ນັກຂ່າວ: ກອງປະຊຸມ BRICS ເປີດກວ້າງປີນີ້ດ້ວຍຫົວຂໍ້ “BRICS ແລະຊີກໂລກໃຕ້: ພ້ອມກັນສ້າງໂລກທີ່ດີງາມກວ່າອີກ”, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ BRICS ແລະບັນດາປະເທດພວມພັດທະນາ. ຂໍທ່ານນາງຮອງລັດຖະມົນຕີ ແບ່ງປັນຕື່ມອີກກ່ຽວກັບເນື້ອໃນສຳຄັນທີ່ບັນດາປະເທດຈະໄດ້ປຶກສາຫາລືໃນກອງປະຊຸມ?

ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ແຕ່ວັນທີ 23-24 ຕຸລາ 2024, ກອງປະຊຸມການນຳ BRICS ເປີດກວ້າງໄດ້ດຳເນີນຢູ່ນະຄອນ Kazan, ສະຫະພັນລັດເຊຍ. ນີ້ແມ່ນກອງປະຊຸມສຳຄັນໃນຂອບການຮ່ວມມືລະຫວ່າງ BRICS ກັບບັນດາປະເທດພວມພັດທະນາ. ກອງປະຊຸມໄດ້ມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກ BRICS ແລະການນຳຂອງປະເທດຖືກເຊີນ 30 ກວ່າປະເທດ, ໃນນັ້ນມີບັນດາປະເທດພວມພັດທະນາຢູ່ທຸກທະວີບ ແລະອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ຕາມຄຳເຊີນຂອງທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ, ປະເທດປະທານ BRICS ປີ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.

leftcenterrightdel
ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ

ກອງປະຊຸມການນຳ BRICS ເປີດກວ້າງປີນີ້ໄດ້ດຳເນີນໄປໃນສະພາບທີ່ເສດຖະກິດ ແລະການເມືອງໂລກສືບຕໍ່ຜັນແປໄປຢ່າງສັບສົນ. ເສດຖະກິດທົ່ວໂລກມີທ່າອ່ຽງດີຂຶ້ນແຕ່ກໍຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນຄວາມສ່ຽງຕໍ່ການເຕີບໂຕຫຼຸດລົງ, ອັດຕາເງິນເຟີ້ສູງທີ່ແກ່ຍາວ...

ໄປຄຽງຄູ່ກັນນັ້ນ, ທ່າອ່ຽງພັດທະນາໃໝ່ຂອງຍຸກສະໄໝ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະການພັດທະນາທີ່ກະໂດດຂັ້ນຂອງເຕັກໂນໂລຢີ ແລະປັນຍາປະດິດກໍ່ພວມເປີດແງ່ຫວັງພັດທະນາ ແລະການຮ່ວມມືໃຫ້ແກ່ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ໃນນັ້ນມີຫວຽດນາມ.

ກອງປະຊຸມ BRICS ເປີດກວ້າງປີນີ້ມີວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “BRICS ແລະຊີກໂລກໃຕ້: ພ້ອມກັນສ້າງໂລກທີ່ດີງາມກວ່າອີກ”. ຫົວຂໍ້ທີ່ກ່າວມານີ້ໄດ້ຢືນຢັນວ່າ ຈຸດສຸມ ແລະບຸລິມະສິດຂອງກອງປະຊຸມແມ່ນເພີ່ມທະວີການຮ່ວມມື ແລະສົມທົບກັນລະຫວ່າງ BRICS ກັບບັນດາປະເທດພວມພັດທະນາ ເພື່ອແນ່ໃສ່ຮ່ວມແຮງຮ່ວມໃຈສ້າງໂລກທີ່ດີງາມກວ່າອີກໃຫ້ແກ່ປະຊາຊົນໝົດທຸກຄົນ.

ຕາມນັ້ນແລ້ວ, ບັນດາການນຳຈະໄດ້ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການເຕີບໂຕດ້ານເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດລະຫວ່າງ BRICS ກັບບັນດາປະເທດຊີກໂລກໃຕ້, ເພີ່ມທະວີການຮ່ວມມືໃນການຮັບມືກັບສິ່ງທ້າທາຍທົ່ວໂລກ, ຍູ້ແຮງບັນດາກຳລັງໜູນການເຕີບໂຕໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຊີ... ສາມາດເວົ້າໄດ້ວ່າ ເປົ້າໝາຍລວມ ແລະຈຸດສຸມທະລຸລວງຂອງກອງປະຊຸມແມ່ນເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ດີງາມກວ່າອີກ.

ນັກຂ່າວ: ຂໍທ່ານນາງໃຫ້ຮູ້ກ່ຽວກັບຈຸດປະສົງ ແລະຄວາມໝາຍການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການໄປຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ BRICS ເປີດກວ້າງຂອງທ່ານນາຍົກລັດຖະມົນຕີແມ່ນບາດກ້າວສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ນັ້ນແມ່ນ: ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມໂລກ ກໍ່ຄືແຜນນະໂຍບາຍຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ມີຄວາມໝາຍສຳຄັນຫຼາຍຢ່າງ, ສະແດງອອກໃນບາງດ້ານດັ່ງລຸ່ມນີ້:

ທີໜຶ່ງ, ການເຂົ້າຮ່ວມຂອງທ່ານຜູ້ນໍາລັດຖະບານຫວຽດນາມ ຢູ່ກອງປະຊຸມ BRICS ເປີດກວ້າງແມ່ນການຢືນຢັນຢ່າງແຂງແຮງກ່ຽວກັບຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງມວນມະນຸດ.

ທີສອງ, ເລື່ອງຫວຽດນາມ ເຂົ້າຮ່ວມ ແລະພ້ອມກັນປຶກສາຫາລືກັບບັນດາພື້ນຖານເສດຖະກິດໃຫຍ່, ພື້ນຖານເສດຖະກິດໃໝ່ກ່ຽວກັບບັນຫາທີ່ພວມເກີດຂຶ້ນ ເພື່ອປະກອບສ່ວນກໍ່ສ້າງໂລກທີ່ດີງາມກວ່າອີກສືບຕໍ່ຢືນຢັນທີ່ຕັ້ງ, ບົດບາດ, ຂະໜາດຂອງຫວຽດນາມ ໃນບັນຫາການພັດທະນາຂອງມວນມະນຸດ, ຖ່າຍທອດໃຫ້ເຫັນຮູບພາບຫວຽດນາມ ແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກເພື່ອຮັບໃຊ້ການພັດທະນາປະເທດຊາດ.

ທີສາມ, ຜ່ານການເຂົ້າຮ່ວມກອງປະຊຸມ, ຫວຽດນາມ ຈະສືບຕໍ່ຊຸກຍູ້ ແລະເຮັດໃຫ້ການພົວພັນຮ່ວມມືກັບສະຫະພັນລັດເຊຍ ແລະບັນດາປະເທດອື່ນໆເລິກເຊິ່ງຂຶ້ນກວ່າອີກ. ກັບລັດເຊຍ, ນີ້ແມ່ນການປະຕິບັດງານຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ. ການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາທີ່ສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025.

ຄຽງຄູ່ກັບການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນໄລຍະຜ່ານມາ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ສືບຕໍ່ຢືນຢັນນ້ຳໃຈແຫ່ງຄວາມເປັນເພື່ອນມິດທີ່ສັດຊື່ບໍລິສຸດລະຫວ່າງຫວຽດນາມ-ລັດເຊຍ, ປະກອບສ່ວນສ້າງກຳລັງແຮງໃຫ້ແກ່ການຮ່ວມມືສອງຝ່າຍ, ຊຸກຍູ້ ແລະເປີດກາລະໂອກາດຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນລະຫວ່າງສອງປະເທດໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະລັດເຊຍ. ສຳລັບບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ, ນີ້ກໍ່ແມ່ນກາລະໂອກາດສຳຄັນ ເພື່ອໃຫ້ພວກເຮົາສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນຫຼາຍຂົງເຂດ ກໍ່ຄືເພີ່ມທະວີການສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ.

ດ້ວຍຈິດວິນຍານຂອງການທູດແຫ່ງຍຸກສະໄໝໃໝ່ແມ່ນເພີ່ມທະວີການປະກອບສ່ວນ ແລະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອການຮ່ວມມື, ພັດທະນາ ແລະວັດທະນາຖາວອນ, ທ່ານນາຍົກລັດຖະມົນຕີ  ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ກອງປະຊຸມ BRICS ເປີດກວ້າງ.

ສິ່ງດັ່ງກ່າວສືບຕໍ່ພິສູດໃຫ້ເຫັນຄວາມຄາດຫວັງຢາກບືນຕົວຂຶ້ນຂອງຊາດຫວຽດນາມ, ຈາກປະເທດທີ່ເຄີຍຜ່ານຜ່າຄວາມເຈັບປວດ, ສູນເສຍ, ຄວາມຫຍຸ້ງຍາກມາບໍ່ຈັກວ່າເທົ່າໃດ, ມາຮອດປະຈຸບັນໄດ້ມີຄວາມໝັ້ນໃຈກ້າວເຂົ້າສູ່ສັງກາດບືນຕົວຂຶ້ນຂອງປະເທດຊາດ, ຢືນຢັນຖານະບົດບາດ, ທີ່ຕັ້ງເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ສ້າງແຮງບັນດານໃຈ ແລະປຸກລຸກຄວາມຄາດຫວັງຢາກພັດທະນາໃຫ້ຈະເລີນຮຸ່ງເຮືອງໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ທະນາພອນ