ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍ ແລະຄວາມສຳຄັນຂອງການໄປປະຕິບັດງານຄັ້ງນີ້ດ້ວຍ?

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ການແລກປ່ຽນຂອງບັນດາການນຳໃນໂອກາດເຂົ້າຮ່ວມການເຄື່ອນໄຫວຂັ້ນສູງຢູ່ລາວ ຈະສຸມໃສ່ບັນດາບັນຫາຍຸດທະສາດ, ຕິດແທດກັບອາຊຽນ ແລະພາກພື້ນ, ຊຸກຍູ້ການເຈລະຈາ, ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ການສະໜິດຕິດພັນຢ່າງແໜ້ນແຟ້ນ, ພ້ອມກັນກໍາແໜ້ນກາລະໂອກາດ ແລະຜ່ານຜ່າສິ່ງທ້າທາຍ. ສິ່ງນີ້ມີຄວາມໝາຍສຳຄັນເປັນພິເສດໃນສະພາບການໂລກ ແລະພາກພື້ນນັບມື້ນັບມີການຜັນແປຢ່າງສັບສົນ.

ດ້ວຍຈິດໃຈພ້ອມແລ້ວທີ່ຈະປະກອບສ່ວນ ແລະມານະພະຍາຍາມຈົນສຸດຄວາມສາມາດຕໍ່ຜົນສໍາເລັດລວມ, ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມບັນດາກອງປະຊຸມຄັ້ງນີ້, ສົ່ງສານສຳຄັນຫຼາຍສະບັບກ່ຽວກັບອາຊຽນ ແລະອະນາຄົດຂອງອາຊຽນ.

leftcenterrightdel
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.  ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທີໜຶ່ງແມ່ນການກໍານົດທິດການຮ່ວມມືອາຊຽນ. ໂດຍປະເຊີນໜ້າກັບທ່າອ່ຽງທີ່ກຳລັງພົ້ນເດັ່ນຂຶ້ນຢ່າງແຂງແຮງ, ອາຊຽນ ໄດ້ມີບາດກ້າວຜັນຂະຫຍາຍການເປັນເຈົ້າການໂດຍໄວເພື່ອສາມາດຍາດແຍ່ງເອົາກໍາລັງໜູນເຕີບໂຕໃໝ່. ໜ້າທີ່ສຳຄັນທີ່ໄດ້ວາງອອກໃນເວລານີ້ແມ່ນເອົາໃຈໃສ່ຜັນຂະຫຍາຍຢ່າງລະອຽດ, ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກາລະໂອກາດທີ່ຂອບເຂດດັ່ງກ່າວຈະນຳມາໃຫ້ໄດ້ຢ່າງສຸດຂີດ. ຕາມນັ້ນແລ້ວ, ການກຳນົດທິດຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຕາມທ່າອ່ຽງສີຂຽວ - ດີຈີຕອນ - ຍືນຍົງຈະເປັນບຸລິມະສິດອັນດັບໜຶ່ງໃນກອງປະຊຸມອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.

ທີສອງແມ່ນການສ້າງອະນາຄົດຂອງອາຊຽນ. ຕໍ່ໜ້າການຫັນປ່ຽນຢ່າງວ່ອງໄວ, ແຂງແຮງ, ເລິກເຊິ່ງກວ້າງຂວາງໃນຍຸກສະໄໝ, ຍຸດທະສາດພັດທະນາໃໝ່ຂອງອາຊຽນ ໄດ້ຮັບຄວາມຫວັງວ່າ ຈະຍົກລະດັບການການຮ່ວມມື ແລະການຮ່ວມສຳພັນພາກພື້ນຕາມທິດທາງປ່ຽນແປງໃໝ່, ປະດິດຄິດສ້າງ ແລະການກະທຳ. ນັ້ນແມ່ນການປ່ຽນແປງໃໝ່, ດ້ວຍຈິນຕະນາການ ແລະມີວິທີເຮັດໃໝ່, ລໍ່ແຫຼມກວ່າ ເພື່ອຍາດແຍ່ງເອົາກາລະໂອກາດທີ່ດີ ແລະເປັນເຈົ້າການຮັບມືກັບທຸກການຜັນແປຢ່າງມີປະສິດທິທິຜົນ.

ທີສາມ, ກໍານົດທີ່ຕັ້ງບົດບາດຂອງອາຊຽນ. ດຳເນີນໄປສອງອາທິດຫຼັງກອງປະຊຸມສຸດຍອດອະນາຄົດຂອງອົງການສະຫະປະຊາຊາດ (ສປຊ), ບັນດາກອງປະຊຸມຄັ້ງນີ້ຈະປະກອບສ່ວນຢືນຢັນ ແລະແຜ່ຂະຫຍາຍຢ່າງແຂງແຮງກວ່າອີກກ່ຽວກັບຄຸນຄ່າ ແລະຄວາມສຳຄັນຂອງລັດທິຫຼາຍຝ່າຍໃນສະພາບການໃນປະຈຸບັນ. ດ້ວຍບັນດາຜົນງານທີ່ບັນລຸໄດ້ພາຍຫຼັງເກືອບ 6 ທົດສະວັດ, ອາຊຽນ ມີຄວາມສາມາດ ແລະກໍາລັງຢ່າງພຽງພໍເພື່ອເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນບັນຫາທົ່ວໂລກຢ່າງເລິກເຊິ່ງກວ່າ, ມີປະສິດທິຜົນກວ່າ.

ນັກຂ່າວ: ຫວຽດນາມ ໄດ້ປະກອບສ່ວນຫຍັງແດ່ໃຫ້ແກ່ການຮ່ວມມືອາຊຽນ ໃນໄລຍະຜ່ານມາ ແລະໜູນຊ່ວຍປະເທດປະທານ ລາວ ຄືແນວໃດ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງນີ້ ຂໍຮຽນທ່ານຮອງລັດຖະມົນຕີ?

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ພາຍຫຼັງເກືອບ 3 ທົດສະວັດທີ່ເຂົ້າຮ່ວມອາຊຽນ, ຫວຽດນາມ ໄດ້ຢືນຢັນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບດ້ວຍບົດບາດ ແລະຊື່ສຽງທີ່ນັບມື້ນັບໄດ້ຮັບການຖືເປັນສໍາຄັນ. ຢຶດໝັ້ນແນວທາງການພົວພັນຕ່າງປະເທດຂອງພັກກອມມູນິດຫວຽດນາມ, ພວກເຮົາສືບຕໍ່ເຂົ້າຮ່ວມອາຊຽນ ບົນເນື້ອໃນຈິດໃຈພ້ອມແລ້ວທີ່ຈະປະກອບສ່ວນຫຼາຍຢ່າງ ແລະເປັນເຈົ້າການເຂົ້າໃນວຽກງານລວມຫຼາຍກວ່າ. ພວກຂ້າພະເຈົ້າສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະຊ່ວຍເຫຼືອປະເທດປະທານລາວ ດໍາລົງຕໍາແໜ່ງທີ່ສຳຄັນນີ້ໃຫ້ປະສົບຜົນສໍາເລັດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ການເຂົ້າຮ່ວມ ແລະການປະກອບສ່ວນຂອງພວກເຮົາໃນອາຊຽນ ໃນໄລຍະທີ່ຜ່ານມາສາມາດສະຫຼຸບໄດ້ດ້ວຍຄໍາເວົ້າດັ່ງຕໍ່ໄປນີ້: ເປັນເຈົ້າການປະຕິບັດ, ເຂົ້າຮ່ວມຢ່າງແທດຈິງ ແລະປະກອບສ່ວນຢ່າງຈິງໃຈ.

ທີໜຶ່ງ, ຜັນຂະຫຍາຍບັນດາຈຸດສຸມ, ບຸລິມະສິດທີ່ປະເທດປະທານລາວ ສະເໜີໃຫ້ມີປະສິດທິຜົນ. ສາມາດເວົ້າໄດ້ວ່າ 9 ຂົງເຂດບຸລິມະສິດທີ່ປະທານລາວ ກໍານົດໃນປີ 2024 ແມ່ນສອດຄ່ອງກັບຄວາມເອົາໃຈໃສ່ລວມໃນປະຈຸບັນຂອງອາຊຽນ ແລະພາກພື້ນ, ນັບແຕ່ການສ້າງຍຸດທະສາດໃນໄລຍະໃຫມ່, ປັບປຸງບົດບາດໃຈກາງຂອງອາຊຽນ, ການເຊື່ອມຕໍ່ບັນດາພື້ນຖານເສດຖະກິດ, ການຮ່ວມມືດ້ານສິ່ງແວດລ້ອມ, ວັດທະນະທຳ... ໃນການພົບປະ, ແລກປ່ຽນໃນທຸກຂັ້ນ, ການນຳຂອງພວກເຮົາລ້ວນແຕ່ຢືນຢັນການສະໜັບສະໜູນ, ຊຸກຍູ້ປະຕິບັດບັນດາບຸລິມະສິດທີ່ໄດ້ສະເໜີໃຫ້ປະສົບຜົນສໍາເລັດ.

ທີສອງ, ສົມທົບກັບປະເທດອື່ນໆມານະພະຍາຍາມສ້າງແຜນການລວມໃນປີ 2025 ແລະສ້າງຍຸດທະສາດການຮ່ວມມືຮອດປີ 2045. ໃນຂະບວນການນີ້, ພວກເຮົາບໍ່ພຽງແຕ່ເຮັດສຳເລັດວຽກງານຕາມຄວາມຮັບຜິດຊອບຂອງສະມາຊິກເທົ່ານັ້ນ, ຫາກຍັງໄດ້ວາງອອກຫຼາຍແນວຄວາມຄິດ, ຂໍ້ສະເໜີກ່ຽວກັບການຮ່ວມມື ແລະການຮ່ວມສຳພັນພາກພື້ນອີກດ້ວຍ. ເວທີປາໄສອະນາຄົດອາຊຽນ 2024 ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການປະກອບສ່ວນຂອງພວກເຮົາໃນທິດທາງນີ້, ສ້າງເວທີປາໄສທີ່ເປີດກ້ວາງ, ກວມລວມ, ແທ້ຈິງຂອງອາຊຽນ ແລະໂດຍອາຊຽນ ນໍາໜ້າ.

ທີສາມ, ສົມທົບກັບບັນດາປະເທດເພີ່ມທະວີຄວາມສາມັກຄີ, ເປັນເອກະພາບຂອງອາຊຽນ ໃນສະພາບການຜັນແປຢ່າງວ່ອງໄວ, ສັບສົນໃນປະຈຸບັນ. ບົນຈິດໃຈແຫ່ງການເຈລະຈາຢ່າງສ້າງສັນ ແລະມີເຈດຕະນາດີ, ພວກເຮົາໄດ້ເສີມຂະຫຍາຍບົດບາດເປັນຂົວຕໍ່ການປອງດອງ ແລະກົມກຽວກັນລະຫວ່າງບັນດາປະເທດ, ປະກອບສ່ວນສ້າງສາ ແລະປັບປຸງຄວາມເຫັນດີເຫັນພ້ອມຂອງອາຊຽນ ໃນຫຼາຍບັນຫາສຳຄັນ, ຜ່ານນັ້ນປະກອບສ່ວນເຂົ້າໃນຜົນສຳເລັດລວມ. ນີ້ກໍ່ແມ່ນນະໂຍບາຍ ແລະທິດນຳການເຂົ້າຮ່ວມຂອງພວກເຮົາທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງນີ້. ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະເທດປະທານລາວ, ບັນດາກອງປະຊຸມຈະປະສົບຜົນສຳເລັດ, ສືບຕໍ່ຢືນຢັນຖານະຂອງອາຊຽນ ໃນພາກພື້ນ ແລະໃນໂລກ, ມຸ່ງໄປເຖິງປະຊາຄົມອາຊຽນ ທີ່ເຊື່ອມຕໍ່ກວ່າ ແລະສ້າງຄວາມເຂັ້ມແຂວງດ້ວຍຕົນເອງກວ່າ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ