leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ. ພາບ: VTCNews

ໂດຍໄດ້ດຳເນີນແຕ່ວັນທີ 1 ມິຖຸນາ ຫາວັນທີ 30 ມິຖຸນາ, ເຫດການເພື່ອແນໃສ່ຊຸກຍູ້ຂະບວນການທົ່ວປວງຊົນເບິ່ງແຍງດູແລ, ສຶກສາ ແລະປົກປ້ອງເດັກນ້ອຍ. ທ່ານນາງ ຫງວຽນທິງາ, ຮອງຫົວໜ້າກົມເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໃຫ້ຮູ້ວ່າ:

ໃນເດືອນກະທຳເພື່ອເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໄດ້ສຸມໃສ່ຜັນຂະຫຍາຍ 3 ກຸ່ມໜ້າທີ່. ທີໜຶ່ງແມ່ນພິທີປຸກລະດົມເດືອນກະທຳເພຶ່ອເດັກນ້ອຍແຫ່ງຊາດ ປີ 2024 ຢູ່ໂຮງລະຄອນ ຊົງເຮືອງ ຂອງແຂວງ ເທື່ອທຽນເຫ້ວ. ທີສອງແມ່ນ ຈັດຕັ້ງບັ້ນໂຄສະນາ, ສ່ອງແສງບັນດາຮູບແບບ, ວິທີການທີ່ດີ ຂອງຫຼາຍທ້ອງຖິ່ນທີ່ໄດ້ບຸລິມະສິດແຫຼ່ງກຳລັງ, ນະໂຍບາຍ ໃຫ້ແກ່ຖັນແຖວພະນັກງານ, ທ້ອງຖິ່ນປະຕິບັດວຽກງານກ່ຽວກັບເດັກນ້ອຍໃນໄລຍະຜ່ານມາ. ທີສາມ, ກະຊວງຈະເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງກອງປະຊຸມທາງໄກທົ່ວປະເທດກ່ຽວກັບວຽກງານເດັກນ້ອຍ. ສືບຕໍ່ຄາດຄະເນຕີລາຄາວຽກງານເດັກນ້ອຍໃນໄລຍະຈະມາເຖິງ, ພ້ອມທັງວາງອອກບັນດາວິທີການແກ້ໄຂທີ່ເໝາະສົມເພື່ອໃຫ້ຫວຽດນາມ ປະຕິບັດສິດທິເດັກນ້ອຍໃຫ້ນັບມື້ນັບດີກວ່າເກົ່າ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ຕອນຍັງມີຊີວິດຢູ່ ປະທານໂຮ່ຈີມິນ ຍາມໃດກໍ່ຍົກສູງບົດບາດ, ພິເສດແມ່ນການສຶກສາຂອງຄອບຄົວ, ການສຶກສາຂອງຮາກຖານຫຼໍ່ລ້ຽງ, ສ້າງບຸກກະລິກກະພາບສິດສອນເພີ່ມເຕີມຮູບແບບຄຸນສົມບັດພ້ອມກັບພູມປັນຍາຂອງເດັກນ້ອຍ. ເພາະສະນັ້ນ, ພັກ, ລັດ, ຄອບຄົວ, ສັງຄົມ… ຍາມໃດກໍ່ສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກນ້ອຍ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ