ເມື່ອແລກປ່ຽນກັບນັກຂ່າວ, ທ່ານ ຫວູ້ຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຢືນຢັນວ່າ ການຢ້ຽມຢາມແມ່ນປະສົບຜົນສຳເລັດຢ່າງຈົບງາມ. ຜ່ານບັນດາໝາກຜົນທີ່ລະອຽດ, ການຢ້ຽມຢາມຈະສ້າງກຳລັງໜູນໃໝ່, ຊຸກຍູ້ການຮ່ວມມືຮອບດ້ານ, ແທດຈິງໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ແທດເໝາະກັບການພົວພັນການເມືອງອັນດີງາມລະຫວ່າງຫວຽດນາມ - ລາວ.

ນັກຂ່າວ: ຂໍຮຽນທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ທ່ານ ຕີລາຄາຄືແນວໃດກ່ຽວກັບຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-45 ຂອງທ່ານ ເຈິ່ນແທັງເໝິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ?

ທ່ານ ຫວູ້ຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ນີ້ແມ່ນການຢ້ຽມຢາມລາວ ຄັ້ງທຳອິດຂອງທ່ານ ເຈິ່ນແທັງເໝິນ ໃນຖານະທີ່ເປັນປະທານສະພາແຫ່ງຊາດ  ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-45. ຄຽງຄູ່ກັບການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານ ໂຕເລິມ ປະທານປະເທດ (ເດືອນກໍລະກົດ 2024) ແລະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ລາວ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ໃນລະຫວ່າງວັນທີ 8-11 ຕຸລາ 2024), ການຢ້ຽມຢາມລາວ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ  ສືບຕໍ່ຢືນຢັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຂອງຫວຽດນາມ ທີ່ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດພ້ອມກັນສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປະຈຸບັນ. 

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມລາວ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ  ໄດ້ຮັບການຖືເປັນສໍາຄັນຈາກການນຳຂັ້ນສູງຂອງລາວ ດ້ວຍພິທີຕ້ອນຮັບເປັນພິເສດ. ທີ່ການພົບປະຂັ້ນສູງກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ຮອບດ້ານກ່ຽວກັບມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີ ແລະຮັດແໜ້ນສາຍພົວພັນສາມັກຄີແບບພິເສດທີ່ຫາຍາກໃນໂລກລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບກັນວ່າ ບົນພື້ນຖານການພົວພັນດ້ານການເມືອງທີ່ດີງາມ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງພ້ອມກັບບັນດາເສົາຄ້ຳດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາບັນລຸໄດ້ບາດກ້າວພັດທະນາຢ່າງໜັກແໜ້ນ, ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນຄວນສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງກວ່າ. ພິເສດແມ່ນຕ້ອງຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

ກ່ຽວກັບການຮ່ວມມືລັດຖະສະພາ, ບັນດາການນຳລາວ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດໂດຍຜ່ານການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ, ເພີ່ມທະວີການສົມທົບກັນຕິດຕາມກວດກາບັນດາໂຄງການຮ່ວມມືດ້ານເສດຖະກິດທີ່ສຳຄັນ, ຍຸດທະສາດ ກໍ່ຄືຈັດຕັ້ງການໂອ້ລົມສົນທະນາກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ນັກຂ່າວ: ພ້ອມກັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ສຳຄັນໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA-45 ທີ່ ສປປ ລາວ ເປັນເຈົ້າພາບຈັດຕັ້ງ. ທ່ານ ຕີລາຄາກ່ຽວກັບໝາກຜົນຂອງການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-45 ນີ້ຄືແນວໃດ?

ທ່ານ ຫວູ້ຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ນີ້ແມ່ນຄັ້ງທຳອິດທີ່ທ່ານ ເຈິ່ນແທັງເໝິນ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ໃນຖານະເປັນປະທານສະພາແຫ່ງຊາດ.

ຢູ່ນອກກອງປະຊຸມສະມັດຊາໃຫຍ່ AIPA-45 ຄັ້ງນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ມີການເຄື່ອນໄຫວພົບປະສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນບາງປະເທດສະມາຊິກ ແລະຜູ້ສັງເກດການ AIPA ເພື່ອແລກປ່ຽນບັນດາມາດຕະການສືບຕໍ່ຊຸກຍູ້ການປະຕິບັດບັນດາແຜນການ, ໂຄງການເປົ້າໝາຍຂອງອາຊຽນ, ພ້ອມກັນສູ້ຊົນສ້າງປະຊາຄົມອາຊຽນ ໃຫ້ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ກ້າວໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 10 ປີ ໃນປີ 2025.

ໂດຍກົງກັບຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ AIPA-45 ປີນີ້ແມ່ນ “ບົດບາດຂອງລັດຖະສະພາໃນການເພີ່ມທະວີການເຊື່ອມຕໍ່ ແລະການເຕີບໂຕຮອບດ້ານຂອງອາຊຽນ”, ປະເທດເຈົ້າພາບລາວ ແລະບັນດາປະເທດສະມາຊິກ AIPA ລ້ວນແຕ່ປາດຖະໜາວ່າ ຜ່ານການຊຸກຍູ້ການເຊື່ອມຕໍ່ໃນຂົງເຂດຕ່າງໆ, ເຊັ່ນການຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ເຮັດສຳເລັດກອບນິຕິກໍາກ່ຽວກັບການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ການເຊື່ອມຕໍ່ພະລັງງານ..., ບັນດາປະເທດອາຊຽນ ຕ້ອງເພີ່ມທະວີການເຊື່ອມຕໍ່ພາກພື້ນ, ເຊື່ອມຕໍ່ລະຫວ່າງບັນດາພື້ນຖານເສດຖະກິດ, ຮັດແຄບຊ່ອງຫວ່າງການພັດທະນາ, ເປີດກວ້າງການພົວພັນກັບຄູ່ຮ່ວມມືພາຍນອກ.

ດ້ວຍເປົ້າໝາຍ ແລະຄວາມຄາດຫວັງຄືດັ່ງກ່າວ, ກອງປະຊຸມສະມັດຊາໃຫຍ່ AIPA-45 ມີຄວາມໝາຍສຳຄັນໃນຄວາມມານະພະຍາຍາມລວມຂອງອາຊຽນ ເພື່ອຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ພິເສດແມ່ນໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະມານະພະຍາຍາມເພື່ອນຳປະເທດເຈົ້າພາບລາວ ຫັນປ່ຽນຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນສູນການເຊື່ອມຕໍ່ຢູ່ພາກພື້ນ.

ນັກຂ່າວ: ໃນຄວາມມານະພະຍາຍາມລວມ ແລະເປົ້າໝາຍລວມນັ້ນ, ຄະນະຜູ້ແທນຫວຽດນາມ ໄດ້ປະກອບສ່ວນຫຍັງແດ່ຕໍ່ກອງປະຊຸມສະມັດຊາໃຫຍ່ AIPA-45, ຂໍຮຽນທ່ານ?

ທ່ານ ຫວູ້ຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ໂດຍເສີມຂະຫຍາຍບົດຮຽນ ແລະໝາກຜົນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA, ໃນຂອບເຂດກອງປະຊຸມ AIPA-45 ນີ້, ຄະນະຜູ້ແທນຫວຽດນາມ ສືບຕໍ່ເປັນເຈົ້າການ, ຕັ້ງໜ້າສົມທົບກັບປະເທດເພື່ອນລາວ ບົນເນື້ອໃນຈິດໃຈສະໜັບສະໜູນເພື່ອນໃຫ້ດຳລົງຕຳແໜ່ງປະທານອາຊຽນ ແລະປະທານ AIPA 2024 ປະສົບຜົນສໍາເລັດ.

ຕາມນັ້ນແລ້ວ, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມ/ມະຕິເມື່ອເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA, ກອງປະຊຸມສະມາຊິກລັດຖະສະພາຍິງ AIPA ແລະບັນດາວາລະປະຊຸມຂອງກໍາມາທິການສັງຄົມ, ກໍາມາທິການເສດຖະກິດ. ຜ່ານນັ້ນ, ເພີ່ມທະວີບົດບາດຂອງສະພາແຫ່ງຊາດ/ລັດຖະສະພາ ແລະບັນດາສະມາຊິກລັດຖະສະພາໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການສົມທົບກັນກໍ່ສ້າງກົນໄກ, ນະໂຍບາຍແຫ່ງຊາດ, ໃນພາກພື້ນ, ສຸມໃສ່ໃຫ້ບຸລິມະສິດເຊື່ອມຕໍ່ຕາໜ່າງຄົມມະນາຄົມ. ຄະນະຜູ້ແທນຫວຽດນາມ ຍັງໄດ້ພິຈາລະນາຮ່ວມກັນສະໜັບສະໜູນມະຕິອີກ 6 ສະບັບ, ໃນນັ້ນມີ 5 ມະຕິທີ່ ລາວ ສະເໜີ, 1 ມະຕິ ແມ່ນອິນໂດເນເຊຍ, ລາວ ແລະມາເລເຊຍ.

ນັກຂ່າວ: ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA-45, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວປາໄສທີ່ວາລະປະຊຸມຄົບຄະນະຄັ້ງທີ 1. ທ່ານ ສາມາດໃຫ້ຮູ້ກ່ຽວກັບສານຕົ້ນຕໍທີ່ປະທານສະພາແຫ່ງຊາດຫວຽດນາມ ສົ່ງເຖິງກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ໄດ້ສຸມໃສ່ເນື້ອໃນໃດ?

ທ່ານ ຫວູ້ຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ເນື້ອໃນກ່າວຄຳປາໄສຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງຫົວຂໍ້ ແລະວຽກງານຈັດຕັ້ງຂອງປະເທດເຈົ້າພາບລາວ, ພ້ອມທັງບົນພື້ນຖານຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ AIPA, ຄຳປາໄສຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ສຸມໃສ່ເນັ້ນໜັກເຖິງການເພີ່ມທະວີການເຊື່ອມຕໍ່ ແລະການເຕີບໂຕຮອບດ້ານຕາມເປົ້າໝາຍທີ່ອາຊຽນ ໄດ້ວາງອອກ.

ເພື່ອຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ, ທ່ານປະທານສະພາແຫ່ງຊາດ ສະເໜີວ່າ ຕ້ອງກວດກາ, ຕີລາຄາການຈັດຕັ້ງປະຕິບັດແຜນການລວມ 2025, ຜັນຂະຫຍາຍບັນດາຍຸດທະສາດການຮ່ວມມືຮອດປີ 2045; ເພີ່ມທະວີການພັດທະນາຢ່າງກົມກຽວ, ຍືນຍົງ, ຮອບດ້ານ, ກວມລວມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ; ເອົາໃຈໃສ່ ແລະໃຫ້ບຸລິມະສິດທີ່ເໝາະສົມກັບການຮ່ວມມືອະນຸພາກພື້ນ, ຮັດແຄບຊ່ອງຫວ່າງການພັດທະນາ. ພິເສດ, AIPA ຕ້ອງຍົກສູງປະສິດທິຜົນຂອງການຮ່ວມມືດ້ານນິຕິບັນຍັດ, ເພີ່ມທະວີການພົວພັນທາງການທູດຂອງລັດຖະສະພາ, ສະໜັບສະໜູນ ແລະໜູນຊ່ວຍລັດຖະບານບັນດາປະເທດຢ່າງມີປະສິດທິຜົນດ້ວຍບັນດາມາດຕະການທີ່ມີລັກສະນະອາດຈະເຮັດໄດ້ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສໍາເລັດ, ຮັບໃຊ້ການພັດທະນາຂອງອາຊຽນ.

ນັກຂ່າວ: ຂໍຂອບໃຈທ່ານ.

ໂດຍ: ຈາງຫງວຽນ