ເນື່ອງໃນໂອກາດນີ້, ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ໄດ້ໃຫ້ສຳພາດກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມ ກໍ່ຄືບັນດາຈຸດພົ້ນເດັ່ນໃນການພົວພັນ ຈີນ-ຫວຽດນາມ ໃນໄລຍະຜ່ານມາ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ເຊິ່ງເປັນການສືບຕໍ່ການຢ້ຽມຢາມຂອງຜູ້ນຳຂັ້ນສູງຂອງສອງປະເທດ ໃນໄລຍະມໍ່ໆມານີ້.

ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ: ໂດຍໄດ້ຮັບຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12-14 ຕຸລາ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດພາຍຫຼັງ 11 ປີຂອງທ່ານນາຍົກລັດຖະມົນຕີຈີນ, ທັງແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ ຫຼີສຽງ ໃນຖານະເປັນນາຍົກລັດຖະມົນຕີ, ສະແດງໃຫ້ເຫັນການຖືເປັນສໍາຄັນຂອງພັກ ແລະລັດ ຈີນ ແລະໃນນາມສ່ວນຕົວທ່ານ ຫຼີສຽງ ກ່ຽວກັບການພົວພັນຫວຽດນາມ - ຈີນ.

ການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍພິເສດສຳລັບການພົວພັນລະຫວ່າງຫວຽດນາມ - ຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (18-1-1950 / 18-1-2025), ກໍ່ຄືພາຍຫຼັງການຢ້ຽມຢາມອັນສຳຄັນຂອງການນຳຂັ້ນສູງສອງພັກ, ສອງລັດ ເຊັ່ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ (ເດືອນທັນວາ 2023), ການຢ້ຽມຢາມທາງລັດຖະກິດຢູ່ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນສິງຫາ 2024) ແລະການເຂົ້າຮ່ວມ WEF Dalian ແລະເຮັດວຽກຢູ່ຈີນ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ (ເດືອນ ມິຖຸນາ 2024).

ຄາດວ່າໃນການຢ້ຽມຢາມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຈະມີການພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ. ການນຳຂັ້ນສູງຂອງສອງປະເທດຈະປຶກສາຫາລືບັນດາມາດຕະການເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ ແລະສອງລັດຢ່າງມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ; ໃນນັ້ນ, ນາຍົກລັດຖະມົນຕີ 2 ທ່ານ ຈະສຸມໃສ່ປຶກສາຫາລືບັນດາມາດຕະການທີ່ລະອຽດ, ຕັ້ງໜ້າຊຸກຍູ້ເປີດກວ້າງ ແລະຍົກສູງປະສິດທິຜົນ, ຄຸນນະພາບບັນດາຂົງເຂດຮ່ວມມື, ນໍາການຮ່ວມມືເຂົ້າສູ່ລວງເລິກແທດຈິງ, ບັນລຸໄດ້ໝາກຜົນແທດຈິງ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.

leftcenterrightdel
ຕອນບ່າຍວັນທີ 24 ມິຖຸນາ 2024, ຢູ່ນະຄອນ Dalian, ແຂວງຫຼຽວໜິງ, ປະເທດຈີນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນກ່ຽວກັບບັນດາຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ - ຈີນ ໃນໄລຍະຜ່ານມາ, ພິເສດແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດຂອງຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ?

ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນ: ໃນເດືອນທັນວາ 2023, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ, ການນຳຂັ້ນສູງຂອງສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ມານະພະຍາຍາມເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະຄວາມກ້າວໜ້າຂອງມວນມະນຸດ. ໃນໄລຍະຜ່ານມາ, ບົນພື້ນຖານການກໍານົດທິດ “6 ກວ່າ” ໂດຍການນຳຂັ້ນສູງຂອງສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ, ດ້ວຍຄວາມມານະພະຍາຍາມລວມຂອງສອງປະເທດ, ການພົວພັນລະຫວ່າງສອງພັກ, ສອງລັດ ຈຶ່ງຮັກສາທ່າພັດທະນາຢ່າງຕັ້ງໜ້າ, ແຜ່ຂະຫຍາຍໄປເຖິງທຸກຂັ້ນ, ທຸກຂະແໜງການ,  ສ້າງການຮ່ວມມືຢ່າງເປັນຂະບວນຟົດຟື້ນ, ມີປະສິດທິຜົນ, ແທດຈິງ ແລະບັນລຸໄດ້ຜົນງານສໍາຄັນໃນທຸກຂົງເຂດ, ສະແດງອອກໃຫ້ເຫັນຢູ່ບາງດ້ານ ຄື:

ກ່ອນອື່ນໝົດ, ການແລກປ່ຽນໃນລະດັບສູງ ແລະທຸກຂັ້ນລ້ວນແຕ່ໄດ້ຮັບການເພີ່ມທະວີ. ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ (ສະພາປະຊາຊົນ) ແລະແນວໂຮມປະເທດຊາດຂອງສອງປະເທດຜ່ານຮູບການຕ່າງໆຢ່າງມີໄຫວພິບ, ພົບປະ, ແລກປ່ຽນເປັນປະຈຳ, ມີການແລກປ່ຽນຢ່າງໃກ້ຊິດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ປັບປຸງຄວາມເຂັ້ມແຂງໃຫ້ພື້ນຖານການເມືອງຂອງການພົວພັນລະຫວ່າງສອງພັກ, ສອງລັດ.

ທີສອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີການປັບປຸງຫຼາຍຢ່າງ. ຈີນ ຍັງຄົງແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບສອງຂອງຫວຽດນາມ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ ແລະຄູ່ຮ່ວມມືໃຫຍ່ອັນດັບທີ 5 ຂອງຈີນ ໃນໂລກ (ຖັດຈາກອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ).

ທີສາມ, ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ, ເປັນໜ້າລະດົມສົ່ງເສີມ; ການຮ່ວມມືລະຫວ່າງທ້ອງຖິ່ນດໍາເນີນໄປຢ່າງເປັນຂະບວນຟົດຟື້ນ. ມາຮອດປະຈຸບັນ, ໄດ້ມີເກືອບ 60 ແຂວງ, ນະຄອນຂອງຫວຽດນາມ ໄດ້ສ້າງການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຈີນ. ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມ, ທ້ອງຖິ່ນຂອງສອງຝ່າຍໄດ້ສ້າງຕັ້ງ ແລະຈັດຕັ້ງຫຼາຍກົນໄກ, ໂຄງການຮ່ວມມືເປັນປະຈຳໄລຍະ.

ທີສີ່, ສອງຝ່າຍບັນລຸໄດ້ຜົນງານຫຼາຍຢ່າງໃນການກໍ່ສ້າງຊາຍແດນ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງບັນດາທ້ອງຖິ່ນທີ່ຢູ່ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດ ໄດ້ຕັ້ງຖິ່ນຖານ ແລະດຳລົງຊີວິດຢ່າງກົມກຽວ, ປອງດອງກັນ. ສອງຝ່າຍມານະພະຍາຍາມຮັກສາການແລກປ່ຽນ, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ຕັ້ງໜ້າຜັນຂະຫຍາຍບັນດາກົນໄກເຈລະຈາກ່ຽວກັບບັນຫາຢູ່ທະເລ, ຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ, ສູ້ຊົນສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະພາກພື້ນ.

ນອກຈາກນັ້ນ, ສອງຝ່າຍຍັງໄດ້ສົມທົບກັນຢ່າງຕັ້ງໜ້າຢູ່ບັນດາເວທີປາໄສຫຼາຍຝ່າຍເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ ແລະໃນໂລກ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ປະຕິບັດຕາມກົດບັດຂອງສະຫະປະຊາຊາດ.

ນັກຂ່າວ: ໃນສະພາບການປະຈຸບັນ, ທ່ານເອກອັກຄະລັດຖະທູດ ຕັ້ງຄວາມຫວັງຄືແນວໃດ ຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນຫວຽດນາມ - ຈີນ ໃນໄລຍະຈະມາເຖິງ?

ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນ: ຜ່ານການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຫວັງວ່າ ສອງຝ່າຍຈະບັນລຸໄດ້ບັນດາໝາກຜົນຢ່າງລະອຽດ, ແທດຈິງ. ກ່ອນອື່ນໝົດ, ການຢ້ຽມຢາມຈະຍົກອອກບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນໍາສູງສຸດຂອງສອງພັກ, ສອງລັດຢ່າງຮອບດ້ານ, ສືບຕໍ່ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງກວ່າອີກ ຕາມທິດຍືນຍົງ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນທ່າອ່ຽງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ ແລະໃນໂລກ.

ທີສອງ, ການຢ້ຽມຢາມຈະປະກອບສ່ວນກຳນົດຈຸດສຸມ ແລະບັນດາມາດຕະການທີ່ລະອຽດ ເພື່ອແນໃສ່ເພີ່ມທະວີການຮ່ວມມືທີ່ແທດຈິງໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຢີ...

ທີສາມ, ສອງຝ່າຍອາດຈະລົງນາມເອກະສານການຮ່ວມມືໃນຫຼາຍຂົງເຂດເພື່ອສ້າງຈຸດເດັ່ນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງຝ່າຍຕື່ມອີກ, ພິເສດແມ່ນໃນສະພາບການທີ່ສອງປະເທດພວມກະກຽມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (18-1-1950 / 18-1-2025).

ທີສີ່, ການຢ້ຽມຢາມຈະສ້າງກຳລັງແຮງໃຫ້ທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນຂອງຫວຽດນາມ ສືບຕໍ່ຮັກສາ ແລະເປີດກວ້າງການພົວພັນທີ່ມີຢູ່ແລ້ວກັບ ຈີນ, ຜ່ານນັ້ນປະກອບສ່ວນປັບປຸງພື້ນຖານສັງຄົມຂອງການພົວພັນສອງຝ່າຍໃຫ້ໝັ້ນຄົງ ແລະດີງາມກ່ວາອີກ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະພື້ນຖານການພົວພັນສອງຝ່າຍທີ່ມີຢູ່ແລ້ວ, ດ້ວຍຄວາມຕັດສິນໃຈ ແລະມານະພະຍາຍາມລວມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ນັກຂ່າວ: ປີ 2025 ຈະແມ່ນປີແຫ່ງການພົບປະແລກປ່ຽນມະນຸດສະທໍາລະຫວ່າງ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດ ຄາດຄະເນຈະມີກິດຈະກຳການເຄື່ອນໄຫວ, ເຫດການໃດແດ່ ໃນປີພິເສດນີ້?

ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ:ຫວຽດນາມປະຈຳຈີນ: ປີ 2025 ແມ່ນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18-1-1950 / 18-1-2025). ສາມາດເວົ້າໄດ້ວ່າ 75 ປີຜ່ານມາ, ນ້ຳໃຈມິດຕະພາບທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະະຊາຊົນສອງປະເທດ ໄດ້ກາຍເປັນຊັບສົມບັດລວມອັນລ້ຳຄ່າຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາທ່າອ່ຽງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຈີນ ຢ່າງມີສະຖຽນລະພາບ, ນຳເອົາຜົນປະໂຫຍທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.

ໃນການຢ້ຽມຢາມທາງລັດຖະກິດ ຢູ່ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຜ່ານມາ, ນອກຈາກບັນລຸໄດ້ຜົນງານທີ່ສຳຄັນແລ້ວສອງຝ່າຍຍັງໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ, ການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ໄດ້ຕັດສິນໃຈເລືອກເອົາປີ 2025 ເປັນ “ປີແຫ່ງການພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ”.

ນີ້ແມ່ນໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຈີນ. ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ, ພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະທີ່ມີຄວາມໝາຍ ເພື່ອໃຫ້ປະຊາຊົນຫວຽດນາມ ແລະຈີນ ເປັນຕົ້ນແມ່ນລຸ້ນໜຸ່ມເຂົ້າໃຈວັດທະນະທຳ, ຮີດຄອງປະເພນີ, ຜູ້ຄົນຂອງກັນແລະກັນຢ່າງຈະແຈ້ງກ່ວາອີກ ແລະພ້ອມກັນຫວນຄືນມູນເຊື້ອບ້ານໃກ້ເຮືອນຄຽງມິດຕະພາບທີ່ມີມາແຕ່ດົນນານ, ຈາກນັ້ນປະກອບສ່ວນປັບປຸງພື້ນຖານສັງຄົມໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມພູນຄູນສ້າງໃຫ້ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດນີ້ຢ່າງບໍ່ຢຸດຢັ້ງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ຈາງຫງວຽນ