ແຜ່ຂະຫຍາຍບັນດາໝາກຜົນຂອງການຮ່ວມມືຝຣັ່ງໂກໂຟນີ ກັບປະຊາຊົນທຸກຊັ້ນວັນນະ

ກ່າວຄຳເຫັນທີ່ວາລະປະຊຸມ “ເພື່ອລັດທິຫຼາຍຝ່າຍທີ່ປ່ຽນແປງໃໝ່” ຂອງກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢືນຢັນບົດບາດທີ່ບໍ່ສາມາດປ່ຽນແທນຂອງບັນດາກົນໄກຫຼາຍຝ່າຍ, ຍົກສູງການປະກອບສ່ວນຂອງອົງການຝຣັ່ງໂກໂຟນີ (OIF) ແລະລະບອບລະບຽບການຂອງຝຣັ່ງໂກໂຟນີ ໃນການແກ້ໄຂບັນຫາທີ່ມີຄວາມສົນໃຈຮ່ວມກັນຂອງປະຊາຄົມສາກົນ, ກໍ່ຄືກັບຂະບວນການສ້າງຂອບເຂດ, ຫຼັກການສໍາລັບບັນຫາທີ່ພົ້ນເດັ່ນຂຶ້ນ.

leftcenterrightdel
ທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ແລະທ່ານນາງ Louise Mushikiwabo ເລຂາທິການໃຫຍ່ຝຣັ່ງໂກໂຟນີ ໄດ້ໃຫ້ການຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອແນໃສ່ຍົກສູງບົດບາດຂອງລັດທິຫຼາຍຝ່າຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກວ່າ ຕ້ອງຕິດພັນກັບບັນດາຂະບວນການຫັນປ່ຽນຂະໜາດໃຫຍ່, ເປັນຕົ້ນແມ່ນການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ. ອົງການຝຣັ່ງໂກໂຟນີ ກໍ່ຕ້ອງປັບຕົວເຂົ້າກັບທ່າອ່ຽງນີ້, ໜູນຊ່ວຍບັນດາສະມາຊິກຍົກສູງກໍາລັງຄວາມສາມາດດ້ານເຕັກໂນໂລຢີ, ພັດທະນາພະລັງງານສະອາດ ແລະປະຕິບັດເປົ້າໝາຍພັດທະນາແບບຍືນຍົງໃຫ້ປະສົບຜົນສໍາເລັດ. ວິທະຍາສາດ, ເຕັກໂນໂລຊີແມ່ນລູກກະແຈເພື່ອໃຫ້ປະຊາຄົມຝຣັ່ງໂກໂຟນີ ສາມາດສ້າງຄວາມແຕກຕ່າງໃນອະນາຄົດ.

ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບຽບການຫຼາຍຝ່າຍ, ໃນນັ້ນມີ OIF, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຢັ້ງຢືນເຖິງຄວາມຈໍາເປັນໃນການຍູ້ແຮງການປະຕິຮູບ ເພື່ອສາມາດຮັບມືກັບການປ່ຽນແປງຢ່າງວ່ອງໄວຂອງສະພາບການໂລກ ແລະອົງການຝຣັ່ງໂກໂຟນີ. ຝຣັ່ງໂກໂຟນີ ຍັງຕ້ອງປ່ຽນແປງໃໝ່ຕາມທິດສຸມໃສ່ບູລິມະສິດຂອງບັນດາສະມາຊິກ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ ແລະສົມທົບກັນຜັນຂະຫຍາຍບັນດາເອກະສານກອງປະຊຸມສຸດຍອດໃນອະນາຄົດ. ລັດທິຫຼາຍຝ່າຍຈະປະສົບຜົນສຳເລັດໄດ້ກໍ່ຕໍ່ເມື່ອ ສາມາດຮັບປະກັນລັກສະນະກວມລວມ, ຮອບດ້ານ, ຖືປະຊາຊົນເປັນໃຈກາງ, ພິເສດແມ່ນລຸ້ນໜຸ່ມ. ຕາມນັ້ນແລ້ວ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ຝຣັ່ງໂກໂຟນີ ສືບຕໍ່ຊຸກຍູ້ບັນດາໂຄງການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ, ການສຶກສາຜ່ານພາສາຝຣັ່ງ ເພື່ອແນໃສ່ຮັກສາພາສາໜຶ່ງທີ່ສວຍງາມທີ່ເຮັດໃຫ້ບັນດາສະມາຊິກຝຣັ່ງໂກໂຟນີ ຕິດພັນເຂົ້າກັນ, ຜ່ານນັ້ນແຜ່ຂະຫຍາຍຜົນແຫ່ງການຮ່ວມມືຝຣັ່ງໂກໂຟນີ.

ຫວຽດນາມ ແມ່ນປັດໄຈທີ່ຂາດບໍ່ໄດ້ໃນປະຊາຄົມຝຣັ່ງໂກໂຟນີ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19, ຕອນເຊົ້າວັນທີ 5 ຕຸລາ ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ມີການພົບປະກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ຝຣັ່ງໂກໂຟນີ.

ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການຮ່ວມມື ຫວຽດນາມ - ຝຣັ່ງໂກໂຟນີ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືດ້ານການທ່ອງທ່ຽວແບບຍືນຍົງ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ OIF ເອົາໃຈໃສ່ຊຸກຍູ້ບັນດາຮູບແບບການຮ່ວມມືສາມຝ່າຍ ເພື່ອໜູນຊ່ວຍບັນດາປະເທດຢູ່ອາຟະລິກາ ໃນຂົງເຂດກະສິກຳ, ການຮ່ວມມືໃຕ້ - ໃຕ້, ພ້ອມທັງສືບຕໍ່ຍູ້ແຮງການປະຕິບັດບັນດາໂຄງການຮ່ວມມືໃນຂົງເຂດການສຶກສາ, ສິດສອນພາສາຝຣັ່ງ, ຄົ້ນຄວ້າວິທະຍາສາດ, ເລີ່ມທຸລະກິດດ້ວຍພາສາຝຣັ່ງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ມີການພົບປະສອງຝ່າຍກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ຝຣັ່ງໂກໂຟນີ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກໍ່ສະເໜີໃຫ້ OIF ສືບຕໍ່ເອົາໃຈໃສ່, ສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສໍາລັບການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ທ່ານນາງ Louise Mushikiwabo ເນັ້ນໜັກວ່າ: ຫວຽດນາມ ແມ່ນປັດໄຈທີ່ຂາດບໍ່ໄດ້ໃນປະຊາຄົມ ຝຣັ່ງໂກໂຟນີ, ຕີລາຄາສູງບົດບາດ ແລະການປະກອບສ່ວນອັນຕັ້ງໜ້າຂອງຫວຽດນາມ, ໃນນັ້ນມີຊາວຫວຽດນາມ ດໍາລົງຕໍາແໜ່ງທີ່ສຳຄັນໃນບັນດາອົງການຂອງຝຣັ່ງໂກໂຟນີ.

* ຕອນບ່າຍວັນທີ 5 ຕຸລາ, ຢູ່ນະຄອນຫຼວງປາຣີ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດ ຝຣັ່ງໂກໂຟນີ (FFA) ເພື່ອມອບລາງວັນວິສາຫະກິດຝຣັ່ງໂກໂຟນີ ດີເດັ່ນໃຫ້ກຸ່ມບໍລິສັດ FPT ຫວຽດນາມ ແລະບໍລິສັດ Made for A Woman, Madagascar. ລາງວັນເວທີປາໄສເສດຖະກິດຝຣັ່ງໂກໂຟນີ ມີຈຸດປະສົງແນໃສ່ເຊີດຊູບັນດາວິສາຫະກິດ, ບຸກຄົນດີເດັ່ນໃນຂະແໜງການ, ຂົງເຂດຕ່າງໆ. ກ່າວຄຳເຫັນທີ່ເຫດການ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ວິສາຫະກິດ FPT ຂອງຫວຽດນາມ ໄດ້ຮັບລາງວັນໃນປີນີ້້ອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການຂອງຫວຽດນາມ ໃນປະຊາຄົມຝຣັ່ງໂກໂຟນີ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂອ້ລົມສົນທະນາຢ່າງສະໜິດສະໜົມກັບບັນດານັກຊ່ຽວຊານ, ນັກປັນຍາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ຈາກບັນດາປະເທດໃນປະຊາຄົມຝຣັ່ງ. ພາບ: baoquocte.vn

* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 5 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປາຣີ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ມີການໂອ້ລົມສົນທະນາຢ່າງສະໜິດສະໜົມກັບບັນດານັກຊ່ຽວຊານ, ປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນປະຊາຄົມຝຣັ່ງໂກໂຟນີ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນປະຊາຄົມຝຣັ່ງໂກໂຟນີ ຢ່າງຕັ້ງໜ້າ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ທຸກຝ່າຍ ແລະປະກອບສ່ວນໂດຍກົງເຂົ້າໃນການພັດທະນາປະເທດຊາດ.

ໂດຍ: ຈາງຫງວຽນ