ຈາກຮູບແບບແຮກສ່ຽວກຸ່ມຊຸມຊົນທຳອິດ

ວັນທີ 11 ມີນາ 2014, ຢູ່ແຫຼມ ຊາຫວິ, ຕາແສງຈ່າໂກ, ນະຄອນມ໊ອງກາຍ, ແຂວງກວາງນິງ ໄດ້ດຳເນີນພິທີລົງນາມແຮກສ່ຽວກຸ່ມຊຸມຊົນຊາຍແດນລະຫວ່າງເຂດ ຈ່າງຫວິ ກັບບ້ານວ້ານຫວິ, ເທດສະບານຢາງບິ່ງ, ນະຄອນດົງຮຶງ, ແຂວງກວາງຊີ, ຈີນ.

ບ້ານວ້ານຫວິ, ເທດສະບານຢາງບິ່ງ, ນະຄອນດົງຮຶງ, ຫ່າງຈາກເຂດຈ່າງຫວິ, ຕາແສງຈ່າໂກ, ນະຄອນມ໊ອງກາຍ ແມ່ນ້ຳລຳໜຶ່ງ. ໃນບ້ານມີປະຊາຊົນເຊື້ອຊາດ ຫວຽດນາມ ກວ່າ 90%. ສຳລັບເຂດຊວຽນເຕີມ, ໝູເທົ່າ, ຫວ້ານຫວິ (ເທດສະບານ  ຢາງບິ່ງ) ເກືອບທັງໝົດແມ່ນຊາວເຊື້ອຊາດຫວຽດນາມ ດຳລົງຊີວິດ. ທັງໝົດຮີດຄອງປະເພນີຂອງຊາວຫວຽດນາມ ຢູ່ທີ່ນີ້ໄດ້ພໍ່ແມ່ປະຊາຊົນຮັກສາ, ຄື: ຫໍ່ເຂົ້າຕົ້ມໃນວັນບຸນເຕັດ, ບູຊາບັນພະບຸລຸດ... ປະຊາຊົນສອງບ້ານ-ເຂດ ຍາມໃດກໍ່ຖືກັນຄືອ້າຍນ້ອງໃນຄອບຄົວ. ນັ້ນແມ່ນສາຍພົວພັນຍາດຕີພີ່ນ້ອງ, ທຳມະຊາດ, ມາແຕ່ເຫິງນານນັບຫຼາຍຮ້ອຍປີ.

leftcenterrightdel
ຄະນະຜູ້ແທນະຄອນດົງຮຶງ (ຈີນ) ມານະຄອນມ໊ອງກາຍ ພົບປະແລກປ່ຽນກັບຕາແສງ ເຈີ່ນຝູ ປີ 2023. ພາບ: ທູຮັ່ງ.

ໃນເວລາ 10 ປີຜ່ານມາ, ສອງຝ່າຍໄດ້ປະຕິບັດວຽກງານໂຄສະນາ, ຂົນຂວາຍ ແລະສຶກສາໃຫ້ປະຊາຊົນສອງບ້ານ, ເຂດກໍ່ສ້າງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ມູນເຊື້ອ: ດຳເນີນການຢ້ຽມຢາມຖາມຂ່າວເນື່ອງໃນໂອກາດວັນບຸນ, ບຸນປີໃໝ່, ຍາມເຈັບເປັນ ແລະຊ່ວຍເຫຼືອກັນພັດທະນາເສດຖະກິດ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມ, ຊ່ວຍກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ປ້ອງກັນ ແລະຕ້ານໄພນ້ຳຖ້ວມ; ກູ້ຊີບກູ້ໄພຢູ່ປາກແມ່ນ້ຳບັ໊ກລວນ ແລະຢູ່ທະເລ; ປ້ອງກັນ ແລະຕ້ານໂລກລະບາດ.

ສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາປະຊາຊົນຢູ່ສອງຟາກຊາຍແດນປະຕິບັດຕາມຂໍ້ກຳນົດຂອງກົດລະບຽບ 3 ສະບັບວ່າດ້ວຍຊາຍແດນທາງບົກ ຫວຽດນາມ-ຈີນ, ສັນຍາວ່າດ້ວຍການຮ່ວມມືອາຊີບຫາປາຫວຽດນາມ-ຈີນ. ພ້ອມກັນປົກປັກຮັກສາ, ບໍ່ເຮັດໃຫ້ຫຼັກໝາຍຊາຍແດນຖືກເປ່ເພ, ບໍ່ເຮັດໃຫ້ເສັ້ນຊາຍແດນ ແລະກະແສໄຫຼຂອງແມ່ນ້ຳຊາຍແດນຖືກປ່ຽນແປງ; ບໍ່ເຂົ້າຮ່ວມ ແລະສົມຮູ້ຮ່ວມຄິດກັບອາດຊະຍາກຳຊື້ຂາຍຢາເສບຕິດ, ຄ້າຂາຍມະນຸດ ແລະຊື້ຂາຍສິນຄ້າເຊິ່ງປະເທດ ຫວຽດນາມ - ຈີນ ຫ້າມ...

ຈົນຮອດການແຮກສ່ຽວຂັ້ນຕາແສງ-ເທດສະບານ

ວັນທີ 26/8/2014, ຢູ່ຫໍວັດທະນະທໍາບ້ານປໍ່ແຮ່ນ ໄດ້ດໍາເນີນພິທີແຮກສ່ຽວກຸ່ມຊຸມຊົນຊາຍແດນລະຫວ່າງບ້ານປໍ່ແຮ່ນ, ຕາແສງຫາຍເຊີນ, ນະຄອນມ໊ອງກາຍ (ຫວຽດນາມ) ແລະບ້ານ ທ໊ານຊານ, ເທດສະບານນາເລືອງ, ເຂດຟອງແທ່ັງ (ຈີນ).

ເປີດກວ້າງກວ່າ, ວັນທີ 30/6/2023, ຢູ່ນະຄອນດົງຮຶງ, ນະຄອນ ເຈິ່ນຝູ໊, ນະຄອນ ມ໊ອງກາຍ, ຫວຽດນາມ ແລະຕາແສງດົງຮຶງ, ນະຄອນດົງຮຶງ, ຈີນ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບຊາຍແດນສາກົນ. ສອງຝ່າຍເຫັນດີເປັນເອກະພາບສ້າງສາຍພົວພັນຕາແສງມິດຕະພາບຊາຍແດນສາກົນ, ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນອົງການຈັດຕັ້ງພັກ (ວຽກງານຂົນຂວາຍປະຊາຊົນ, ກວດກາ, ຕິດຕາມກວດກາ, ກໍ່ສ້າງອົງການຈັດຕັ້ງພັກຮາກຖານ...), ພົບປະແລກປ່ຽນມິດຕະພາບອົງການຈັດຕັ້ງມະຫາຊົນ, ພົບປະແລກປ່ຽນປະຊາຊົນ, ສົ່ງເສີມການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການລົງທຶນ, ການທ່ອງທ່ຽວ, ບໍລິຫານສັງຄົມໃນຫຼັກການສະເໝີພາບ ແລະຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ພ້ອມກັນພັດທະນາວັດທະນາຖາວອນ.

ທ່ານ ໂດ໊ວຽດແມັ້ງ, ຫົວໜ້າພະແນກຂົນຂວາຍປະຊາຊົນ, ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນມ໊ອງກາຍ ໃຫ້ຮູ້ວ່າ: ນະຄອນດົງຮຶງ (ຈີນ) ແລະນະຄອນ ມ໊ອງກາຍ (ຫວຽດນາມ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງຕັ້ງກົນໄກຮ່ວມມືຮອບດ້ານ, ເປັນຂີດໝາຍຮ່ວມມືໃນທຸກຂົງເຂດ, ຜ່ານນັ້ນ, ສ້າງກາລະໂອກາດໃໝ່ສຳລັບການພັດທະນາ ແລະຄວາມຜາສຸກຂອງປະຊາຊົນສອງທ້ອງຖິ່ນ. ບັນດາຮູບແບບແມ່ນພິສູດໃຫ້ເຫັນປະສິດທິຜົນແທດຈິງໃນວຽກງານການທູດປະຊາຊົນຂອງສອງຝ່າຍ.

ຮູບແບບກ່ຽວກັບວຽກງານການທູດປະຊາຊົນ

ຮູບແບບ “ແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ” ໄດ້ເປັນຮູບແບບກ່ຽວກັບວຽກງານການທູດປະຊາຊົນໃນການພົບປະແລກປ່ຽນວັດທະນະທຳ, ເສດຖະກິດ, ສັງຄົມລະຫວ່າງປະຊົນສອງທ້ອງຖິ່ນຂອງສອງປະເທດ.

ວັນທີ 28 ກຸມພາ 2024, ຢູ່ນະຄອນບັ໊ກຫາຍ, ແຂວງກວາງຊີ, ຈີນ, ໃນຂອບເຂດລາຍການພົບປະສັງສັນຕົ້ນລະດູບານໃໝ່ 2024 ລະຫວ່າງເລຂາພັກແຂວງບັນດາແຂວງ: ຮ່າຢາງ, ກວາງນິງ, ລ້າງເຊີນ, ກາວບັ່ງ (ຫວຽດນາມ) ແລະເລຂາພັກເຂດປົກຄອງຕົວເອງຊົນເຜົ່າຈວາງ ກວາງຊີ (ຈີນ), ດ້ວຍຈິດໃຈເຄົາລົບກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄະນະພັກນະຄອນມ໊ອງກາຍ, ອົງຄະນະພັກແຂວງກວາງນິງ ແລະນະຄອນດົງຮຶງ, ອົງຄະນະພັກເຂດປົກຄອງຕົວເອງຊົນ ເຜົ່າຈວາງ ກວາງຊີ ເຫັນດີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງກົນໄກຮ່ວມມືຮອບດ້ານ.

ໃນບັນດາເນື້ອໃນກົນໄກຮ່ວມມືຮອບດ້ານລະຫວ່າງມ໊ອງກາຍ (ຫວຽດນາມ) ແລະດົງຮຶງ (ຈີນ) ໄດ້ເຫັນດີເປັນເອກະພາບ: ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ; ຕັ້ງໜ້າເປີດກວ້າງການເຄື່ອນໄຫວພົບປະແລກປ່ຽນ ແລະແລກປ່ຽນວັດທະນະທຳຊົນເຜົ່າ, ປຸກລະດົມໄວໜຸ່ມສອງຝ່າຍເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ເຊື່ອມຕໍ່, ຄວາມຮູ້ກ່ຽວກັບມູນເຊື້ອການພົວພັນຮ່ວມມື, ມິດຕະພາບສອງປະເທດຫວຽດນາມ-ຈີນ. ຮັກສາ ແລະເສີມຂະຫຍາຍປະສິດທິຜົນບັນດາຮູບແບບ “ຕາແສງ-ເທດສະບານມິດຕະພາບ”, “ບ້ານ-ບ້ານມິດຕະພາບ”, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນເປັນປະຈຳໄລຍະ, ໝູນວຽນລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງມະຫາຊົນ, ຄື: ແນວໂຮມປະເທດຊາດ, ກຳມະບານ, ແມ່ຍິງ, ຊາວໜຸ່ມ, ວິສາຫະກິດ; ປັບປຸງການພັດທະນານ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງທ້ອງຖິ່ນ.

ຄືແນວນັ້ນ, ດ້ວຍໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດຮູບແບບ “ແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ” ຢູ່ມ໊ອງກາຍ ໄດ້ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ຈີນ ນັບມື້ນັບໝັ້ນແກ່ນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ແສງເດືອນ