ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຜົນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະມາຊິໂດເນຍເໜືອ ໃນໄລຍະ 30 ປີຜ່ານມາ? ອັນໃດແມ່ນທ່າແຮງຕ້ອງເສີມຂະຫຍາຍ?

ທ່ານ ໂດ໋ຮວ່າງລອງ: ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 10 ມິຖຸນາ 1994, ຫວຽດນາມ ແລະມາຊິໂດເນຍເໜືອ ຍາມໃດກໍ່ຮັກສາ ແລະປັບປຸງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ກ່ຽວກັບດ້ານການເມືອງ, ຍ້ອນເງື່ອນໄຂພາວະວິໄສຈຳນວນໜຶ່ງ, ສອງປະເທດຍັງບໍ່ທັນດໍາເນີນການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເຖິງຢ່າງໃດກໍ່ຕາມ, ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄື: ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ ແລະລັດຖະມົນຕີກະຊວງການຕ່າງປະເທດ. ສອງປະເທດມີມູນເຊື້ອການຮ່ວມມືທີ່ດີ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ຄື: ສະຫະປະຊາຊາດ (ສປຊ), ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສຄູ່ຮ່ວມມືລັດຖະສະພາ ອາຊີ-ເອີລົບ (ASEP)…

ກ່ຽວກັບດ້ານເສດຖະກິດ, ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດຍັງຈໍາກັດຢູ່, ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ. ວົງເງິນການຄ້າສອງຝ່າຍໂດຍກົງ ແລະໂດຍທາງອ້ອມໃນແຕ່ລະປີບັນລຸປະມານ 8-12 ລ້ານໂດລາສະຫະລັດ, ຕົ້ນຕໍແມ່ນຜະລິດຕະພັນກະເສດ.

ໃນຂົງເຂດອື່ນໆ, ຫວຽດນາມ ແລະມາຊິໂດເນຍເໜືອ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອແລກປ່ຽນບົດຮຽນໃນຂົງເຂດນິຕິບັນຍັດ, ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດໃນການປະຕິບັດໜ້າທີ່ນິຕິບັນຍັດ, ຕິດຕາມກວດກາສູງສຸດ, ຊຸກຍູ້ການປະຕິບັດສັກຍາ, ຂໍ້ຕົກລົງ ເຊິ່ງສອງປະເທດໄດ້ລົງນາມຢ່າງມີປະສິດທິຜົນ...

leftcenterrightdel
ທ່ານ ໂດ໋ຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສ.ບຸນກາຣີ ທັງຄວບຕຳແໜ່ງຢູ່ ສ.ມາຊິໂດເນຍເໜືອ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວທ່ານເອກອັກຄະລັດຖະທູດ ມີຂໍ້ສັງເກດຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທັງໃນການພົວພັນສອງຝ່າຍ ກໍ່ຄືການສົມທົບກັນໃນເວທີສາກົນ, ເວທີປາໄສຫຼາຍຝ່າຍ?

ທ່ານ ໂດ໋ຮວ່າງລອງ: ຫວຽດນາມ ແລະມາຊິໂດເນຍເໜືອ ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນໄລຍະຈະມາເຖິງ, ທັງໃນການພົວພັນສອງຝ່າຍກໍ່ຄືການສົມທົບກັນໃນເວທີສາກົນ ແລະຢູ່ເວທີປາໄສຫຼາຍຝ່າຍ.

ກ່ຽວກັບການຮ່ວມມືສອງຝ່າຍ, ການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາການພົວພັນຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈໃນທຸກຂົງເຂດ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍມີມູນເຊື້ອການຮ່ວມມືທີ່ດີຢູ່ເວທີປາໄສສາກົນ ແລະພາກພື້ນ, ສະໜັບສະໜູນກັນຮັບດໍາລົງຕໍາແໜ່ງສຳຄັນຂອງ ສປຊ, ຄື: ສະພາຄວາມໝັ້ນຄົງ, ສະພາສິດທິມະນຸດ, ສະພາເສດຖະກິດ ແລະສັງຄົມ. ຜ່ານການພົບປະທຸກຂັ້ນ, ຫວຽດນາມ ໄດ້ສະແດງຄວາມສະໜັບສະໜູນຕໍ່ຄວາມມານະພະຍາຍາມເປີດປະຕູ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ, ໃນນັ້ນມີຂັ້ນຕອນເຂົ້າເປັນສະມາຊິກສະຫະພາບເອີລົບ (ອີຢູ). ມາຊິໂດເນຍເໜືອ ກໍ່ໄດ້ຢັ້ງຢືນຫຼາຍເທື່ອທີ່ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ນີ້ແມ່ນປະຖົມປັດໄຈສໍາຄັນປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ສອງປະເທດສືບຕໍ່ພັດທະນາສາຍພົວພັນຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວໃນປີນີ້, ສອງຝ່າຍໄດ້ສົມທົບກັນຄືແນວໃດເພື່ອຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢູ່ສອງປະເທດ?

ທ່ານ ໂດ໋ຮວ່າງລອງ: ປີນີ້, ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະມາຊິໂດເນຍເໜືອ (ວັນທີ 10 ມິຖຸນາ) ດໍາເນີນກົງກັບເວລາທີ່ ມາຊິໂດເນຍເໜືອ ພວມດໍາເນີນການເລືອກຕັ້ງສຳຄັນ, ນັ້ນແມ່ນການເລືອກຕັ້ງປະທານາທິບໍດີ, ສະພາແຫ່ງຊາດ ແລະມຸ່ງໄປເຖິງການສ້າງຕັ້ງຄະນະລັດຖະບານ. ຍ້ອນເງື່ອນໄຂພາວະວິໄສດັ່ງກ່າວ, ສອງປະເທດໄດ້ເຫັນດີເລື່ອນເວລາຈັດຕັ້ງພິທີສະເຫຼີມສະຫຼອງ. ເຖິງຢ່າງໃດກໍ່ຕາມ, ເນື່ອງໃນໂອກາດນີ້, ຍັງຈະຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ສຳຄັນ ແລະມີຄວາມໝາຍຫຼາຍຢ່າງ, ໃນນັ້ນສອງປະເທດໄດ້ແລກປ່ຽນໂທລະເລກຊົມເຊີຍຂອງການນຳຂັ້ນສູງໃນວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 10 ມິຖຸນາ).

ນັກຂ່າວຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດຄວນເຮັດຫຍັງແດ່ເພື່ອໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາໃນໄລຍະຈະມາເຖິງ?

ທ່ານ ໂດ໋ຮວ່າງລອງ: ເພື່ອສືບຕໍ່ພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຫວຽດນາມ ແລະມາຊິໂດເນຍເໜືອ ຄວນສືບຕໍ່ປັບປຸງ ແລະເສີມຂະຫຍາຍໝາກຜົນຕັ້ງໜ້າ ແລະສຳຄັນທີ່ບັນລຸໄດ້ໃນໄລຍະຜ່ານມາ. ມີບາງທິດທາງຮ່ວມມືຕົ້ນຕໍ. ທີໜຶ່ງ, ກ່ຽວກັບດ້ານການເມືອງ, ສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນການຢ້ຽມຢາມຂອງການນຳຂັ້ນສູງ. ທີສອງ, ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ແລະມາຊິໂດເນຍເໜືອ ຄວນສືບຕໍ່ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ ແລະການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດເຂົ້າເຖິງຕະຫຼາດຂອງກັນ. ທີສາມ, ກ່ຽວກັບການຮ່ວມມືໃນຂົງເຂດອື່ນໆ, ສອງປະເທດຄວນຊຸກຍູ້ການສ້າງຕັ້ງກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດໂດຍໄວ; ເປີດກວ້າງການຮ່ວມມືໃນຂົງເຂດການສຶກສາ, ບໍາລຸງສ້າງ, ວັດທະນະທຳ, ທ່ອງທ່ຽວ, ກະສິກຳ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຢີ; ກ້າວໄປເຖິງການລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືໃນຂົງເຂດເຫຼົ່ານີ້. ສຸດທ້າຍ, ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງປະເທດຄວນສືບຕໍ່ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສສາກົນ ແລະພາກພື້ນ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດ ສປຊ.

ນັກຂ່າວ: ຂໍທ່ານທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຈຸດສຸມການຮ່ວມມືລະຫວ່າງຫວຽດນາມ ແລະມາຊິໂດເນຍເໜືອ ໃນປີ 2024 ແລະໃນຊຸມປີຕໍ່ໄປ?

ທ່ານ ໂດ໋ຮວ່າງລອງ: ບົນພື້ນຖານທິດທາງການຮ່ວມມືສອງຝ່າຍທີ່ກ່າວມາຂ້າງເທິງນັ້ນ, ໃນປີ 2024 ແລະໃນຊຸມປີຕໍ່ໄປ, ຫວຽດນາມ ແລະມາຊິໂດເນຍເໜືອ ຈະສຸມໃສ່ຊຸກຍູ້ການຮ່ວມມືຈຸດສຸມຈຳນວນໜຶ່ງ, ຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງພາຍຫຼັງທີ່ ມາຊິໂດເນຍເໜືອ ສ້າງຕັ້ງລັດຖະບານ; ສ້າງຕັ້ງກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື ຫວຽດນາມ-ມາຊິໂດເນຍເໜືອ ຕາມການຕົກລົງຂອງການນຳຂັ້ນສູງຂອງສອງປະເທດ; ຈັດຕັ້ງເວທີປາໄສວິສາຫະກິດ ແລະການເຄື່ອນໄຫວສົ່ງເສີມການຄ້າເພື່ອສ້າງຕັ້ງການພົວພັນຮ່ວມມືໂດຍກົງລະຫວ່າງວິສາຫະກິດ, ລະຫວ່າງສອງຫ້ອງການການຄ້າ-ອຸດສາຫະກຳ...

ສາມາດເວົ້າໄດ້ວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ມາຊິໂດເນຍເໜືອ ແລະມາຮອດປະຈຸບັນ, ພາຍຫຼັງ 30 ປີແຫ່ງການສ້າງຕັ້ງ ແລະພັດທະນາການພົວພັນ, ສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສະດວກຫຼາຍຢ່າງເພື່ອໃຫ້ສອງປະເທດເພີ່ມທະວີ ແລະຊຸກຍູ້ການພົວພັນຮ່ວມມືເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ !

ໂດຍ: ເຈິ່ນຮວ່ຽນ