ວັນທີ 1 ຕຸລາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 34 ປີແຫ່ງວັນໂຮມປະເທດຊາດເຢຍລະມັນ ເປັນເອກະພາບ (3-10-1990/3-10-2024).

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນທ້ອນໂຮມປະເທດເຢຍລະມັນ ເປັນເອກະພາບ, ທ່ານ ຫງວຽນແອງຕ໋ວນ, ປະທານສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ນະຄອນໂຮ່ຈີມິນ ພ້ອມກັບບັນດາສະມາຊິກແມ່ນອະດີດນັກສຶກສາເຢຍລະມັນ ພວມມານະພະຍາຍາມຮັກສາການພົວພັນມິດຕະພາບລະຫວ່າງສອງປະເທດໂດຍຜ່ານການແລກປ່ຽນ ແລະເຊື່ອມຕໍ່ເຄືອຂ່າຍ. ສະມາຄົມມານະພະຍາຍາມຮ່ວມມືກັບສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນ ໂຮ່ຈີມິນ ແລະບັນດາຄູ່ຮ່ວມມືເຢຍລະມັນ ຢ່າງບໍ່ຢຸດຢັ້ງ ແນໃສ່ສ້າງການພົວພັນ, ໃຫ້ຄຳປຶກສາກ່ຽວກັບການຄຸ້ມຄອງ, ຖ່າຍທອດເຕັກໂນໂລຊີ ກໍ່ຄືບັນດາໂຄງການກຸສົນຄືດັ່ງຄຳໝັ້ນສັນຍາເພື່ອສັງຄົມໃຫ້ປະຊາຄົມ, ໃຫ້ການພັດທະນາຂອງສັງຄົມ, ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ກ່າວຄຳເຫັນທີ່ເຫດການນີ້, ທ່ານນາງ Josefine Wallat, ຫົວໜ້າສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງປະສິດທິຜົນການເຄື່ອນໄຫວຮ່ວມມືລະຫວ່າງບັນດາວິສາຫະກິດເຢຍລະມັນ ຢູ່ນະຄອນໂຮ່ຈີມິນ ໃນຂົງເຂດສະໜອງບໍລິການ, ອຸປະກອນການແພດກໍ່ຄືບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງບັນດານັກສຶກສາ ແລະນັກຝຶກງານຫວຽດນາມ ທີ່ໄດ້ ແລະພວມເຮັດວຽກ, ດຳລົງຊີວິດຢູ່ເຢຍລະມັນ ເຂົ້າໃນການພັດທະນາລວມຂອງການພົວພັນລະຫວ່າງເຢຍລະມັນ ແລະຫວຽດນາມ.

ທ່ານນາງ Josefine Wallat ໃຫ້ຮູ້ວ່າ ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມືຢ່າງຕັ້ງໜ້າຈາກສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ຢູ່ນະຄອນໂຮ່ຈີມິນ ໃນບັນດາການເຄື່ອນໄຫວໃນຕໍ່ໜ້າ.

ໂດຍ: ໄຊນີດາ