ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ທິດທາງຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ-ຈີນ ໃນໄລຍະຈະມາເຖິງ?

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນພິເສດລະຫວ່າງຫວຽດນາມ ແລະຈີນ ໃນປີນີ້. ການຢ້ຽມຢາມໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີລາຍການເຄື່ອນໄຫວຫຼາຍຢ່າງ ແລະມີຄວາມໝາຍດ້ວຍ 18 ກິດຈະກຳໃນ 2 ກວ່າວັນ. ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລົງເລິກການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ. ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນຂົງເຂດສາທາລະນະສຸກ, ສື່ມວນຊົນ, ການຮ່ວມມືທ້ອງຖິ່ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ...

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ກຽນຟ້າມ

ທີ່ການແລກປ່ຽນຕ່າງໆ, ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມຢ່າງກວ້າງຂວາງກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ຕາມກຳນົດທິດ “6 ກວ່າ”, ຈຸດສຸມແມ່ນຫັນຄວາມຮັບຮູ້ລວມ ແລະຂໍ້ຕົກລົງລະຫວ່າງສອງຝ່າຍເປັນລະອຽດ. ໃກ້ຊິດຕິດອີງຕາມເນື້ອໃນຈິດໃຈໃນຖະແຫຼງການຮ່ວມ ແລະຄວາມຮັບຮູ້ລວມຂອງຂັ້ນສູງທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຕົ້ນຕໍ, ຄື:

ທີໜຶ່ງ, ສືບຕໍ່ຮັກສາການແລກປ່ຽນຍຸດທະສາດລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມກັນກຳນົດທິດທາງກໍ່ສ້າງປະຊາຄົມ ແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ; ເສີມຂະຫຍາຍບົດບາດຂອງພັກ, ກົນໄກຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ຂອງແນວໂຮມປະເທດຊາດສອງປະເທດ, ບັນດາກົນໄກແລກປ່ຽນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ສອງຝ່າຍເຫັນດີເປັນເອກະພາບເສີມຂະຫຍາຍບົດບາດປະສານງານສັງລວມຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ທີສອງ, ບົນພື້ນຖານກຳນົດທິດ “6 ກວ່າ”, ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມຂັ້ນສູງ ແລະບັນດາຂໍ້ຕົກລົງທີ່ໄດ້ລົງນາມ; ເຮັດໃຫ້ການຮ່ວມມືແທດຈິງບັນລຸໄດ້ຄວາມຄືບໜ້າໃໝ່; ສ້າງຄວາມສະດວກດ້ານການຄ້າ, ເປີດກວ້າງການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ໄປຍັງຕະຫຼາດຈີນ; ຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງປະເທດ, ປະຕິບັດແຜນການຮ່ວມມືເຊື່ອມຕໍ່ໃນຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ແລວທາງ ແລະເສັ້ນທາງ” ໃຫ້ເປັນຢ່າງດີ; ຍູ້ໄວການຊຸກຍູ້ “ການເຊື່ອມຕໍ່ແຂງ” ລະຫວ່າງສອງປະເທດກ່ຽວກັບທາງລົດໄຟຄວາມໄວສູງ, ທາງດ່ວນ, ພື້ນຖານໂຄງລ່າງດ່ານຊາຍແດນ; ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການພັດທະນາສີຂຽວ, ພະລັງງານສະອາດ, ພະລັງງານທົດແທນ.

ທີສາມ, ເຫັນດີຖືປີ 2025 ເປັນ “ປີພົບປະແລກປ່ຽນມະນຸດຊາດ ຫວຽດນາມ-ຈີນ”, ສອງຝ່າຍຈະສົມທົບກັນຈັດຕັ້ງບັນດາກິດຈະກໍາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ; ເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ການຮ່ວມມືດ້ານສື່ສານ, ຂ່າວສານ, ພິມຈຳໜ່າຍ, ກະຈາຍສຽງ-ໂທລະພາບ; ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ, ສົ່ງເສີມສຸຂະພາບ, ການປ້ອງກັນ, ຕ້ານ, ຫຼຸດຜ່ອນຜົນຮ້າຍຈາກໄພທຳມະຊາດ; ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືກັບທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ເປີດສາຍການບິນຕື່ມອີກ, ສົ່ງເສີມນັກທ່ອງທ່ຽວໄປທ່ຽວປະເທດຂອງກັນໃຫ້ນັບມື້ນັບຫຼາຍຂຶ້ນ.

ທີສີ່, ເພີ່ມທະວີການປະສານງານ ແລະການຮ່ວມມືຫຼາຍຝ່າຍ; ເພີ່ມທະວີການສົມທົບກັນໃນບັນດາກົນໄກ, ຄື: ສະຫະປະຊາຊາດ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສະໜັບສະໜູນເຊິ່ງກັນອອກສະໝັກເລືອກຕັ້ງເຂົ້າບັນດາອົງການຈັດຕັ້ງສາກົນ. ຈີນ ສະໜັບສະໜູນຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC 2027; ສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກ, ເສີມຂະຫຍາຍບົດບາດໃນກົນໄກຫຼາຍຝ່າຍ; ຈີນ ສະໜັບສະໜູນອາຊຽນ ກໍ່ສ້າງປະຊາຄົມອາຊຽນແຫ່ງຄວາມສາມັກຄີ, ເປັນເອກະພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງແລະພັດທະນາ, ຮັກສາບົດບາດໃຈກາງໃນໂຄງປະກອບພາກພື້ນ.

ທີຫ້າ, ສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງເປັນຢ່າງດີ, ຄວບຄຸມ ແລະຕັ້ງໜ້າແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ດີກວ່າ; ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເຫັນດີເປັນເອກະພາບແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສອງຝ່າຍສືບຕໍ່ສົມທົບກັນປະຕິບັດເອກະສານນິຕິກຳກ່ຽວກັບຊາຍແດນທາງບົກ ແລະຂໍ້ຕົກລົງທີ່ກ່ຽວຂ້ອງ, ເພີ່ມທະວີການຮ່ວມມືຢູ່ເຂດຊາຍແດນທາງບົກ ຫວຽດນາມ-ຈີນ, ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນລົງນາມສົນທິສັນຍາຊາຍແດນທາງບົກ ແລະ15 ປີແຫ່ງການລົງນາມ. ເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນທາງບົກ ຫວຽດນາມ-ຈີນ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ເຈິ່ນຮວ່ຽນ