ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ Vladimir Putin ປະທານາທິບໍດີສະຫະພັນ ລັດເຊຍ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 19-20 ມິຖຸນາ. ຫວຽດນາມ ແລະສະຫະພາບໂຊວຽດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມັງກອນ 1950.

ວັນທີ 16 ມິຖຸນາ 1994, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ລົງນາມໃນສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະສະຫະພັນລັດເຊຍ, ວາງພື້ນຖານນິຕິກຳໃຫ້ແກ່ການພົວພັນໃນໄລຍະພັດທະນາໃໝ່.

ວັນທີ 1 ມີນາ 2001, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ. ວັນທີ 27 ກໍລະກົດ 2012, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ. ວັນທີ 30 ພະຈິກ 2021, ຫວຽດນາມ ແລະລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດ ຮອດປີ 2030.

leftcenterrightdel
ທ່ານ Vladimir Putin ປະທານາທິບໍດີລັດເຊຍ ກ່າວຄຳເຫັນທີ່ພິທີສາບານຕົວຮັບດໍາລົງຕຳແໜ່ງປະທານາທິບໍດີລັດເຊຍ ທີ່ວັງ Kremlin, ໃນວັນທີ 7 ພຶດສະພາ 2024. ພາບ: congthuong.vn

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການແລກປ່ຽນຄະນະຜູ້ແທນຂັ້ນສູງດຳເນີນເປັນປະຈຳ, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ຫວ່າງແລ້ວນີ້, ໃນວັນທີ 26 ມີນາ 2024, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin ພາຍຫຼັງທ່ານຍາດໄຊຊະນະໃນການເລືອກຕັ້ງປະທານາທິບໍດີລັດເຊຍ.

ສອງຝ່າຍຮັກສາຫຼາຍກົນໄກປະສານສົມທົບ ແລະເຈລະຈານໍາກັນ, ຄື: ການເຈລະຈາຍຸດທະສາດການຕ່າງປະເທດ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈໍາປີ ຂັ້ນຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ; ການເຈລະຈາຍຸດທະສາດດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ... ນອກຈາກນັ້ນ, ສອງຝ່າຍກໍ່ດຳເນີນການປຶກສາຫາລືດ້ານການເມືອງຢູ່ຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຂັ້ນກົມໃນຂອບເຂດການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ.

ປະຈຸບັນ, ການພົວພັນດ້ານເສດຖະກິດສອງຝ່າຍໄດ້ຮັບຕີລາຄາວ່າແມ່ນຍັງບໍ່ທັນບັນລຸໄດ້ຄວາມສາມາດບົ່ມຊ້ອນ ແລະບໍ່ທັນສົມກັບປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດ. ໃນຂອບເຂດອາຊຽນ, ຄວາມສາມາດບົ່ມຊ້ອນຂອງການພົວພັນດ້ານເສດຖະກິດ ຫວຽດນາມ-ລັດເຊຍ ຍັງໄດ້ເປີດກວ້າງຕື່ມອີກ ເມື່ອຫວຽດນາມ ສາມາດເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງລັດເຊຍ ແລະພື້ນຖານເສດຖະກິດສະມາຊິກອາຊຽນ.

ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງສອງປະເທດສືບຕໍ່ໄດ້ຮັບການປັບປຸງ. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 3,63 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ກ່ຽວກັບການລົງທຶນ, ປະຈຸບັນ ລັດເຊຍ ມີ 186 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 984,98 ລ້ານໂດລາສະຫະລັດ (ອັນດັບທີ 28/145 ປະເທດ ແລະເຂດແຄວ້ນທີ່ລົງທຶນຢູ່ຫວຽດນາມ), ໄດ້ປະຕິບັດຢູ່ 21 ທ້ອງຖິ່ນ, ໃນຂົງເຂດນ້ຳມັນອາຍແກັສ, ຂຸດຄົ້ນແຮ່ທາດ, ອຸດສາຫະກຳປຸງແຕ່ງ, ປະດິດ...

ປະຈຸບັນ, ຫວຽດນາມ ມີ 18 ໂຄງການລົງທຶນຢູ່ລັດເຊຍ, ດ້ວຍຍອດຈຳນວນທຶນຈົດທະບຽນ 1,63 ຕື້ໂດລາສະຫະລັດ (ອັນດັບທີ 4/80 ປະເທດ ແລະເຂດແຄວ້ນທີ່ມີເງິນລົງທຶນຂອງຫວຽດນາມ), ຕົ້ນຕໍແມ່ນໂຄງການຮ່ວມທຸລະກິດນ້ຳມັນອາຍແກັສ Rusvietpetro, ສູນວັດທະນະທໍາ-ການຄ້າຮ່າໂນ້ຍ-ມົດສະກູ, ໂຄງການລ້ຽງງົວນົມ ແລະກະສິກໍາຂອງກຸ່ມບໍລິສັດ TH ຢູ່ລັດເຊຍ.

ຫວຽດນາມ ແລະສະຫະພັນລັດເຊຍ ລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດດີຈີຕອນ, ວາງເປົ້າໝາຍນໍາເສດຖະກິດດີຈີຕອນກາຍເປັນໜຶ່ງໃນບັນດາກຳລັງໜູນເຕີບໂຕຕົ້ນຕໍໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວເປີດໂອກາດອັນໃຫຍ່ຫຼວງໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ວິສາຫະກິດສອງປະເທດເວົ້າສະເພາະ. ຕາມນັ້ນແລ້ວ, ປະຈຸບັນມີຫຼາຍໂຄງການຮ່ວມມືດ້ານເສດຖະກິດດີຈີຕອນພວມຜັນຂະຫຍາຍລະຫວ່າງສອງປະເທດ, ຄືໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ, ນະຄອນອັດສະລິຍະ, ທະນາຄານດີຈີຕອນ, ດຳເນີນທຸລະກິດເຕັກນິກດີຈີຕອນ...

ພະລັງງານແມ່ນຂົງເຂດຮ່ວມມືຍຸດທະສາດ ແລະມີປະສິດທິຜົນ. ຄຽງຂ້າງການສືບຕໍ່ຮ່ວມມືໃນຂອບເຂດຮ່ວມທຸລະກິດ Vietsovpetro ຮອດປີ 2030, ກຸ່ມບໍລິສັດນ້ຳມັນອາຍແກັສຂອງ ລັດເຊຍ, ຄື: Gazprom ແລະ Zarubezneft ພວມຜັນຂະຫຍາຍຫຼາຍໂຄງການຢູ່ໄຫຼ່ທະວີບຫວຽດນາມ. ນອກຈາກນັ້ນ, ວິສາຫະກິດນ້ຳມັນອາຍແກັສສອງປະເທດພວມພິຈາລະນາ, ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ໄຟຟ້າ,  ພະລັງງານທົດແທນ...

ສອງຝ່າຍຮ່ວມທັດສະນະກ່ຽວກັບຫຼາຍບັນຫາສາກົນ ແລະພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສສາກົນ, ຄື: ສະຫະປະຊາຊາດ, APEC, ASEM, ARF, CICA... ຫວຽດນາມ ແລະລັດເຊຍ ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ປີ 2002 ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະຊົມເຊີຍຄວາມມານະພະຍາຍາມຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກໂດຍໄວ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການເພີ່ມທະວີບົນເນື້ອໃນຈິດໃຈ “ໄວ້ເນື້ອເຊື່ອໃຈ, ແທດຈິງ, ມີປະສິດທິຜົນ ແລະຮອບດ້ານ”. ລັດເຊຍ ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນຂົງເຂດເຕັກນິກການທະຫານ. ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ຮັບການຈັດຕັ້ງເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະລັດເຊຍ. ການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະວິທະຍາສາດ-ເຕັກໂນໂລຢີ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່.

ລັດເຊຍ ສືບຕໍ່ໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງຊັບພະຍາກອນມະນຸດ ແລະມອບທຶນສຶກສາ 1.000 ທຶນໃຫ້ນັກສຶກສາຫວຽດນາມ ໃນແຕ່ລະປີ. ປະຈຸບັນ, ມີນັກສຶກສາຫວຽດນາມ 5.000 ກວ່າຄົນໄປຮຽນຢູ່ ລັດເຊຍ. ການຮ່ວມມືລະຫວ່າງທ້ອງຖິ່ນສືບຕໍ່ໄດ້ຮັບການຮັກສາ. ປະຈຸບັນ, ມີປະມານ 20 ຄູ່ທ້ອງຖິ່ນຂອງສອງປະເທດໄດ້ສ້າງການພົວພັນນໍາກັນ, ພິເສດແມ່ນລະຫວ່າງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະມົດສະກູ, Saint Petersburg.

ນັບແຕ່ປີ 1991 ມາຮອດປະຈຸບັນ, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ລົງນາມໃນເອກະສານຮ່ວມມື 100 ກວ່າສະບັບໃນທຸກຂົງເຂດ, ຄື: ເສດຖະກິດ-ການຄ້າ, ການລົງທຶນ, ນໍ້າມັນອາຍແກັສ, ການສຶກສາ-ບໍາລຸງສ້າງ, ວັດທະນະທຳ-ວິທະຍາສາດ, ເຕັກນິກການທະຫານ.

ໂດຍ: ເຈິ່ນຮວ່ຽນ