ວັນທີ 19 ສິງຫາ, ສຳນັກຂ່າວສານຊິນຮວາ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Chen Hongsheng, ຫົວໜ້າສະຖາບັນຄົ້ນຄວ້າຫວຽດນາມ, ສະພາມະຫາບັນດິດວິທະຍາສາດສັງຄົມ Guangxi (ຈີນ) ທີ່ຕີລາຄາວ່າ: ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເລືອກ ຈີນ ແມ່ນປະເທດໄປປະຕິບັດງານຕ່າງປະເທດທຳອິດໃນຖານະຕໍາແໜ່ງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອັນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບຈີນ. ໃນການຢ້ຽມຢາມຄັ້ງນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ມານະຄອນ Guangzhou, ແຂວງ Guangdong, ຢ້ຽມຢາມບັນດາສະຖານທີ່ຕິດພັນກັບພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ແລະພົບປະກັບຜູ້ແທນຜູ້ຊົງຄຸນວຸດທິມິດຕະພາບຂອງຈີນ. ສິ່ງດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງເພື່ອປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ຊຸກຍູ້ການພັດທະນາການພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn

ທ່ານ Yu Xiangdong, ຫົວໜ້າສະຖາບັນຄົ້ນຄວ້າຫວຽດນາມ, ມະຫາວິທະຍາໄລ Zhengzhou (ຈີນ) ຖືວ່າ: ການຢ້ຽມຢາມຈີນ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການຄັດເລືອກຍຸດທະສາດບົນພື້ນຖານພັດທະນາຢ່າງໝັ້ນຄົງຂອງການພົວພັນລະຫວ່າງສອງປະເທດ; ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດໃນເຄິ່ງທ້າຍປີຂອງການທູດຫວຽດນາມ, ສະແດງໃຫ້ເຫັນຫຼັກໝັ້ນ ແລະການຄັດເລືອກນະໂຍບາຍ “ການທູດໄມ້ໄຜ່” ຂອງຫວຽດນາມ, ມີປະໂຫຍດໃຫ້ພາລະກິດອັນສູງສົ່ງແມ່ນຫັນເປັນທັນສະໄໝ ເຊິ່ງພັກກອມມູນິດຫວຽດນາມ ພວມຊຸກຍູ້ຢ່າງບໍ່ຢຸດຢັ້ງ, ເໝາະສົມກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ.

ໜັງສືພິມ Global Times ໄດ້ຄັດສະເໜີຄຳເວົ້າຂອງທ່ານ Yu Xiangdong ທີ່ໃຫ້ຂໍ້ສັງເກດວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຄັດເລືອກນະຄອນ Guangzhou ເປັນສະຖານທີ່ທຳອິດຂອງການຢ້ຽມຢາມຈີນ, ສິ່ງດັ່ງກ່າວມີຄວາມໝາຍສຳຄັນໃນສະພາບປີນີ້ແມ່ນປີສະເຫຼີມສະຫຼອງ 100 ປີແຫ່ງວັນສະຫາຍ ຫງວຽນອາຍກວກ ໄປ Guangzhou  ເພື່ອເຄື່ອນໄຫວປະຕິວັດ (11 ພະຈິກ 1924 / 11 ພະຈິກ 2024) ໃນຖານະຜູ້ຕາງໜ້າຂອງກອມມູນິດສາກົນ. ເຫດການນີ້ໄດ້ສະແດງໃຫ້ເຫັນມູນເຊື້ອປະຕິວັດອັນເລິກເຊິ່ງ, ນ້ຳໃຈມິດຕະພາບອັນລ້ຳຄ່າລະຫວ່າງສອງພັກ, ສອງປະເທດ. ຕາມທ່ານ Yu Xiangdong ແລ້ວ, ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຢ້ຽມຢາມແມ່ນສອງຝ່າຍຊຸກຍູ້ການຮ່ວມມືໃນການຜັນຂະຫຍາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ - ຈີນ. ນີ້ແມ່ນບາດກ້າວທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດໃຫ້ເໝາະສົມກັບການພັດທະນາຢ່າງວ່ອງໄວຂອງພື້ນຖານເສດຖະກິດຫວຽດນາມ.

ເຫດການທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຈີນ ຄັ້ງນີ້ ບໍ່ພຽງແຕ່ດຶງດູດຄວາມເອົາໃຈໃສ່ພິເສດຈາກສື່ມວນຊົນຈີນ ເທົ່ານັ້ນ, ຫາກບັນດາສຳນັກຂ່າວສານ ແລະອົງການສື່ມວນຊົນສາກົນກໍ່ລົງຂ່າວທີ່ກ່ຽວຂ້ອງເຖິງການຢ້ຽມຢາມຄັ້ງນີ້ຢ່າງກວ້າງຂວາງ .

ສຳນັກຂ່າວສານ AP ຂອງອາເມລິກາ ຖືວ່າ: ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັດເລືອກ ຈີນ ເປັນປະເທດທຳອິດ ໃນການໄປປະຕິບັດງານຢູ່ຕ່າງປະເທດ ພາຍຫຼັງດຳລົງຕຳແໜ່ງໃໝ່ນັ້ນສະແດງໃຫ້ເຫັນວ່າ ຫວຽດນາມ ຖືປະເທດບ້ານໃກ້ເຮືອນຄຽງຈີນ ເປັນສຳຄັນ. ໃນບົດຂຽນ, AP ໄດ້ຢ້ຳຄືນຄຳເວົ້າຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ກ່ຽວກັບນໍ້າໃຈມິດຕະພາບອັນເລິກເຊິ່ງລະຫວ່າງຫວຽດນາມ ແລະຈີນ. ຕາມ AP ແລ້ວ, ການນຳຈີນ ໄດ້ຢືນຢັນວ່າ: ຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍ “ການທູດບ້ານໃກ້ເຮືອນຄຽງ” ຂອງປັກກິ່ງ, ພ້ອມທັງ ຖືວ່າ ສອງຝ່າຍຕ້ອງສືບຕໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອມິດຕະພາບມາແຕ່ດົນນານລະຫວ່າງສອງພັກ,  ສອງປະເທດ ເພື່ອພ້ອມກັນຊຸກຍູ້ພາລະກິດສັງຄົມນິຍົມໃນທົ່ວໂລກ.

ສື່ມວນຊົນເຢຍລະມັນ DW ກໍ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ໃນນັ້ນ, DW ໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມສໍາລັບການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ. ສື່ມວນຊົນເຢຍລະມັນ ຍັງເຕື້ອງເຖິງການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະຈີນ ໃນຂົງເຂດການຄ້າ. ຕາມ DW ແລ້ວ, ການສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນປີ 2008 ໄດ້ສ້າງຄວາມສະດວກໃຫ້ແກ່ການເປີດກວ້າງການຮ່ວມມື, ເພີ່ມທະວີການພົວພັນດ້ານການຄ້າ. ສະນັ້ນ, ປີ 2023, ວົງເງິນການຄ້າສອງຝ່າຍ ຫວຽດນາມ-ຈີນ ບັນລຸກວ່າ 171 ຕື້ໂດລາສະຫະລັດ.

DW ຢືນຢັນວ່າ, ການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງໃຫ້ເຫັນສາຍພົວພັນຮ່ວມມືລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ລ້ວນແຕ່ໂດຍພັກກອມມູນິດ ນໍາໜ້າ. ການຢ້ຽມຢາມໄດ້ດຳເນີນໄປພາຍຫຼັງການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໃນເດືອນທັນວາ 2023 ແລະໄດ້ຮັບຖືວ່າ “ເປັນການເປີດສາກທີ່ດີ” ໃຫ້ການສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ໂດຍ: ຈາງຫງວຽນ