ຜ່ານ 79 ປີ, ຖະແຫຼງການແຂງກ້ານັ້ນໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຢ່າງກ້ວາງຂວາງ ຈາກປະຊາຊົນພາຍໃນປະເທດ ແລະເພື່ອນມິດ, ກໍາລັງທີ່ກ້າວໜ້າໃນທົ່ວໂລກ. ໃນສະໄໝສົງຄາມ, ນັ້ນແມ່ນແຫຼ່ງກຳລັງແຮງອັນໃຫຍ່ຫຼວງ ສ້າງເປັນໄຊຊະນະອັນສະຫງ່າລາສີຂອງກອງທັບ ແລະປະຊາຊົນຫວຽດນາມ ເພື່ອແນໃສ່ປົກປັກຮັກສາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ໃນສະໄໝສັນຕິພາບ, ນ້ັນແມ່ນເຂັມຊີ້ທິດໃຫ້ການຕໍ່ສູ້ຕ້ານທຸກກົນອຸບາຍມ້າງທໍາລາຍ, ຮັກສາຜົນງານຂອງການປະຕິວັດ, ນຳປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ, ມີທີ່ຕັ້ງ, ກໍາລັງບົ່ມຊ້ອນ, ອິດທິພົນຊື່ສຽງ, ຖານະບົດບາດສາກົນ ນັບມື້ນັບໃຫຍ່ກວ່າ.

ໃນວິວັດແຫ່ງການຕໍ່ສູ້ຍາດເອົາ ແລະຮັກສາເສລີພາບ, ເອກະລາດ, ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມສາມັກຄີ ແລະ ການໜູນຊ່ວຍອັນລ້ຳຄ່າຈາກເພື່ອນມິດສາກົນ. ຄວາມສາມັກຄີ ແລະ ການສະໜັບສະໜູນນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນທຸກຜົນສຳເລັດຂອງຫວຽດນາມ. ສະນັ້ນ, ຫວຽດນາມ ຍາມໃດກໍ່ຮັບຮູ້ໄດ້ບົດຮຽນ: ເອກະລາດແຕ່ບໍ່ຕົກຢູ່ໂດດດ່ຽວ, ຕ້ອງຮັກສາເອກະລາດ ແລະ ນັບມື້ນັບເປີດກວ້າງການພົວພັນກັບເພື່ອນມິດ, ຄູ່ຮ່ວມມືໃນປະຊາຄົມສາກົນ ເພື່ອພ້ອມກັນສາມັກຄີ ກໍ່ສ້າງໂລກແຫ່ງສັນຕິພາບ, ການຮ່ວມມື, ສະຖຽນລະພາບ ແລະພັດທະນາ.

leftcenterrightdel
ພາບປະກອບ: qdnd.vn

ຍ້ອນເຫດນັ້ນ, ມາຮອດປະຈຸບັນ, ຫວຽດນາມ ຍັງຄົງຍຶດໝັ້ນປະຕິບັດແນວທາງການຕ່າງປະເທດ “ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ”, “ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”. ທາງດ້ານການເມືອງ - ສັງຄົມ, ຫວຽດນາມ ຍາມໃດກໍ່ປະຕິບັດແຜນນະໂຍບາຍ ເຄົາລົບນັບຖືສິດຕັດສິນດ້ວຍຕົນເອງຂອງຊາດ ຢ່າງສະເໝີຕົ້ນສະເໝີປາຍ; ເດັດດ່ຽວຄັດຄ້ານ ແລະ ຕ້ານຄືນທຸກການແຊກແຊງເຂົ້າວຽກງານພາຍໃນຂອງປະເທດເຮົາ; ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມຍຸຕິທໍາ, ປະຊາທິປະໄຕ, ສີວິໄລ. ທາງດ້ານເສດຖະກິດ, ຫວຽດນາມ ປະຕິບັດແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ ເພື່ອຍາດແຍ່ງເອົາທຸກໆກາລະໂອກາດພັດທະນາເສດຖະກິດຂອງປະເທດ, ເພີ່ມທະວີກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ. ທາງດ້ານວັດທະນະທຳ, ຫວຽດນາມ ຍາມໃດກໍ່ຍົກສູງຈິດໃຈກໍ່ສ້າງ ພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸນໄປດ້ວຍສີສັນວັດທະນະທໍາຂອງຊາດ. ທາງດ້ານການທະຫານ, ຫວຽດນາມ ປະຕິບັດນະໂຍບາຍປ້ອງກັນຊາດ “4 ບໍ່”: ບໍ່ເຂົ້າຮ່ວມພັນທະມິດການທະຫານ; ບໍ່ຮ່ວມກຸ່ມກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດອື່ນຕັ້ງຖານທັບ ຫຼື ນໍາໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານຄືນປະເທດອື່ນ; ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ການນຳໃຊ້ກຳລັງອາວຸດໃນການພົວພັນສາກົນ. ແນວທາງ, ນະໂຍບາຍຂອງຫວຽດນາມ ໃນທຸກເສົາຄ້ຳສຳຄັນດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈກໍ່ສ້າງປະເທດຫວຽດນາມ ເອກະລາດ, ເສລີພາບ ແລະ ເປັນເຈົ້າຕົນເອງ ບົນພື້ນຖານມະຫາສາມັກຄີທ່ົວປວງຊົນທັງຊາດ ແລະ ໃນການພົວພັນສາມັກຄີກັບທຸກປະເທດເພື່ອນມິດ, ຄູ່ຮ່ວມມືໃນໂລກ.

ປະຈຸບັນ, ສະຖານະການ ແລະສະພາບການສາກົນ ພວມມີການປ່ຽນແປງຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໄພນາບຂູ່ກ່ຽວກັບເອກະລາດ, ເສລີພາບ, ອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ບໍ່ພຽງແຕ່ມີຢູ່ໃນຂົງເຂດແບບເກົ່າເທົ່ານັ້ນ, ຫາກຍັງຂະຫຍາຍໄປສູ່ຫຼາຍຂົງເຂດແບບໃໝ່, ໃນນັ້ນມີໄຊເບີ, ເຕັກໂນໂລຢີດາວທຽມ... ສະນັ້ນ, ການປະຕິບັດສອງໜ້າທີ່ຍຸດທະສາດ ແມ່ນສ້າງສາ ແລະປົກປັກ ຮັກສາປະເທດຊາດໃນສະພາບການໃໝ່ ກໍ່ນັບມື້ນັບໜັກໜ່ວງກວ່າ. ໃນໄລຍະປະຈຸບັນ, ພັກເຮົາ ໄດ້ກຳນົດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມແມ່ນໃຈກາງ; ການກໍ່ສ້າງພັກ ແມ່ນຫຼັກແຫຼ່ງ; ການພັດທະນາວັດທະນະທໍາແມ່ນພື້ນຖານ; ການຮັບປະກັນປ້ອງກັນຊາດ, ປ້ອງກັນສະຫງົບ ແລະ ຍູ້ແຮງວຽກງານພົວພັນຕ່າງປະເທດແມ່ນສໍາຄັນຍິ່ງ ແລະເປັນປະຈຳ. ບັນດາໜ້າທີ່ເຫຼົ່ານີ້ມີສາຍພົວພັນກະທົບ ເຊິ່ງດັນ ແລະກັນຢ່າງແໜ້ນແຟ້ນ ແລະສວມບົດບາດສຳຄັນໃນການປະຕິບັດເປົ້າໝາຍພັດທະນາຮອດປີ 2030, 2045 ຂອງປະເທດ ເຊິ່ງພັກເຮົາ ໄດ້ວາງອອກທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຢ່າງມີໄຊ. ເພື່ອປະຕິບັດບັນດາໜ້າທີ່ ແລະ ເປົ້າໝາຍດັ່ງກ່າວຢ່າງມີໄຊ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບເຮົາ ຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈ “ບໍ່ມີຫຍັງປະເສີດກວ່າເອກະລາດ, ອິດສະລະພາບ”, “ທຸກສິ່ງທຸກຢ່າງເພື່ອຄວາມຜາສຸກຂອງປະຊາຊົນ”; ຍົກສູງຈິດໃຈສາມັກຄີພາຍໃນປະເທດ ແລະສາກົນ, ປຸກລຸກທຸກແຫຼ່ງກຳລັງ; ຄວາມມຸ່ງມາດປາດຖະໜາຢາກຟື້ນຟູວັດທະນະທຳຂອງຊາດ, ຄວາມຄາດຫວັງພັດທະນາ, ອຸທິດຕົນ. ໄປຄຽງຄູ່ກັນນັ້ນ, ພວກເຮົາຄວນຍູ້ແຮງການປະຕິບັດ ແລະ ສໍາເລັດ 3 ຂອດບຸກທະລຸຍຸດທະສາດ ຄື: ປັບປຸງລະບອບລະບຽບການໃຫ້ຄົບຊຸດ ແລະສົມບູນແບບ;  ພັດທະນາຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ກໍ່ສ້າງລະບົບພື້ນຖານໂຄງລ່າງ. ຈາກນັ້ນ, ສົມທົບກັນເປັນກໍາລັງແຮງສັງລວມອັນໃຫຍ່ຫຼວງ. ພິເສດ, ພວກເຮົາຕ້ອງຕໍ່ສູ້ກັບປະກົດການຫຍໍ້ທໍ້ຕ່າງໆ, ບໍ່ກ້າຄິດ, ບໍ່ກ້າເຮັດ, ຢ້ານປ່ຽນແປງໃໝ່, ຢ້ານມີຄວາມຮັບຜິດຊອບ, ກໍ່ຄວາມແບ່ງແຍກກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນທັງຊາດ ແລະແບ່ງແຍກຫວຽດນາມ ກັບເພື່ອນມິດ, ຄູ່ຮ່ວມມືສາກົນ, ສ້າງຮົ້ວກີດຂວາງເພື່ອໃນການປະຕິບັດເປົ້າໝາຍລວມ. ຜ່ານນັ້ນ, ແກ້ໄຂທຸກສີ່ງກີດຂວາງເຖິງການພັດທະນາ.

ບົນພື້ນຖານແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ທ່ົວກອງທັບເຮົາຕ້ອງມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດງານ,  ປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ, ຕັ້ງໜ້າປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ. ໃນນັ້ນ, ກອງທັບເຮົາຕ້ອງປະຕິບັດແຜນນະໂຍບາຍ ຕິດພັນເສດຖະກິດກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງກົມກຽວ, ແໜ້ນແຟ້ນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດສອງເປົ້າໝາຍຍຸດທະສາດ ແລະບັນດາເປົ້າໝາຍລະອຽດ ເຊິ່ງພັກໄດ້ວາງອອກຢ່າງມີໄຊ.

ໜ້າທີ່ທີ່ໄດ້ວາງອອກແມ່ນໜັກໜ່ວງ, ໃນນັ້ນມີຫຼາຍໜ້າທີ່ວຽກງານໃໝ່ ແລະຫຍຸ້ງຍາກ. ເຖິງຢ່າງໃດກໍຕາມ, ດ້ວຍມູນເຊື້ອອັນດີງາມຂອງປະຊາຊົນຫວຽດນາມ ແລະຂອງຊາດຫວຽດນາມ, ຂອງພັກກອມມູນິດຫວຽດນາມ ແລະ ຂອງກອງທັບປະຊາຊົນຫວຽດນາມ, ເຊື່ອໝັ້ນວ່າ ພວກເຮົາຈະປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030, 2045 ທີ່ພັກໄດ້ວາງອອກ ຢ່າງມີໄຊ. ຍາມນັ້ນ, ພວກເຮົາຈະມີເງື່ອນໄຂສະດວກກວ່າອີກເພື່ອເພີ່ມທະວີກໍາລັງບົ່ມຊ້ອນໃນທຸກດ້ານ, ຜ່ານນັ້ນປັບປຸງຄວາມໝັ້ນຄົງ,  “ຮັກສາເສລີພາບ ແລະ ເອກະລາດໄວ້ຢ່າງໝັ້ນຄົງ” ຄືດັ່ງຄຳເວົ້າຂອງລຸງໂຮ່ ທີ່ດັງກ້ອງກັງວານໄປທົ່ວປະເທດໃນຕະຫຼອດ 79 ປີຜ່ານມາ!

ໂດຍ: ທູຈາງ