ນັກຂ່າວ: ຂໍໃຫ້ທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບຄວາມໝາຍຂອງການມາຢ້ຽມຢາມຄັ້ງນີ້?

ທ່ານລັດຖະມົນຕີ ບຸ່ຍແທງເຊີນ: ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin ໄດ້ມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 19 – 20 ມິຖຸນາ. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນຫຼາຍຢ່າງ, ຖືວ່າແມ່ນຈຸດພົ້ນເດັ່ນຂອງການພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2024, ຊິ່ງສະແດງໃຫ້ເຫັນດັ່ງຕໍ່ໄປນີ້:

ກ່ອນອື່ນໝົດ, ການຢ້ຽມຢາມຢືນຢັນແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ເປັນຫຼາຍຮູບຫຼາຍແບບ ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ດ້ວຍການຕ້ອນຮັບປະທານາທິບໍດີ Vladimir Putin, ຫວຽດນາມ ຢັ້ງຢືນວ່າຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານກັບລັດເຊຍ ແລະເຮັດໃຫ້ຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການສ້າງຕັ້ງເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ. ພາບ: ຈ່າຫງວຽນ.

ທີສອງ, ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ສສ ຫວຽດນາມ ແລະສະຫະພັນລັດເຊຍ (16-6-1994 / 16-6-2024), ມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (30-1-1950 / 30-1-2025), ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະວາງອອກບັນດາທິດທາງເພື່ອນຳການພົວພັນຮ່ວມມື ແລະຄູ່ຮ່ວມມືຫວຽດນາມ - ລັດເຊຍ ໃນໄລຍະຈະມາເຖິງໃຫ້ ພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ ແລະແທດຈິງກວ່າອີກ.

ທີສາມ, ການຢ້ຽມຢາມສະແດງໃຫ້ເຫັນລັດເຊຍ ຖືເປັນສໍາຄັນຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍ. ໃນໄລຍະກວ່າ 2 ທົດສະວັດແຫ່ງການນຳພາສະຫະພັນລັດເຊຍ, ນີ້ແມ່ນຄັ້ງທີ 5 ທີ່ທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມຫວຽດນາມ, ນີ້ແມ່ນໜຶ່ງໃນບັນດາການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ Vladimir Putin ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສະໄໝທີ 5 ໃນເດືອນ ມີນາ ປີ 2024. ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ໄດ້ເປັນຂີດໝາຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການພົວພັນລະຫວ່າງຫວຽດນາມ - ລັດເຊຍ, ໃນນັ້ນມີການລິເລີ່ມ, ສະໜັບສະໜູນການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ ໃນປີ 2001 ແລະຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2012.

ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມລະຫວ່າງ ສສ ຫວຽດນາມ ແລະສະຫະພັນລັດເຊຍ ກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກບົນພື້ນຖານຜົນງານຂອງ 30 ປີແຫ່ງການປະຕິບັດສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ - ລັດເຊຍ”, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳ ແລະປະຊາຊົນສອງປະເທດເພື່ອເຮັດໃຫ້ການຮ່ວມມືສອງຝ່າຍນັບມື້ນັບມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ, ສົມເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຕອບສະໜອງຄວາມຕ້ອງການ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ນັກຂ່າວ: ທ່ານສາມາດໃຫ້ຮູ້ບັນດາໝາກຜົນພົ້ນເດັ່ນທີ່ສອງຝ່າຍບັນລຸໄດ້ໃນຂອບເຂດການຢ້ຽມຢາມ?

ທ່ານລັດຖະມົນຕີ ບຸ່ຍແທງເຊີນ: ອາດເວົ້າໄດ້ວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ລັດເຊຍ. ຜ່ານຖະແຫຼງການຮ່ວມ, ເອກະສານຮ່ວມມື 11 ສະບັບທີ່ໄດ້ລົງນາມ ແລະບັນດາການພົບປະ, ແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະເທດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃນຫຼາຍດ້ານໃຫ້ເລິກເຊິ່ງກວ່າອີກ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ພວກຂ້າພະເຈົ້າໄດ້ຕ້ອນຮັບທ່ານປະທານາທິບໍດີ Vladimir Putin ແລະຄະນະຜູ້ແທນຂັ້ນສູງລັດເຊຍ ຢ່າງສົມກຽດ, ສະໜິດສະໜົມ, ລອບຄອບ. ປະຊາຊົນຫວຽດນາມ, ເປັນຕົ້ນແມ່ນບັນດາຜູ້ທີ່ເຄີຍຮໍ່າຮຽນ, ເຮັດວຽກຢູ່ ໂຊວຽດ ກ່ອນນີ້, ສະຫະພັນລັດເຊຍ ໃນປະຈຸບັນ ຍາມໃດກໍ່ຮັກສາ, ສະຫງວນອາລົມຈິດທີ່ດີໃຫ້ແກ່ປະເທດ ແລະປະຊາຊົນລັດເຊຍ. ດ້ວຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ປະຊາຊົນຫວຽດນາມ ຈະບໍ່ອາດຫຼົງລືມການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ປະຊາຊົນລັດເຊຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ສອງຝ່າຍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ເຊິ່ງການນຳຫຼາຍລຸ້ນຄົນ ແລະປະຊາຊົນສອງປະເທດໄດ້ສ້າງພື້ນຖານ ແລະເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດອັນລ້ຳຄ່າລະຫວ່າງສອງປະເທດ, ເປັນພື້ນຖານເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ສືບຕໍ່ພັດທະນາເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະໃນໂລກ. ນ້ຳໃຈນີ້ ພ້ອມກັບໝາກຜົນອັນຕັ້ງໜ້າໃນການຜັນຂະຫຍາຍສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ສສ ຫວຽດນາມ - ສະຫະພັນລັດເຊຍ ແລະບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈະແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດສືບທອດ, ເສີມຂະຫຍາຍ, ສືບຕໍ່ພັດທະນາ ແລະຍົກລະດັບການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີແຕ່ດົນນານ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ.

ໂດຍ: ຈາງຫງວຽນ