leftcenterrightdel
ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກ່ອນການຢ້ຽມຢາມ, ທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງສອງອົງການນິຕິບັນຍັດເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ, ນຳການພົວພັນນີ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ. ສ່ວນຝ່າຍອົດສະຕາລີ, ຖືວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້້ເຫັນວ່າ ອົດສະຕາລີ ມີຄວາມເອົາໃຈໃສ່, ຖືເປັນສຳຄັນການພົວພັນຂອງອົດສະຕາລີຕໍ່ຫວຽດນາມ, ຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາອົດສະຕາລີ ດ້ວຍການເຄື່ອນໄຫວຫັນຂໍ້ຕົກລົງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດເປັນລະອຽດໃນໄລຍະຈະມາເຖິງດ້ວຍເນື້ອໃນໃໝ່ທີ່ເລິກເຊິ່ງກວ້າງຂວາງ, ຕາມທິດນັບມື້ນັບແທ້ຈິງ ແລະມີປະສິດທິຜົນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາສູງ ອົດສະຕາລີ Sue Lines ຈະມີການເຈລະຈາຢ່າງເປັນທາງການກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ເຂົ້າຮ່ວມເວທີປາໄສຫວຽດນາມ - ອົດສະຕາລີ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ແບ່ງປັນວິໄສທັດວັດທະນາຖາວອນ”.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ