leftcenterrightdel
ຜູ້ແທນດຳເນີນພິທີເປີດສະຫຼອງສວນຕົ້ນແປກມິດຕະພາບ. ພາບ: VOV

“ສວນຕົ້ນແປກມິດຕະພາບ” ມີເນື້ອທີ່ກວ່າ 10.000 ຕາແມັດ, ມີຕົ້ນແປກກວ່າ 700 ຕົ້ນປູກຢູ່ເທິງເນີນພູ 2 ໜ່ວຍຢູ່ເຂດທ່ອງທ່ຽວຫ້ວຍຕຽນ (ນະຄອນ ທຸດຶກ).

ຢູ່ທີ່ນີ້, ຕົ້ນແປກ 35 ຕົ້ນແມ່ນຂອງ 25 ສະຖານກົງສູນໃຫຍ່ປະເທດຕ່າງໆໃນນະຄອນ ແລະ 30 ສະມາຄົມມິດຕະພາບທີ່ເປັນສະມາຊິກຂອງສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ. ເຂົ້າຮ່ວມລາຍການ, ທ່ານ Daniel Stork, ຫົວໜ້າສະຖານກົງສູນໃຫຍ່ລາຊະອານາຈັກໂຮນລັງ ປະຈໍາ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ: “ຕົ້ນແປກຢູ່ສວນແຫ່ງນີ້ຈະກາຍເປັນສັນຍາລັກແຫ່ງນ້ຳໃຈມິດຕະພາບລະຫວ່າງໂຮນລັງ ແລະຫວຽດນາມ; ພ້ອມທັງກາຍເປັນສັນຍາລັກແຫ່ງຄວາມສົນໃຈຂອງທັງສອງປະເທດສຳລັບຊາວໜຸ່ມ ແລະກໍ່ແມ່ນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ.

ການພົວພັນລະຫວ່າງຫວຽດນາມ ແລະໂຮນລັງ ແມ່ນການພົວພັນທີ່ດີທີ່ສຸດ ແລະພວກຂ້າພະເຈົ້າແມ່ນນັກລົງທຶນອັນດັບໜຶ່ງຂອງສະຫະພາບເອີລົບ (ອີຢູ) ຢູ່ຫວຽດນາມ. ສອງຝ່າຍກໍ່ເປັນຄູ່ຮ່ວມມືການຄ້າທີ່ສຳຄັນຂອງກັນ. ຫວຽດນາມ ແລະໂຮນລັງຫາກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 2 ຝ່າຍໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງເພື່ອພັດທະນາວິສາຫະກິດສີຂຽວ ແລະຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ”.

ໂດຍ: ໄຊນີດາ