ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍຂອງການປະຕິບັດງານພິເສດຄັ້ງນີ້ຂອງທ່ານປະທານປະເທດ ແລະທ່ານຮອງລັດຖະມົນຕີ ຕີລາຄາການພົວພັນ ຫວຽດນາມ-ລາວ ແລະ ຫວຽດນາມ-ກຳປູເຈຍ ຄືແນວໃດ?

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດ: ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ແລະພະມະຫາກະສັດ ກຳປູເຈຍ Norodom Sihamoni, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ. ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ  ນັບແຕ່ຂຶ້ນຮັບຕຳແໜ່ງ. ການຢ້ຽມຢາມລາວ ແລະກຳປູເຈຍ ຄັ້ງທຳອິດຂອງທ່ານປະທານປະເທດ ແມ່ນມີຄວາມໝາຍອັນໃຫຍ່ຫຼວງ, ໄດ້ສະແດງໃຫ້ເຫັນສານທີ່ສຳຄັນຂອງພັກ ແລະລັດຫວຽດນາມ ກໍ່ຄືໃນນາມສ່ວນຕົວຂອງທ່ານປະທານປະເທດ.

leftcenterrightdel
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ.

ນັ້ນແມ່ນພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ ຫວຽດນາມ - ກໍາປູເຈຍ.

ນັ້ນກໍ່ແມ່ນສານຢືນຢັນຄວາມສາມັກຄີ, ຄວາມສະໜິດສະໜົມລະຫວ່າງ 3 ປະເທດ. ຫວຽດນາມ, ລາວ ແລະກຳປູເຈຍ ມີຄວາມໃກ້ຊິດຕິດແທດທາງດ້ານພູມສາດ, ປະຫວັດສາດ, ວັດທະນະທຳ, 3 ພັກນໍາພາຢູ່ 3 ປະເທດມີຕົ້ນກຳເນີດຮ່ວມກັນຄືພັກກອມມູນິດອິນດູຈີນ. ປະຊາຊົນ 3 ປະເທດກໍ່ມີນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ການເສຍສະຫຼະເລືອດເນື້ອເພື່ອພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະພັດທະນາປະເທດຊາດຄືປະຈຸບັນ.

ດ້ວຍຄວາມຕັດສິນໃຈຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງແຂງແຮງ, ເປັນຕົ້ນແມ່ນໝາກຜົນຂອງການພົບປະປະຈຳປີລະຫວ່າງກົມການເມືອງຂອງພັກກອມມູນິດຫວຽດນາມ ກັບກົມການເມືອງຂອງພັກປະຊາຊົນປະຕິວັດລາວ ແລະກັບຄະນະປະຈຳພັກປະຊາຊົນກຳປູເຈຍ, ການຢ້ຽມຢາມຄັ້ງນີ້ຈະເປັນຂີດໝາຍໄລຍະພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ລາວ ແລະ ຫວຽດນາມ - ກໍາປູເຈຍ ບົນພື້ນຖານທີ່ສະເໝີພາບ, ພ້ອມກັນມີຜົນປະໂຫຍດ, ຮ່ວມມືກັນຢ່າງມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ ແລະກັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ເພີ່ມທະວີຄວາມສາມັກຄີລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ແລະອາຊຽນ.

ນັກຂ່າວ: ສະເໜີໃຫ້ທ່ານຮອງລັດຖະມົນຕີ ຕີລາຄາລວມກ່ຽວກັບການພົວພັນຫວຽດນາມ ກັບສອງປະເທດ ແລະຈຸດພົ້ນເດັ່ນຂອງແຕ່ລະປະເທດ?

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດ: ການພົວພັນ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ ພວມພັດທະນາຢ່າງດີງາມ, ຮອບດ້ານບົນພື້ນຖານນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນ. ການຮ່ວມມືໃນທາງຊ່ອງພັກແມ່ນມີບົດບາດຫຼັກແຫຼ່ງ, ໄດ້ ແລະພວມກຳນົດທິດ, ນຳພາການພົວພັນຢ່າງແຂງແຮງ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ - ກໍາປູເຈຍ ນັບມື້ນັບກາຍເປັນເສົາຄ້ຳແຫ່ງການຮ່ວມມືຢ່າງໝັ້ນແກ່ນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ການເມືອງ, ສັງຄົມຂອງແຕ່ລະປະເທດ, ພິເສດແມ່ນຢູ່ບັນດາເຂດຊາຍແດນ. ຫວຽດນາມ ກັບ ລາວ ແລະ ກຳປູເຈຍ ລ້ວນແຕ່ຢຶດໝັ້ນຫຼັກການບໍ່ອະນຸຍາດໃຫ້ອິດທິກຳລັງປໍລະປັກນຳໃຊ້ດິນແດນຂອງປະເທດໜຶ່ງເພື່ອດຳເນີນການເຄື່ອນໄຫວຕ້ານກັບປະເທດອື່ນ. 3 ປະເທດພວມເສີມຂະຫຍາຍກົນໄກຮ່ວມມືທີ່ສຳຄັນເປັນຢ່າງດີ ຄື: ການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະບັນດາການຊ້ອມຮົບກູ້ຊີບ, ກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ; ກອງປະຊຸມປະຈໍາປີລະຫວ່າງ 3 ລັດຖະມົນຕີກະຊວງຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ / ພາຍໃນ.

ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າສືບຕໍ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າອີກ, ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນພັດທະນາຢ່າງຂະຫຍັນຂັນເຄື່ອນ, ບໍ່ພຽງແຕ່ເປັນການເພີ່ມທະວີຄວາມສາມັກຄີລະຫວ່າງ 3 ປະເທດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ ກໍ່ຄືລະຫວ່າງ 3 ປະເທດ.

ການຮ່ວມມືດ້ານການສຶກສາ - ກໍ່ສ້າງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳພັກ, ລັດຂອງ 3 ປະເທດ. ຫວຽດນາມ, ລາວ ແລະ ກຳປູເຈຍ ລ້ວນແຕ່ໃຫ້ບຸລິມະສິດສູງຕໍ່ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກ້ວາງຂວາງ, ເປັນຕົ້ນແມ່ນຕໍ່ກັບລຸ້ນໜຸ່ມກ່ຽວກັບຄຸນຄ່າປະຫວັດສາດແຫ່ງຄວາມສາມັກຄີ, ມູນເຊື້ອມິດຕະພາບ ແລະການເສຍສະຫຼະເຊິ່ງກັນ ແລະກັນລະຫວ່າງ 3 ປະເທດ. ຄຽງຂ້າງນັ້ນ, ຫວຽດນາມ ຖືເປັນສໍາຄັນຕໍ່ການຊ່ວຍເຫຼືອລາວ ແລະ ກໍາປູເຈຍ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຈຳນວນນັກສຶກສາແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ ນັບມື້ນັບເພີ່ມຂຶ້ນດ້ວຍຄຸນນະພາບສູງ, ເປັນແຫຼ່ງຊັບພະຍາກອນມະນຸດທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ, ພ້ອມທັງແມ່ນພື້ນຖານສຳຄັນທີ່ສຸດທີ່ຊ່ວຍຊຸກຍູ້ການແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະການພົບປະແລກປ່ຽນລະຫວ່າງປະຊາຊົນ.

ໃນການຢ້ຽມຢາມ, ທ່ານປະທານປະເທດ  ຄາດວ່າ ຈະມີການພົບປະກັບບັນດາການນຳຂັ້ນສູງຂອງທັງສອງປະເທດ ລາວ ແລະ ກຳປູເຈຍ. ນີ້ແມ່ນໂອກາດທີ່ສະດວກເພື່ອໃຫ້ບັນດາການນຳຂັ້ນສູງກວດກາຄືນບັນດາຂໍ້ຕົກລົງຂັ້ນສູງ, ບັນດາຂົງເຂດຮ່ວມມືທີ່ສຳຄັນ ແລະວາງທິດທາງການຮ່ວມມືອອກໃນໄລຍະຈະມາເຖິງ. ການຢ້ຽມຢາມຈະສ້າງກຳລັງໜູນໃໝ່, ເພື່ອແນໃສ່ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ ຫວຽດນາມ - ກໍາປູເຈຍ ໃຫ້ເລິກເຊິ່ງ, ຮອບດ້ານກວ່າອີກ; ພ້ອມທັງຊຸກຍູ້ການຮ່ວມມືໃນຂອບເຂດຫຼາຍຝ່າຍເຊັ່ນ ອາຊຽນ, ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະສະຫະປະຊາຊາດ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ