ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍ: ພົນໂທ ຈິ້ງວັນກວຽດ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ທ່ານພົນໂທ ຫງວຽນເຕີນເກືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ; ການນຳກະຊວງປ້ອງກັນປະເທດ; ການນຳ ແລະຜູ້ແທນບັນດາອົງການ, ກົມກອງ; ຜູ້ຕາງໜ້າພະແນກແຂ່ງຂັນ-ຍ້ອງຍໍ ສູນກາງ, ຄະນະໂຄສະນາສຶກສາສູນກາງ...

ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ, ບັນລຸປະສິດທິິຜົນແທດຈິງ

ປະຕິບັດຕາມບົດສະຫຼຸບສະບັບເລກທີ 01 ແລະມະຕິສະບັບເລກທີ 847, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຄະນະພັກ, ການນຳທຸກຂັ້ນໄດ້ສຸມໃສ່ຊີ້ນຳ, ນຳພາຢ່າງເຄັ່ງຄັດ, ຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ມີການປ່ຽນແປງໃໝ່ຫຼາຍຢ່າງ, ປະດິດສ້າງ, ບັນລຸປະສິດທິຜົນແທດຈິງ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນສະຫຼຸບ, ຊີ້ນຳກອງປະຊຸມ. ພາບ: ໂງຫວຽດຈູງ

ຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນ ຕົວໄດ້ກາຍເປັນວຽກງານຕືນຕົວ, ເປັນປະຈຳ; ປຸກລະດົມ, ລະດົມກຳລັງໃຈພະນັກງານ, ສະມາຊິກພັກ ແລະໝູ່ມະຫາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມານະພະຍາຍາມສູ້ຊົນ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງບັນດາອົງການ, ກົມກອງ ແລະທົ່ວກອງທັບຢ່າງມີໄຊ; ສ້າງບັນດາອົງການຈັດຕັ້ງພັກປອດໃສ, ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ນຳ, ແນະນຳທົ່ວກອງທັບຈັດຕັ້ງການຮ່ຳຮຽນ, ຄົ້ນຄວ້າ, ຊາບຊຶມບົດສະຫຼຸບສະບັບເລກທີ 01, ມະຕິສະບັບເລກທີ 847 ໃນອົງຄະນະພັກກອງທັບ ແລະທົ່ວກອງທັບ ຮັບປະກັນເຂັ້ມງວດ, ເຄັ່ງຄັດ, ເປັນເອກະພາບ, ມີປະສິດທິຜົນ. ໃນນັ້ນ, ອົງການປະຈຳພາກສ່ວນຊ່ວຍວຽກຄະນະພັກການທະຫານສູນກາງ ຮຽບຮຽງ, ຫັນ 8 ຫົວຂໍ້ສະເພາະໃຫ້ປະກົດຜົນເປັນຈິງ; ບັນດາອົງການ, ກົມກອງໃນທົ່ວກອງທັບ ຮຽບຮຽງກວ່າ 1.000 ຫົວຂໍ້ສະເພາະເພື່ອນຳເຂົ້າຫຼັກສູດການສຶກສາພື້ນຖານ, ການສຶກສາເປັນປະຈຳໃຫ້ເປົ້າໝາຍຕ່າງໆ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ພົນໂທ ຈິ້ງວັນກວຽດ ແລະບັນດາຜູ້ແທນໄປຢ້ຽມຊົມເຂດວາງສະແດງ, ແນະນຳບັນດາຂໍ້ລິເລີ່ມ, ຮູບແບບທີ່ກອງປະຊຸມ. ພາບ: ມິງແມ້ງ

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ການນຳທຸກຂັ້ນເອົາໃຈໃສ່ຊີ້ນຳ, ນຳພາສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮ່ຳຮຽນ ກັບການປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ລະຫວ່າງການເສີມຂະຫຍາຍຄຸນທາດທະຫານລຸງໂຮ່ ກັບການເດັດດ່ຽວຕ້ານລັດທິສ່ວນຕົວໃນການປະຕິບັດໜ້າທີ່ການເມືອງຂອງກອງທັບ ແລະວຽກງານກໍ່ສ້າງ, ປັບປຸງພັກ.

ກອງທັບປະຊາຊົນຫວຽດນາມ ກຳເນີດຈາກປະຊາຊົນ, ຕໍ່ສູ້ເພື່ອປະຊາຊົນ, ສະໜິດຕິດພັນແບບເລືອດເນື້ອກັບປະຊາຊົນ, ທົ່ວກອງທັບຍາມໃດກໍ່ຊາບຊຶມຢ່າງເລິກ ເຊິ່ງ ແລະປະຕິບັດຕາມທິດນຳ “ເຄົາລົບນັບຖືປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຊື່ອໝັ້ນປະຊາຊົນ, ເຂົ້າໃຈປະຊາຊົນ, ຮ່ຳຮຽນຕາມປະຊາຊົນ, ອີງໃສ່ປະຊາຊົນ ແລະມີຄວາມຮັບຜິດຊອບຕໍ່ປະຊາຊົນ”. ບັນດາອົງການ, ກົມກອງຍາມໃດກໍ່ຕັ້ງໜ້າຊ່ວຍປະຊາຊົນພັດທະນາເສດຖະກິດ-ສັງຄົມ, ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມອຶດຫິວແບບຍຶືນຍົງ, ບັນລຸປະສິດທິຜົນແທດຈິງ.

ເຮັດໃຫ້ທະຫານ “ຢາກຮ່ຳຮຽນ, ຢາກປະຕິບັດຕາມ” ລຸງໂຮ່

ກ່າວຄຳເຫັນຊີ້ນຳ, ສະຫຼຸບທີ່ກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຈິດໃຈມານະພະຍາຍາມສູ້ຊົນຂອງພະນັກງານ, ນັກ ຮົບໃນທົ່ວກອງທັບໃນການປະຕິບັດຕາມບົດສະຫຼຸບສະບັບເລກທີ 01 ແລະມະຕິສະບັບເລກທີ 847. ບັນດາອົງການກ່ຽວຂ້ອງຂອງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເປັນເສນາທິການ, ສະເໜີຢ່າງທັນການ ແລະມີປະສິດທິຜົນ. ພາກສ່ວນຊ່ວຍວຽກຄະນະພັກການທະຫານສູນກາງ ກ່ຽວກັບການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ຕັ້ງໜ້າ, ເປັນເຈົ້າການ, ມີການປ່ຽນແປງໃໝ່ຫຼາຍຢ່າງໃນການເປັນເສນາທິການແນະນຳ, ຊີ້ນຳ ແລະຜັນຂະຫຍາຍການປະຕິບັດ, ຮັບປະກັນໃຫ້ບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບ, ຂໍ້ກຳນົດຂອງສູນກາງ, ຄະນະພັກການທະຫານສູນກາງ ນັບມື້ນັບເຂົ້າສູ່ຊີວິດການເປັນຢູ່ຂອງທະຫານຢ່າງແທດຈິງ, ມີປະສິດທິຜົນ, ເລິກເຊິ່ງ ແລະຮອບດ້ານ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ພົນໂທ ຈິ້ງວັນກວຽດ ແລະບັນດາຜູ້ແທນຢ້ຽມຊົມເຂດວາງສະແດງ, ແນະນຳບັນດາຂໍ້ລິເລີ່ມ, ຮູບແບບທີ່ກອງປະຊຸມ. ພາບ: ມິງແມ້ງ

ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ການຜັນຂະຫຍາຍປະຕິບັດບົດສະຫຼຸບສະບັບເລກທີ 01 ແລະມະຕິສະບັບເລກທີ 847 ໃນອົງຄະນະພັກກອງທັບ ແລະທົ່ວກອງທັບບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ຈັດຕັ້ງການຜັນຂະຫຍາຍການປະຕິບັດດ້ວຍຫຼາຍມາດຕະການ, ຮູບແບບ, ວິທີເຮັດໃໝ່ຢ່າງປະດິດສ້າງ, ມີປະສິດທິຜົນ. ພະນັກງານ, ສະມາຊິກພັກ ແລະໝູ່ມະຫາຊົນໃນທົ່ວກອງທັບມີຄວາມຮັບຮູ້ຢ່າງເລິກເຊິ່ງ, ມີຈິດໃຈຮັບຜິດຊອບສູງ, ຕື່ນຕົວໃນການຮ່ຳຮຽນ ແລະປະຕິບັດຕາມລຸງໂຮ່ ດ້ວຍບັນດາວຽກງານລະອຽດ, ມີເນື້ອແທ້, ແທດຈິງ.

ຍາມໃດກໍ່ຕ້ອງເຊີດຊູຈິດໃຈ “ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ”, ແກ້ໄຂທຸກຄວາມຫຍຸ້ງຍາກລຳບາກກາກກຳ, ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອປົກປ້ອງພັກ, ລັດ ແລະປະຊາຊົນ, ສືບຕໍ່ເສີມສ້າງມູນເຊື້ອ “ຕັດສິນໃຈສູ້ຮົບ, ຕັດສິນໃຈຍາດເອົາຊະນະ” ແລະແຜ່ຂະຫຍາຍຄຸນທາດ, ຮູບພາບອັນສູງສົ່ງຂອງທະຫານລຸງໂຮ່ ໃນໄລຍະໃໝ່. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະຫັນແນວຄິດປະທານ ໂຮຈີມິນ ເຂົ້າໃນການວາງແນວທາງ, ແຜນນະໂຍບາຍໃຫຍ່ເພື່ອກໍ່ສ້າງກອງທັບປະຊາຊົນປະຕິວັດ, ໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ສ້າງອົງຄະນະພັກກອງທັບປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງໃນການນຳພາທົ່ວກອງທັບ ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະທີ່ມີຜົນງານດີເດັ່ນໃນການປະຕິບັດບົດສະຫຼຸບສະບັບເລກທີ 01 ແລະມະຕິສະບັບເລກທີ 847. ພາບ: ມິງແມ້ງ

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງ, ຄວາມມານະພະຍາຍາມໃຫຍ່ ແລະຄວາມສາມັກຄີ, ເປັນເອກະພາບຢ່າງສູງ; ດ້ວຍຄຸນທາດ, ມູນເຊື້ອຂອງກອງທັບວິລະຊົນ, ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່, ທົ່ວກອງທັບຈະສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້, ສົມກັບຄໍາຍ້ອງຍໍຂອງປະທານໂຮ່ຈີມິນ: “ກອງທັບເຮົາຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ; ໜ້າທີ່ໃດກໍ່ສໍາເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູ້ໂຕໃດກໍ່ຕີເອົາຊະນະ”.

ທີ່ກອງປະຊຸມ, ກະຊວງປ້ອງກັນປະເທດ ປະກາດຂໍ້ຕົກລົງມອບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ 80 ໝູ່ຄະນະ, 114 ບຸກຄົນ; ມອບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ແກ່ 10 ໝູ່ຄະນະ, 11 ບຸກຄົນ. ທີ່ກອງປະຊຸມ, ການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ມອບລາງວັນໃຫ້ແກ່ 40 ໝູ່ຄະນະ ແລະ 20 ບຸກຄົນທີ່ຕາງໜ້າໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດຕາມບົດສະຫຼຸບສະບັບເລກທີ 01 ແລະມະຕິສະບັບເລກທີ 847.

ໂດຍ: ແສງເດືອນ