ສຳນັກຂ່າວສານ Sputnik ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ສະແດງໃຫ້ເຫັນການພົວພັນມິດຕະພາບລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະຈີນ. ສຳນັກຂ່າວສານ Sputnik ຢັ້ງຢືນວ່າ ການຮັກສາການພົບປະຂັ້ນສູງ ຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ-ຈີນ. ຕາມສາດສະດາຈານ Dmitry Mosyakov ສັງກັດສະພາມະຫາບັນດິດວິທະຍາສາດລັດເຊຍ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ ແມ່ນ “ກຸນແຈ” ໃຫ້ແກ່ການພົວພັນສອງຝ່າຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ສີຈິ້ນຜິ໊ງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ໜັງສືພິມ South China Morning Post ໄດ້ຄັດສະເໜີຄໍາເຫັນຂອງນັກຄົ້ນຄວ້າ Cheng Hanping ສັງກັດຢູ່ມະຫາວິທະຍາໄລ Nan jing (ຈີນ) ທີ່ຕີລາຄາວ່າການຢ້ຽມຢາມທາງລັດຖະກິດຢູ່ຈີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເປັນການສະແດງໃຫ້ເຫັນການພົວພັນທີ່ໜັກແໜ້ນລະຫວ່າງສອງພັກ; ແມ່ນກາລະໂອກາດ ເພື່ອຊຸກຍູ້ການພົວພັນສາມັກຄີລະຫວ່າງສອງພັກ ແລະການຮ່ວມມືເສດຖະກິດສອງຝ່າຍເພື່ອປັບປຸງການພົວພັນ ຫວຽດນາມ-ຈີນ. ແຕ່ດົນນານມາແລ້ວ ຈີນຍາມໃດກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງຫວຽດນາມ, ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງຈີນໃນອາຊຽນ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ຂອງຈີນ ໃນໂລກ. ນັກຄົ້ນຄວ້າ Zhou Chao ຢູ່ສະຖາບັນຄົ້ນຄວ້າເອກະລາດ Anbound ທີ່ມີສຳນັກງານຕັ້ງຢູ່ ບັກກິ່ງ ຖືວ່າ, ເລື່ອງຫວຽດນາມ ແລະຈີນ ເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດເລິກເຊິ່ງຂຶ້ນຕື່ມ ໂດຍຜ່ານການຢ້ຽມຢາມນັ້ນໄດ້ສະແດງໃຫ້ເຫັນ “ເລື່ອງການປັບປຸງ ແລະຫັນການພົວພັນສອງຝ່າຍໃຫ້ດີທີ່ສຸດ”.

ຕາມສຳນັກຂ່າວສານ Reuters ແລ້ວ, ການຢ້ຽມຢາມໄດ້ຢັ້ງຢືນການພົວພັນທີ່ໃກ້ຊິດສະໜິດສະໜົມລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ລ້ວນແຕ່ແມ່ນພັກກອມມູນິດ ຊີ້ນໍາ, ເຄີຍມີການຮ່ວມມືດ້ານເສດຖະກິດສອງຝ່າຍທີ່ພັດທະນາທີ່ສຸດ. ຈີນ ຖືການຢ້ຽມຢາມແມ່ນ “ການເລີ່ມຕົ້ນທີ່ດີງາມ” ໃຫ້ແກ່ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ໃນຂະນະນັ້ນ Channel News Asia ຕີລາຄາວ່າການຢ້ຽມຢາມມີລັກສະນະເປັນສັນຍາລັກສູງ, ສະແດງໃຫ້ເຫັນເລື່ອງຫວຽດນາມ ກໍານົດການພົວພັນກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ. ຊ່ອງໂທລະພາບ CGTN ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ຕອບສື່ມວນຊົນຫວຽດນາມ ທີ່ຊີ້ແຈ້ງວ່າ ການຢ້ຽມຢາມແມ່ນການເຄື່ອນໄຫວການທູດພິເສດສໍາຄັນລະຫວ່າງຫວຽດນາມ ແລະຈີນ ໃນປີນີ້, ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ກັບທ່າອ່ຽງພັດທະນາຂອງການພົວພັນສອງພັກ, ສອງລັດໃນໄລຍະຍາວຕໍ່ໄປນີ້. ສອງປະເທດຕັ້ງຄວາມຫວັງໄວ້ວ່າການຢ້ຽມຢາມຈະນໍາການຮ່ວມມືທີ່ແທດຈິງບັນລຸບາດກ້າວພັດທະນາໃໝ່, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການເຊື່ອມຕໍ່ທາງລົດໄຟ, ການຄ້າຜະລິດຕະພັນກະເສດ, ການລົງທຶນທີ່ມີຄຸນນະພາບສູງ, ການເງິນ-ເງິນຕາ, ວັດທະນະທໍາ-ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ທ່ານ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າການຢ້ຽມຢາມຈະກາຍເປັນຂີດໝາຍປະຫວັດສາດໃໝ່, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ໃນບົດນໍາເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ໜັງສືພິມ China Daily ເນັ້ນໜັກວ່າ ທັງຈີນ ແລະຫວຽດນາມ ລ້ວນແຕ່ຖືເປັນສໍາຄັນຕໍ່ການເຈລະຈາ, ປຶກສາຫາລື ແລະການຮ່ວມມືຢ່າງສັນຕິພາບ, ຢຶດໝັ້ນສະໜັບສະໜູນບັນດາມາດຖານທີ່ເປັນພື້ນຖານຂອງການພົວພັນສາກົນກັບພື້ນຖານແມ່ນຄະຕິທຳ ແລະຫຼັກການກົດບັດ ສປຊ. ການຢ້ຽມຢາມຂອງການນໍາຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງກໍາລັງໜູນຢ່າງຕັ້ງໜ້າໃຫ້ຄວາມມານະພະຍາຍາມລວມຂອງສອງປະເທດບ້ານໃກ້ເຮືອນຄຽງໃນການຊຸກຍູ້ການພັດທະນາ, ສັນຕິພາບ, ສະຖຽນລະພາບອັນຍາວນານໃນພາກພື້ນ. China Daily ຄັດສະເໜີບົດຂຽນຂອງທ່ານ ສີຈິ້ນຜິ໊ງ ເລຂາທິການໃຫຍ່, ປະທານປະເທດຈີນ ກ່ອນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ເມື່ອເດືອນ ທັນວາ 2023, ໃນນັ້ນໄດ້ຢັ້ງຢືນວ່າ ຈີນ ແລະຫວຽດນາມ ມີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງ “ທັງແມ່ນສະຫາຍ, ທັງແມ່ນອ້າຍນ້ອງ” ແລະ ຈີນ ຍາມໃດກໍ່ຖືການພົວພັນກັບຫວຽດນາມ ຂຶ້ນຢູ່ທີ່ຕັ້ງບຸລິມະສິດໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ໂດຍ: ໄຊນີດາ