮງງານທີ່ມີສີມືແຮງງານສູງ... ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາປະເທດອາຊຽນ, ອະນຸພາກພື້ນແມ່ນ້ຳຂອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຫັນປ່ຽນພະລັງງານ ແລະປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ສອງຝ່າຍຄວນເພີ່ມທະວີການສົມທົບກັນຍຸດທະສາດ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງພາກພື້ນ. ທ່ານນາຍົກລັດຖະມົນຕີສະເໜີ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມອາຊຽນ ກ່ຽວກັບທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ມານະພະຍາຍາມປັບປຸງ COC ໃຫ້ມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ການພັດທະນາວັດທະນາຖາວອນຂອງ ອາຊຽນ ບໍ່ສາມາດຂາດໄດ້ການໜູນຊ່ວຍຂອງບັນດາຄູ່ຮ່ວມມື +3

ທີ່ກອງປະຊຸມສຸດຍອດ ອາຊຽນ+3 (ຈີນ, ສ. ເກົາຫຼີ, ຍີ່ປຸ່ນ) ຄັ້ງທີ 27, ບັນດາການນຳ ອາຊຽນ ແລະ 3 ປະເທດ ອາຊີຕາເວັນອອກສ່ຽງເໜືອ ລ້ວນແຕ່ເນັ້ນໜັກຄວາມສຳຄັນຂອງຂອບເຂດການຮ່ວມມື ອາຊຽນ+3 ແລະຕີລາຄາສູງຄວາມຄືບໜ້າຕັ້ງໜ້າໃນການຮ່ວມມື ອາຊຽນ+3 ໃນໄລຍະຜ່ານມາ. ການນຳບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເຫັນດີເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍແຜນການປະຕິບັດງານຢ່າງມີປະສິດທິຜົນ, ບຸລິມະສິດການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເສີມຂະຫຍາຍບົດບາດ ແລະຄຸນຄ່າຂອງອາຊຽນ+3 ປະກອບສ່ວນຢ່າງຕັ້ງໜ້າໃຫ້ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນກວ່າອີກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງບົດບາດສຳຄັນຂອງ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ ໃນການຮັກສາຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື, ພັດທະນາໃນພາກພື້ນ, ຢັ້ງຢືນການພັດທະນາວັດທະນາຖາວອນຂອງອາຊຽນ ຈະບໍ່ສາມາດຂາດໄດ້ການເຊື່ອມຕໍ່, ການຮ່ວມມື ແລະການໜູນຊ່ວຍຂອງບັນດາຄູ່ຮ່ວມມື+3 ໃນອະດີດຕະການ, ປະຈຸບັນ ແລະອະນາຄົດ. ທ່ານນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກສາມກຳນົດທິດພັດທະນາການຮ່ວມມືອາຊຽນ+3 ໃນສະພາບການພາກພື້ນ ແລະທົ່ວໂລກ ມີການຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ.

ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ເຖິງວ່າປະສົບກັບບັນຫາໃດກໍ່ຕາມ, ປັດໄຈສຳຄັນທີ່ສຸດແມ່ນຕ້ອງເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ, UNCLOS 1982, ເຈລະຈາຢ່າງກົງໄປກົງມາ, ຮ່ວມມືຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະເຄົາລົບກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ຮ່ວມແຮງຮ່ວມມືຮັບມືກັບສິ່ງທ້າທາຍທົ່ວໂລກ, ພ້ອມກັນກຳນົດໂຄງປະກອບພາກພື້ນເປີດ, ກວມລວມ, ກະຈ່າງແຈ້ງ, ເຊີດຊູກົດໝາຍສາກົນດ້ວຍອາຊຽນ ຮັກສາບົດບາດໃຈກາງ ແລະການຊ່ວຍເຫຼືອ, ໜູນຊ່ວຍຢ່າງມີປະສິດທິຜົນຂອງບັນດາປະເທດ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ.

ໂດຍ: ແສງເດືອນ