ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ, ທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24-30 ສິງຫາ 2024. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາສູງອົດສະຕາລີ Sue Lines ໄດ້ມີການປຶກສາຫາລືກັບສື່ມວນຊົນຫວຽດນາມ ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ກໍ່ຄືການພົວພັນຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານລັດຖະສະພາ.

ນັກຂ່າວ: ກ່ອນອື່ນໝົດ, ຂໍທ່ານນາງໃຫ້ຮູ້ກ່ຽວກັບການພັດທະນາການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ ໃນຊຸມປີມໍ່ໆມານີ້?

ທ່ານນາງປະທານສະພາສູງອົດສະຕາລີ Sue Lines: ຫວຽດນາມ ແລະອົດສະຕາລີ ມີການພົວພັນຢ່າງແໜ້ນແຟ້ນທາງດ້ານການເມືອງ, ຍຸດທະສາດ, ເສດຖະກິດ, ກໍ່ຄືການພົບປະແລກປ່ຽນປະຊາຊົນ. ນັ້ນແມ່ນສິ່ງສຳຄັນທີ່ສຸດສຳລັບອົດສະຕາລີ ແລະຫວຽດນາມ.

ຂ້າພະເຈົ້າຄິດວ່າ ການລົງນາມໃນສັນຍາຮ່ວມມືລັດຖະສະພາລະຫວ່າງສອງປະເທດໃນປີ 2022 ຈະເຮັດໃຫ້ການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍສະໜິດຕິດພັນກວ່າອີກ. ສ່ວນຂ້າພະເຈົ້າເອງ, ເມື່ອໄດ້ພົບປະກັບບັນດາການນຳຫຼັກແຫຼ່ງຂອງຫວຽດນາມ, ກໍ່ຮູ້ສຶກວ່າ ສອງປະເທດໄດ້ ແລະກໍາລັງພັດທະນາການພົວພັນຢ່າງແໜ້ນແຟ້ນ.

leftcenterrightdel
ທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ໃຫ້ສຳພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ພິເສດແມ່ນກັບຄູ່ຮ່ວມຕຳແໜ່ງຂອງຂ້າພະເຈົ້າ ນັ້ນແມ່ນທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ, ຂ້າພະເຈົ້າໄດ້ພົບປະກັບລາວ ຫຼາຍຄັ້ງແລ້ວ. ແລະໃນຄັ້ງນີ້, ພວກຂ້າພະເຈົ້າສືບຕໍ່ມີການສົນທະນາຢ່າງເປີດອົກເປີດໃຈ ດ້ວຍຫຼາຍເນື້ອໃນຍຸດທະສາດສຳຄັນໃນການພົວພັນລະຫວ່າງສອງປະເທດ.

ນັກຂ່າວ: ໃນໄລຍະທີ່ຜ່ານມາ, ການພົວພັນຕ່າງປະເທດຂອງລັດຖະສະພາ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ.  ທ່ານນາງ ຕີລາຄາຄືແນວໃດກ່ຽວກັບການຮ່ວມມືລັດຖະສະພາລະຫວ່າງສອງປະເທດ, ພິເສດແມ່ນໃນການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດທີ່ໄດ້ລົງນາມໃນປີ 2022 ?

ທ່ານນາງປະທານສະພາສູງອົດສະຕາລີ Sue Lines: ຂ້າພະເຈົ້າຖືວ່າ ຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາອົດສະຕາລີ ໄດ້ລົງນາມໃນປີ 2022, ຫວ່າງແລ້ວນີ້ ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ແມ່ນພື້ນຖານທີ່ໝັ້ນຄົງເພື່ອໃຫ້ສອງຝ່າຍສາມາດເປີດກວ້າງການຮ່ວມມືໃນອະນາຄົດ.

ໃນປີ 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ນາຍົກລັດຖະມົນຕີ, ຜູ້ມີອຳນາດເຕັມ ແລະລັດຖະມົນຕີການຕ່າງປະເທດອົດສະຕາລີ ໄດ້ມາຢ້ຽມຢາມຫວຽດນາມ.

ເຂົາເຈົ້າແມ່ນບັນດາຜູ້ນໍາທີ່ສໍາຄັນຂອງພວກຂ້າພະເຈົ້າ, ການຢ້ຽມຢາມທີ່ສໍາຄັນເຫຼົ່ານັ້ນໄດ້ພິສູດໃຫ້ເຫັນທຸກສິ່ງທຸກຢ່າງ. ແລະໃນຕົ້ນປີນີ້, ພວກຂ້າພະເຈົ້າກໍ່ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມາຢ້ຽມຢາມອົດສະຕາລີ.

ອາດເວົ້າໄດ້ວ່າ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ລະຫວ່າງບັນດາສະມາຊິກລັດຖະສະພາແມ່ນບົດບາດສຳຄັນສໍາລັບອົດສະຕາລີ ເພື່ອເຮັດໃຫ້ນໍ້າໃຈມິດຕະພາບ ແລະການພົວພັນກັບຫວຽດນາມ ເລິກເຊິ່ງກວ່າອີກ.

ນັກຂ່າວ: ຕາມທ່ານນາງແລ້ວ, ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຈະມີການຮ່ວມມືໃໝ່ໃດແດ່ລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ?

ທ່ານນາງປະທານສະພາສູງອົດສະຕາລີ Sue Lines: ພວກຂ້າພະເຈົ້າ ໄດ້ປຶກສາຫາລືບາງບັນຫາ, ຂົງເຂດຮ່ວມມືກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ຄື: ເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ ແລະບັນດາບັນຫາທີ່ທັງສອງຝ່າຍເອົາໃຈໃສ່.

ຍ້ອນການພົວພັນນັບມື້ນັບເລິກເຊິ່ງລະຫວ່າງສອງປະເທດ ກໍ່ຄືລະຫວ່າງຂ້າພະເຈົ້າກັບທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝິ້ນ, ໄດ້ຊ່ວຍໃຫ້ສອງຝ່າຍມີການໂອ້ລົມສົນທະນາຢ່າງຈົບງາມ, ມີປະສິດທິຜົນ ແລະຈິງໃຈ.

ຄືດັ່ງພວກເພື່ອນໄດ້ຮູ້ແລ້ວວ່າ, ອົດສະຕາລີ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນໃນວິວັດແຫ່ງການຫັນເປັນພະລັງງານສີຂຽວ, ຂຸດຄົ້ນແຮ່ທາດ ແລະຊັບພະຍາກອນ. ການລົງທຶນເຂົ້າຫວຽດນາມ ກໍ່ມີຄວາມໝາຍສຳຄັນທີ່ສຸດສຳລັບອົດສະຕາລີ.

ພວກຂ້າພະເຈົ້າຍັງໄດ້ຮັບຟັງບັນດາແຜນການ ແລະຍຸດທະສາດໃນອະນາຄົດຂອງຫວຽດນາມ. ຂ້າພະເຈົ້າຮູ້ສຶກວ່າ, ພວກເພື່ອນຫວຽດນາມ ຍາມໃດກໍ່ເຕັມໄປດ້ວຍພະລັງງານ.

ຂ້າພະເຈົ້າຮູ້ສຶກວ່າ, ປະຊາຊົນທຸກຄົນບໍ່ວ່າຈະແມ່ນໃຜ, ລ້ວນແຕ່ປາດຖະໜາຢາກໃຫ້ຫວຽດນາມ ກາຍເປັນສະຖານທີ່ທີ່ດີທີ່ສຸດໃນສາຍຕາຂອງເພື່ອນມິດສາກົນ. ແລະອົດສະຕາລີ ຍາມໃດກໍ່ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອມຸ່ງໄປເຖິງອະນາຄົດອັນດີງາມໃຫ້ສອງປະເທດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ຈາງຫງວຽນ