ຕາມນັ້ນແລ້ວ, ກົດໝາຍສະບັບຕ່າງໆ ໂດຍສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງ ລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍທາງບົກ; ກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມທາງບົກ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະມູນຊັບສິນ; ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ລະດົມອຸດສາຫະກຳ, ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ)…

leftcenterrightdel
ກອງປະຊຸມສະໄໝສາມັນ ເທື່ອທີ 7, ສະພາແຫ່ງຊາດ ຊຸດທີ XV. ພາບ: ສໍານັກຂ່າວສານຫວຽດນາມ

ຕາມລາຍການ, ໃນສັບປະດາເຮັດວຽກ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍລວມມີ: ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍການທະບຽນສານ (ສະບັບປັບປຸງ), ກົດໝາຍວ່າດ້ວຍມໍລະດົກວັດນະທະທຳ (ສະບັບປັບປຸງ), ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄຟໄໝ້, ດັບເພິງ ແລ ກູ້ໄພກູ້ຊີບ; ກົດໝາຍວ່າດ້ວຍການປ້ອງກັນອາກາດປະຊາຊົນ; ກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ; ກົດໝາຍວ່າດ້ວຍທໍລະນີສາດ ແລະບໍ່ແຮ່.

ແຫຼ່ງຄັດຈາກ: vovworld.vn