ໃນຂອບເຂດການຢ້ຽມຢາມຈີນແຕ່ວັນທີ 11 – 15 ມິຖຸນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງກວາງຕຸ້ງ, ສປ ຈີນ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ພົບປະກັບທ່ານ Huang Kunming, ເລຂາຄະນະພັກແຂວງກວາງຕຸ້ງ. ພາບ: vov.vn

ທີ່ການພົບປະກັບທ່ານ Huang Kunming, ກຳມະການກົມການເມືອງ, ເລຂາຄະນະພັກແຂວງກວາງຕຸ້ງ, ໃນຕອນບ່າຍວັນທີ 14 ມິຖຸນາ, ທ່ານ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: ກວາງຕຸ້ງແມ່ນທ້ອງຖິ່ນນຳໜ້າໃນທຸກຂົງເຂດຮ່ວມມືດ້ານເສດຖະກິດການຄ້າໃນການຮ່ວມມືຫວຽດນາມ - ຈີນ.

ກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດກໍ່ຄືການພົວພັນກັບແຂວງກວາງຕຸ້ງ, ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີໃຫ້ 2 ຝ່າຍເພີ່ມທະວີການໂຄສະນາກ່ຽວກັບການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ; ການສະໜັບສະໜູນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວໂຄສະນາສື່ສານ, ສົ່ງເສີມການຄ້າ, ດຶງດູດການລົງທຶນ ແລະໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ກວາງຕຸ້ງ; ຍູ້ແຮງການຮ່ວມມື, ແນະນຳ ແລະໂຄສະນາບັນດາຄຸນຄ່າວັດທະນະທຳ, ວັນນະຄະດີ ແລະສິລະປະທີ່ພົ້ນເດັ່ນຂອງຫວຽດນາມ ໃຫ້ປະຊາຊົນແຂວງກວາງຕຸ້ງ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ...

leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ໄປໄວ້ອາໄລທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຟ້າມຮົ່ງທ໊າຍ. ພາບ: vov.vn

ສ່ວນທ່ານ Huang Kunming ຢືນຢັນສະໜັບສະໜູນ, ຊຸກຍູ້ບັນດາວິສາຫະກິດໃຫຍ່ກວາງຕຸ້ງເພີ່ມທະວີການຮ່ວມມືລົງທຶນຢູ່ຫວຽດນາມ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ກວາງຕຸ້ງ.

ວັນທີ 15 ມິຖຸນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ໄປໄວ້ອາໄລສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຟ້າມຮົ່ງທ໊າຍ ແລະໄປຢ້ຽມຢາມອະນຸສອນສະຖານສຳນັກງານສະມາຄົມຊາວໜູ່ມປະຕິວັດຫວຽດນາມ ຢູ່ແຂວງກວາງຕຸ້ງ.

ໂດຍ: ໄຊນີດາ