ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ບັນດາຈຸດພົ້ນເດັ່ນ, ຜົນງານທີ່ບັນລຸໄດ້ໃນການໄປປະຕິບັດງານຄັ້ງນີ້?

ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ດ້ວຍວາລະການເຄື່ອນໄຫວທີ່ມີຫຼາຍກິດຈະກຳຢູ່ ມົງໂກນ, ອຽກລັງ, ຝຣັ່ງ, ກອງປະຊຸມຂັ້ນສູງ ຝຣັ່ງໂກໂຟນີ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ມີເກືອບ 80 ກິດຈະກຳທີ່ມີຫຼາຍຮູບຫຼາຍແບບທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

ນີ້ແມ່ນການໄປປະຕິບັດງານດ້ວຍຫຼາຍຄັ້ງ “ທຳອິດ” ພິເສດ: ການຢ້ຽມຢາມທາງລັດຖະກິດ ມົງໂກນ ຄັ້ງທຳອິດຂອງການນຳຫວຽດນາມ ພາຍຫຼັງ 16 ປີ, ໄປ ອຽກລັງ ພາຍຫຼັງເວລາເກືອບ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໄປ ຝຣັ່ງ ພາຍຫຼັງເວລາ 22 ປີ ແລະກໍ່ແມ່ນຄັ້ງທຳອິດທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຝຣັ່ງໂກໂຟນີ.

ການໄປປະຕິບັດງານຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມດ້ວຍບັນດາຂີດໝາຍພົ້ນເດັ່ນ.

ທີໜຶ່ງ, ການນຳລັດ, ລັດຖະບານ ແລະສະພາແຫ່ງຊາດບັນດາປະເທດໄດ້ສະຫງວນໃຫ້ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ການຕ້ອນຮັບຢ່າງສົມກຽດ, ຈິງໃຈ, ອົບອຸ່ນ ແລະລອບຄອບຖີ່ຖ້ວນ, ພິສູດໃຫ້ເຫັນການຖືເປັນສຳຄັນ ແລະພິເສດຂອງບັນດາປະເທດຕໍ່ກັບຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ; ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງລະຫວ່າງຫວຽດນາມ ກັບບັນດາປະເທດ ແລະປາດຖະໜາຢາກພ້ອມກັນຊຸກຍູ້ການພົວພັນສອງຝ່າຍໄປເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ໜ້າເອົາໃຈໃສ່, ໃນສະພາບການ ຝຣັ່ງ ຈັດຕັ້ງກອງປະຊຸມຂັ້ນສູງ ຝຣັ່ງໂກໂຟນີ ດ້ວຍ 100 ຄະນະປະມຸກລັດ, ການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມ, ທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ ສະຫງວນໃຫ້ແກ່ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຄວາມເອົາໃຈໃສ່ພິເສດດ້ວຍພິທີການຕ້ອນຮັບສູງກວ່າເມື່ອທຽບໃສ່ກັບປົກກະຕິ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ທີສອງ, ການໄປປະຕິບັດງານແມ່ນບາດກ້າວຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ການໄປປະຕິບັດງານຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສ້າງຫຼາຍຂີດໝາຍ ປະຫວັດສາດສຳຄັນໃນການພົວພັນກັບ 3 ປະເທດ, ດ້ວຍ 3 ຖະແຫຼງການຮ່ວມ; ລົງນາມໃນເອກະສານເກືອບ 20 ສະບັບ, ໃນນັ້ນມີເອກະສານຮ່ວມມື 7 ສະບັບກັບ ມົງໂກນ ໃນຂົງເຂດປ້ອງກັນຄວາມສະຫງົບ, ຕຸລາການ, ຄົມມະນາຄົມຂົນສົ່ງ, ການສຶກສາ ແລະຮ່ວມມືທ້ອງຖິ່ນ, ເອກະສານຮ່ວມມື 3 ສະບັບ ກັບ ອຽກລັງ ກ່ຽວກັບການສຶກສາລະດັບປະລິນຍາຕີ, ປ່ຽນແປງລະບົບສະບຽງອາຫານ, ເສດຖະກິດ, ການຄ້າ ແລະພະລັງງານ; ເອກະສານຮ່ວມມື 10 ສະບັບ ກັບ ຝຣັ່ງ, ເປີດກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດໃໝ່. ຊຸກຍູ້ການຮ່ວມມືຮອບດ້ານກັບບັນດາປະເທດໃນຫຼາຍຂົງເຂດ ເຊິ່ງສອງປະເທດມີທ່າແຮງ ຈະປະກອບສ່ວນເຮັດໃຫ້ເລິກເຊິ່ງກວ່າບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ຂຸດຄົ້ນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກາລະໂອກາດໃໝ່ໃຫ້ການຮ່ວມມືລະຫວ່າງຫວຽດນາມ  ແລະບັນດາປະເທດໃນຫຼາຍຂົງເຂດ ເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະບັນດາຄູ່ຮ່ວມມືມີທ່າແຮງ.

ໜ້າເອົາໃຈໃສ່, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ປະກາດຈະເປີດສະຖານທູດຫວຽດນາມ ປະຈຳ ອຽກລັງ ພາຍຫຼັງສ້າງຕັ້ງການພົວພັນທາງການທູດ ເປັນເວລາເກືອບ 30 ປີ ຈະເປີດໄລຍະພັດທະນາໃໝ່ໃນການພົວພັນສອງຝ່າຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຄົມຫວຽດນາມ ອາໄສຢູ່ ອຽກລັງ.

ຈຸດພົ້ນເດັ່ນສຳຄັນໃນການໄປປະຕິບັດງານຄັ້ງນີ້ ແມ່ນ ຫວຽດນາມ ແລະ ຝຣັ່ງ ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຢັ້ງຢືນບາດກ້າວບຸກທະລຸໃນເວລາກວ່າ 10 ປີແຫ່ງການສ້າງຕັ້ງ ແລະຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ຈະແມ່ນພື້ນຖານ ແລະພື້ນຖານໝັ້ນແກ່ນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ນຳການພົວພັນຫວຽດນາມ-ຝຣັ່ງ ນັບມື້ນັບເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.

ທີສາມ, ທີ່ກອງປະຊຸມຂັ້ນສູງ ຝຣັ່ງໂກໂຟນີ ຄັ້ງທີ 19, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນ, ແຜ່ຂະຫຍາຍສານສະໜັບສະໜູນລັດທິຫຼາຍຝ່າຍ, ເນັ້ນໜັກບົດບາດຂອງບັນດາກົນໄກຫຼາຍຝ່າຍ. ໃນນັ້ນມີ ຝຣັ່ງໂກໂຟນີ, ໃນການຊຸກຍູ້ການຮ່ວມມື, ຮັບມືກັບສິ່ງທ້າທາຍລວມ, ກໍ່ຄືໝູນໃຊ້ກາລະໂອກາດທີ່ມີຈາກການພັດທະນາຂອງວິທະຍາສາດ-ເຕັກໂນໂລຢີ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກໍ່ໄດ້ພ້ອມກັບການນຳບັນດາປະເທດ ຝຣັ່ງໂກໂຟນີ ຮັບຮອງເອົາ “ຖະແຫຼງການ Villers-Cotterêts” ດ້ວຍຄໍາໝັ້ນສັນຍາສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍເພື່ອສັນຕິພາບ, ມິດຕະພາບ, ສາມັກຄີ ແລະພັດທະນາແບບຍືນຍົງ. ພວກເຮົາກໍ່ໝູນໃຊ້ກາລະໂອກາດນີ້ ເພື່ອຊຸກຍູ້ການພົວພັນກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ຜ່ານນັ້ນນຳສະເໜີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບການຮ່ວມມືການຄ້າ ແລະການລົງທຶນກັບຫວຽດນາມ. ໂດຍສະເພາະແມ່ນຂົງເຂດວິທະຍາສາດ-ເຕັກໂນໂລຢີ. ທີ່ກອງປະຊຸມ, ຫວຽດນາມ ໄດ້ເຕື້ອງເຖິງຫຼາຍເທື່ອໃນການປຶກສາຫາລື ແລະໄດ້ຖືວ່າເປັນຕົວແບບການພັດທະນາຂອງປະຊາຄົມ ຝຣັ່ງໂກໂຟນີ.

ບັນດາຂີດໝາຍພົ້ນເດັ່ນໃນການໄປປະຕິບັດງານຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ອີກເທື່ອໜຶ່ງຢັ້ງຢືນຄວາມຖືກຕ້ອງຂອງແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ ແລະຕັ້ງໜ້າເຊື່ອມໂຍງກັບສາກົນຮອບດ້ານ, ເລິກເຊິ່ງກວ້າງຂວາງຕາມຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ບໍ່ພຽງແຕ່ຊຸກຍູ້ການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນບົດບາດ ແລະຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບບັນຫາສາກົນ.

ນັກຂ່າວ: ດ້ວຍໝາກຜົນພົ້ນເດັ່ນດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໃຫ້ຮູ້ໃນໄລຍະຈະມາເຖິງ, ຫວຽດນາມ ຈະປະສານສົມທົບກັບບັນດາຄູ່ຮ່ວມມືຄືແນວໃດເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືສຳຄັນທີ່ໄດ້ລົງນາມກັບບັນດາປະເທດ ແລະໄດ້ຮັບຮອງເອົາທີ່ກອງປະຊຸມຂັ້ນສູງ ຝຣັ່ງໂກໂຟນີ?

ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໃກ້ຊິດຕິດແທດກັບເນື້ອໃນຂອງຖະແຫຼງການຮ່ວມ ແລະໝາກຜົນເຊິ່ງການນຳຂັ້ນສູງຫວຽດນາມ ແລະບັນດາປະເທດບັນລຸໄດ້ໃນການໄປປະຕິບັດງານຄັ້ງນີ້, ໃນໄລຍະຈະມາເຖິງ ຫວຽດນາມ ແລະບັນດາປະເທດຈະຊຸກຍູ້ການຜັນຂະຫຍາຍ, ຫັນບັນດາໝາກຜົນທີ່ບັນລຸໄດ້ໃຫ້ປະກົດຜົນເປັນຈິງດັ່ງນີ້.

ທີໜຶ່ງ, ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການແລກປຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນກັບ ມົງໂກນ, ອຽກລັງ, ຝຣັ່ງ, ກໍ່ຄືຊຸກຍູ້ນ້ຳໃຈສາມັກຄີ ແລະມິດຕະພາບກັບປະເທດພາຄີ ຝຣັ່ງໂກໂຟນີ; ຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ລະຫວ່າງຫວຽດນາມ ກັບປະເທດຕ່າງໆ, ພ້ອມທັງຄົ້ນຄວ້າຄວາມສາມາດສ້າງຕັ້ງກົນໄກຮ່ວມມືໃໝ່, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

ທີສອງ, ສືບຕໍ່ສ້າງພະລັງແຮງ, ຍູ້ແຮງການຮ່ວມມື, ຈັດຕັ້ງປະຕິບັດບັນດາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີ/ຍົກລະດັບການພົວພັນ, ບັນດາຂໍ້ຕົກລົງໃນບັນດາຂົງເຂດທີ່ບັນລຸໄດ້ກັບບັນດາປະເທດ. ສຳລັບ ມົງໂກນ, ຕ້ອງຜັນຂະຫຍາຍບັນດາມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດການຫັນຖະແຫຼງການຮ່ວມວ່າດ້ວຍສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມົງໂກນ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການແລກປ່ຽນການຄ້າສອງຝ່າຍ; ເພີ່ມທະວີການແລກປ່ຽນນະໂຍບາຍ, ມາດຕະການພັດທະນາຂະແໜງກະສິກຳສອງຝ່າຍ; ປະສານສົມທົບແກ້ໄຂຄວາມຫຍຸ້ງຍາກໃນການຂົນສົ່ງ logistics; ຊຸກຍູ້ການຮ່ວມມືຄົ້ນຄວ້າ, ພັດທະນາວິທະຍາສາດ-ເຕັກໂນໂລຢີສູງ, ເຕັກໂນໂລຢີດີຈີຕອນ, ປ່ຽນແປງໃໝ່ປະດິດສ້າງ ແລະຂໍ້ມູນຂ່າວສານ. ສຳລັບ ອຽກລັງ, ບັນດາອົງການກ່ຽວຂ້ອງຂອງສອງປະເທດຈະແລກປ່ຽນ, ຊຸກຍູ້ການຮ່ວມມື ເພືີ່ອປະຕິບັດຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການພົວພັນຄູ່ຮ່ວມມືຫວຽດນາມ-ອຽກລັງ, ຍູ້ແຮງການຮ່ວມມືການສຶກສາລະດັບປະລິນຍາຕີ, ກະສິກຳ ແລະພະລັງງານ, ເຕັກໂນໂລຢີສູງ, ການຫັນປ່ຽນດີຈີຕອນ... ສຳລັບ ຝຣັ່ງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແລກປ່ຽນການຄ້າ, ການປ່ຽນແປງໃໝ່ປະດິດສ້າງ, ພັດທະນາແບບຍືນຍົງ, ການພົບປະແລກປ່ຽນປະຊາຊົນ, ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຝຣັ່ງ ເຂົ້າສູ່ຕົວຈິງ.

ທີສາມ, ສຳລັບປະຊາຄົມ ຝຣັ່ງໂກໂຟນີ, ຫວຽດນາມ ຕ້ອງສືບຕໍ່ຊຸກຍູ້ເສົາຄ້ຳເສດຖະກິດ, ໂດຍສະເພາະແມ່ນເສດຖະກິດດີຈີຕອນ, ພ້ອມທັງໝູນໃຊ້ຄວາມສາມາດບົ່ມຊ້ອນຂອງປະຊາຄົມ ຝຣັ່ງໂກໂຟນີ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ທ່ອງທ່ຽວຍືນຍົງ, ຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງປະດິດສ້າງ, ການຮ່ວມມື 3 ຝ່າຍເພື່ອໜູນຊ່ວຍ ອາຟະລິກາ... ເພື່ອຈາກນັ້ນເພີ່ມຄວາມສະໜິດຕິດພັນ ແລະການເຂົ້າຮ່ວມຂອງຫວຽດນາມ ໃນປະຊາຄົມ ຝຣັ່ງໂກໂຟນີ.

ທີສີ່, ເພື່ອຊຸກຍູ້ວຽກງານປະຊາຄົມກວ່າອີກ, ປົກປ້ອງພົນລະເມືອງ ແລະໝູນໃຊ້ບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ, ເພື່ອຊຸກຍູ້ນ້ຳໃຈມິດຕະພາບ ແລະການຮ່ວມມື, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຕ້ອງສຸມໃສ່ຄົ້ນຄວ້າ, ກວດກາຄືນ ແລະມີມາດຕະການເໝາະສົມບົນຈິດໃຈທັນການ, ຜັນຂະຫຍາຍມາດຕະການຂ້ຽວຂາດກວ່າອີກ ເພື່ອຕອບສະໜອງຕາມຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆເວົ້າລວມ ແລະ 3 ປະເທດເວົ້າສະເພາະ.

ການໄປປະຕິບັດງານຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ຮອບດ້ານ, ບັນລຸໄດ້ຫຼາຍໝາກຜົນແທດຈິງ, ເຮັດໃຫ້ເລິກເຊິ່ງ ແລະນຳການພົວພັນລະຫວ່າງຫວຽດນາມ ກັບ ມົງໂກນ, ອຽກລັງ, ຝຣັ່ງ ໄປເຂົ້າສູ່ລວງເລິກບົນພື້ນຖານປັບປຸງພື້ນຖານມູນເຊື້ອ, ມິດຕະພາບ, ພິສູດໃຫ້ເຫັນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ, ຫຼາຍຝ່າຍ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ