ການພົວພັນເປີດກວ້າງ, ຂະຫຍັນຂັນເຄື່ອນ ແລະຫັນການຮ່ວມມືສອງຝ່າຍເປັນຫຼາຍຮູບແບບ

ຕາມທ່ານເອກອັກຄະລັດຖະທູດ Bezdetko ແລ້ວ, ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະສະຫະພັນລັດເຊຍ (16-6-1994 / 16-6-2024). ທ່ານເອກອັກຄະລັດຖະທູດ Bezdetko ຕີລາຄາວ່າ: “ເອກະສານປະຫວັດສາດນີ້ໄດ້ປະກອບສ່ວນເປີດກວ້າງການພົວພັນລະຫວ່າງສອງປະເທດ, ພ້ອມທັງສ້າງພື້ນຖານໃຫ້ແກ່ການພັດທະນາ ແລະປະຕິບັດບັນດາໂຄງການ, ຂໍ້ລິເລີ່ມລວມໃຫຍ່ໃນຫຼາຍຂົງເຂດ. ເອກະສານສະບັບນີ້ກໍ່ເປັນຂີດໝາຍການເປີດສາກໄລຍະໃໝ່ໃນການພັດທະນາຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ແລະສ້າງປະຖົມປັດໄຈໃຫ້ແກ່ ການເພີ່ມທະວີການຮ່ວມມືລວມ, ນຳການພົວພັນລັດເຊຍ-ຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ”.

leftcenterrightdel
ທ່ານ G.S.Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ ໃນການແບ່ງປັນຂໍ້ມູນກ່ຽວກັບສະຖານະການຂອງປະເທດລັດເຊຍ ກໍ່ຄືການພົວພັນຮ່ວມມືລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ໃນປະຈຸບັນ, ວັນທີ 15 ພຶດສະພາ 2024. ພາບ: ເຟືອງຮ່າ

ທ່ານເອກອັກຄະລັດຖະທູດ Bezdetko ເນັ້ນໜັກວ່າ ການພົວພັນຮ່ວມມື ຫວຽດນາມ-ສະຫະພັນລັດເຊຍ ໃນ 3 ທົດສະວັດຜ່ານມາ ຍາມໃດກໍ່ໄດ້ຮັບການເປີດກວ້າງ, ຂະຫຍັນຂັນເຄື່ອນ ແລະຫັນການຮ່ວມມືສອງຝ່າຍເປັນຫຼາຍຮູບແບບ. ປີ 2001, ຖະແຫຼງການ ລັດເຊຍ-ຫວຽດນາມ ວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການລົງນາມຢູ່ຮ່າໂນ້ຍ; ປີ 2012, ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ-ຫວຽດນາມ ໄດ້ຍົກສູງຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການເຈລະຈາດ້ານການເມືອງ ໄດ້ດຳເນີນຢູ່ທຸກຂັ້ນເປັນປະຈຳ. ບັນດາກົນໄກພົວພັນແລກປ່ຽນຢ່າງມີປະສິດທິຜົນໃນຂົງເຂດການຄ້າ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ ແລະມະນຸດຊາດ. ການເຈລະຈາໂດຍກົງລະຫວ່າງບັນດາການນຳ ຍາມໃດກໍ່ແມ່ນກາລະໂອກາດເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດໃນສະພາບການປະຈຸບັນ, ເມື່ອສະຖານະການການເມືອງ, ເສດຖະກິດທົ່ວໂລກພວມມີການຜັນປ່ຽນຢ່າງແຮງ. ນັບທັງໃນໂລກພະຍາດໂຄວິດ-19, ເມື່ອການຕິດຕໍ່ພົວພັນດຳເນີນຜ່ານທາງອອນລາຍ, ການນໍາສອງປະເທດກໍ່ແລກປ່ຽນ, ປຶກສາຫາລືບັນດາບັນຫາຮີບດ່ວນໃນໂຄງການດຳເນີນງານສອງຝ່າຍຢ່າງເປັນປະຈຳ.

ດ້ວຍພື້ນຖານທີ່ດີຈາກການແລກປ່ຽນຄະນະຜູ້ແທນຂັ້ນສູງກ່ອນໜ້ານີ້, ທ່ານເອກອັກຄະລັດຖະທູດ Bezdetko ຢັ້ງຢືນວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ V.Putin ຈະສ້າງກໍາລັງໜູນເພື່ອພັດທະນາການພົວພັນຮ່ວມມື ລັດເຊຍ-ຫວຽດນາມ ໃນຫຼາຍຂົງເຂດຕື່ມອີກ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: “ຈຸດປະສົງຂອງການໄປຢ້ຽມຢາມແມ່ນເພີ່ມທະວີການພົວພັນແລກປ່ຽນໃນຂົງເຂດທີ່ເປັນມູນເຊື້ອ, ຄື: ເສດຖະກິດ ແລະການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ກໍ່ສ້າງ, ວັດທະນະທຳ-ທ່ອງທ່ຽວ, ການແລກປ່ຽນມະນຸດຊາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ”.

ຄວາມສາມາດບົ່ມຊ້ອນໃນການເປີດກວ້າງການຮ່ວມມື

ຕາມທ່ານເອກອັກຄະລັດຖະທູດ Bezdetko, ໃນໄລຍະຈະມາເຖິງ, ຫວຽດນາມ ແລະສະຫະພັນລັດເຊຍ ຈະສະເຫຼີມສະຫຼອງບາງເຫດການສຳຄັນ, ຄື: ສະເຫຼີມສະຫຼອງ 30 ປີແຫ່ງວັນເປີດນຳໃຊ້ໂຮງງານໄຟຟ້ານ້ຳຕົກ ຮວ່າບິ່ງ-ໂຄງການໄຟຟ້ານ້ຳຕົກໃຫຍ່ທີ່ສຸດ ຂອງຫວຽດນາມ ໂດຍໂຊວຽດ ຊ່ວຍກໍ່ສ້າງ ແລະສະຫະພັນລັດເຊຍ ຊ່ວຍສ້າງສຳເລັດ (ເດືອນທັນວາ 2024); 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (ເດືອນມັງກອນ 2025), 10 ປີແຫ່ງການເຊັນສັນຍາການຄ້າເສລີ ຫວຽດນາມ-ສະຫະພັນເສດຖະກິດອາຊີ-ເອີລົບ (ເດືອນພຶດສະພາ 2025).

ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ເພີ່ມທະວີ ແລະຫັນການຮ່ວມມືສອງຝ່າຍລັດເຊຍ - ຫວຽດນາມ ເປັນຫຼາຍຮູບແບບກວ່າອີກແມ່ນໃຫຍ່ຫຼວງທີ່ສຸດ, ທ່ານເອກອັກຄະລັດຖະທູດ G.S.Bezdetko ຢັ້ງຢືນວ່າ ການຮ່ວມມືດັ່ງກ່າວອີງໃສ່ມູນເຊື້ອຂອງນ້ຳໃຈມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍຮຸ່ນພໍ່ຮຸ່ນອ້າຍຂອງສອງປະເທດກໍ່ສ້າງຂຶ້ນ ແລະແນໃສ່ຈຸດປະສົງໜຶ່ງດຽວແມ່ນຮັບປະກັນຄວາມຜາສຸກ, ວັດທະນາຖາວອນຂອງປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າ ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນຂົງເຂດຕ່າງໆ, ຄື: ພະລັງງານ, ຜະລິດອຸດສາຫະກຳ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ກໍ່ສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນ, ກໍ່ຄືປະຕິບັດຂໍ້ຕົກລົງຂັ້ນສູງ ແລະຂັ້ນສູງສຸດຢ່າງສະເໝີຕົ້ນສະເໝີປາຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການເພີ່ມທະວີການພົວພັນລະຫວ່າງລັດເຊຍ ແລະຫວຽດນາມ ແມ່ນຕອບສະໜອງບັນດາຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດພວກເຮົາຢ່າງພຽງພໍ”.

ບັນດາໜ້າທີ່ຫຼັກແຫຼ່ງແກ່ນສານທີ່ຕ້ອງແກ້ໄຂ ເຊິ່ງທ່ານເອກອັກຄະລັດຖະທູດ Bezdetko ໄດ້ຍົກອອກນັ້ນແມ່ນ: ຮັບປະກັນສັນຕິພາບ ແລະຄວາມໝັ້ນຄົງ; ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າຢາເສບຕິດ; ບັນດາສິ່ງທ້າທາຍ ແລະໄພນາບຂູ່ທີ່ມີຢູ່ ແລະພວມປະກົດຂຶ້ນ, ລັດເຊຍ ຖືເປັນສຳຄັນຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະໃນຂົງເຂດຫັນປ່ຽນພະລັງງານຢ່າງສະເໝີພາບ; ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນຂົງເຂດພະລັງງານສະອາດ ແລະກຳຈັດ carbon. ລັດເຊຍ-ດ້ວຍຖານະບົດບາດແມ່ນໜຶ່ງໃນບັນດາປະເທດນຳໜ້າໂລກໃນຂົງເຂດນີ້-ພ້ອມແລ້ວທີ່ຈະສະໜອງໃຫ້ຫວຽດນາມ ບັນດາເຕັກໂນໂລຢີທັນສະໄໝທີ່ສຸດໃນຂົງເຂດໄຟຟ້າ “ສະອາດ”, ໄວ້ເນື້ອເຊື່ອໃຈ ແລະໝັ້ນຄົງ, ກ່ອນອື່ນໝົດແມ່ນໄຟຟ້ານິວເຄຼຍ.

ກໍ່ຕາມທ່ານເອກອັກຄະລັດຖະທູດ Bezdetko ແລ້ວ, ການທູດປະຊາຊົນແມ່ນໜຶ່ງໃນບັນດາເຄື່ອງມືສຳຄັນໃນການພົວພັນແລກປ່ຽນຂອງສອງປະເທດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: “ທ່ານປະທານາທິບໍດີ V.Putin ໄດ້ເວົ້າຫຼາຍເທື່ອກ່ຽວກັບການພົວພັນສະໜິດແໜ້ນລະຫວ່າງລັດເຊຍ ແລະຫວຽດນາມ ໃນຫຼາຍທົດສະວັດຜ່ານມາ. ພວກເຮົາ ມີປະຫວັດສາດລວມທີ່ອຸດົມສົມບູນ, ກໍ່ຄືບົດຮຽນຮ່ວມມືຢ່າງເລິກເຊິ່ງໃນຫຼາຍຂົງເຂດ, ມີການເຈລະຈາການເມືອງອັນເລິກເຊິ່ງກວ້າງຂວາງ, ມີການແລກປ່ຽນມະນຸດຊາດຂະຫຍັນຂັນເຄື່ອນສູງ, ບັນດາຄຸນຄ່າ ແລະທິດທາງພັດທະນາຄ້າຍຄືກັນ. ທຸກສິ່ງທຸກຢ່າງດັ່ງກ່າວແມ່ນພື້ນຖານທີ່ໜ້າໄວ້ເນື້ອເຊື່ອໃຈ ເພື່ອສືບຕໍ່ພັດທະນາການພົວພັນສອງຝ່າຍກວ່າອີກ ແລະປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ-ຫວຽດນາມ ໃນໄລຍະປະຈຸບັນຢ່າງບໍ່ຢຸດຢັ້ງ”.

ໂດຍ: ແສງເດືອນ